Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 7:9 - ພຣະຄຳພີສັກສິ

9 ແລະ​ບໍ່​ຄິດວ່າ​ການ​ເພິ່ງ​ຊາວ​ຕ່າງຊາດ​ນັ້ນ ໄດ້​ປຸ້ນ​ເອົາ​ເຫື່ອແຮງ​ຂອງ​ພວກ​ຕົນ​ໄປ. ວັນ​ຂອງ​ພວກເຂົາ​ກໍ​ຖືກ​ນັບ​ໄວ້​ແລ້ວ​ແຕ່​ພວກເຂົາ​ບໍ່​ຮູ້ຈັກ.

Uka jalj uñjjattʼäta Copia luraña




ໂຮເສອາ 7:9
10 Jak'a apnaqawi uñst'ayäwi  

ກະສັດ​ຮາຊາເອນ​ແຫ່ງ​ຊີເຣຍ​ໄດ້​ກົດຂີ່​ຊາວ​ອິດສະຣາເອນ ຕະຫລອດ​ຣາຊການ​ຂອງ​ກະສັດ​ເຢໂຮອາຮາດ.


ກະສັດ​ຕີກະລາດ​ປີເລເສ​ແຫ່ງ​ອັດຊີເຣຍ​ໄດ້​ບຸກລຸກ​ອານາຈັກ​ອິດສະຣາເອນ. ແລ້ວ​ກະສັດ​ເມນາເຮມ​ກໍໄດ້​ມອບ​ເງິນ​ໃຫ້​ເພິ່ນ​ສາມສິບແປດ​ໂຕນ ເພື່ອ​ສະໜັບ​ສະໜູນ​ຕົນ​ໃຫ້​ມີ​ອຳນາດ​ໄດ້​ປົກຄອງ​ຕໍ່ໄປ.


ເຈົ້າ​ຈະ​ເວົ້າ​ຂຶ້ນ​ວ່າ, “ຂ້ອຍ​ຖືກ​ຕ່ອຍ, ຂ້ອຍ​ຖືກ​ຕົບຕີ, ແຕ່​ບໍ່​ຮູ້ສຶກ​ເຈັບປວດ​ແລະ​ບໍ່​ຈື່ຈຳ​ຫຍັງໝົດ ເປັນຫຍັງ​ຂ້ອຍ​ຈຶ່ງ​ລຸກຂຶ້ນ​ບໍ່ໄດ້ ອີກ​ຈັກ​ສອງ​ສາມ​ຈອກ​ຄົງ​ດີ.”


ດິນແດນ​ຂອງ​ພວກເຈົ້າ​ໄດ້​ຖືກ​ທຳລາຍ ແລະ​ບ້ານເມືອງ​ຂອງ​ພວກເຈົ້າ​ກໍໄດ້​ຖືກ​ເຜົາຜານ​ຈົນ​ໝົດກ້ຽງ. ຊາວ​ຕ່າງດ້າວ​ໄດ້​ເຂົ້າ​ຢຶດຄອງ​ດິນແດນ ແລະ​ທຳລາຍ​ທຸກສິ່ງ ຕໍ່ໜ້າຕໍ່ຕາ​ຂອງ​ພວກເຈົ້າ​ຈົນ​ໝົດກ້ຽງ.


ເຮົາ​ຮູ້ວ່າ​ພວກເຈົ້າ​ບໍ່​ເປັນ​ທີ່​ໄວ້ວາງໃຈ​ໄດ້​ເລີຍ ເປັນ​ຄົນ​ກະບົດ​ຕະຫລອດ​ມາ​ເລື້ອຍໆ. ສະນັ້ນ ພວກເຈົ້າ​ຈຶ່ງ​ບໍ່ໄດ້ຍິນ​ສິ່ງ​ເຫຼົ່ານີ້​ເລີຍ ເປັນຫຍັງ​ຖ້ອຍຄຳ​ຈຶ່ງ​ບໍ່​ຊອດ​ຫູ​ພວກເຈົ້າ.


ຄົນ​ຊອບທຳ​ຕາຍໄປ​ໂດຍ​ບໍ່ມີ​ຜູ້ໃດ​ເຂົ້າໃຈ​ຫລື​ເອົາໃຈໃສ່​ເລີຍ, ແຕ່​ເມື່ອ​ເຂົາ​ຕາຍໄປ​ນັ້ນ ບໍ່ມີ​ໂພຍໄພ​ອັນໃດ​ຈະ​ທຳຮ້າຍ​ເຂົາ​ໄດ້.


ປະຊາຊົນ​ຂອງເຮົາ​ໄດ້​ຖືກ​ທຳລາຍ ເພາະ​ພວກເຂົາ​ຂາດ​ຄວາມ​ຮູ້. ພວກເຈົ້າ​ຜູ້​ເປັນ​ປະໂຣຫິດ​ບໍ່​ຍອມ​ຮັບຮູ້​ເຮົາ ແລະ​ໄດ້​ປະຖິ້ມ​ຄຳສັ່ງສອນ​ຂອງເຮົາ; ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ຍອມ​ຮັບຮູ້​ພວກເຈົ້າ ແລະ​ບໍ່​ຍອມ​ຮັບຮູ້​ລູກຊາຍ​ຂອງ​ພວກເຈົ້າ​ວ່າ ເປັນ​ປະໂຣຫິດ​ຂອງເຮົາ.


ເມື່ອ​ພວກເຂົາ​ຫວ່ານ​ລົມ ພວກເຂົາ​ກໍ​ຈະ​ໄດ້​ເກັບກ່ຽວ​ລົມພະຍຸ ກົກ​ເຂົ້າ​ທີ່​ບໍ່​ເກີດ​ຮວງ ໃຫ້​ແປ້ງ​ຫລື​ເຂົ້າຈີ່​ກໍ​ບໍ່​ຫ່ອນ​ເປັນ, ແຕ່​ຖ້າ​ວ່າ​ມັນ​ສຸກ ຊາວ​ຕ່າງ​ປະເທດ​ກໍ​ຈະ​ກິນ​ໝົດ​ເສຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka