Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 9:1 - ພຣະຄຳພີສັກສິ

1 ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ເຊົາ​ສະເຫລີມ​ສະຫລອງ​ເທດສະການ​ຕ່າງໆ ດັ່ງ​ຄົນຕ່າງຊາດ​ນັ້ນ​ສາ. ພວກເຈົ້າ​ໄດ້​ໜີ​ຈາກ​ພຣະເຈົ້າ​ຂອງຕົນ ແລະ​ບໍ່​ສັດຊື່​ຕໍ່​ພຣະອົງ. ທົ່ວ​ທັງ​ປະເທດ ພວກເຈົ້າ​ໄດ້​ຂາຍ​ຕົວ​ເອງ​ໃຫ້​ພະບາອານ​ເໝືອນ​ຍິງໂສເພນີ ແລະ​ພວກເຈົ້າ​ກໍ​ມັກ​ເຂົ້າ​ສາລີ ທີ່​ພະບາອານ​ຈ່າຍ​ໃຫ້​ເປັນ​ຄ່າຈ້າງ.

Uka jalj uñjjattʼäta Copia luraña




ໂຮເສອາ 9:1
24 Jak'a apnaqawi uñst'ayäwi  

ແມ່ນແທ້ ຜູ້​ທີ່​ປະຖິ້ມ​ພຣະອົງ​ຈະ​ຕ້ອງ​ພິນາດໄປ ພຣະອົງ​ຈະ​ທຳລາຍ​ຄົນ​ບໍ່​ສັດຊື່​ຕໍ່​ພຣະອົງ​ນັ້ນ.


ແມ່ນ​ວ່າ​ດອກ​ອັນ​ງົດງາມ​ເກີດ​ມາ​ແຕ່​ເຊົ້າໆ ຍ້ອນ​ພວກເຈົ້າ​ປູກ​ກໍດີ; ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ເດັດ​ດອກ​ມາ​ດົມ. ຄວາມ​ເດືອດຮ້ອນ​ແລະ​ການ​ເຈັບປວດ ທີ່​ປິ່ນປົວ​ບໍ່​ດີ​ແຕ່​ເທົ່ານັ້ນ​ຈະ​ເກີດ​ມີ​ມາ.


ເຈົ້າ​ຈະ​ຖືກ​ໂທດ​ຍ້ອນ​ຄວາມຊົ່ວ​ຂອງ​ເຈົ້າເອງ ເຈົ້າ​ຈະ​ຖືກ​ປະນາມ​ຍ້ອນ​ຫັນໜີ​ໄປ​ຈາກ​ເຮົາ​ນັ້ນ. ເຈົ້າ​ຈະ​ຮຽນຮູ້​ສິ່ງ​ຂື່ນຂົມ​ແລະ​ຜິດພາດ​ວ່າ​ເປັນ​ຢ່າງໃດ? ທີ່​ໄດ້​ປະຖິ້ມ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ ໂດຍ​ບໍ່ມີ​ຄວາມ​ເຄົາຣົບ ແລະ ຢຳເກງ​ເຮົາ​ອີກ​ຕໍ່ໄປ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກ່າວ​ດັ່ງນີ້ແຫລະ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ຊາດ​ອິດສະຣາເອນ​ເອີຍ ເຫິງນານ​ແລ້ວ ທີ່​ເຈົ້າ​ບໍ່​ຍອມ​ຢູ່​ໃຕ້​ສິດ​ອຳນາດ​ຂອງເຮົາ ບໍ່​ເຊື່ອຟັງ​ເຮົາ​ແລະ​ນະມັດສະການ​ເຮົາ​ດ້ວຍ. ທີ່​ເນີນ​ທີ່ສູງ​ແຕ່ລະ​ໜ່ວຍ ທີ່​ກ້ອງ​ຕົ້ນໄມ້​ແຕ່ລະກົກ ເຈົ້າ​ຂາບໄຫວ້​ພະ​ແຫ່ງ​ຄວາມ​ອຸດົມ​ສົມບູນ​ທັງນັ້ນ.


ພວກເຮົາ​ຈະ​ເຮັດ​ທຸກສິ່ງ​ຕາມ​ທີ່​ພວກເຮົາ​ເວົ້າ​ວ່າ​ຈະ​ເຮັດ. ພວກເຮົາ​ຈະ​ຖວາຍບູຊາ​ແກ່​ເຈົ້າແມ່​ແຫ່ງ​ສະຫວັນ​ຂອງ​ພວກເຮົາ ແລະ​ພວກເຮົາ​ຈະ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ນາງ ດັ່ງ​ທີ່​ພວກເຮົາ​ແລະ​ບັນພະບຸລຸດ​ຂອງ​ພວກເຮົາ, ບັນດາ​ກະສັດ​ແລະ​ພວກ​ເຈົ້ານາຍ​ຂອງ​ພວກເຮົາ, ເຄີຍ​ໄດ້​ເຮັດ​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ຕາມ​ທ້ອງ​ຖະໜົນ​ຫົນທາງ​ທີ່​ນະຄອນ​ເຢຣູຊາເລັມ​ນັ້ນ. ແລ້ວ​ພວກເຮົາ​ກໍ​ເຄີຍ​ມີ​ອາຫານ​ການກິນ​ຢ່າງ​ຫລວງຫລາຍ ພວກເຮົາ​ເຄີຍ​ຈະເລີນ​ຮຸ່ງເຮືອງ ແລະ​ທັງ​ບໍ່ໄດ້​ມີ​ຄວາມ​ເດືອດຮ້ອນ​ຫຍັງ​ເລີຍ.


ຊາວ​ເອໂດມ​ແລະ​ອູເຊ ຈົ່ງ​ຫົວ​ເຍາະເຍີ້ຍ​ຕໍ່ໄປ ຈົ່ງ​ພາກັນ​ດີໃຈ​ໃນ​ຍາມ​ທີ່​ພວກເຈົ້າ​ດີໃຈ​ໄດ້. ໄພພິບັດ​ຂອງ​ພວກເຈົ້າ​ກໍ​ກຳລັງ​ມາເຖິງ​ຄືກັນ ພວກເຈົ້າ​ຈະ​ເປືອຍຕົວ​ຍ່າງ​ໂຊເຊ​ອັບອາຍ​ຄືກັນ​ດອກ.


ແຕ່​ເຈົ້າ​ໄດ້​ສວຍໃຊ້​ຄວາມງາມ​ກັບ​ຊື່ສຽງ​ຂອງ​ເຈົ້າ​ນັ້ນ ຫາ​ຜົນປະໂຫຍດ​ໂດຍ​ນອນ​ກັບ​ທຸກຄົນ​ທີ່​ໄດ້​ຜ່ານ​ມາ.


ອັນ​ນີ້​ແມ່ນ​ສິ່ງ​ທີ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກຳລັງ​ກ່າວ. ເຈົ້າ​ໄດ້​ເຮັດ​ສິ່ງ​ທັງໝົດ​ເຫຼົ່ານັ້ນ ດັ່ງ​ແມ່ຈ້າງ​ທີ່​ບໍ່ມີ​ຢ່າງ​ອາຍ.


ພວກເຈົ້າ​ຕັ້ງໃຈ​ໂດຍ​ຕົນເອງ​ທີ່​ຢາກ​ຈະ​ເປັນ​ດັ່ງ​ຊົນຊາດ​ອື່ນໆ ຄື​ດັ່ງ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ປະເທດ​ອື່ນ​ທີ່​ຂາບໄຫວ້​ຕົ້ນໄມ້ ແລະ​ໂງ່ນຫີນ, ແຕ່​ຈະ​ເປັນ​ເຊັ່ນນັ້ນ​ບໍ່ໄດ້​ຈັກເທື່ອ.”


ເປັນ​ດາບ​ທີ່​ຝົນ​ແລ້ວ​ເພື່ອ​ເອົາ​ໄວ້​ສັງຫານ ເປັນ​ດາບ​ຖືກ​ຂັດ​ໃຫ້​ເຫລື້ອມໃສ​ດັ່ງ​ແສງຟ້າແມບ. ໃນ​ທີ່ນັ້ນ​ຈະ​ບໍ່ມີ​ສຽງ​ຊົມຊື່ນ​ຍິນດີ​ຫຍັງ​ເລີຍ ຍ້ອນ​ຄົນ​ບໍ່​ໃສ່ໃຈ​ຕໍ່​ຄຳເຕືອນ​ແລະ​ການ​ລົງໂທດ.


ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ຊາມາເຣຍ ຈະ​ຢ້ານກົວ​ແລະ​ເປັນທຸກ ຍ້ອນ​ສູນເສຍ​ຮູບ​ງົວເຖິກ​ຄຳ ທີ່​ເມືອງ​ເບັດອາເວນ. ພວກເຂົາ​ກັບ​ປະໂຣຫິດ​ຄື​ຜູ້ຮັບໃຊ້​ຮູບເຄົາຣົບ​ນັ້ນ ຈະ​ຮ້ອງໄຫ້​ໄວ້ທຸກ​ນຳ​ຮູບເຄົາຣົບ​ນີ້. ພວກເຂົາ​ຈະ​ຄວນຄາງ ຍ້ອນ​ມີ​ຜູ້​ລອກ​ເອົາ​ຄຳ​ອັນ​ສວຍງາມ​ທີ່​ໂອບ​ຮູບ​ນັ້ນ​ໄປ.


ເຮົາ​ຈະ​ທຳລາຍ​ເຄືອ​ອະງຸ່ນ​ແລະ​ກົກ​ໝາກເດື່ອເທດ​ຂອງ​ນາງ ຊຶ່ງ​ນາງ​ເວົ້າ​ວ່າ, ແມ່ນ​ຄົນຮັກ​ທີ່​ເອົາ​ໃຫ້​ນາງ ເພາະ​ນາງ​ຮັບໃຊ້​ບໍລິການ​ພວກເຂົາ. ເຮົາ​ຈະ​ເຮັດ​ໃຫ້​ສວນ​ໝາກອະງຸ່ນ ແລະ​ສວນ​ໝາກໄມ້​ທັງຫລາຍ​ຂອງ​ນາງ ເປັນ​ຖິ່ນ​ແຫ້ງແລ້ງ​ກັນດານ; ຝູງ​ສັດປ່າ​ຈະ​ທຳລາຍ​ສິ່ງ​ເຫຼົ່ານັ້ນ​ຖິ້ມ.


ພວກເຂົາ​ຂໍຮ້ອງ​ໃຫ້​ສິ່ງ​ທີ່​ເຮັດ​ດ້ວຍ​ໄມ້ ເປີດເຜີຍ​ເລື່ອງ​ຕ່າງໆ​ໃຫ້​ພວກຕົນ​ຮູ້ ທ່ອນ​ໄມ້​ບອກ​ພວກເຂົາ ຕາມ​ທີ່​ພວກເຂົາ​ຢາກ​ຮູ້ ພວກເຂົາ​ໄດ້​ປະຖິ້ມ​ເຮົາ. ດັ່ງ​ຍິງ​ຜູ້ໜຶ່ງ​ທີ່​ກາຍເປັນ​ໂສເພນີ ພວກເຂົາ​ຖວາຍ​ຕົນເອງ​ແກ່​ພະອື່ນ.


ຄວາມຊົ່ວ​ທີ່​ປະຊາຊົນ​ປະພຶດ​ນັ້ນ​ໄດ້​ກີດກັ້ນ​ພວກເຂົາ ບໍ່​ໃຫ້​ກັບຄືນ​ມາ​ຫາ​ພຣະເຈົ້າ​ຂອງຕົນ. ການ​ຂາບໄຫວ້​ຮູບເຄົາຣົບ​ມີ​ອຳນາດ​ຈ່ອງດຶງ​ພວກເຂົາ​ໄວ້ ແລະ​ພວກເຂົາ​ກໍ​ບໍ່​ຍອມ​ຮັບຮູ້​ພຣະເຈົ້າຢາເວ.


ພວກເຂົາ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ; ລູກ​ຂອງ​ພວກເຂົາ​ກໍ​ບໍ່​ເປັນ​ຂອງ​ພຣະອົງ. ດັ່ງນັ້ນ ພວກເຂົາ​ພ້ອມ​ທັງ​ດິນແດນ​ຈຶ່ງ​ຈະ​ຖືກ​ທຳລາຍ​ໃນ​ໄວໆ​ນີ້.


“ຈາກ​ຊົນຊາດ​ທັງໝົດ​ໃນ​ໂລກນີ້ ແມ່ນ​ພວກເຈົ້າ​ເທົ່ານັ້ນ​ທີ່​ເຮົາ​ໄດ້​ຮູ້ຈັກ​ດີ ແລະ​ເອົາໃຈໃສ່. ສະນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຈົ້າ ຍ້ອນ​ການບາບ​ອັນ​ຮ້າຍແຮງ​ທີ່​ພວກເຈົ້າ​ໄດ້​ເຮັດ​ນັ້ນ.”


ຈົ່ງ​ໄປ​ຖວາຍ​ເຂົ້າຈີ່​ເປັນ​ການ​ໂມທະນາ​ຂອບພຣະຄຸນ​ພຣະເຈົ້າ ແລະ​ໃຫ້​ເວົ້າ​ຄຸຍໂມ້​ເຖິງ​ສິ່ງ​ທີ່​ພວກເຈົ້າ​ນຳ​ໄປ​ຖວາຍ​ຕື່ມ​ນັ້ນ​ສາ ນີ້​ແຫຼະ ຄື​ສິ່ງ​ທີ່​ພວກເຈົ້າ​ມັກ​ເຮັດ​ທີ່ສຸດ.” ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫລະ.


ພວກເຈົ້າ​ອວດ​ເຖິງ​ການ​ຢຶດເອົາ​ເມືອງ​ໂລເດບາ. ພວກເຈົ້າ​ຄຸຍໂມ້​ວ່າ ພວກເຮົາ​ມີ​ກຳລັງ​ພໍ​ທີ່​ຈະ​ຢຶດເອົາ​ເມືອງ​ການາອິມ.


ເຮົາ​ຈະ​ໃຫ້​ເທດສະການ​ຕ່າງໆ​ກາຍເປັນ​ງານ​ແຫ່​ສົບ ແລະ​ຈະ​ປ່ຽນ​ເພງ​ສະໜຸກ​ສະໜານ​ໃຫ້​ເປັນ​ສຽງ​ຮ້ອງໄຫ້​ທີ່​ໂສກເສົ້າ​ເສຍໃຈ. ເຮົາ​ຈະ​ໃຫ້​ພວກເຈົ້າ​ແຖ​ຫົວ​ແລະ​ນຸ່ງ​ເຄື່ອງ​ໄວ້ທຸກ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ດັ່ງ​ພໍ່​ແມ່​ທີ່​ຮ້ອງໄຫ້​ໄວ້ທຸກ​ນຳ​ລູກຊາຍ​ໂທນ​ທີ່​ຕາຍໄປ. ໃນ​ວັນ​ນັ້ນ​ຈະ​ມີ​ແຕ່​ຄວາມ​ຂົມຂື່ນ​ຈົນເຖິງ​ທີ່ສຸດ.


ແຕ່​ວ່າ​ດຽວ​ນີ້ ເຈົ້າ​ທັງຫລາຍ​ໂອ້ອວດ​ດ້ວຍ​ຄວາມ​ຖື​ຕົວ, ການ​ໂອ້ອວດ​ຢ່າງ​ນີ້ ກໍ​ລ້ວນແຕ່​ເປັນ​ຄວາມຊົ່ວ.


ບັດນີ້​ຄົນ​ຮັ່ງມີ​ເອີຍ, ຈົ່ງ​ຟັງ​ເຮົາ​ເທີ້ນ ຈົ່ງ​ຮ້ອງໄຫ້​ຮໍ່າໄຮ​ຍ້ອນ​ຄວາມ​ທຸກ​ລຳບາກ ທີ່​ຈະ​ມາ​ຖືກ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka