Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 7:7 - ພຣະຄຳພີສັກສິ

7 ພວກເຂົາ​ໄດ້​ຂ້າ​ພວກ​ຜູ້ປົກຄອງ​ຂອງຕົນ ດ້ວຍ​ຄວາມ​ຮ້ອນຈັດ​ແຫ່ງ​ການ​ໂກດຮ້າຍ. ບັນດາ​ກະສັດ​ຂອງ​ພວກເຂົາ​ຖືກ​ລອບ​ສັງຫານ​ຕໍ່ເນື່ອງ​ກັນ; ແຕ່​ບໍ່ມີ​ຜູ້ໃດ​ພາວັນນາ​ອະທິຖານ​ຂໍ​ໃຫ້​ເຮົາ​ຊ່ວຍເຫລືອ.”

Uka jalj uñjjattʼäta Copia luraña




ໂຮເສອາ 7:7
27 Jak'a apnaqawi uñst'ayäwi  

ເຫດການ​ນີ້​ໄດ້​ເກີດຂຶ້ນ​ໃນ​ຣາຊການ​ປີ​ທີ​ສາມ​ຂອງ​ເຈົ້າ​ອາສາ ກະສັດ​ແຫ່ງ​ຢູດາຍ. ດັ່ງນັ້ນ ເຈົ້າ​ບາອາຊາ​ຈຶ່ງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ອານາຈັກ​ອິດສະຣາເອນ ແທນ​ກະສັດ​ນາດາບ.


ເມື່ອ​ຊິມຣີ​ເຫັນ​ວ່າ​ເມືອງ​ຖືກ​ຕີ​ແຕກ​ແລ້ວ, ເພິ່ນ​ຈຶ່ງ​ເຂົ້າ​ໄປ​ໃນ​ປ້ອມ​ປ້ອງກັນ​ວັງ ແລະ​ໄດ້​ຈູດ​ຣາຊວັງ​ຖິ້ມ ແລະ​ຕາຍໄປ​ໃນ​ກອງ​ໄຟ​ນັ້ນ.


ແຕ່​ໃນທີ່ສຸດ ພວກ​ທີ່​ຕິດຕາມ​ອົມຣີ​ກໍໄດ້​ຊະນະ. ຕິບນີ​ໄດ້​ຕາຍໄປ ແລະ​ອົມຣີ​ຈຶ່ງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ເຢຮູ​ສັ່ງ​ວ່າ, “ໃຫ້​ຈັບ​ພວກເຂົາ​ທັງເປັນ.” ພວກ​ທະຫານ​ໄດ້​ໄລ່​ຈັບ​ພວກເຂົາ ແລະ​ເຢຮູ​ໄດ້​ຂ້າ​ພວກເຂົາ​ໃກ້​ກັບ​ຂຸມ​ເບັດ-ອີເກັດ. ຄົນ​ເຫຼົ່ານີ້​ລວມ​ທັງໝົດ​ມີ​ສີ່ສິບສອງ​ຄົນ ແລະ​ບໍ່ມີ​ໃຜ​ລອດຊີວິດ.


ເມື່ອ​ໄດ້​ຮັບ​ຈົດໝາຍ​ຂອງ​ເຢຮູ​ແລ້ວ, ບັນດາ​ຜູ້ນຳ​ນະຄອນ​ຊາມາເຣຍ​ກໍ​ຂ້າ​ລູກຫລານ​ຂອງ​ກະສັດ​ອາຮາບ​ທັງໝົດ​ເຈັດສິບ​ຄົນ, ເອົາ​ຫົວ​ພວກເຂົາ​ໃສ່​ກະຕ່າ ແລະ​ສົ່ງ​ໄປ​ໃຫ້​ເຢຮູ​ທີ່​ເມືອງ​ຢິດຊະເຣນ.


ຕໍ່ມາ ຊານລູມ​ລູກຊາຍ​ຂອງ​ຢາເບັດ​ໄດ້​ກະບົດ​ຕໍ່​ກະສັດ​ເຊກາຣີຢາ ແລະ​ຂ້າ​ເພິ່ນ​ເສຍ ທີ່​ອິບເລອາມ ແລ້ວ​ຕັ້ງ​ຕົນເອງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ແລ້ວ​ເມນາເຮມ​ລູກຊາຍ​ຂອງ​ກາດີ​ກໍໄດ້​ອອກ​ຈາກ​ເມືອງ​ຕີຣະຊາ ໄປ​ທີ່​ນະຄອນ​ຊາມາເຣຍ. ລາວ​ໄດ້​ຂ້າ​ຊານລູມ ແລະ​ຕັ້ງ​ຕົນເອງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ຕໍ່ມາ ໄດ້​ມີ​ນາຍ​ທະຫານ​ໃນ​ກອງທັບ​ຂອງ​ກະສັດ​ເປກາຮີຢາ​ຜູ້ໜຶ່ງ​ຊື່ ວ່າ​ເປກາ ລູກຊາຍ​ຂອງ​ເຣມາລີຢາ​ໄດ້​ວາງແຜນ​ກັບ​ຊາວ​ກີເລອາດ​ຫ້າສິບ​ຄົນ, ສັງຫານ​ກະສັດ​ເປກາຮີຢາ​ທີ່​ປ້ອມຍາມ​ຂ້າງ​ໃນ​ຂອງ​ຣາຊວັງ ໃນ​ນະຄອນ​ຊາມາເຣຍ ແລະ​ຕັ້ງ​ຕົນເອງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ໃນ​ຣາຊການ​ປີ​ທີ​ຊາວ​ຂອງ​ເຈົ້າ​ໂຢທາມ ລູກຊາຍ​ຂອງ​ເຈົ້າ​ອຸດຊີຢາ​ກະສັດ​ແຫ່ງ​ຢູດາຍ; ເຈົ້າ​ໂຮເຊອາ​ລູກຊາຍ​ຂອງ​ເອລາ​ໄດ້​ກະບົດ​ຕໍ່​ກະສັດ​ເປກາ​ລູກຊາຍ​ຂອງ​ເຣມາລີຢາ. ລາວ​ໄດ້​ສັງຫານ​ເພິ່ນ ແລະ​ຕັ້ງ​ຕົນເອງ​ຂຶ້ນ​ເປັນ​ກະສັດ​ປົກຄອງ​ແທນ.


ເຢຮູ​ຍິງ​ທະນູ​ຈົນ​ສຸດ​ກຳລັງ​ຂອງຕົນ ແລະ​ລູກທະນູ​ຖືກ​ຫລັງ​ຂອງ​ໂຢຣາມ ຈົນ​ຊອດ​ຫົວໃຈ. ໂຢຣາມ​ລົ້ມ​ລົງ​ຕາຍ​ໃນ​ລົດມ້າ​ຂອງ​ເພິ່ນ


ລາວ​ຈຶ່ງ​ຮ້ອງ​ບອກ​ພວກເຂົາ​ວ່າ, “ໂຍນ​ນາງ​ລົງ​ມາ​ນີ້”. ພວກເຂົາ​ໄດ້​ໂຍນ​ນາງ​ລົງ ແລະ​ເລືອດ​ນາງ​ໄດ້​ຟົ້ງ​ຖືກ​ຝາ​ແລະ​ຖືກ​ຝູງມ້າ. ເຢຮູ​ຂັບ​ລົດມ້າ​ຂອງຕົນ​ຢຽບ​ຊາກສົບ​ຂອງ​ນາງ


ຄົນ​ບໍ່​ນັບຖື​ພຣະເຈົ້າ​ກໍ​ສືບຕໍ່​ໃຈ​ໂມໂຫ ແມ່ນແຕ່​ຖືກ​ໂທດທັນ ກໍ​ບໍ່​ພາວັນນາ​ອະທິຖານ​ຂໍ​ໃຫ້​ຊ່ວຍ.


ພຣະເຈົ້າຢາເວ​ຖາມ​ວ່າ, “ພວກເຂົາ​ບໍ່ມີ​ປັນຍາ​ຫລືນີ້? ຄົນຊົ່ວຊ້າ​ເຫຼົ່ານີ້​ໂງ່ຈ້າ​ກັນ​ໝົດ​ຫລືນີ້? ພວກເຂົາ​ມີ​ຊີວິດ​ຢູ່​ເພື່ອ​ປຸ້ນຈີ້​ປະຊາຊົນ​ຂອງເຮົາ ແລະ​ບໍ່ເຄີຍ​ພາວັນນາ​ອະທິຖານ​ຫາ​ເຮົາ​ຈັກເທື່ອ.”


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ອິດສະຣາເອນ​ເອີຍ ພວກເຈົ້າ​ເບື່ອ​ແລະ​ບໍ່​ນະມັດສະການ​ເຮົາ​ອີກ.


ບໍ່ມີ​ຜູ້ໃດ​ເຄີຍ​ໄດ້​ເຫັນ ແລະ​ເຄີຍ​ໄດ້ຍິນ​ເຖິງ​ພຣະເຈົ້າ​ດັ່ງ​ພຣະອົງ ຄື​ອົງ​ທີ່​ໄດ້​ເຮັດ​ພາລະກິດ​ເຊັ່ນນີ້​ສຳລັບ​ຄົນ​ທີ່​ມອບ​ຄວາມຫວັງ​ໄວ້​ກັບ​ພຣະອົງ.


ພວກ​ຂ້ານ້ອຍ​ທຸກຄົນ​ເປັນ​ຄົນບາບ​ໝົດ; ແມ່ນແຕ່​ການ​ເຮັດ​ທີ່ດີ​ທີ່ສຸດ​ຂອງ​ພວກ​ຂ້ານ້ອຍ​ກໍ​ຍັງ​ເປິເປື້ອນ. ເພາະ​ການບາບ ພວກ​ຂ້ານ້ອຍ​ຈຶ່ງ​ເປັນ​ດັ່ງ​ໃບໄມ້​ຫ່ຽວແຫ້ງ​ແລະ​ຖືກ​ລົມ​ພັດ​ໄປ.


ບໍ່ມີ​ຜູ້ໃດ​ທີ່​ພາວັນນາ​ອະທິຖານ​ຮ້ອງຫາ​ນາມຊື່​ຂອງ​ພຣະອົງ; ບໍ່ມີ​ຜູ້ໃດ​ໄປ​ຂໍ​ໃຫ້​ພຣະອົງ​ຊ່ວຍເຫລືອ. ພຣະອົງ​ໄດ້​ລີ້​ພຣະອົງ​ເອງ​ແລະ​ໄດ້​ປະຖິ້ມ ພວກ​ຂ້ານ້ອຍ ກໍ​ເພາະ​ການບາບ​ຂອງ​ພວກ​ຂ້ານ້ອຍ.


ເຖິງ​ແມ່ນ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ໄດ້​ລົງໂທດ​ອິດສະຣາເອນ​ແລ້ວ​ກໍຕາມ; ແຕ່​ພວກເຂົາ​ກໍ​ຍັງ​ບໍ່ໄດ້​ປ່ຽນໃຈ​ກັບຄືນ​ມາ​ຫາ​ພຣະອົງ.


ເຮົາ​ໄດ້​ຊອກ​ຫາ​ບາງຄົນ​ທີ່​ສາມາດ​ກໍ່​ກຳແພງ​ຂຶ້ນ ຄື​ຜູ້​ທີ່​ສາມາດ​ຢືນ​ຢູ່​ໃນ​ບ່ອນ​ກຳແພງ​ເພພັງ ແລະ​ປ້ອງກັນ​ດິນແດນ ເມື່ອ​ຄວາມ​ໂກດຮ້າຍ​ຂອງເຮົາ​ມາ​ທຳລາຍ​ເມືອງ ແຕ່​ເຮົາ​ກໍ​ຫາ​ບໍ່ໄດ້.


ໂດຍ​ລົງໂທດ​ພວກ​ຂ້ານ້ອຍ​ທຸກຢ່າງ ຕາມ​ທີ່​ໄດ້​ມີ​ກ່າວ​ໄວ້​ໃນ​ກົດບັນຍັດ​ຂອງ​ໂມເຊ. ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ແຕ່​ຈົນ​ບັດນີ້ ພວກ​ຂ້ານ້ອຍ​ກໍ​ຍັງ​ບໍ່ໄດ້​ພະຍາຍາມ​ເຮັດ​ໃຫ້​ພຣະອົງ​ພໍໃຈ ໂດຍ​ຫັນໜີ​ຈາກ​ບາບ ຫລື​ໂດຍ​ປະພຶດ​ຕາມ​ຄວາມຈິງ​ຂອງ​ພຣະອົງ.


ພວກເຈົ້າ​ໄດ້​ຮ້ອງຂໍ​ເອົາ​ກະສັດ​ແລະ​ບັນດາ​ຜູ້ນຳ; ແຕ່​ພວກເຂົາ​ຈະ​ຊ່ວຍ​ປະເທດ​ໃຫ້​ພົ້ນໄພ​ໄດ້​ຢ່າງໃດ?


ເຮົາ​ຈະ​ປະຖິ້ມ​ປະຊາຊົນ​ຂອງເຮົາ​ຍ້ອນ​ການບາບ​ຂອງ​ພວກເຂົາ ຈົນກວ່າ​ພວກເຂົາ​ໄດ້​ທົນທຸກ​ທໍລະມານ​ພຽງພໍ ແລະ​ມາ​ຊອກ​ສະແຫວງ​ຫາ​ເຮົາ. ແລ້ວ​ບາງທີ​ຍ້ອນ​ຄວາມທຸກ​ທໍລະມານ​ນັ້ນ ພວກເຂົາ​ຈະ​ພະຍາຍາມ​ຊອກ​ຫາ​ເຮົາ​ກໍໄດ້.”


ຄວາມ​ຈອງຫອງ​ຂອງ​ປະຊາຊົນ​ອິດສະຣາເອນ​ຟ້ອງຮ້ອງ​ພວກເຂົາ. ເຖິງ​ແມ່ນ​ວ່າ​ມີ​ເຫດ​ຫລາຍ​ປະການ​ໄດ້​ເກີດຂຶ້ນ​ກໍຕາມ ພວກເຂົາ​ກໍ​ບໍ່ໄດ້​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ຫລື​ສະແຫວງຫາ​ພຣະອົງ.


ພວກເຂົາ​ບໍ່ໄດ້​ພາວັນນາ​ອະທິຖານ​ຫາ​ເຮົາ​ດ້ວຍ​ຄວາມ​ຈິງໃຈ; ແຕ່​ໄດ້​ນອນ​ລົງ​ແລະ​ຮ້ອງໄຫ້​ຄໍ່າຄວນ​ດັ່ງ​ຄົນ​ບໍ່​ນັບຖື​ພຣະເຈົ້າ. ເມື່ອ​ພາວັນນາ​ອະທິຖານ​ຂໍ​ເຂົ້າ​ສາລີ​ແລະ​ເຫຼົ້າ​ອະງຸ່ນ​ນັ້ນ ພວກເຂົາ​ກໍ​ປາດເນື້ອ​ເຖືອໜັງ​ຕົນເອງ ຄື​ກັບ​ຄົນ​ບໍ່​ນັບຖື. ພວກເຂົາ​ເປັນ​ກະບົດ​ຕໍ່​ເຮົາ.


ປະຊາຊົນ​ຂອງເຮົາ​ໄດ້​ເລືອກເອົາ​ກະສັດ ແຕ່​ພວກເຂົາ​ເຮັດ​ໄປ​ໂດຍ​ຕົນເອງ. ພວກເຂົາ​ແຕ່ງຕັ້ງ​ເອົາ​ພວກ​ຜູ້ນຳ​ໂດຍ​ທີ່​ເຮົາ​ບໍ່​ເຫັນດີ​ນຳ. ພວກເຂົາ​ເອົາ​ເງິນ​ແລະ​ຄຳ​ຂອງ​ພວກເຂົາ​ສ້າງ​ຮູບເຄົາຣົບ ທີ່​ຈະ​ເປັນ​ເຫດ​ໃຫ້​ພວກເຂົາ​ຖືກ​ທຳລາຍ.


ຜູ້​ທີ່​ນອນ​ຄິດ​ວາງແຜນ​ເຮັດ​ຊົ່ວ ຈະ​ໄດ້​ຮັບ​ໄພພິບັດ​ຫລາຍ​ສໍ່າໃດ​ນໍ ເມື່ອ​ຮຸ່ງເຊົ້າ​ມາ ພໍ​ໄດ້​ໂອກາດ ພວກເຂົາ​ກໍ​ເຮັດ​ຊົ່ວ​ຕາມ​ທີ່​ໄດ້​ວາງແຜນ​ໄວ້​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka