3 “ປະຊາຊົນຫລອກລວງກະສັດແລະຂ້າຣາຊການຂອງເພິ່ນ ໂດຍອຸບາຍຊົ່ວຂອງພວກເຂົາ.
ຂະນະດຽວກັນ ເຈົ້າໜ້າທີ່ຜູ້ໄປນຳມີກາອີຢາມານັ້ນກໍໄດ້ກ່າວຕໍ່ລາວວ່າ, “ຜູ້ທຳນວາຍຄົນອື່ນໆໄດ້ທຳນວາຍເຖິງຄວາມສຳເລັດໃຫ້ກະສັດ ເຈົ້າກໍຄວນເຮັດແບບດຽວກັນ.”
ດັ່ງນັ້ນ ກະສັດອາຮາບຈຶ່ງເອີ້ນບັນດາຜູ້ທຳນວາຍທັງໝົດມາ ປະມານສີ່ຮ້ອຍຄົນ ແລະຖາມພວກເຂົາວ່າ, “ຂ້າພະເຈົ້າຄວນຈະໄປໂຈມຕີເອົາເມືອງຣາໂມດຫລືບໍ່?” ພວກເຂົາຕອບວ່າ, “ໂຈມຕີໂລດ ພຣະເຈົ້າຢາເວຈະໃຫ້ທ່ານໄຊຊະນະ.”
ພວກຜູ້ທຳນວາຍທີ່ເຕືອນທ່ານວ່າ ກະສັດແຫ່ງບາບີໂລນຈະບໍ່ມາໂຈມຕີທ່ານ ຫລືອານາຈັກນີ້ ພາກັນໄປໃສໝົດແລ້ວ?
ຄືບັນດາຜູ້ທຳນວາຍກໍເວົ້າແຕ່ຄຳບໍ່ຈິງ ພວກປະໂຣຫິດກໍປົກຄອງຕາມຄຳສັ່ງຂອງພວກຜູ້ທຳນວາຍ ແລະປະຊາຊົນຂອງເຮົາກໍບໍ່ໄດ້ຄັດຄ້ານຫຍັງເລີຍ. ແຕ່ພວກເຂົາຈະເຮັດຢ່າງໃດໃນບັ້ນປາຍ?”
ຂ້ານ້ອຍຢາກມີບ່ອນໜຶ່ງໃນຖິ່ນແຫ້ງແລ້ງກັນດານ ບ່ອນທີ່ຂ້ານ້ອຍຫລົບໜີຈາກປະຊາຊົນຂອງຂ້ານ້ອຍໄດ້. ພວກເຂົາລ້ວນແລ້ວແຕ່ເປັນຄົນຫລີ້ນຊູ້ກັນທັງໝົດ ເປັນປະຊາຊົນອັນແໜ້ນໜາທີ່ກະບົດຄົດລ້ຽວ.
ແຕ່ແທນທີ່ຈະເປັນດັ່ງນັ້ນ ພວກເຈົ້າພັດໄດ້ປູກຄວາມຊົ່ວ ແລະເກັບກ່ຽວຜົນກຳຊົ່ວ. ພວກເຈົ້າໄດ້ກິນຜົນແຫ່ງການຕົວະຂອງພວກເຈົ້າ. ເພາະພວກເຈົ້າໄດ້ໄວ້ວາງໃຈໃນລົດຮົບ ແລະໃນທະຫານຈຳນວນຫລວງຫລາຍຂອງພວກເຈົ້ານັ້ນ
ປະຊາຊົນເອຟຣາອິມອ້ອມຮອບເຮົາໄວ້ ດ້ວຍການຕົວະແລະການຫລອກລວງ ແລະປະຊາຊົນຢູດາກໍຍັງເປັນກະບົດຕໍ່ສູ້ເຮົາຢູ່ ຄືຕໍ່ສູ້ພຣະເຈົ້າອົງສັດຊື່ແລະບໍຣິສຸດ.
ພວກເຂົາເຮັດຄຳສັນຍາແລະລະເມີດຄຳສັນຍານັ້ນ. ພວກເຂົາຂີ້ຕົວະ, ເປັນຄາດຕະກອນ, ຂີ້ລັກ ແລະຫລີ້ນຊູ້ສູ່ຜົວເມຍຄົນອື່ນ. ອາຊະຍາກຳມີເພີ່ມຂຶ້ນ ແລະການຂ້າຟັນກັນກໍມີຢູ່ທຸກມື້ທຸກເວັນ.
ເອຟຣາອິມກຳລັງຖືກກົດຂີ່ ນາງຈຶ່ງເສຍດິນແດນທີ່ເປັນສິດຂອງຕົນ ເພາະນາງດື້ດັນໄປຂໍຄວາມຊ່ວຍເຫລືອນຳຜູ້ອື່ນ ທີ່ບໍ່ມີຫຍັງຊ່ວຍເຫລືອນາງໄດ້.
ໃນງານສະຫລອງສຳລັບກະສັດນັ້ນ ພວກເຂົາໄດ້ເອົາເຫຼົ້າອະງຸ່ນໃຫ້ກະສັດກັບພວກຂ້າຣາຊການຂອງເພິ່ນດື່ມ ຈົນມືນເມົາແລະເສຍສະຕິໄປ.
ເຫດການນີ້ຈະເກີດຂຶ້ນເພາະພວກເຈົ້າໄດ້ເຮັດຊົ່ວ ຕາມກະສັດອົມຣີ ແລະກະສັດອາຮາບລູກຊາຍຂອງເພິ່ນ. ພວກເຈົ້າໄດ້ສືບຕໍ່ເຮັດຕາມກົດເກນຕ່າງໆຂອງພວກເຂົາ; ເພາະສະນັ້ນ ເຮົາຈຶ່ງຈະນຳພວກເຈົ້າໄປສູ່ຄວາມຈິບຫາຍ ແລະທຸກຄົນຈະດູຖູກພວກເຈົ້າ. ປະຊາຊົນ ທຸກບ່ອນຈະເຮັດຕໍ່ພວກເຈົ້າດ້ວຍຄວາມຫຍໍ້ຫຍັນ.”
ພວກເຂົາລ້ວນແຕ່ເປັນນັກຊ່ຽວຊານໃນການເຮັດຊົ່ວ. ບັນດາເຈົ້າໜ້າທີ່ ແລະຜູ້ຕັດສິນຄວາມກໍຖາມຫາສິນບົນ. ຄົນທີ່ມີອິດທິພົນກໍເອີ່ຍເຖິງສິ່ງທີ່ຕົນຕ້ອງການ; ສະນັ້ນ ພວກເຂົາຈຶ່ງວາງອຸບາຍໃສ່ກັນແລະກັນ.
ເຖິງແມ່ນພວກເຂົາຮູ້ຈັກກົດບັນຍັດຂອງພຣະເຈົ້າທີ່ກ່າວວ່າ ຄົນທີ່ກະທຳຢ່າງນັ້ນ ກໍສົມຄວນຕ້ອງຕາຍ, ເຖິງປານນັ້ນ ພວກເຂົາກໍຍັງເຮັດຢູ່ ແລະທັງເຫັນພ້ອມກັບຄົນທີ່ເຮັດຢ່າງນັ້ນອີກດ້ວຍ.
ຜູ້ທຳນວາຍປອມເຫຼົ່ານັ້ນເວົ້າກ່ຽວກັບເລື່ອງຂອງໂລກ ແລະເປັນຂອງໂລກ. ສະນັ້ນ ໂລກຈຶ່ງເຊື່ອຟັງພວກເຂົາ.