6 ແມ່ນແລ້ວ ພວກເຂົາຮ້ອນແຮງ ດ້ວຍອຸບາຍຂອງພວກເຂົາດັ່ງເຕົາອົບຮ້ອນ. ຄວາມຮ້າຍໄດ້ລຸກໄໝ້ຢູ່ໃນໃຈຂອງພວກເຂົາຕະຫລອດຄືນ ແລະໃນຕອນເຊົ້າກໍລຸກວາບຂຶ້ນເປັນແປວໄຟ.
ພຣະອົງຈະທຳລາຍພວກເຂົາຖິ້ມໝົດໃນແປວໄຟ ຄືໄຟເຜົາຜານເມື່ອພຣະອົງມາປາກົດນັ້ນ. ໃນຄວາມໂກດຮ້າຍ ພຣະເຈົ້າຢາເວຈະກືນພວກເຂົາ ແລະໄຟກໍຈະເຜົາຜານພວກເຂົາໃຫ້ດັບສິ້ນ.
ຄົນຊົ່ວບໍ່ຫ່ອນນອນຫລັບໄດ້ຈົນກວ່າພວກເຂົາໄດ້ໄປເຮັດຜິດມາ. ພວກເຂົານອນມືນຕາ ຈົນກວ່າໄດ້ທຳຮ້າຍຄົນແລ້ວຈຶ່ງນອນຫລັບໄດ້.
ພວກເຂົາທັງໝົດເປັນຄົນທໍລະຍົດແລະບໍ່ສັດຊື່. ຄວາມກຽດຊັງຂອງພວກເຂົາຄ່ອຍລຸກໄໝ້ດັ່ງໄຟຢູ່ໃນເຕົາອົບ ຊຶ່ງຄົນເຮັດເຂົ້າຈີ່ບໍ່ຕ້ອງຈຸໄຟຕື່ມ ຈົນແປ້ງນວດພ້ອມແລ້ວທີ່ຈະຖືກນຳໄປອົບ.
ພວກເຂົາໄດ້ຂ້າພວກຜູ້ປົກຄອງຂອງຕົນ ດ້ວຍຄວາມຮ້ອນຈັດແຫ່ງການໂກດຮ້າຍ. ບັນດາກະສັດຂອງພວກເຂົາຖືກລອບສັງຫານຕໍ່ເນື່ອງກັນ; ແຕ່ບໍ່ມີຜູ້ໃດພາວັນນາອະທິຖານຂໍໃຫ້ເຮົາຊ່ວຍເຫລືອ.”
ຜູ້ທີ່ນອນຄິດວາງແຜນເຮັດຊົ່ວ ຈະໄດ້ຮັບໄພພິບັດຫລາຍສໍ່າໃດນໍ ເມື່ອຮຸ່ງເຊົ້າມາ ພໍໄດ້ໂອກາດ ພວກເຂົາກໍເຮັດຊົ່ວຕາມທີ່ໄດ້ວາງແຜນໄວ້ນັ້ນ.