Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 8:4 - ພຣະຄຳພີສັກສິ

4 ປະຊາຊົນ​ຂອງເຮົາ​ໄດ້​ເລືອກເອົາ​ກະສັດ ແຕ່​ພວກເຂົາ​ເຮັດ​ໄປ​ໂດຍ​ຕົນເອງ. ພວກເຂົາ​ແຕ່ງຕັ້ງ​ເອົາ​ພວກ​ຜູ້ນຳ​ໂດຍ​ທີ່​ເຮົາ​ບໍ່​ເຫັນດີ​ນຳ. ພວກເຂົາ​ເອົາ​ເງິນ​ແລະ​ຄຳ​ຂອງ​ພວກເຂົາ​ສ້າງ​ຮູບເຄົາຣົບ ທີ່​ຈະ​ເປັນ​ເຫດ​ໃຫ້​ພວກເຂົາ​ຖືກ​ທຳລາຍ.

Uka jalj uñjjattʼäta Copia luraña




ໂຮເສອາ 8:4
20 Jak'a apnaqawi uñst'ayäwi  

ເມື່ອ​ຄິດ​ໄດ້​ດັ່ງນັ້ນ​ແລ້ວ ເພິ່ນ​ຈຶ່ງ​ສ້າງ​ຮູບ​ງົວຄຳ​ສອງ​ໂຕ ແລະ​ກ່າວ​ແກ່​ປະຊາຊົນ​ວ່າ, “ພວກເຈົ້າ​ໄດ້​ໄປ​ນະມັດສະການ​ທີ່​ນະຄອນ​ເຢຣູຊາເລັມ ເປັນ​ເວລາ​ດົນນານ​ພໍສົມຄວນ. ປະຊາຊົນ​ອິດສະຣາເອນ​ເອີຍ ນີ້ເດ ຄື​ບັນດາ​ພະ​ຂອງ​ພວກເຈົ້າ​ທີ່​ໄດ້​ນຳ​ພວກເຈົ້າ​ອອກ​ມາ​ຈາກ​ປະເທດ​ເອຢິບ.”


ບາບ​ທີ່​ເພິ່ນ​ໄດ້​ກະທຳ​ນັ້ນ ໄດ້​ນຳ​ເອົາ​ການທຳລາຍ​ແລະ​ຄວາມ​ຈິບຫາຍ ມາ​ສູ່​ຍາດວົງ​ຂອງ​ເພິ່ນເອງ​ຈາກ​ຜືນ​ແຜ່ນດິນ​ໂລກ.


ການ​ທີ່​ເຮັດ​ບາບ​ດັ່ງ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ​ນັ້ນ​ຍັງ​ບໍ່​ພຽງພໍ; ເພິ່ນ​ໄດ້​ເຮັດ​ບາບ​ໄປ​ຫລາຍກວ່າ​ນັ້ນ​ອີກ ໂດຍ​ເອົາ​ນາງ​ເຢເຊເບນ​ມາ​ເປັນ​ເມຍ ນາງ​ເປັນ​ລູກສາວ​ຂອງ​ເອັດບາອານ​ກະສັດ​ແຫ່ງ​ຊີໂດນ ແລະ​ເພິ່ນ​ຂາບໄຫວ້​ພະບາອານ.


ຄົນ​ໜຶ່ງ​ເຮັດ​ພະ​ຂອງຕົນ​ໄດ້​ບໍ? ບໍ່ໄດ້​ດອກ; ຖ້າ​ລາວ​ເຮັດ​ໄດ້ ສິ່ງ​ທີ່​ລາວ​ເຮັດ​ນັ້ນ​ກໍ​ບໍ່ແມ່ນ​ພຣະແທ້.”


ຈົ່ງ​ເລີກ​ເຮັດ​ການຊົ່ວ​ທັງໝົດ​ທີ່​ພວກເຈົ້າ​ກຳລັງ​ດຳເນີນ​ຢູ່​ນັ້ນ​ສາ ແລະ​ຈົ່ງ​ຕັ້ງ​ຄວາມຄິດ​ໃໝ່​ແລະ​ເອົາ​ຈິດໃຈ​ໃໝ່. ເປັນຫຍັງ​ຊາວ​ອິດສະຣາເອນ ພວກເຈົ້າ​ຈຶ່ງ​ຢາກ​ຕາຍ?


ຕໍ່ມາ ກະສັດ​ເນບູ​ກາດເນັດຊາ​ໄດ້​ສັ່ງ​ໃຫ້​ສ້າງ​ຮູບປັ້ນ​ເປັນ​ຄຳ​ຮູບ​ໜຶ່ງ ສູງ​ຊາວເຈັດ​ແມັດ ແລະ​ກວ້າງ​ເກືອບ​ສາມ​ແມັດ ແລະ​ເພິ່ນ​ຕັ້ງ​ຮູບ​ນີ້​ໄວ້​ທີ່​ທົ່ງພຽງ​ດູຣາ ໃນ​ແຂວງ​ບາບີໂລນ.


ໃນ​ອະດີດ ເມື່ອ​ເຜົ່າ​ເອຟຣາອິມ​ເວົ້າ​ວ່າ ເຜົ່າ​ອື່ນໆ​ກໍ​ຢ້ານຢຳ; ພວກເຂົາ​ໃຫ້​ຄວາມ​ເຄົາຣົບ​ນັບຖື​ແກ່​ເອຟຣາອິມ. ແຕ່​ປະຊາຊົນ​ໄດ້​ເຮັດ​ບາບ​ຍ້ອນ​ຂາບໄຫວ້​ພະບາອານ ແລະ​ຍ້ອນ​ການ​ປະພຶດ​ເຊັ່ນນີ້ ພວກເຂົາ​ຈະ​ຕາຍ.


ດ້ວຍ​ຄວາມ​ໂກດຮ້າຍ ເຮົາ​ໄດ້​ໃຫ້​ພວກເຈົ້າ​ມີ​ກະສັດ ແລະ​ດ້ວຍ​ຄວາມ​ກິ້ວໂກດ ເຮົາ​ໄດ້​ເອົາ​ພວກເຂົາ​ໜີໄປ.


ພວກເຂົາ​ຍັງ​ສືບຕໍ່​ເຮັດ​ບາບ ໂດຍ​ຫລໍ່​ຮູບ​ດ້ວຍ​ໂລຫະ​ໄວ້​ຂາບໄຫວ້ ຄື​ຫລໍ່​ຮູບເຄົາຣົບ​ເປັນ​ເງິນ ອອກ​ແບບ​ຕາມ​ຄວາມຄິດ​ຂອງ​ມະນຸດ ແລະ​ເຮັດ​ຂຶ້ນ​ດ້ວຍ​ສີມື​ຂອງ​ມະນຸດ. ແລ້ວ​ພວກເຂົາ​ກໍ​ເວົ້າ​ວ່າ, “ຈົ່ງ​ຖວາຍ​ເຄື່ອງ​ເຜົາບູຊາ​ແກ່​ຮູບ​ເຫຼົ່ານີ້.” ຄົນ​ຈະ​ຈູບ​ຮູບ​ນັ້ນ​ໄດ້​ບໍ? ເພາະ​ມັນ​ເປັນ​ຮູບ​ງົວເຖິກ.


ນາງ​ບໍ່​ຮູ້​ເລີຍ​ວ່າ ເຮົາ​ເປັນ​ຜູ້​ເອົາ​ເຂົ້າ​ສາລີ, ເຫຼົ້າ​ອະງຸ່ນ, ນໍ້າມັນ​ໝາກກອກເທດ ແລະ​ເງິນຄຳ​ທັງໝົດ ຊຶ່ງ​ນາງ​ໃຊ້​ຂາບໄຫວ້​ພະບາອານ​ນັ້ນ​ໃຫ້​ແກ່​ນາງ.


ພວກເຂົາ​ກໍໄດ້​ປະຖິ້ມ​ສິ່ງ​ດີງາມ. ດ້ວຍເຫດນີ້ ສັດຕູ​ຈຶ່ງ​ຈະ​ໄລ່​ຕິດຕາມ​ພວກເຂົາ.


ແຕ່​ເພິ່ນ​ໄດ້​ຕອບ​ວ່າ, ‘ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ, ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ.’


ເມື່ອ​ເຈົ້າ​ຂອງ​ເຮືອນ​ລຸກ​ຂຶ້ນ​ແລະ​ອັດ​ປະຕູ​ແລ້ວ ເຈົ້າ​ທັງຫລາຍ​ກໍ​ຈະ​ຢືນ​ຢູ່​ຂ້າງ​ນອກ ເລີ່ມ​ເອີ້ນ​ເພິ່ນ​ທັງ​ເຄາະ​ປະຕູ ແລະ​ວິງວອນ​ຂໍ​ວ່າ, ‘ພຣະອົງເຈົ້າ​ເອີຍ ໂຜດ​ໄຂ​ປະຕູ​ໃຫ້​ພວກ​ຂ້ານ້ອຍ​ແດ່ທ້ອນ.’ ແລ້ວ​ເພິ່ນ​ກໍ​ຈະ​ຕອບ​ເຈົ້າ​ທັງຫລາຍ​ວ່າ, ‘ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ ແລະ​ບໍ່​ຮູ້​ວ່າ​ພວກເຈົ້າ​ມາ​ແຕ່​ໃສ!’


ຝ່າຍ​ເຈົ້າຂອງ​ເຮືອນ​ຍັງ​ຈະ​ຕອບ​ວ່າ, ‘ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ ແລະ​ບໍ່​ຮູ້​ວ່າ​ພວກເຈົ້າ​ມາ​ແຕ່​ໃສ ຈົ່ງ​ຖອຍ​ໜີໄປ​ຈາກ​ເຮົາ ພວກເຈົ້າ​ທຸກຄົນ​ທີ່​ເຮັດ​ການ​ອັນ​ບໍ່​ຊອບທຳ​ເອີຍ!’


ເຮົາ​ນີ້​ແຫຼະ ເປັນ​ຜູ້​ລ້ຽງ​ທີ່​ດີ ເຮົາ​ຮູ້ຈັກ​ແກະ​ຂອງເຮົາ ແລະ​ແກະ​ຂອງເຮົາ​ກໍ​ຮູ້ຈັກ​ເຮົາ.


ແຕ່​ບັດນີ້​ເຈົ້າ​ທັງຫລາຍ​ຮູ້ຈັກ​ພຣະເຈົ້າ​ແລ້ວ (ຫລື​ຈະ​ເວົ້າ​ໃຫ້​ຖືກ​ກວ່າ ກໍ​ວ່າ​ພຣະເຈົ້າ​ຊົງ​ຮູ້ຈັກ​ເຈົ້າ​ທັງຫລາຍ​ແລ້ວ) ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ຈະ​ກັບ​ໄປ​ຫາ​ອຳນາດ​ສິ່ງ​ສັກສິດ​ທຳມະດາ ອັນ​ອ່ອນແອ​ແລະ​ບໍ່ມີ​ປະໂຫຍດ? ພວກເຈົ້າ​ຢາກ​ຕົກ​ເປັນ​ຂ້ອຍຂ້າ​ຂອງ​ມັນ​ອີກ​ບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka