Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 8:2 - ພຣະຄຳພີສັກສິ

2 ເຖິງ​ແມ່ນ​ພວກເຂົາ​ເອີ້ນ​ເຮົາ​ວ່າ​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ ແລະ​ອ້າງ​ວ່າ​ພວກເຂົາ​ເປັນ​ປະຊາຊົນ​ຂອງເຮົາ ແລະ​ຮູ້ຈັກ​ເຮົາ​ກໍຕາມ

Uka jalj uñjjattʼäta Copia luraña




ໂຮເສອາ 8:2
14 Jak'a apnaqawi uñst'ayäwi  

ທັງ​ກ່າວ​ວ່າ, “ໄປ​ກັບ​ຂ້າພະເຈົ້າ ແລະ​ທ່ານ​ຈະ​ເຫັນ​ດ້ວຍ​ຕົນເອງ​ວ່າ ຂ້າພະເຈົ້າ​ມີ​ຄວາມສັດຊື່​ຕໍ່​ພຣະເຈົ້າຢາເວ​ສໍ່າໃດ?” ທັງສອງ​ໄດ້​ຂີ່​ລົດມ້າ​ໄປ​ນະຄອນ​ຊາມາເຣຍ​ດ້ວຍກັນ.


ແຕ່​ເພິ່ນ​ໄດ້​ເຮັດ​ບາບ​ຕາມ​ແບບຢ່າງ​ຂອງ​ກະສັດ​ເຢໂຣໂບອາມ​ລູກຊາຍ​ຂອງ​ເນບັດ ຜູ້​ທີ່​ນຳພາ​ອານາຈັກ​ອິດສະຣາເອນ​ເຮັດ​ບາບ​ໂດຍ​ຂາບໄຫວ້​ຮູບ​ງົວຄຳ ທີ່​ຖືກ​ສ້າງ​ຂຶ້ນ​ໄວ້​ໃນ​ເມືອງ​ເບັດເອນ​ແລະ​ເມືອງ​ດານ.


ຢ່າ​ເຊື່ອ​ຄຳຫລອກລວງ​ທີ່​ວ່າ, ‘ພວກເຮົາ​ປອດໄພ ທີ່​ນີ້​ແມ່ນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ທີ່​ນີ້​ແມ່ນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ ທີ່​ນີ້​ແມ່ນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ.’


ເຮົາ​ຈະ​ປະຖິ້ມ​ປະຊາຊົນ​ຂອງເຮົາ​ຍ້ອນ​ການບາບ​ຂອງ​ພວກເຂົາ ຈົນກວ່າ​ພວກເຂົາ​ໄດ້​ທົນທຸກ​ທໍລະມານ​ພຽງພໍ ແລະ​ມາ​ຊອກ​ສະແຫວງ​ຫາ​ເຮົາ. ແລ້ວ​ບາງທີ​ຍ້ອນ​ຄວາມທຸກ​ທໍລະມານ​ນັ້ນ ພວກເຂົາ​ຈະ​ພະຍາຍາມ​ຊອກ​ຫາ​ເຮົາ​ກໍໄດ້.”


ພວກເຂົາ​ກໍໄດ້​ປະຖິ້ມ​ສິ່ງ​ດີງາມ. ດ້ວຍເຫດນີ້ ສັດຕູ​ຈຶ່ງ​ຈະ​ໄລ່​ຕິດຕາມ​ພວກເຂົາ.


ພວກ​ຜູ້ປົກຄອງ​ເມືອງ ກໍ​ປົກຄອງ​ດ້ວຍ​ເຫັນ​ແກ່​ສິນບົນ ພວກ​ປະໂຣຫິດ​ກໍ​ແປ​ກົດບັນຍັດ​ດ້ວຍ​ເຫັນ​ແກ່​ຄ່າຈ້າງ​ລາງວັນ ພວກ​ຜູ້ທຳນວາຍ​ກໍ​ບອກ​ນິມິດ​ຂອງຕົນ​ດ້ວຍ​ເຫັນ​ແກ່​ເງິນ ແລະ​ພວກເຂົາ​ທຸກຄົນ​ຕ່າງ​ກໍ​ອ້າງ​ວ່າ ພຣະເຈົ້າຢາເວ​ຢູ່​ກັບ​ພວກຕົນ ພວກເຂົາ​ເວົ້າ​ວ່າ, “ເຫດຮ້າຍ​ໃດໆ​ຈະ​ບໍ່​ມາ​ຖືກ​ພວກເຮົາ​ດອກ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຮົາ.”


ຫລັງຈາກ​ນັ້ນ ພວກ​ຍິງ​ສາວ​ຄົນອື່ນໆ​ກໍ​ມາ​ຮອດ ແລະ​ຮ້ອງ​ວ່າ, ‘ພຣະອົງເຈົ້າ​ເອີຍ ພຣະອົງເຈົ້າ​ເອີຍ ໂຜດ​ໄຂ​ປະຕູ​ໃຫ້​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ແດ່ທ້ອນ.’


“ບໍ່ແມ່ນ​ວ່າ​ທຸກຄົນ​ທີ່​ເອີ້ນ​ເຮົາ​ວ່າ, ‘ພຣະອົງເຈົ້າ ພຣະອົງເຈົ້າ’ ແລ້ວ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ​ໄດ້ ເຂົ້າ​ໄດ້​ແຕ່​ຜູ້​ທີ່​ປະຕິບັດ​ຕາມ​ນໍ້າພຣະໄທ​ຂອງ​ພຣະບິດາ​ຂອງເຮົາ​ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ.


ເມື່ອ​ເຈົ້າ​ຂອງ​ເຮືອນ​ລຸກ​ຂຶ້ນ​ແລະ​ອັດ​ປະຕູ​ແລ້ວ ເຈົ້າ​ທັງຫລາຍ​ກໍ​ຈະ​ຢືນ​ຢູ່​ຂ້າງ​ນອກ ເລີ່ມ​ເອີ້ນ​ເພິ່ນ​ທັງ​ເຄາະ​ປະຕູ ແລະ​ວິງວອນ​ຂໍ​ວ່າ, ‘ພຣະອົງເຈົ້າ​ເອີຍ ໂຜດ​ໄຂ​ປະຕູ​ໃຫ້​ພວກ​ຂ້ານ້ອຍ​ແດ່ທ້ອນ.’ ແລ້ວ​ເພິ່ນ​ກໍ​ຈະ​ຕອບ​ເຈົ້າ​ທັງຫລາຍ​ວ່າ, ‘ເຮົາ​ບໍ່​ຮູ້ຈັກ​ພວກເຈົ້າ ແລະ​ບໍ່​ຮູ້​ວ່າ​ພວກເຈົ້າ​ມາ​ແຕ່​ໃສ!’


ພວກເຂົາ​ອ້າງ​ວ່າ​ພວກເຂົາ​ຮູ້ຈັກ​ພຣະເຈົ້າ, ແຕ່​ການ​ກະທຳ​ຂອງ​ພວກເຂົາ​ກັບ​ປະຕິເສດ​ພຣະອົງ ພວກເຂົາ​ເປັນ​ຄົນ​ໜ້າກຽດ​ໜ້າຊັງ, ບໍ່​ເຊື່ອຟັງ ແລະ ເຮັດ​ຄວາມດີ​ອັນ​ໃດ​ບໍ່ໄດ້​ຈັກ​ປະການ.


ຖ້າ​ຄົນ​ໃດ​ເວົ້າ​ວ່າ, “ຕົນ​ຮູ້ຈັກ​ພຣະອົງ” ແຕ່​ບໍ່​ຖື​ຮັກສາ​ກົດບັນຍັດ​ຂອງ​ພຣະອົງ ຄົນ​ນັ້ນ​ກໍ​ເວົ້າ​ຕົວະ ແລະ​ຄວາມຈິງ​ກໍ​ບໍ່ມີ​ຢູ່​ໃນ​ລາວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka