Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 9:12 - ພຣະຄຳພີສັກສິ

12 ແຕ່​ຖ້າ​ວ່າ​ພວກເຂົາ​ລ້ຽງດູ​ລູກ​ໄວ້ ເຮົາ​ຈະ​ເອົາ​ລູກ​ນັ້ນ​ໜີໄປ​ເສຍ ແລະ​ຈະ​ບໍ່​ປ່ອຍ​ໃຫ້​ຜູ້ໃດ​ມີ​ຊີວິດ​ຢູ່. ເມື່ອ​ເຮົາ​ປະຖິ້ມ​ປະຊາຊົນ​ເຫຼົ່ານີ້ ສິ່ງ​ທີ່​ໜ້າຢ້ານກົວ​ຈະ​ເກີດຂຶ້ນ​ກັບ​ພວກເຂົາ.”

Uka jalj uñjjattʼäta Copia luraña




ໂຮເສອາ 9:12
23 Jak'a apnaqawi uñst'ayäwi  

ດ້ວຍເຫດນີ້ ພຣະເຈົ້າຢາເວ​ຈຶ່ງ​ໂກດຮ້າຍ​ຊາວ​ອິດສະຣາເອນ ແລະ​ກຳຈັດ​ພວກເຂົາ​ໃຫ້​ໜີ​ຫ່າງ​ຈາກ​ສາຍຕາ​ຂອງ​ພຣະອົງ​ໂດຍ​ຈົ່ງ​ໄວ້​ແຕ່​ອານາຈັກ​ຢູດາຍ​ພວກດຽວ​ເທົ່ານັ້ນ.


ຈົນ​ໃນທີ່ສຸດ ພຣະເຈົ້າຢາເວ​ໄດ້​ຂັບໄລ່​ພວກເຂົາ​ໃຫ້​ໜີ​ຫ່າງ​ຈາກ​ສາຍຕາ​ຂອງ​ພຣະອົງ, ຕາມ​ທີ່​ພຣະອົງ​ໄດ້​ຕັກເຕືອນ​ໄວ້​ຜ່ານ​ທາງ​ຜູ້ທຳນວາຍ​ຜູ້ຮັບໃຊ້​ຂອງ​ພຣະອົງ. ດັ່ງນັ້ນ ປະຊາຊົນ​ອິດສະຣາເອນ​ຈຶ່ງ​ໄດ້​ຖືກ​ກວາດ​ໄປ​ເປັນ​ຊະເລີຍ​ທີ່​ອັດຊີເຣຍ ຈົນເຖິງ​ເທົ່າ​ທຸກ​ວັນນີ້.


ພວກເຂົາ​ອາດ​ມີ​ລູກຊາຍ​ຫລາຍ​ຄົນ​ກໍໄດ້ ແຕ່​ຈະ​ຖືກ​ຂ້າ​ທັງໝົດ​ໃນ​ເສິກ​ສົງຄາມ ລູກໆ​ຂອງ​ພວກເຂົາ​ຈະ​ອຶດຫິວ ເພາະ​ບໍ່ມີ​ອາຫານ​ການກິນ​ພໍ​ໃຫ້​ອີ່ມທ້ອງ.


ຕາມ​ແຕ່ລະ​ຕົວເມືອງ​ທີ່​ຢູ່​ໃນ​ດິນແດນ ເຮົາ​ໃຊ້​ດົ້ງຝັດ​ພວກເຈົ້າ​ໄປ​ດັ່ງ​ຄົນ​ຝັດ​ແກບ​ຖິ້ມ. ເຮົາ​ທຳລາຍ​ພວກເຈົ້າ​ແລ້ວ ປະຊາຊົນ​ຂອງເຮົາ​ເອີຍ ເຮົາ​ຂ້າ​ລູກ​ພວກເຈົ້າ​ໝົດ​ຍ້ອນ​ພວກເຈົ້າ​ບໍ່​ເຊົາ​ເຮັດ​ຊົ່ວ.


ຊາວ​ນະຄອນ​ເຢຣູຊາເລັມ​ເອີຍ ຈົ່ງ​ໃຫ້​ຄວາມ​ເດືອດຮ້ອນ​ເຫຼົ່ານີ້ ເປັນ​ການເຕືອນ​ພວກເຈົ້າ​ເຖີດ ຫລື​ບໍ່​ດັ່ງນັ້ນ ເຮົາ​ຈະ​ປະຖິ້ມ​ພວກເຈົ້າ​ຕື່ມ​ອີກ; ເຮົາ​ຈະ​ປ່ຽນ​ນະຄອນ​ນີ້​ໃຫ້​ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ ຊຶ່ງ​ເປັນ​ບ່ອນ​ໜຶ່ງ​ທີ່​ບໍ່ມີ​ຜູ້ໃດ​ຢູ່​ອາໄສ.”


ຂ້າແດ່​ພຣະເຈົ້າຢາເວ ຂໍໂຜດ ເບິ່ງ​ພວກ​ທີ່​ພຣະອົງ​ກຳລັງ​ເຮັດ​ໃຫ້​ທໍລະມານ​ຢູ່​ນັ້ນ ສົມຄວນ​ບໍ​ທີ່​ພວກຜູ້ຍິງ​ພາກັນ​ກິນ​ລູກ​ທີ່​ພວກຕົນ​ຮັກ​ຫລາຍ ສົມຄວນ​ບໍ​ທີ່​ພວກ​ປະໂຣຫິດ​ທັງ​ຜູ້ທຳນວາຍ​ຈະ​ຖືກ​ຂ້າ​ທີ່​ພຣະວິຫານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ພຣະອົງ​ໄດ້​ເຊີນ​ໃຫ້​ເຫຼົ່າ​ສັດຕູ​ມາ​ງານລ້ຽງ ຄື​ນຳ​ເອົາ​ຄວາມຢ້ານ​ໃຫຍ່​ອ້ອມ​ຂ້ານ້ອຍ​ໄວ້ ໃນ​ວັນ​ທີ່​ພຣະເຈົ້າຢາເວ​ໂກດຮ້າຍ​ນັ້ນ​ບໍ່ມີ​ຜູ້ໃດ​ໜີໄປ​ໄດ້​ເລີຍ ພວກເຂົາ​ໄດ້​ຂ້າ​ລູກໆ​ທີ່​ຂ້ານ້ອຍ​ຮັກ​ລ້ຽງດູ​ມານັ້ນ.


ເຄາະກຳ​ມາ​ເຖິງ​ພວກເຂົາ​ແລ້ວ ພວກເຂົາ​ໄດ້​ປະຖິ້ມ​ເຮົາ​ໄປ ແລະ​ກະບົດ​ຕໍ່ສູ້​ເຮົາ. ພວກເຂົາ​ຈະ​ຖືກ​ທຳລາຍ. ເຮົາ​ຢາກ​ໄຖ່​ພວກເຂົາ​ໃຫ້​ພົ້ນ ແຕ່​ພວກເຂົາ​ກ່າວ​ຄຳຕົວະ​ຕໍ່ສູ້​ເຮົາ​.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ເຫັນ​ພວກ​ເດັກນ້ອຍ​ຖືກ​ຕາມລ່າ ແລະ​ຖືກ​ຂ້າ​ຖິ້ມ.


ປະຊາຊົນ​ອິດສະຣາເອນ​ເປັນ​ດັ່ງ​ຮາກ​ຂອງ​ພືດ​ທີ່​ຕາຍ ແລະ​ບໍ່​ເກີດ​ໝາກ. ພວກເຂົາ​ຈະ​ບໍ່ມີ​ລູກ, ແຕ່​ຖ້າ​ມີ ເຮົາ​ກໍ​ຈະ​ຂ້າ​ລູກ​ທີ່​ພວກເຂົາ​ຮັກ​ນັ້ນ​ເສຍ.”


ຂໍ​ໃຫ້​ພຣະເຈົ້າຢາເວ​ທຳລາຍ​ລ້າງຜານ​ຜູ້​ທີ່​ກະທຳ​ເຊັ່ນນັ້ນ ໃຫ້​ໝົດ​ໄປ​ຈາກ​ຊຸມຊົນ​ອິດສະຣາເອນ ແລະ​ຢ່າ​ສູ່​ອະນຸຍາດ​ໃຫ້​ພວກເຂົາ​ເຂົ້າຮ່ວມ​ໃນ​ການຖວາຍບູຊາ ທີ່​ຊົນຊາດ​ຂອງ​ພວກເຮົາ​ນຳ​ມາ​ຖວາຍ​ແກ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່.


ພວກເຈົ້າ​ຈະ​ໄດ້​ຮັບ​ຜົນ​ກຳ​ເພາະ​ການບາບ​ຂອງ​ພວກເຈົ້າ​ເປັນ​ເວລາ 40 ປີ​ນັ້ນ​ຄື: ໜຶ່ງ​ປີ​ຕໍ່​ໜຶ່ງ​ວັນ​ຂອງ​ສີ່ສິບ​ວັນ ຕາມ​ເວລາ​ທີ່​ພວກເຈົ້າ​ໄດ້​ໃຊ້​ສຳຫລວດ​ດິນແດນ​ນັ້ນ. ພວກເຈົ້າ​ຈະ​ຮູ້​ວ່າ​ການ​ເປັນ​ສັດຕູ​ກັບ​ເຮົາ​ນັ້ນ​ເປັນ​ຢ່າງ​ໃດ.


ເພາະ​ພຣະເຈົ້າຢາເວ​ໄດ້​ກ່າວ​ຕໍ່​ພວກເຂົາ​ໄວ້​ວ່າ, ພວກເຂົາ​ທຸກຄົນ​ຈະ​ຕ້ອງ​ຕາຍ​ໃນ​ຖິ່ນ​ແຫ້ງແລ້ງ​ກັນດານ ແລະ​ກໍໄດ້​ເປັນ​ດັ່ງນັ້ນ​ທຸກປະການ ຍົກເວັ້ນ​ແຕ່​ກາເລັບ​ລູກຊາຍ​ຂອງ​ເຢຟຸນເນ ແລະ​ໂຢຊວຍ​ລູກຊາຍ​ຂອງ​ນູນ.


ພວກເຈົ້າ​ຈະ​ຖືກ​ສາບແຊ່ງ ໂດຍ​ໃຫ້​ພວກເຈົ້າ​ມີ​ລູກ​ແຕ່​ໜ້ອຍ​ຄົນ ເກັບ​ພືດຜົນ​ໄດ້​ໜ້ອຍດຽວ ແລະ​ຝູງງົວ​ແລະ​ຝູງແກະ​ມີ​ເຫຼືອ​ໜ້ອຍດຽວ.


ລູກຊາຍ​ລູກສາວ​ຂອງ​ພວກເຈົ້າ​ຈະ​ຖືກ​ນຳ​ໄປ​ເປັນ​ຄົນ​ຮັບໃຊ້​ແກ່​ຊາວ​ຕ່າງດ້າວ​ຕໍ່ໜ້າ​ຕໍ່ຕາ. ແຕ່ລະມື້​ແຕ່ລະວັນ​ພວກເຈົ້າ​ລໍຖ້າ​ພວກເຂົາ​ກັບ​ມາ ແຕ່​ກໍ​ສິ້ນຫວັງ.


ເມື່ອ​ສິ່ງ​ນັ້ນ​ເກີດຂຶ້ນ ເຮົາ​ຈະ​ຄຽດຮ້າຍ​ພວກເຂົາ ເຮົາ​ຈະ​ປະຖິ້ມ​ພວກເຂົາ​ແລະ​ພວກເຂົາ​ຈະ​ຖືກ​ທຳລາຍ. ໄພພິບັດ​ອັນ​ຮ້າຍແຮງ​ຫລາຍ​ຢ່າງ​ຈະ​ມາ​ເຖິງ​ພວກເຂົາ ແລ້ວ​ພວກເຂົາ​ຈະ​ຮູ້​ແນ່ແທ້​ວ່າ ສິ່ງ​ເຫຼົ່ານີ້​ທີ່​ເກີດຂຶ້ນ​ກັບ​ພວກເຂົາ ກໍ​ຍ້ອນ​ວ່າ​ເຮົາ​ຄື​ພຣະເຈົ້າ​ຂອງ​ພວກເຂົາ​ບໍ່​ຢູ່​ນຳ​ພວກເຂົາ​ອີກ​ຕໍ່ໄປ.


ເສິກ​ສົງຄາມ​ຈະ​ເຮັດ​ໃຫ້ ຄົນ​ຕາຍ​ຕາມ​ທາງຍ່າງ; ຄວາມ​ຢ້ານ​ໃຫຍ່​ຈະ​ຍ່າງຍ້າຍ ບຸກ​ເຂົ້າ​ສູ່​ບ້ານເຮືອນ. ຊາຍໜຸ່ມ​ຍິງສາວ​ຈະ​ສິ້ນຊີບ ລົ້ມຫາຍ​ຕາຍ​ຈາກ​ໄປ; ແມ່ນແຕ່​ເດັກອ່ອນນ້ອຍ​ທັງຫລາຍ ແລະ​ຜູ້ເຖົ້າ​ກໍ​ບໍ່​ເຫຼືອ​ດ້ວຍ.


ຝ່າຍ​ບາຣັກ​ກໍ​ໄລ່​ຕາມ​ລົດຮົບ ແລະ​ກອງ​ທະຫານ​ໄປ ຈົນ​ຮອດ​ເມືອງ​ຮາໂຣເຊັດ​ຂອງ​ຄົນຕ່າງຊາດ; ແລ້ວ​ທະຫານ​ທັງໝົດ​ຂອງ​ສີເສຣາ​ກໍ​ຖືກ​ຂ້າ ໂດຍ​ບໍ່ມີ​ໃຜ​ຈັກ​ຄົນ​ລອດຊີວິດ.


ພຣະວິນຍານ​ຂອງ​ພຣະເຈົ້າຢາເວ​ໄດ້​ໜີໄປ​ຈາກ​ກະສັດ​ໂຊນ ແລະ​ວິນຍານ​ຊົ່ວຮ້າຍ​ຈາກ​ພຣະເຈົ້າຢາເວ​ກໍໄດ້​ມາ​ທໍລະມານ​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka