12 ເຮົາໄດ້ຂຽນຄຳສັ່ງສອນຫລາຍຂໍ້ໄວ້ ຈົນນັບບໍ່ຖ້ວນສຳລັບປະຊາຊົນ; ແຕ່ພວກເຂົາບໍ່ຍອມຮັບໂດຍຖືວ່າຄຳສັ່ງສອນນັ້ນເປັນຂອງແປກ ແລະຂອງຕ່າງຊາດ.
ແຕ່ພວກເພິ່ນພັດຄິດຄົດ ແລະບໍ່ເຊື່ອຟັງ ກົດບັນຍັດ ແລະໄດ້ຫັນຫລັງໃຫ້ພຣະເຈົ້າ. ພວກເພິ່ນຂ້າຜູ້ທຳນວາຍທີ່ໄດ້ກ່າວຕັກເຕືອນ ໃຫ້ພວກເພິ່ນຕ່າວຄືນມາຫາພຣະອົງ. ແຕ່ພວກເພິ່ນຊໍ້າປະໝາດດູຖູກພຣະອົງ ຫລາຍຄັ້ງຫລາຍຄາວສືບມາເລື້ອຍໆ.
ຂໍຊົງໂຜດເປີດຕາຂອງຂ້ານ້ອຍ ເພື່ອຂ້ານ້ອຍຈະໄດ້ເຫັນ ຄວາມຈິງອັນອັດສະຈັນຢູ່ໃນກົດບັນຍັດນັ້ນ.
ເຈົ້າປະຕິເສດເຮົາ ກ່າວຕຳໜິຕິຕຽນ ແລະບໍ່ຍອມຮັບຂໍ້ຄຳສັ່ງຂອງເຮົາດ້ວຍ.
ຂ້ອຍໄດ້ຂຽນຄຳເວົ້າສາມສິບຕອນສຳລັບເຈົ້າ ຊຶ່ງປະກອບດ້ວຍຄວາມຮູ້ ແລະຄຳແນະນຳທີ່ດີທັງນັ້ນ.
ພວກເຂົາກະບົດຕໍ່ສູ້ພຣະເຈົ້າຢູ່ສະເໝີ, ຕົວະພຣະເຈົ້າຢູ່ສະເໝີ, ບໍ່ຍອມເຊື່ອຟັງຄຳສັ່ງສອນຂອງພຣະເຈົ້າຢາເວຢູ່ສະເໝີ.
ເຮົາໄດ້ມອບຂໍ້ຄຳສັ່ງຂອງເຮົາໃຫ້ແກ່ພວກເຂົາ ແລະໄດ້ສັ່ງສອນພວກເຂົາເຖິງບັນດາກົດບັນຍັດຂອງເຮົາ ຊຶ່ງນຳຊີວິດມາສູ່ທຸກໆຄົນທີ່ປະຕິບັດຕາມ.
ປະຊາຊົນຂອງເຮົາໄດ້ຖືກທຳລາຍ ເພາະພວກເຂົາຂາດຄວາມຮູ້. ພວກເຈົ້າຜູ້ເປັນປະໂຣຫິດບໍ່ຍອມຮັບຮູ້ເຮົາ ແລະໄດ້ປະຖິ້ມຄຳສັ່ງສອນຂອງເຮົາ; ດັ່ງນັ້ນ ເຮົາຈຶ່ງບໍ່ຍອມຮັບຮູ້ພວກເຈົ້າ ແລະບໍ່ຍອມຮັບຮູ້ລູກຊາຍຂອງພວກເຈົ້າວ່າ ເປັນປະໂຣຫິດຂອງເຮົາ.
ຖ້າຢ່າງນັ້ນ ຄົນຢິວຈະໄດ້ປຽບກວ່າຄົນຕ່າງຊາດຢ່າງໃດ? ຫລືການຮັບພິທີຕັດມີປະໂຫຍດອັນໃດ?
ດ້ວຍເຫດນັ້ນ ກົດບັນຍັດຈຶ່ງເປັນສິ່ງສັກສິດໃນຕົວ ແລະຂໍ້ບັນຍັດກໍສັກສິດ, ຍຸດຕິທຳ ແລະດີງາມ.