ໂຮເສອາ 8:13 - ພຣະຄຳພີສັກສິ13 ພວກເຂົາເຜົາຖວາຍບູຊາແກ່ເຮົາ ແລະກິນຊີ້ນທີ່ໄດ້ບູຊານັ້ນ. ແຕ່ພຣະເຈົ້າຢາເວບໍ່ພໍໃຈກັບພວກເຂົາ; ມາບັດນີ້ ເຮົາຈະຈົດຈຳການບາບຂອງພວກເຂົາ ແລະລົງໂທດພວກເຂົາຍ້ອນການບາບນັ້ນ; ເຮົາຈະສົ່ງພວກເຂົາກັບຄືນໄປປະເທດເອຢິບ. Uka jalj uñjjattʼäta |
ເວລາແຫ່ງການລົງໂທດໄດ້ມາເຖິງແລ້ວ ຄືເວລາທີ່ປະຊາຊົນຈະໄດ້ຮັບໃນສິ່ງທີ່ສົມຄວນໄດ້ຮັບ. ເມື່ອສິ່ງນັ້ນເກີດຂຶ້ນ ຊາດອິດສະຣາເອນຈຶ່ງຈະຮູ້ຈັກ. ພວກເຈົ້າເວົ້າວ່າ, “ຜູ້ທຳນວາຍຄົນນີ້ໂງ່. ຄົນທີ່ມີພຣະເຈົ້າດົນໃຈກໍເປັນຄົນບໍ່ເຕັມ.” ພວກເຈົ້າກຽດຊັງເຮົາຫລາຍທີ່ສຸດ ເພາະບາບຂອງພວກເຈົ້າໜາຫລາຍ.
ເພາະສະນັ້ນ ພວກເຈົ້າຈຶ່ງບໍ່ຄວນຕັດສິນຄົນໃດຄົນໜຶ່ງ ກ່ອນເຖິງເວລາທີ່ໄດ້ກຳນົດໄວ້ ຈົນກວ່າອົງພຣະຜູ້ເປັນເຈົ້າສະເດັດມາປາກົດ ພຣະອົງຈະຊົງເປີດເຜີຍຄວາມລັບທີ່ເຊື່ອງໄວ້ໃນຄວາມມືດນັ້ນໃຫ້ແຈ່ມແຈ້ງ ແລະພຣະອົງຈະເປີດເຜີຍຄວາມນຶກຄິດອັນເລິກລັບໃນໃຈມະນຸດ, ເມື່ອນັ້ນແຫຼະ ແຕ່ລະຄົນຈະໄດ້ຮັບການຍ້ອງຍໍຈາກພຣະເຈົ້າ ຕາມທີ່ຕົນສົມຄວນໄດ້ຮັບ.