Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 8:7 - ພຣະຄຳພີສັກສິ

7 ເມື່ອ​ພວກເຂົາ​ຫວ່ານ​ລົມ ພວກເຂົາ​ກໍ​ຈະ​ໄດ້​ເກັບກ່ຽວ​ລົມພະຍຸ ກົກ​ເຂົ້າ​ທີ່​ບໍ່​ເກີດ​ຮວງ ໃຫ້​ແປ້ງ​ຫລື​ເຂົ້າຈີ່​ກໍ​ບໍ່​ຫ່ອນ​ເປັນ, ແຕ່​ຖ້າ​ວ່າ​ມັນ​ສຸກ ຊາວ​ຕ່າງ​ປະເທດ​ກໍ​ຈະ​ກິນ​ໝົດ​ເສຍ.

Uka jalj uñjjattʼäta Copia luraña




ໂຮເສອາ 8:7
22 Jak'a apnaqawi uñst'ayäwi  

ແລ້ວ​ກໍ​ມີ​ຮວງເຂົ້າ​ເຈັດ​ຮວງ​ງອກ​ອອກ​ມາ ເປັນເມັດ​ເຂົ້າລີບ ແລະ​ຫ່ຽວແຫ້ງ​ເພາະ​ຖືກ​ລົມ​ທະເລຊາຍ​ພັດ.


ກະສັດ​ຕີກະລາດ​ປີເລເສ​ແຫ່ງ​ອັດຊີເຣຍ​ໄດ້​ບຸກລຸກ​ອານາຈັກ​ອິດສະຣາເອນ. ແລ້ວ​ກະສັດ​ເມນາເຮມ​ກໍໄດ້​ມອບ​ເງິນ​ໃຫ້​ເພິ່ນ​ສາມສິບແປດ​ໂຕນ ເພື່ອ​ສະໜັບ​ສະໜູນ​ຕົນ​ໃຫ້​ມີ​ອຳນາດ​ໄດ້​ປົກຄອງ​ຕໍ່ໄປ.


ໃນ​ຄາວ​ທີ່​ເຈົ້າ​ເປກາ​ໄດ້​ເປັນ​ກະສັດ​ແຫ່ງ​ອິດສະຣາເອນ​ນັ້ນ ຕີກະລາດ​ປີເລເສ ກະສັດ​ແຫ່ງ​ອັດຊີເຣຍ​ໄດ້​ຢຶດເອົາ​ເມືອງ​ຕ່າງໆ​ດັ່ງນີ້: ອີໂຢນ, ອາເບັນ​ເບັດ​ມາອາກາ, ຢາໂນອາ, ເກເດັດ, ຮາໂຊ, ເຂດແດນ​ທັງໝົດ​ຂອງ​ກີເລອາດ, ຄາລີເລ ແລະ​ເນັບທາລີ ແລະ​ໄດ້​ນຳ​ເອົາ​ປະຊາຊົນ​ໄປ​ເປັນ​ຊະເລີຍ​ທີ່​ອັດຊີເຣຍ.


ຂ້ອຍ​ເຄີຍ​ເຫັນ​ຄົນ​ໄຖ​ຄາດ​ຄວາມຊົ່ວ​ນາໆ ແລະ​ປູກຝັງ​ຄວາມຜິດ​ດັ່ງ​ເມັດ​ຂອງ​ພັນພືດ; ບັດນີ້ ກໍ​ເລີຍ​ເກັບກ່ຽວ​ໄດ້​ສິ່ງ​ຊົ່ວຮ້າຍ​ແລະ​ຜິດໆ ພຣະເຈົ້າ​ໂກດຮ້າຍ​ທັງ​ທຳລາຍ​ພວກເຂົາ​ດັ່ງ​ພະຍຸ​ກ້າ.


ຖ້າ​ເຈົ້າ​ຫວ່ານ​ຄວາມ​ອະຍຸດຕິທຳ ກໍ​ຈະ​ໄດ້​ເກັບກ່ຽວ​ຄວາມ​ເດືອດຮ້ອນ ແລະ​ຫາກ​ກົດຂີ່​ຄົນອື່ນ​ກໍ​ບໍ່​ໄປ​ເຖິງ​ໃສ.


ຊ່າງ​ບໍ່​ຖືກຕ້ອງ​ເລີຍ ພວກເຮົາ​ໄດ້​ເກີດ​ມາ​ຢ່າງໃດ ພວກເຮົາ​ກໍ​ຈາກ​ໄປ​ຢ່າງນັ້ນ. ພວກເຮົາ​ເຮັດ​ວຽກ​ໜັກ ໂດຍ​ພະຍາຍາມ​ຈັບ​ລົມ​ແລະ​ພວກເຮົາ​ໄດ້​ຫຍັງ​ແດ່?


ແມ່ນ​ວ່າ​ດອກ​ອັນ​ງົດງາມ​ເກີດ​ມາ​ແຕ່​ເຊົ້າໆ ຍ້ອນ​ພວກເຈົ້າ​ປູກ​ກໍດີ; ແຕ່​ພວກເຈົ້າ​ຈະ​ບໍ່ໄດ້​ເດັດ​ດອກ​ມາ​ດົມ. ຄວາມ​ເດືອດຮ້ອນ​ແລະ​ການ​ເຈັບປວດ ທີ່​ປິ່ນປົວ​ບໍ່​ດີ​ແຕ່​ເທົ່ານັ້ນ​ຈະ​ເກີດ​ມີ​ມາ.


ເປັນຫຍັງ​ຈຶ່ງ​ຈ່າຍ​ເງິນ​ຊື້​ສິ່ງຂອງ​ທີ່​ບໍ່​ແມ່ນ​ເຂົ້າຈີ່. ເປັນຫຍັງ​ຈຶ່ງ​ຈ່າຍ​ໄປ​ແຕ່​ພັດ​ຍັງ​ຢາກ​ຢູ່? ຈົ່ງ​ຕັ້ງໃຈ​ຟັງ​ເຮົາ ແລະ​ກິນ​ອາຫານ​ທີ່​ດີ ແລະ​ຈົ່ງ​ປິຕິ​ຍິນດີ​ໃນ​ອາຫານ​ອັນ​ດີ​ເປັນ​ປະໂຫຍດ​ທີ່ສຸດ.


ພຣະເຈົ້າຢາເວ​ຈະ​ສະເດັດ​ມາ​ພ້ອມ​ກັບ​ໄຟ. ພຣະອົງ​ຈະ​ມາ​ເທິງ​ປີກ​ຂອງ​ລົມພະຍຸ​ເພື່ອ​ລົງໂທດ​ພວກ​ທີ່​ພຣະອົງ​ໂກດຮ້າຍ.


ປະຊາຊົນ​ຂອງເຮົາ​ປູກ​ເຂົ້າ ແຕ່​ກ່ຽວ​ຫຍ້າ​ແທນ ພວກເຂົາ​ໄດ້​ເຮັດ​ວຽກ​ໜັກ ແຕ່​ພັດ​ບໍ່ໄດ້​ຫຍັງ​ຈັກຢ່າງ. ຍ້ອນ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າຢາເວ​ທີ່​ມີ​ຕໍ່​ພວກເຂົາ ຈຶ່ງ​ໃຫ້​ຜົນລະປູກ​ຂອງ​ພວກເຂົາ​ຕົກເຮ່ຍ​ເສຍໄປ​ສິ້ນ.”


ຊັບສິນ​ຂອງ​ພວກ​ຂ້ານ້ອຍ​ກໍ​ຢູ່​ໃນ​ກຳມື​ຂອງ​ຄົນ​ແປກໜ້າ​ໝົດ ຄົນຕ່າງຊາດ​ອາໄສ​ຢູ່​ໃນ​ເຮືອນ​ຂອງ​ພວກ​ຂ້ານ້ອຍ​ດ້ວຍ.


ດັ່ງນັ້ນ ໃນ​ເວລາ​ເກັບກ່ຽວ ເຮົາ​ຈຶ່ງ​ຈະ​ເອົາ ເຂົ້າ​ສາລີ​ແລະ​ເຫຼົ້າ​ອະງຸ່ນ​ທີ່​ເຮົາ​ໃຫ້​ແກ່​ນາງ​ນັ້ນ​ຄືນ​ມາ ທັງ​ຈະ​ເອົາ​ຂົນແກະ​ແລະ​ຜ້າເນື້ອລະອຽດ ທີ່​ເຮົາ​ໃຫ້​ນາງ​ນຸ່ງ​ນັ້ນ​ຄືນ​ມາ​ດ້ວຍ.


ແລະ​ບໍ່​ຄິດວ່າ​ການ​ເພິ່ງ​ຊາວ​ຕ່າງຊາດ​ນັ້ນ ໄດ້​ປຸ້ນ​ເອົາ​ເຫື່ອແຮງ​ຂອງ​ພວກ​ຕົນ​ໄປ. ວັນ​ຂອງ​ພວກເຂົາ​ກໍ​ຖືກ​ນັບ​ໄວ້​ແລ້ວ​ແຕ່​ພວກເຂົາ​ບໍ່​ຮູ້ຈັກ.


ປະຊາຊົນ​ອິດສະຣາເອນ​ເປັນ​ດັ່ງ​ຮາກ​ຂອງ​ພືດ​ທີ່​ຕາຍ ແລະ​ບໍ່​ເກີດ​ໝາກ. ພວກເຂົາ​ຈະ​ບໍ່ມີ​ລູກ, ແຕ່​ຖ້າ​ມີ ເຮົາ​ກໍ​ຈະ​ຂ້າ​ລູກ​ທີ່​ພວກເຂົາ​ຮັກ​ນັ້ນ​ເສຍ.”


ພຣະເຈົ້າຢາເວ​ບໍ່​ຮ້າຍ​ງ່າຍ ແຕ່​ຊົງຣິດ​ເຫລືອຫລາຍ ພຣະອົງ​ບໍ່ເຄີຍ​ປ່ອຍ​ຄົນຜິດ​ໜີໄປ​ຢ່າງ​ບໍ່ໄດ້​ຮັບ​ໂທດ. ບ່ອນ​ທີ່​ພຣະເຈົ້າຢາເວ​ຍ່າງຍ້າຍ​ລົມພະຍຸ​ກໍ​ໂຜ່​ຂຶ້ນ​ມາ ເມກໝອກ​ເປັນ​ຂີ້ຝຸ່ນ​ດິນ​ມີ​ຄວັນ​ທີ່​ຕີນ​ພຣະອົງ


ພວກເຈົ້າ​ຫວ່ານ​ເມັດພືດ​ຢ່າງ​ຫລວງຫລາຍ ແຕ່​ເກັບກ່ຽວ​ໄດ້​ໜ້ອຍດຽວ. ພວກເຈົ້າ​ມີ​ອາຫານ ແຕ່​ກໍ​ກິນ​ບໍ່​ພໍ​ອີ່ມ. ພວກເຈົ້າ​ມີ​ເຫຼົ້າ​ອະງຸ່ນ ແຕ່​ກໍ​ດື່ມ​ບໍ່​ພໍ​ເມົາ ພວກເຈົ້າ​ມີ​ເຄື່ອງນຸ່ງຫົ່ມ ແຕ່​ກໍ​ອົບອຸ່ນ​ບໍ່​ພຽງພໍ. ຄົນ​ເຮັດ​ວຽກ​ໜັກ​ກໍ​ລ້ຽງ​ຊີບ​ຕົນ​ບໍ່​ພໍ​ກຸ້ມ.


ຢ່າ​ເຂົ້າໃຈ​ຜິດ ພວກເຈົ້າ​ຈະ​ຫລອກລວງ​ພຣະເຈົ້າ​ບໍ່ໄດ້ ເພາະວ່າ​ຜູ້ໃດ​ຫວ່ານ​ສິ່ງໃດ​ລົງ ກໍ​ຈະ​ເກັບກ່ຽວ​ສິ່ງ​ນັ້ນ.


ຜູ້​ທີ່​ຫວ່ານ​ຕາມ​ຕັນຫາ​ຂອງ​ສັນດານ​ມະນຸດ ກໍ​ຈະ​ໄດ້​ເກັບກ່ຽວ​ຄວາມ​ເປື່ອຍເນົ່າ​ຕາມ​ຕັນຫາ​ນັ້ນ, ແຕ່​ຜູ້​ທີ່​ຫວ່ານ​ຕາມ​ພຣະວິນຍານ ກໍ​ຈະ​ໄດ້​ເກັບກ່ຽວ​ຜົນ​ແຫ່ງ​ຊີວິດ​ນິຣັນດອນ.


ຊົນຊາດ​ຕ່າງດ້າວ​ຈະ​ມາ​ຢຶດເອົາ​ພືດຜົນ ທີ່​ພວກເຈົ້າ​ໄດ້​ປູກຝັງ​ໄວ້​ດ້ວຍ​ຄວາມຍາກ​ລຳບາກ ໄປ​ຈົນ​ໝົດກ້ຽງ, ແຕ່​ພວກເຈົ້າ​ບໍ່ໄດ້​ຫຍັງ​ໝົດ ຊໍ້າບໍ່ໜຳ​ຍັງ​ຖືກ​ກົດຂີ່ ແລະ​ຖືກ​ຂົ່ມເຫັງ​ຢ່າງ​ທາລຸນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka