ໂຮເສອາ 7:2 - ພຣະຄຳພີສັກສິ2 ພວກເຂົາບໍ່ເຄີຍຄິດວ່າ ເຮົາຈະຈົດຈຳກິດຈະການຊົ່ວທັງໝົດຂອງພວກເຂົາ; ແຕ່ການບາບຂອງພວກເຂົາໄດ້ອ້ອມພວກເຂົາໄວ້ ແລະເຮົາຈະບໍ່ລະເວັ້ນເບິ່ງການບາບນັ້ນ.” Uka jalj uñjjattʼäta |
ເຈົ້າຈະຖືກໂທດຍ້ອນຄວາມຊົ່ວຂອງເຈົ້າເອງ ເຈົ້າຈະຖືກປະນາມຍ້ອນຫັນໜີໄປຈາກເຮົານັ້ນ. ເຈົ້າຈະຮຽນຮູ້ສິ່ງຂື່ນຂົມແລະຜິດພາດວ່າເປັນຢ່າງໃດ? ທີ່ໄດ້ປະຖິ້ມພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າ ໂດຍບໍ່ມີຄວາມເຄົາຣົບ ແລະ ຢຳເກງເຮົາອີກຕໍ່ໄປ.” ອົງພຣະຜູ້ເປັນເຈົ້າ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ກ່າວດັ່ງນີ້ແຫລະ.
“ສຳລັບເຄື່ອງຖວາຍບູຊາຕ່າງໆທີ່ພວກເຈົ້າ ແລະບັນພະບຸລຸດຂອງພວກເຈົ້າ, ບັນດາກະສັດແລະພວກເຈົ້ານາຍຂອງພວກເຈົ້າ ແລະປະຊາຊົນໃນດິນແດນໄດ້ຖວາຍໃນເມືອງຂອງຢູດາຍ ແລະຕາມທ້ອງຖະໜົນຫົນທາງຂອງນະຄອນເຢຣູຊາເລັມນັ້ນ; ພວກເຈົ້າຄິດວ່າ ພຣະເຈົ້າຢາເວບໍ່ຮູ້ກ່ຽວກັບສິ່ງເຫຼົ່ານັ້ນບໍ? ພຣະອົງລືມໄລສິ່ງເຫຼົ່ານັ້ນຊັ້ນບໍ?
ພຣະເຈົ້າຢາເວກ່າວວ່າ, “ຄວາມຊົ່ວຊ້າທຸກຢ່າງຂອງພວກເຂົາເລີ່ມຕົ້ນທີ່ເມືອງກິນການ. ແມ່ນບ່ອນນັ້ນແຫຼະ ທີ່ເຮົາເລີ່ມຕົ້ນກຽດຊັງພວກເຂົາ. ຍ້ອນຄວາມບາບທີ່ພວກເຂົາເຮັດນັ້ນ ເຮົາຈະຂັບໄລ່ພວກເຂົາໃຫ້ອອກໄປຈາກດິນແດນຂອງເຮົາ. ເຮົາຈະບໍ່ຮັກພວກເຂົາອີກຕໍ່ໄປ; ຜູ້ນຳທັງໝົດຂອງພວກເຂົາໄດ້ກະບົດຕໍ່ສູ້ເຮົາ.
ເພາະສະນັ້ນ ພວກເຈົ້າຈຶ່ງບໍ່ຄວນຕັດສິນຄົນໃດຄົນໜຶ່ງ ກ່ອນເຖິງເວລາທີ່ໄດ້ກຳນົດໄວ້ ຈົນກວ່າອົງພຣະຜູ້ເປັນເຈົ້າສະເດັດມາປາກົດ ພຣະອົງຈະຊົງເປີດເຜີຍຄວາມລັບທີ່ເຊື່ອງໄວ້ໃນຄວາມມືດນັ້ນໃຫ້ແຈ່ມແຈ້ງ ແລະພຣະອົງຈະເປີດເຜີຍຄວາມນຶກຄິດອັນເລິກລັບໃນໃຈມະນຸດ, ເມື່ອນັ້ນແຫຼະ ແຕ່ລະຄົນຈະໄດ້ຮັບການຍ້ອງຍໍຈາກພຣະເຈົ້າ ຕາມທີ່ຕົນສົມຄວນໄດ້ຮັບ.