ໂຮເສອາ 8:10 - ພຣະຄຳພີສັກສິ10 ບັດນີ້ ເຮົາຈະລວບລວມເອົາພວກເຂົາມາລົງໂທດ. ອີກບໍ່ດົນ ພວກເຂົາຈະຊັກດີ້ນດ້ວຍຄວາມເຈັບປວດ ເມື່ອຖືກກະສັດແຫ່ງອັດຊີເຣຍກົດຂີ່. Uka jalj uñjjattʼäta |
ດັ່ງນັ້ນ ພຣະເຈົ້າຈຶ່ງບັນດານໃຫ້ກະສັດປູນແຫ່ງອັດຊີເຣຍ (ມີຊື່ອື່ນອີກວ່າ ຕີກະລາດປີເລເສ) ມາຮຸກຮານປະເທດຂອງພວກເຂົາ. ເພິ່ນໄດ້ຈັບເຜົ່າຣູເບັນ, ກາດ, ມານາເຊເຄິ່ງເຜົ່າຕາເວັນອອກໄປເປັນຊະເລີຍ ແລະໃຫ້ພວກເຂົາໄດ້ຕັ້ງຫຼັກແຫຼ່ງຢູ່ໃນຮາລາ, ຮາບໍ ແລະຮາຣາ ແລະຕາມລຳແມ່ນໍ້າໂກຊານຈົນເຖິງທຸກວັນນີ້.
ແລະເວົ້າວ່າ, “ກະລຸນາເຮັດຕາມທີ່ພວກເຮົາຂໍຮ້ອງເຖີດ ຈົ່ງພາວັນນາອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງທ່ານໃຫ້ພວກເຮົາດ້ວຍ. ຈົ່ງພາວັນນາອະທິຖານສຳລັບພວກເຮົາທຸກຄົນທີ່ຍັງມີຊີວິດຢູ່. ຄັ້ງໜຶ່ງນັ້ນ ພວກເຮົາເຄີຍມີຫລາຍຄົນ, ແຕ່ບັດນີ້ພວກເຮົາເຫຼືອຢູ່ພຽງໜ້ອຍຄົນເທົ່ານັ້ນ ດັ່ງທີ່ທ່ານໄດ້ເຫັນນີ້ແຫລະ.