ໂຮເສອາ 9:10 - ພຣະຄຳພີສັກສິ10 ອົງພຣະຜູ້ເປັນເຈົ້າກ່າວວ່າ, “ເມື່ອເຮົາພົບເຫັນຊາດອິດສະຣາເອນເທື່ອທຳອິດ ກໍເໝືອນໄດ້ພົບໝາກອະງຸ່ນທີ່ກຳລັງເກີດຂຶ້ນໃນຖິ່ນແຫ້ງແລ້ງກັນດານ. ເມື່ອເຮົາໄດ້ເຫັນບັນພະບຸລຸດຂອງພວກເຈົ້າເທື່ອທຳອິດ ກໍເໝືອນໄດ້ເຫັນໝາກເດື່ອເທດສຸກໃນຕົ້ນລະດູການ. ແຕ່ເມື່ອພວກເຂົາໄດ້ມາເຖິງພູເປອໍແລ້ວ ພວກເຂົາກໍໄດ້ເລີ່ມຂາບໄຫວ້ພະບາອານ ແລະບໍ່ດົນພວກເຂົາກໍເປັນໜ້າກຽດຊັງ ດັ່ງບັນດາຮູບພະທີ່ພວກເຂົາຮັກນັ້ນ. Uka jalj uñjjattʼäta |
ພວກຂ້ານ້ອຍຄວນນອນລົງດ້ວຍຄວາມລະອາຍໃຈ ແລະໃຫ້ພວກຂ້ານ້ອຍຮັບເອົາຄວາມອັບອາຍຂາຍໜ້ານີ້ສາ. ພວກຂ້ານ້ອຍພ້ອມທັງບັນພະບຸລຸດຂອງພວກຂ້ານ້ອຍ ຕ່າງກໍໄດ້ເຮັດບາບຕໍ່ສູ້ພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍເລື້ອຍມາ. ພວກຂ້ານ້ອຍບໍ່ເຄີຍເຊື່ອຟັງຂໍ້ຄຳສັ່ງຂອງພຣະເຈົ້າຢາເວ ພຣະເຈົ້າຂອງພວກຂ້ານ້ອຍ.”