Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 9:11 - ພຣະຄຳພີສັກສິ

11 ຄວາມ​ຍິ່ງໃຫຍ່​ຂອງ​ຊາດ​ອິດສະຣາເອນ​ຈະ​ບິນ​ໜີ​ເໝືອນ​ນົກ ແລະ​ຈະ​ບໍ່ມີ​ເດັກນ້ອຍ​ເກີດ​ມາ​ໃຫ້​ພວກເຂົາ​ອີກ ຈະ​ບໍ່ມີ​ຜູ້ຍິງ​ຖືພາ​ແລະ​ຈະ​ບໍ່ມີ​ຜູ້ຍິງ​ຕັ້ງທ້ອງ.

Uka jalj uñjjattʼäta Copia luraña




ໂຮເສອາ 9:11
18 Jak'a apnaqawi uñst'ayäwi  

ເພິ່ນ​ເວົ້າ​ອີກ​ວ່າ, “ພຣະເຈົ້າ​ໄດ້​ໃຫ້​ຂ້ອຍ​ມີ​ລູກຊາຍ​ຢູ່​ໃນ​ປະເທດ ທີ່​ຂ້ອຍ​ມີ​ຄວາມ​ເດືອດຮ້ອນ.” ດັ່ງນັ້ນ ເພິ່ນ​ຈຶ່ງ​ໃສ່​ຊື່​ໃຫ້​ລູກຊາຍ​ຜູ້​ທີ​ສອງ​ວ່າ, “ເອຟຣາອິມ.”


ສ່ວນ​ໂຢເຊັບ​ນັ້ນ​ດັ່ງ​ລໍປ່າ​ຕາມ​ແຄມ​ນໍ້າພຸ​ໄສ ປຽບ​ຄື​ລູກ​ມ້າ​ເຖິກ​ໂຕ​ງາມ​ຕາມ​ເນີນພູ​ພຸ້ນ.


ນາງ​ມີການ ລູກສາວ​ຂອງ​ກະສັດ​ໂຊນ​ບໍ່ເຄີຍ​ມີ​ລູກ​ຕະຫລອດ​ຊົ່ວຊີວິດ​ຂອງ​ນາງ.


ແສງແຈ້ງ​ຂອງ​ຄົນຊົ່ວ​ນັ້ນ​ຈະ​ຖືກ​ມອດມິດ​ໄປ ແປວໄຟ​ຂອງ​ພວກເຂົາ​ກໍ​ຈະ​ບໍ່​ສ່ອງແສງ​ຂຶ້ນ​ມາ​ອີກ.


ຂໍ​ໃຫ້​ພວກເຂົາ​ເປັນ​ດັ່ງ​ທາກ​ທີ່​ຖືກ​ລະລາຍ​ເປັນ​ເມືອກ​ໄປ ຂໍ​ໃຫ້​ພວກເຂົາ​ເປັນ​ເໝືອນ​ເດັກ​ທີ່​ເກີດ​ໃໝ່​ຕາຍໄປ​ໂດຍ​ບໍ່​ເຫັນ​ແສງ​ສະຫວ່າງ.


ຄົນ​ໜຶ່ງ​ອາດ​ຈະ​ມີ​ລູກ​ເຖິງ​ຮ້ອຍ​ຄົນ ແລະ​ມີ​ຊີວິດ​ຍືນຍາວ​ກໍໄດ້ ເຖິງ​ແມ່ນ​ວ່າ​ລາວ​ຈະ​ມີ​ອາຍຸ​ຍືນຍາວ​ຈັກ​ເທົ່າໃດ​ກໍຕາມ, ແຕ່​ຖ້າ​ລາວ​ບໍ່ໄດ້​ຮັບ​ຄວາມສຸກ​ທີ່​ລາວ​ຄວນ​ໄດ້​ຮັບ ແລະ​ບໍ່ມີ​ຄົນ​ເຮັດ​ພິທີ​ຝັງສົບ​ໃຫ້​ຢ່າງ​ມີ​ກຽດ​ແລ້ວ ຂ້າພະເຈົ້າ​ຂໍ​ບອກ​ວ່າ, ເປັນ​ແອນ້ອຍ​ເກີດ​ມາ​ແລ້ວ​ຕາຍ​ກໍ​ຍັງ​ດີກວ່າ.


ຊາດ​ອິດສະຣາເອນ​ຈະ​ຂາດ​ທີ່​ປ້ອງກັນ ແລະ​ນະຄອນ​ດາມັສກັດ​ກໍ​ຈະ​ສູນເສຍ​ເອກະລາດ. ຊາວ​ຊີເຣຍ​ຜູ້​ທີ່​ຍັງ​ລອດຊີວິດ​ຢູ່​ຈະ​ຖືກ​ອັບອາຍ​ຂາຍໜ້າ​ເໝືອນກັນ​ກັບ​ຊາວ​ອິດສະຣາເອນ.” ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ຊາມາເຣຍ ຈະ​ຢ້ານກົວ​ແລະ​ເປັນທຸກ ຍ້ອນ​ສູນເສຍ​ຮູບ​ງົວເຖິກ​ຄຳ ທີ່​ເມືອງ​ເບັດອາເວນ. ພວກເຂົາ​ກັບ​ປະໂຣຫິດ​ຄື​ຜູ້ຮັບໃຊ້​ຮູບເຄົາຣົບ​ນັ້ນ ຈະ​ຮ້ອງໄຫ້​ໄວ້ທຸກ​ນຳ​ຮູບເຄົາຣົບ​ນີ້. ພວກເຂົາ​ຈະ​ຄວນຄາງ ຍ້ອນ​ມີ​ຜູ້​ລອກ​ເອົາ​ຄຳ​ອັນ​ສວຍງາມ​ທີ່​ໂອບ​ຮູບ​ນັ້ນ​ໄປ.


ພວກເຈົ້າ​ຜູ້​ເປັນ​ປະໂຣຫິດ​ມີ​ຈຳນວນ​ຫລາຍ​ຂຶ້ນ​ເທົ່າໃດ ພວກເຈົ້າ​ກໍ​ຍິ່ງ​ເຮັດ​ບາບ​ຕໍ່ສູ້​ເຮົາ​ຫລາຍ​ຂຶ້ນ​ເທົ່ານັ້ນ ເຮົາ​ຈະ​ໃຫ້​ກຽດຕິຍົດ​ຂອງ​ພວກເຈົ້າ​ກາຍເປັນ​ຄວາມ​ອັບອາຍ.


ວັນ​ແຫ່ງ​ການ​ພິພາກສາ​ເອຟຣາອິມ​ຈະ​ມາເຖິງ ແລະ​ຊາດ​ອິດສະຣາເອນ​ກໍ​ຈະ​ຖືກ​ທຳລາຍ; ປະຊາຊົນ​ອິດສະຣາເອນ​ເອີຍ ເຫດການ​ນີ້​ຈະ​ເກີດຂຶ້ນ​ຢ່າງ​ແນ່ນອນ.


ຂ້ານ້ອຍ​ຈະ​ຮ້ອງຂໍ​ໃຫ້​ພຣະອົງ​ເຮັດ​ຢ່າງໃດ​ກັບ​ປະຊາຊົນ​ພວກ​ນີ້? ຂໍ​ພຣະອົງ​ເຮັດ​ໃຫ້​ພວກຜູ້ຍິງ​ເປັນ​ໝັນ​ສາ ຂໍ​ເຮັດ​ໃຫ້​ແອນ້ອຍ​ຂອງ​ພວກເຂົາ ກິນ​ນົມ​ຂອງ​ພວກເຂົາ​ບໍ່ໄດ້.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ຊາວ​ອຳໂມນ​ໄດ້​ເຮັດ​ບາບ​ຕື່ມ​ຂຶ້ນ​ຢູ່​ເລື້ອຍໆ; ດັ່ງນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ຢ່າງ​ແນ່ນອນ. ພວກເຂົາ​ໄດ້​ເຮັດ​ເສິກ​ຢຶດເອົາ​ອານາເຂດ​ຂອງ​ຄົນອື່ນ​ຕື່ມ ແລ້ວ​ພວກເຂົາ​ກໍ​ຍັງ​ໄດ້​ແຫກ​ທ້ອງ​ພວກ​ແມ່ມານ​ໃນ​ເມືອງ​ກີເລອາດ.


ດ້ວຍວ່າ, ວັນ​ທັງຫລາຍ​ກຳລັງ​ຈະ​ມາ​ເຖິງ​ແລ້ວ ຄົນ​ກໍ​ຈະ​ເວົ້າ​ກັນ​ວ່າ, ‘ຍິງ​ທີ່​ເປັນ​ໝັນ ຍິງ​ທີ່​ບໍ່ເຄີຍ​ອອກລູກ ແລະ​ຍິງ​ທີ່​ບໍ່ເຄີຍ​ລ້ຽງ​ລູກ ພວກເຈົ້າ​ກໍ​ເປັນ​ສຸກ​ແທ້​ນໍ.’


ພວກເຈົ້າ​ຈະ​ຖືກ​ສາບແຊ່ງ ໂດຍ​ໃຫ້​ພວກເຈົ້າ​ມີ​ລູກ​ແຕ່​ໜ້ອຍ​ຄົນ ເກັບ​ພືດຜົນ​ໄດ້​ໜ້ອຍດຽວ ແລະ​ຝູງງົວ​ແລະ​ຝູງແກະ​ມີ​ເຫຼືອ​ໜ້ອຍດຽວ.


ໂຢເຊັບ​ມີ​ກຳລັງ​ກ້າ​ຄື​ງົວກະທີງ​ເຖິກ​ໂຕໜຶ່ງ ຈຶ່ງ​ເກັ່ງກ້າ​ຕໍ່ສູ້ ເພາະ​ຮູ້​ວ່າ​ຕົນ​ມີ​ເຂົາ​ຕ້ານທານ; ເຂົາ​ຂອງ​ລາວ​ນັ້ນ​ມີ​ມານາເຊ​ຫລາຍ​ພັນ​ຄົນ​ຊ່ວຍ ແລະ​ຂອງ​ເອຟຣາອິມ​ເປັນ​ໝື່ນໆ​ຊຶ່ງ​ເປັນ​ກຳລັງ. ດ້ວຍ​ກຳລັງ​ເຫຼົ່ານັ້ນ​ລາວ​ຈຶ່ງ​ໄລ່​ຫລາຍ​ຊົນຊາດ​ໜີ ແລະ​ດັນ​ພວກເຂົາ​ອອກ​ໄປ​ຈົນ​ສຸດ​ແຜ່ນດິນ​ໂລກ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka