ໂຮເສອາ 8:5 - ພຣະຄຳພີສັກສິ5 ເຮົາກຽດຊັງຮູບງົວຄຳທີ່ຊາວເມືອງຊາມາເຣຍຂາບໄຫວ້. ເຮົາຄຽດແຄ້ນພວກເຂົາ. ຍັງເຫິງປານໃດນໍ ພວກເຂົາຈຶ່ງຈະປະຖິ້ມການຂາບໄຫວ້ຮູບເຄົາຣົບນີ້? Uka jalj uñjjattʼäta |
ພຣະອົງໄດ້ເຫັນເຈົ້າເຮັດສິ່ງຕ່າງໆທີ່ພຣະອົງກຽດຊັງ. ພຣະອົງໄດ້ເຫັນເຈົ້າແລ່ນຕາມບັນດາພະຕ່າງຊາດທີ່ເທິງເນີນພູແລະທີ່ທົ່ງນາ ດັ່ງຊາຍຜູ້ໜຶ່ງທີ່ແລ່ນຕາມເມຍຂອງເພື່ອນບ້ານຢ່າງບ້າຕັນຫາ ຫລືດັ່ງມ້າຖືເຊີງແລ່ນຕາມມ້າໂຕແມ່ ຊາວນະຄອນເຢຣູຊາເລັມເອີຍ ເຄາະກຳເປັນຂອງພວກເຈົ້າສາແລ້ວ ເມື່ອໃດນໍພວກເຈົ້າຈຶ່ງຈະບໍຣິສຸດ?
ບັນດາຮູບເຄົາຣົບອັນມີຄ່າຈະຖືກທັບໃຫ້ໝຸ່ນທະລາຍ ທຸກສິ່ງທີ່ຖືກຖວາຍແກ່ບັນດາໂສເພນີ ຈະຖືກທຳລາຍດ້ວຍໄຟ ແລະຮູບເຄົາຣົບທັງໝົດໃນເມືອງນີ້ຈະຖືກກອງປະໄວ້ຢ່າງເປັນຕາຢ້ານ. ນະຄອນຊາມາເຣຍໄດ້ຮັບສິ່ງເຫຼົ່ານີ້ມາຈາກພິທີຕ່າງໆ ສຳລັບໃຫ້ເກີດມີຄວາມອຸດົມສົມບູນ ມາບັດນີ້ ເຫຼົ່າສັດຕູຈະມາຈັບພວກເຂົາໄປເພື່ອໃຫ້ຂາບໄຫວ້ໃນແຫ່ງອື່ນ.”