Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 7:12 - ພຣະຄຳພີສັກສິ

12 ແຕ່​ເຮົາ​ຈະ​ກາງ​ຕາໜ່າງ​ອອກ​ເພື່ອ​ຄຸບ​ເອົາ​ພວກເຂົາ ດັ່ງ​ຄຸບ​ເອົາ​ນົກ​ທີ່​ບິນ​ໃນ​ອາກາດ. ເຮົາ​ຈະ​ລົງໂທດ​ພວກເຂົາ​ຍ້ອນ​ການ​ຊົ່ວຮ້າຍ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ.

Uka jalj uñjjattʼäta Copia luraña




ໂຮເສອາ 7:12
15 Jak'a apnaqawi uñst'ayäwi  

ພວກເຈົ້າ​ບໍ່​ເຫັນ​ບໍ​ວ່າ ແມ່ນ​ພຣະເຈົ້າ​ທີ່​ໄດ້​ທຳການ ພຣະອົງ​ໄດ້​ວາງແຜນ​ເພື່ອ​ດັກຈັບ​ຂ້ອຍ​ຢ່າງນີ້.


ເຈົ້າ​ຮູ້​ບໍ່ໄດ້​ຈັກເທື່ອ​ວ່າ ຜຽນ​ຂອງ​ເຈົ້າ​ຈະ​ມາ​ຮອດ​ເມື່ອໃດ. ດັ່ງ​ນົກ​ທີ່​ຖືກ​ແຮ້ວ​ຢ່າງ​ກະທັນຫັນ ດັ່ງ​ປາ​ທີ່​ຖືກ​ມອງ ເຮົາ​ຖືກ​ບ້ວງແຮ້ວ​ແຫ່ງ​ຄວາມ​ຊົ່ວຮ້າຍ​ໃນ​ຊົ່ວ​ບຶດດຽວ ໃນ​ເວລາ​ທີ່​ບໍ່​ຄາດຝັນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ກຳລັງ​ຈະ​ສົ່ງ​ຄົນ​ຈັບປາ​ຫລາຍ​ຄົນ ມາ​ຈັບ​ປະຊາຊົນ​ເຫຼົ່ານີ້. ແລ້ວ​ເຮົາ​ກໍ​ຈະ​ສົ່ງ​ນາຍພານ​ຫລາຍ​ຄົນ ມາ​ໂຫ່​ພວກເຂົາ​ລົງ​ຈາກ​ເທິງ​ພູເຂົາ ແລະ​ເນີນພູ​ທຸກໜ່ວຍ ແລະ​ເຂົ້າ​ໄປ​ໃນ​ຖໍ້າ​ແລະ​ໃນ​ໂງ່ນຫີນ.


ເຮົາ​ໄດ້​ສືບຕໍ່​ສົ່ງ​ພວກ​ຜູ້ທຳນວາຍ ຄື​ຜູ້ຮັບໃຊ້​ຂອງເຮົາ​ມາ​ຫາ​ພວກເຈົ້າ ເພື່ອ​ບອກ​ພວກເຈົ້າ​ບໍ່​ໃຫ້​ເຮັດ​ສິ່ງ​ທີ່​ໜ້າກຽດຊັງ​ທີ່​ເຮົາ​ບໍ່​ມັກ​ນັ້ນ.


ແຕ່​ເຮົາ​ຈະ​ກາງ​ຕາໜ່າງ​ດັກຈັບ​ເອົາ​ລາວ. ແລ້ວ​ເຮົາ​ຈະ​ນຳ​ລາວ​ໄປ​ສູ່​ນະຄອນ​ບາບີໂລນ ຄື​ບ່ອນ​ທີ່​ລາວ​ຈະ​ຕາຍ​ໂດຍ​ບໍ່ໄດ້​ເຫັນ​ນະຄອນ​ນີ້.


ເຮົາ​ຈະ​ຫວ່ານ​ຕາໜ່າງ​ຂອງ​ພວກ​ນັກໂຫ່ເນື້ອ​ຈັບ​ເອົາ​ລາວ. ເຮົາ​ຈະ​ນຳ​ລາວ​ໄປ​ສູ່​ບາບີໂລນ ແລະ​ລົງໂທດ​ລາວ​ຢູ່​ທີ່​ນັ້ນ ເພາະ​ລາວ​ບໍ່ໄດ້​ສັດຊື່​ຕໍ່​ເຮົາ.


ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ເມື່ອ​ຫລາຍ​ຊົນຊາດ​ມາ​ເຕົ້າໂຮມ​ກັນ ເຮົາ​ຈະ​ໃຊ້​ຕາໜ່າງ​ຈັບ​ເຈົ້າ​ໄວ້​ແລະ​ໃຫ້​ພວກເຂົາ​ລາກ​ເຈົ້າ​ຂຶ້ນ​ມາ​ເທິງ​ຫາດ.


ວັນ​ແຫ່ງ​ການ​ພິພາກສາ​ເອຟຣາອິມ​ຈະ​ມາເຖິງ ແລະ​ຊາດ​ອິດສະຣາເອນ​ກໍ​ຈະ​ຖືກ​ທຳລາຍ; ປະຊາຊົນ​ອິດສະຣາເອນ​ເອີຍ ເຫດການ​ນີ້​ຈະ​ເກີດຂຶ້ນ​ຢ່າງ​ແນ່ນອນ.


ຝ່າຍ​ເຮົາ ເຮົາ​ຮັກ​ຜູ້ໃດ ເຮົາ​ກໍ​ຕິຕຽນ​ຂ້ຽນ​ສອນ​ຜູ້ນັ້ນ. ເຫດສະນັ້ນ ຈົ່ງ​ມີ​ໃຈ​ຮ້ອນຮົນ​ແລະ​ກັບໃຈ​ເສຍ​ໃໝ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka