Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 7:16 - ພຣະຄຳພີສັກສິ

16 ພວກເຂົາ​ສືບຕໍ່​ຫັນໜີ​ຈາກ​ເຮົາ​ໄປ​ຫາ​ພະອື່ນ​ທີ່​ບໍ່ມີ​ຣິດອຳນາດ. ພວກເຂົາ​ເປັນ​ຜູ້​ທີ່​ວາງໃຈ​ບໍ່ໄດ້​ເລີຍ​ເໝືອນ​ໜ້າທະນູ​ຄົດ. ເພາະ​ພວກ​ຜູ້ນຳ​ຂອງ​ພວກເຂົາ​ເວົ້າ​ອວດ​ຢ່າງ​ຈອງຫອງ ພວກເຂົາ​ຈະ​ຕາຍ​ຢ່າງ​ທາລຸນ ແລະ​ຊາວ​ເອຢິບ​ກໍ​ຈະ​ຫົວຂວັນ​ພວກເຂົາ.”

Uka jalj uñjjattʼäta Copia luraña




ໂຮເສອາ 7:16
32 Jak'a apnaqawi uñst'ayäwi  

ຂ້າແດ່​ພຣະເຈົ້າຢາເວ ໂຜດ​ໃຫ້​ລີ້ນ​ຄົນ​ຢ່າງ​ນັ້ນ​ມິດງຽບ ແລະ​ງັບ​ປາກ​ທຸກຄົນ​ທີ່​ເວົ້າຈາ​ອວດອ້າງ​ວ່າ,


“ພຽງແຕ່​ພວກເຮົາ​ກ່າວ​ອອກ​ປາກ​ກໍໄດ້​ສິ່ງ​ທີ່​ຕ້ອງການ ຈະ​ເວົ້າ​ສິ່ງ​ທີ່​ໃຈ​ຕ້ອງການ ແລະ​ຜູ້ໃດ​ຈະ​ຢັບຢັ້ງ​ໄດ້.”


ພຣະເຈົ້າຢາເວ​ກ່າວ​ໂຕ້ຕອບ​ອອກ​ໄປ​ວ່າ, “ບັດນີ້ ເຮົາ​ຈະ​ລຸກ​ຂຶ້ນ​ຍ້ອນ​ຄົນ​ຂັດສົນ​ຖືກ​ກົດຂີ່ ຄົນ​ຖືກ​ຂົ່ມເຫັງ​ກໍ​ຄວນຄາງ​ຢ່າງ​ເຈັບປວດ​ໜັກ ເຮົາ​ຈະ​ໃຫ້​ພວກເຂົາ​ປອດໄພ​ຢ່າງ​ຖາວອນ​ຕາມ​ທີ່​ພວກເຂົາ​ປາຖະໜາ.”


ສັດຕູ​ຜູ້​ໝາຍປອງ​ຂ້າ​ກໍ​ອ້ອມຂ້າງ​ຂ້ານ້ອຍ​ຢູ່ ພວກເຂົາ​ບໍ່ມີ​ຄວາມ​ເມດຕາ​ແລະ​ເວົ້າ​ໂອ້ອວດ​ຈອງຫອງ.


ເຈົ້າ​ວາງແຜນ​ຊົ່ວ​ຫລາຍຢ່າງ ເພື່ອ​ນຳ​ໄປ​ປອງຮ້າຍ​ຄົນອື່ນ ລີ້ນ​ຂອງເຈົ້າ​ນັ້ນ​ຄົມ​ດັ່ງ​ມີດແຖ ເຈົ້າ​ຜູ້​ປະດິດ​ຄິດ​ສ້າງ​ແຕ່​ການຕົວະ.


ຂ້ານ້ອຍ​ຖືກ​ປິດລ້ອມ​ໂດຍ​ເຫຼົ່າ​ສັດຕູ ຜູ້​ເປັນ​ດັ່ງ​ໂຕສິງ​ທີ່​ກັດກິນ​ມະນຸດ. ແຂ້ວ​ມັນ​ນັ້ນ​ຄ້າຍ​ຄື​ຫອກ​ແລະ​ລູກສອນ ລີ້ນ​ມັນ​ຄ້າຍ​ຄື​ກັບ​ດາບ​ອັນ​ຄົມໆ.


ພວກເຂົາ​ເວົ້າ​ຄວາມ​ຊົ່ວຊ້າ​ຕໍ່​ພຣະເຈົ້າ​ຜູ້​ທີ່​ຢູ່​ເທິງ​ສະຫວັນ ແລະ​ອອກ​ຄຳສັ່ງ​ຢ່າງ​ຈອງຫອງ​ໃສ່​ມະນຸດ​ໃນ​ໂລກ


ພວກເຂົາ​ບໍ່ໄດ້​ສັດຊື່​ແລະ​ຈົງຮັກ​ພັກດີ​ຕໍ່​ພຣະອົງ ບໍ່​ສັດຊື່​ຕໍ່​ພັນທະສັນຍາ​ຂອງ​ພຣະອົງ.


ພວກເຂົາ​ບໍ່ໄດ້​ເຊື່ອຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ​ເລີຍ ແລະ​ບໍ່ໄດ້​ສັດຊື່​ດັ່ງ​ບັນພະບຸລຸດ​ຂອງ​ເຂົາເຈົ້າ ຄື​ເປັນ​ພວກ​ທີ່​ຂາດ​ຄວາມ​ໄວ້ວາງໃຈ ແລະ​ຄົດ​ດັ່ງ​ລູກໜ້າ​ທະນູ​ບ້ຽວ.


ຖືກຕ້ອງ ຄວາມ​ຫຼົ້ມຈົມ​ເປັນ​ຂອງ​ນະຄອນ​ເຢຣູຊາເລັມ​ສາ​ແລ້ວ ຢູດາຍ​ກໍ​ກຳລັງ​ຫຼົ້ມຈົມ​ດ້ວຍ ພວກເຂົາ​ເວົ້າ​ແລະ​ເຮັດ​ທຸກຢ່າງ​ຕໍ່ສູ້​ພຣະເຈົ້າຢາເວ; ພວກເຂົາ​ດູຖູກ​ໝິ່ນປະໝາດ​ພຣະອົງ​ຢ່າງ​ເປີດເຜີຍ.


ແລ້ວ​ປະຊາຊົນ​ກໍໄດ້​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກຳຈັດ​ເຢເຣມີຢາ​ສາ​ເທາະ ພວກເຮົາ​ມີ​ພວກ​ປະໂຣຫິດ​ໃຫ້​ຄຳແນະນຳ, ມີ​ພວກ​ນັກປາດ​ໃຫ້​ຄຳ​ປຶກສາ ແລະ​ມີ​ພວກ​ຜູ້ທຳນວາຍ ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢູ່​ສະເໝີ. ໃຫ້​ພວກເຮົາ​ຫາເລື່ອງ​ໃສ່​ລາວ ແລະ​ຢ່າ​ຟັງ​ສິ່ງ​ທີ່​ລາວ​ເວົ້າ​ນັ້ນ.”


ເຖິງ​ແມ່ນ​ນາງ​ໄດ້​ເຮັດ​ສິ່ງ​ທັງໝົດ​ນັ້ນ​ແລ້ວ​ກໍດີ; ຢູດາ ນ້ອງສາວ​ຜູ້​ທີ່​ບໍ່​ສັດຊື່​ຂອງ​ອິດສະຣາເອນ​ກໍ​ແກ້ງ​ກັບຄືນ​ມາ​ຫາ​ເຮົາ ພຽງແຕ່​ປາກ​ເທົ່ານັ້ນ; ແຕ່​ນາງ​ບໍ່ໄດ້​ມີ​ຄວາມ​ຈິງໃຈ​ເລີຍ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ກ່າວ​ວ່າ, ‘ເຮົາ​ໂກດຮ້າຍ​ແລະ​ໂກດ​ເຄືອງ​ຊາວ​ນະຄອນ​ເຢຣູຊາເລັມ​ສັນໃດ ເຮົາ​ກໍ​ຈະ​ໂກດ​ເຄືອງ​ພວກເຈົ້າ​ສັນນັ້ນ ຖ້າ​ພວກເຈົ້າ​ໄປ​ປະເທດ​ເອຢິບ. ພວກເຈົ້າ​ຕ່າງ​ກໍ​ຈະ​ເປັນ​ເປົ້າ​ສາຍຕາ​ອັນ​ໜ້າກຽດ​ໜ້າກົວ; ປະຊາຊົນ​ຈະ​ເຍາະເຍີ້ຍ​ພວກເຈົ້າ ແລະ​ໃຊ້​ຊື່​ຂອງ​ພວກເຈົ້າ​ເປັນ​ຄຳສາບແຊ່ງ. ພວກເຈົ້າ​ຈະ​ບໍ່​ເຫັນ​ບ່ອນ​ນີ້​ອີກ​ຕໍ່ໄປ​ຈັກເທື່ອ.’


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເຈົ້າ​ຈະ​ດື່ມ​ຈາກ​ຈອກ​ຂອງ​ເອື້ອຍ​ເຈົ້າ​ຄືກັນ​ໃດ ເປັນ​ຈອກ​ໃຫຍ່​ທັງ​ກົ້ນ​ເລິກ​ແລະ​ໂກນ​ດ້ວຍ. ທຸກໆຄົນ​ຈະ​ດູຖູກ​ແລະ​ເຍາະເຍີ້ຍ​ເຈົ້າ​ເດີ ເພາະ​ຈອກ​ນັ້ນ​ເຕັມ​ຈົນ​ວ່າ​ມັນ​ລົ້ນ​ອອກ.


ເມື່ອ​ພວກເຂົາ​ໄດ້​ໄປ​ຢູ່​ທີ່ໃດ ພວກເຂົາ​ກໍໄດ້​ນຳ​ຄວາມ​ອັບອາຍ​ຂາຍໜ້າ​ມາ​ສູ່​ນາມ​ອັນ​ບໍຣິສຸດ​ຂອງເຮົາ​ທີ່ນັ້ນ ຍ້ອນ​ຄົນ​ໄດ້​ເວົ້າ​ວ່າ, ‘ປະຊາຊົນ​ຂອງ​ພຣະເຈົ້າຢາເວ​ເຫຼົ່ານີ້​ຕ້ອງ​ປົບໜີ​ແຕ່​ດິນແດນ ທີ່​ພຣະເຈົ້າ​ຂອງ​ພວກເຂົາ​ເອງ​ໄດ້​ມອບ​ໃຫ້.’


ເພິ່ນ​ຈະ​ເວົ້າ​ຕໍ່ສູ້​ພຣະເຈົ້າ​ອົງ​ສູງສຸດ ແລະ​ຈະ​ຂົ່ມເຫັງ​ປະຊາຊົນ​ຂອງ​ພຣະເຈົ້າ. ເພິ່ນ​ຈະ​ພະຍາຍາມ​ປ່ຽນແປງ​ກົດໝາຍ ແລະ​ວັນ​ສະຫລອງ​ຕ່າງໆ​ທາງ​ສາສະໜາ ແລະ​ປະຊາຊົນ​ຂອງ​ພຣະເຈົ້າ​ຈະ​ຢູ່​ໃຕ້​ອຳນາດ​ຂອງ​ເພິ່ນ​ເປັນ​ເວລາ​ສາມ​ປີ​ເຄິ່ງ.


ແຕ່​ພວກເຂົາ​ບໍ່​ຍອມ​ກັບຄືນ​ມາ​ຫາ​ເຮົາ; ສະນັ້ນ ພວກເຂົາ​ຈຶ່ງ​ຕ້ອງ​ກັບຄືນ​ໄປ​ປະເທດ​ເອຢິບ ແລະ​ກະສັດ​ແຫ່ງ​ອັດຊີເຣຍ​ຈະ​ປົກຄອງ​ພວກເຂົາ.


ພວກເຂົາ​ຂືນ​ໜີໄປ​ຈາກ​ເຮົາ. ພວກເຂົາ​ຈະ​ຮ້ອງໄຫ້​ຍ້ອນ​ແບກ​ແອກ ແລະ​ຈະ​ບໍ່ມີ​ຜູ້ໃດ​ປົດ​ແອກ​ອອກ​ໃຫ້​ພວກເຂົາ​ໄດ້.


“ເອຟຣາອິມ ແລະ​ຢູດາ​ເອີຍ ເຮົາ​ຈະ​ເຮັດ​ແນວໃດ​ກັບ​ພວກເຈົ້າ? ຄວາມຮັກ​ທີ່​ພວກເຈົ້າ​ມີ​ຕໍ່​ເຮົາ​ນັ້ນ ກໍ​ຈືດຈາງ​ເຫືອດຫາຍ​ໄປ​ຢ່າງ​ໄວວາ ເໝືອນ​ນໍ້າໝອກ​ໃນ​ຕອນເຊົ້າ.


ເຄາະກຳ​ມາ​ເຖິງ​ພວກເຂົາ​ແລ້ວ ພວກເຂົາ​ໄດ້​ປະຖິ້ມ​ເຮົາ​ໄປ ແລະ​ກະບົດ​ຕໍ່ສູ້​ເຮົາ. ພວກເຂົາ​ຈະ​ຖືກ​ທຳລາຍ. ເຮົາ​ຢາກ​ໄຖ່​ພວກເຂົາ​ໃຫ້​ພົ້ນ ແຕ່​ພວກເຂົາ​ກ່າວ​ຄຳຕົວະ​ຕໍ່ສູ້​ເຮົາ​.


ປະຊາຊົນ​ອິດສະຣາເອນ​ຈະ​ບໍ່ໄດ້​ຢູ່​ໃນ​ດິນແດນ​ຂອງ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ, ແຕ່​ພວກເຂົາ​ຈະ​ຕ້ອງ​ກັບຄືນ​ໄປ​ປະເທດ​ເອຢິບ ແລະ​ກິນ​ອາຫານ​ທີ່​ຫວງຫ້າມ​ໃນ​ອັດຊີເຣຍ.


ຢູ່​ໃນ​ດິນແດນ​ຕ່າງ​ປະເທດ​ເຫຼົ່ານັ້ນ ພວກເຂົາ​ຈະ​ບໍ່​ສາມາດ​ເຮັດ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ພຣະເຈົ້າຢາເວ ຫລື​ນຳ​ເຄື່ອງ​ເຜົາບູຊາ​ໄປ​ຖວາຍ​ແກ່​ພຣະອົງ​ໄດ້. ອາຫານ​ຂອງ​ພວກເຂົາ​ຈະ​ເຮັດ​ໃຫ້​ທຸກຄົນ​ທີ່​ກິນ​ເປັນ​ມົນທິນ ຄື​ອາຫານ​ທີ່​ກິນ​ໃນ​ພິທີສົບ. ອາຫານ​ນີ້​ຈະ​ກິນ​ແກ້​ຄວາມຫິວ​ຂອງ​ພວກເຂົາ​ເທົ່ານັ້ນ; ແລະ​ຈະ​ຖືກ​ນຳ​ໄປ​ຖວາຍ​ເປັນ​ເຄື່ອງ​ບູຊາ​ໃນ​ພຣະວິຫານ​ຂອງ​ພຣະເຈົ້າຢາເວ​ບໍ່ໄດ້.


ເມື່ອ​ໄພພິບັດ​ມາເຖິງ ແລະ​ປະຊາຊົນ​ຖືກ​ກະຈັດ​ກະຈາຍ​ໄປ ຊາວ​ເອຢິບ​ຈະ​ທ້ອນໂຮມ​ເອົາ​ພວກເຂົາ ຄື​ໂຮມ​ເອົາ​ໄປ​ຝັງ​ໄວ້​ຢູ່​ໃນ​ເມືອງ​ມຳຟິດ ຊັບສົມບັດ​ທີ່​ເປັນ​ເຄື່ອງ​ເງິນ ແລະ​ບ່ອນ​ທີ່​ຕັ້ງ​ບ້ານເຮືອນ​ຂອງ​ພວກເຂົາ ກໍ​ຈະ​ມີ​ຫຍ້າ​ແລະ​ພຸ່ມໜາມ​ເກີດຂຶ້ນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ພວກເຈົ້າ​ໄດ້​ເວົ້າ​ໃສ່​ຮ້າຍ​ເຮົາ ແຕ່​ພວກເຈົ້າ​ຊໍ້າ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ໄດ້​ເວົ້າ​ໃສ່​ຮ້າຍ​ຫຍັງ​ແດ່​ແກ່​ພຣະອົງ?’


ພວກເຈົ້າ​ໄດ້​ເວົ້າ​ວ່າ, ‘ຮັບໃຊ້​ພຣະເຈົ້າ​ນັ້ນ​ໄຮ້ປະໂຫຍດ. ມີ​ປະໂຫຍດ​ຫຍັງ​ທີ່​ປະຕິບັດ​ຕາມ​ສິ່ງ​ທີ່​ພຣະອົງ​ບອກ ຫລື​ພະຍາຍາມ​ສະແດງ​ຕໍ່ໜ້າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ວ່າ ພວກເຮົາ​ເສຍໃຈ​ຕໍ່​ສິ່ງ​ທີ່​ພວກເຮົາ​ໄດ້​ເຮັດ​ມາ?


“ເຮົາ​ບອກ​ພວກເຈົ້າ​ວ່າ, ຖ້ອຍຄຳ​ເປົ່າໆ​ທຸກ​ຄຳ​ທີ່​ມະນຸດ​ເວົ້າ ຈະ​ຕ້ອງ​ໃຫ້​ການ​ເພາະ​ຄຳ​ນັ້ນ​ໃນ​ວັນ​ພິພາກສາ.


ເມັດ​ທີ່​ຕົກ​ໃສ່​ພື້ນ ທີ່​ມີ​ຫີນ​ຫລາຍ​ດິນ​ໜ້ອຍ ໄດ້​ແກ່​ຄົນ​ທີ່​ໄດ້ຍິນ​ພຣະທຳ ແລະ​ຮັບ​ເອົາ​ດ້ວຍ​ຄວາມ​ຊົມຊື່ນ​ຍິນດີ, ແຕ່​ພວກເຂົາ​ບໍ່​ໃຫ້​ພຣະທຳ​ນັ້ນ ຝັງ​ຮາກ​ລົງ​ເລິກ​ໃນ​ຈິດໃຈ ພວກເຂົາ​ເຊື່ອ​ຢູ່​ແຕ່​ພຽງ​ຊົ່ວຄາວ ແລະ​ເມື່ອ​ພວກເຂົາ​ຖືກ​ການ​ທົດລອງ ກໍ​ລົ້ມເລີກ​ໄປ​ເສຍ.


ລີ້ນ​ກໍ​ຄື​ກັນ​ນັ້ນ​ແຫຼະ ເປັນ​ອະໄວຍະວະ​ສ່ວນ​ນ້ອຍໆ ແຕ່​ສາມາດ​ໂອ້ອວດ​ເຖິງ​ເລື່ອງ​ໃຫຍ່ໆ​ໄດ້. ແປວ​ໄຟ​ພຽງ​ເລັກນ້ອຍ ກໍ​ຍັງ​ສາມາດ​ເຜົາຜານ​ປ່າໄມ້​ໃຫຍ່​ໄດ້.


ເພາະ​ເມື່ອ​ຄົນ​ຊອບທຳ​ຜູ້​ນີ້ ຢູ່​ໃນ​ໝູ່​ຄົນຊົ່ວ​ນັ້ນ ການ​ອະທຳ​ຂອງ​ພວກເຂົາ ທີ່​ເພິ່ນ​ໄດ້​ເຫັນ​ແລະ​ໄດ້ຍິນ ກໍ​ເຮັດ​ໃຫ້​ຈິດໃຈ​ທີ່​ຊອບທຳ​ຂອງ​ເພິ່ນ ເປັນ​ທຸກ​ລຳບາກ​ທຸກໆ​ວັນ.


ພຣະເຈົ້າ​ຊົງ​ອະນຸຍາດ​ໃຫ້​ສັດ​ນັ້ນ​ມີ​ປາກ ເວົ້າ​ຄຳ​ຈອງຫອງ​ແລະ​ໝິ່ນປະໝາດ ແລະ​ຊົງ​ໃຫ້​ມັນ​ມີ​ອຳນາດ​ເຮັດ​ຢ່າງ​ນັ້ນ​ຕະຫລອດ​ສີ່ສິບສອງ​ເດືອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka