Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 8:11 - ພຣະຄຳພີສັກສິ

11 ຊາວ​ອິດສະຣາເອນ​ມີ​ແທ່ນບູຊາ ສຳລັບ​ຊຳລະລ້າງ​ບາບ​ຕື່ມ​ຂຶ້ນ​ເທົ່າໃດ ສະຖານທີ່​ເຮັດ​ບາບ​ຈະ​ມີ​ຕື່ມ​ຂຶ້ນ​ຫລາຍ​ເທົ່ານັ້ນ.

Uka jalj uñjjattʼäta Copia luraña




ໂຮເສອາ 8:11
8 Jak'a apnaqawi uñst'ayäwi  

ສະນັ້ນ ເຮົາ​ຈຶ່ງ​ຈະ​ໂຍນ​ພວກເຈົ້າ​ອອກ​ຈາກ​ດິນແດນ​ນີ້ ເຂົ້າ​ໄປ​ໃນ​ດິນແດນ​ໜຶ່ງ ທີ່​ທັງ​ພວກເຈົ້າ​ເອງ​ແລະ​ບັນພະບຸລຸດ​ຂອງ​ພວກເຈົ້າ ບໍ່ເຄີຍ​ຮູ້ຈັກ​ມາກ່ອນ. ຢູ່​ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ບັນດາ​ພະອື່ນ​ທັງເວັນ​ທັງຄືນ ແລະ​ເຮົາ​ຈະ​ບໍ່​ເມດຕາ​ພວກເຈົ້າ​ເລີຍ.”’


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ປະຊາຊົນ​ຢູດາ​ເອີຍ ບາບ​ຂອງ​ພວກເຈົ້າ​ໄດ້​ຖືກ​ຂຽນ​ໄວ້​ແລ້ວ​ໂດຍ​ໃຊ້​ປາກກາ​ເຫຼັກ​ຂຽນ; ມັນ​ໄດ້​ຖືກ​ຂຽນ​ໄວ້​ຢູ່​ໃນ​ຫົວໃຈ​ຂອງ​ພວກເຈົ້າ ໂດຍ​ໃຊ້​ເພັດ​ຄົມໆ​ແກະສະຫລັກ ແລະ​ຖືກ​ສະຫລັກ​ໄວ້​ທີ່​ແຈ​ຕ່າງໆ​ຂອງ​ແທ່ນບູຊາ​ຂອງ​ພວກເຈົ້າ.


ຮ້ານ​ເທວະຮູບ​ຢູ່​ເທິງ​ພູ​ອາເວນ ບ່ອນ​ທີ່​ພວກ​ອິດສະຣາເອນ​ຂາບໄຫວ້​ຮູບເຄົາຣົບ​ຈະ​ຖືກ​ທຳລາຍ​ຖິ້ມ. ກໍ​ໜາມ​ແລະ​ຕົ້ນຫຍ້າ​ຈະ​ປົ່ງ​ຂຶ້ນ​ປົກ​ຫຸ້ມ​ແທ່ນບູຊາ​ຂອງ​ພວກເຂົາ. ປະຊາຊົນ​ຈະ​ຮ້ອງ​ໃສ່​ພູເຂົາ​ທັງຫລາຍ​ວ່າ, “ຈົ່ງ​ບັງ​ພວກເຮົາ​ໄວ້​ແດ່” ແລະ​ເວົ້າ​ຕໍ່​ພູນ້ອຍ​ວ່າ, “ຈົ່ງ​ກວມ​ພວກເຮົາ​ໄວ້​ສາ.”


ແຕ່​ການ​ຂາບໄຫວ້​ຮູບເຄົາຣົບ​ໃນ​ກີເລອາດ​ຍັງ​ມີ​ຢູ່ ແລະ​ພວກ​ທີ່​ຂາບໄຫວ້​ຮູບເຄົາຣົບ​ເຫຼົ່ານັ້ນ​ກໍ​ຈະ​ຕາຍ. ການ​ເຜົາບູຊາ​ງົວເຖິກ​ໃນ​ກິນການ​ຍັງ​ມີ​ຢູ່ ແລະ​ແທ່ນບູຊາ​ທັງຫລາຍ​ຢູ່​ໃນ​ທີ່ນັ້ນ​ກໍ​ຈະ​ກາຍເປັນ​ກອງ​ຫີນ​ຢູ່​ກາງ​ທົ່ງນາ.”


ຄວາມຊົ່ວ​ທີ່​ປະຊາຊົນ​ປະພຶດ​ນັ້ນ​ໄດ້​ກີດກັ້ນ​ພວກເຂົາ ບໍ່​ໃຫ້​ກັບຄືນ​ມາ​ຫາ​ພຣະເຈົ້າ​ຂອງຕົນ. ການ​ຂາບໄຫວ້​ຮູບເຄົາຣົບ​ມີ​ອຳນາດ​ຈ່ອງດຶງ​ພວກເຂົາ​ໄວ້ ແລະ​ພວກເຂົາ​ກໍ​ບໍ່​ຍອມ​ຮັບຮູ້​ພຣະເຈົ້າຢາເວ.


ໃນ​ທີ່ນັ້ນ ພວກເຈົ້າ​ຈະ​ຮັບໃຊ້​ພະ​ໄມ້ ແລະ​ພະ​ຫີນ​ຊຶ່ງ​ມະນຸດ​ໄດ້​ປະດິດ​ຂຶ້ນ ຄື​ພະ​ທີ່​ເບິ່ງ​ບໍ່​ເຫັນ ແລະ​ຟັງ​ບໍ່ໄດ້ຍິນ ທັງ​ກິນ​ຫລື​ດົມ​ກິ່ນ​ບໍ່ໄດ້​ດ້ວຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka