Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 7:11 - ພຣະຄຳພີສັກສິ

11 ຊາດ​ອິດສະຣາເອນ​ວົນວຽນ​ໄປມາ​ດັ່ງ​ນົກ​ກາງແກ​ທີ່​ໂງ່ງ່າວ; ປະຊາຊົນ​ຂອງຕົນ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ປະເທດ​ເອຢິບ​ກ່ອນ ແລ້ວ​ກໍ​ແລ່ນ​ໄປ​ຫາ​ອັດຊີເຣຍ

Uka jalj uñjjattʼäta Copia luraña




ໂຮເສອາ 7:11
25 Jak'a apnaqawi uñst'ayäwi  

ກະສັດ​ຕີກະລາດ​ປີເລເສ​ແຫ່ງ​ອັດຊີເຣຍ​ໄດ້​ບຸກລຸກ​ອານາຈັກ​ອິດສະຣາເອນ. ແລ້ວ​ກະສັດ​ເມນາເຮມ​ກໍໄດ້​ມອບ​ເງິນ​ໃຫ້​ເພິ່ນ​ສາມສິບແປດ​ໂຕນ ເພື່ອ​ສະໜັບ​ສະໜູນ​ຕົນ​ໃຫ້​ມີ​ອຳນາດ​ໄດ້​ປົກຄອງ​ຕໍ່ໄປ.


ແລ້ວ​ກະສັດ​ອາຮາດ​ກໍ​ສົ່ງ​ຄະນະທູດ​ໄປ​ຫາ​ກະສັດ​ຕີກະລາດ​ປີເລເສ ກະສັດ​ແຫ່ງ​ອັດຊີເຣຍ​ໂດຍ​ມີ​ຖ້ອຍຄຳ​ດັ່ງນີ້: “ຂ້າພະເຈົ້າ​ຄື​ຜູ້ຮັບໃຊ້​ທີ່​ສັດຊື່​ຂອງທ່ານ ຂໍ​ທ່ານ​ກະລຸນາ​ມາ​ຊ່ວຍກູ້​ເອົາ​ຂ້າພະເຈົ້າ ຈາກ​ອຳນາດ​ຂອງ​ກະສັດ​ແຫ່ງ​ຊີເຣຍ ແລະ​ກະສັດ​ແຫ່ງ​ອິດສະຣາເອນ ທີ່​ກຳລັງ​ໂຈມຕີ​ຂ້າພະເຈົ້າ​ແດ່ທ້ອນ.”


ຜູ້​ທີ່​ບໍ່​ຍອມ​ຮັບ​ການ​ແອບສອນ​ກໍ​ເຮັດ​ໃຫ້​ຕົນ​ເຈັບປວດ, ແຕ່​ຜູ້​ທີ່​ຍອມຮັບ​ການ​ແອບສອນ​ກໍ​ຊ່ວຍ​ຕົນ​ໃຫ້​ເປັນ​ຄົນສະຫລາດ​ຂຶ້ນ.


ເປັນຫຍັງ​ຄົນໂງ່ຈ້າ​ຈຶ່ງ​ມີ​ເງິນ​ໃນ​ມື​ເພື່ອ​ຊື້​ປັນຍາ ໃນ​ເມື່ອ​ເຂົາ​ບໍ່ມີ​ໃຈ​ຢາກໄດ້.


ແຕ່​ຊາຍ​ທີ່​ຫລິ້ນຊູ້​ເປັນ​ຜູ້​ໄຮ້​ຄວາມ​ຮູ້ສຶກ ລາວ​ມີ​ແຕ່​ທຳລາຍ​ຕົນເອງ.


ເຈົ້າ​ຫວັງ​ຈະ​ໄດ້​ຫຍັງ​ແດ່​ທີ່​ເຈົ້າ​ໄປ​ຫາ​ເອຢິບ ຫວັງ​ຈະ​ໄດ້​ດື່ມ​ນໍ້າ​ໃນ​ແມ່ນໍ້າ​ນິນ​ຫລື​ນີ້? ເຈົ້າ​ຫວັງ​ຈະ​ໄດ້​ຫຍັງ​ທີ່​ໄປ​ຫາ​ອັດຊີເຣຍ ຫວັງ​ຈະ​ໄດ້​ດື່ມ​ນໍ້າ​ໃນ​ແມ່ນໍ້າ​ເອີຟຣັດ​ຫລື​ນີ້?


ເຈົ້າ​ໄດ້​ຕີ​ລາຄາ​ເຈົ້າເອງ​ຢ່າງ​ຕໍ່າໆ ໂດຍ​ຫັນໄປ​ຫາ​ບັນດາ​ພະ​ຂອງ​ຊົນຊາດ​ອື່ນໆ. ເອຢິບ​ຈະ​ເຮັດ​ໃຫ້​ເຈົ້າ​ຜິດຫວັງ ດັ່ງ​ອັດຊີເຣຍ​ໄດ້​ເຮັດ​ໃຫ້​ເຈົ້າ​ຜິດຫວັງ​ມາ​ແລ້ວ.


ພວກເຂົາ​ຈະ​ມາ​ຈາກ​ປະເທດ​ເອຢິບ​ຢ່າງ​ວ່ອງໄວ​ເໝືອນ​ນົກ ແລະ​ມາ​ຈາກ​ອັດຊີເຣຍ​ເໝືອນ​ນົກເຂົາ. ເຮົາ​ຈະ​ນຳ​ພວກເຂົາ​ກັບຄືນ​ມາ​ສູ່​ບ້ານເຮືອນ​ຂອງ​ພວກເຂົາ​ອີກ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ທຸກສິ່ງ​ທີ່​ປະຊາຊົນ​ເອຟຣາອິມ​ໄດ້​ປະພຶດ ຕັ້ງແຕ່​ເຊົ້າ​ຈົນ​ຄໍ່າ​ນັ້ນ ລ້ວນແຕ່​ບໍ່ມີ​ປະໂຫຍດ ແລະ​ສູນເສຍ​ໄປ​ທັງນັ້ນ. ການ​ຫັກຫລັງ​ແລະ​ການກະທຳ​ອັນ​ຮຸນແຮງ ມີ​ເພີ່ມຂຶ້ນ​ໃນ​ທ່າມກາງ​ພວກເຂົາ. ພວກເຂົາ​ເຮັດ​ຂໍ້​ຕົກລົງ​ກັບ​ອັດຊີເຣຍ ແລະ​ເຮັດ​ທຸລະກິດ​ກັບ​ປະເທດ​ເອຢິບ.


ພຣະເຈົ້າຢາເວ​ມີ​ຄຳ​ກ່າວ​ຟ້ອງ​ປະຊາຊົນ​ຢູດາ; ພຣະອົງ​ຍັງ​ຈະ​ລົງໂທດ​ຊາດ​ອິດສະຣາເອນ ຍ້ອນ​ວິທີ​ປະພຶດ​ຂອງ​ປະຊາຊົນ. ພຣະອົງ​ຈະ​ໃຫ້​ຜົນ​ກຳ​ນຳ​ສະໜອງ​ພວກເຂົາ.


ອັດຊີເຣຍ​ບໍ່ເຄີຍ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ ມ້າ​ເສິກ​ໃຫ້​ຄວາມ​ຄຸ້ມຄອງ​ແກ່​ພວກ​ຂ້ານ້ອຍ​ກໍ​ບໍ່ໄດ້. ພວກ​ຂ້ານ້ອຍ​ຈະ​ບໍ່​ກ່າວ​ຕໍ່​ຮູບເຄົາຣົບ​ຂອງ​ພວກ​ຂ້ານ້ອຍ​ອີກ​ວ່າ ພວກມັນ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ. ຂ້າແດ່​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ຂໍໂຜດ​ສຳແດງ​ຄວາມ​ເມດຕາ​ຕໍ່​ພວກ​ຂ້ານ້ອຍ ທີ່​ຂາດ​ຜູ້​ເພິ່ງພາ​ອາໄສ​ດ້ວຍ​ເຖີດ.”


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຫຼົ້າ​ອະງຸ່ນ​ທັງ​ເກົ່າ​ແລະ​ໃໝ່ ກຳລັງ​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ເສຍ​ຄົນ.


ປະຊາຊົນ​ຂອງເຮົາ​ໄດ້​ຖືກ​ທຳລາຍ ເພາະ​ພວກເຂົາ​ຂາດ​ຄວາມ​ຮູ້. ພວກເຈົ້າ​ຜູ້​ເປັນ​ປະໂຣຫິດ​ບໍ່​ຍອມ​ຮັບຮູ້​ເຮົາ ແລະ​ໄດ້​ປະຖິ້ມ​ຄຳສັ່ງສອນ​ຂອງເຮົາ; ດັ່ງນັ້ນ ເຮົາ​ຈຶ່ງ​ບໍ່​ຍອມ​ຮັບຮູ້​ພວກເຈົ້າ ແລະ​ບໍ່​ຍອມ​ຮັບຮູ້​ລູກຊາຍ​ຂອງ​ພວກເຈົ້າ​ວ່າ ເປັນ​ປະໂຣຫິດ​ຂອງເຮົາ.


ເມື່ອໃດ​ເອຟຣາອິມ​ເຫັນ​ວ່າ​ຕົນ​ເຈັບໄຂ້ ແລະ​ຢູດາຍ​ເຫັນ​ວ່າ​ຕົນ​ມີ​ບາດແຜ ເມື່ອນັ້ນ​ເອຟຣາອິມ​ກໍ​ໄປ​ຫາ​ອັດຊີເຣຍ ເພື່ອ​ຂໍ​ໃຫ້​ກະສັດ​ຜູ້​ຍິ່ງໃຫຍ່​ຊ່ວຍເຫລືອ, ແຕ່​ລາວ​ບໍ່​ສາມາດ​ຮັກສາ​ພວກເຂົາ ຫລື​ປິ່ນປົວ​ບາດແຜ​ຂອງ​ພວກເຂົາ​ໃຫ້​ດີ​ໄດ້.


ຄວາມຊົ່ວ​ທີ່​ປະຊາຊົນ​ປະພຶດ​ນັ້ນ​ໄດ້​ກີດກັ້ນ​ພວກເຂົາ ບໍ່​ໃຫ້​ກັບຄືນ​ມາ​ຫາ​ພຣະເຈົ້າ​ຂອງຕົນ. ການ​ຂາບໄຫວ້​ຮູບເຄົາຣົບ​ມີ​ອຳນາດ​ຈ່ອງດຶງ​ພວກເຂົາ​ໄວ້ ແລະ​ພວກເຂົາ​ກໍ​ບໍ່​ຍອມ​ຮັບຮູ້​ພຣະເຈົ້າຢາເວ.


ພວກເຂົາ​ເຜົາ​ຖວາຍບູຊາ​ແກ່​ເຮົາ ແລະ​ກິນ​ຊີ້ນ​ທີ່​ໄດ້​ບູຊາ​ນັ້ນ. ແຕ່​ພຣະເຈົ້າຢາເວ​ບໍ່​ພໍໃຈ​ກັບ​ພວກເຂົາ; ມາບັດນີ້ ເຮົາ​ຈະ​ຈົດຈຳ​ການບາບ​ຂອງ​ພວກເຂົາ ແລະ​ລົງໂທດ​ພວກເຂົາ​ຍ້ອນ​ການບາບ​ນັ້ນ; ເຮົາ​ຈະ​ສົ່ງ​ພວກເຂົາ​ກັບຄືນ​ໄປ​ປະເທດ​ເອຢິບ.


ປະຊາຊົນ​ອິດສະຣາເອນ​ຈະ​ບໍ່ໄດ້​ຢູ່​ໃນ​ດິນແດນ​ຂອງ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ, ແຕ່​ພວກເຂົາ​ຈະ​ຕ້ອງ​ກັບຄືນ​ໄປ​ປະເທດ​ເອຢິບ ແລະ​ກິນ​ອາຫານ​ທີ່​ຫວງຫ້າມ​ໃນ​ອັດຊີເຣຍ.


ເມື່ອ​ໄພພິບັດ​ມາເຖິງ ແລະ​ປະຊາຊົນ​ຖືກ​ກະຈັດ​ກະຈາຍ​ໄປ ຊາວ​ເອຢິບ​ຈະ​ທ້ອນໂຮມ​ເອົາ​ພວກເຂົາ ຄື​ໂຮມ​ເອົາ​ໄປ​ຝັງ​ໄວ້​ຢູ່​ໃນ​ເມືອງ​ມຳຟິດ ຊັບສົມບັດ​ທີ່​ເປັນ​ເຄື່ອງ​ເງິນ ແລະ​ບ່ອນ​ທີ່​ຕັ້ງ​ບ້ານເຮືອນ​ຂອງ​ພວກເຂົາ ກໍ​ຈະ​ມີ​ຫຍ້າ​ແລະ​ພຸ່ມໜາມ​ເກີດຂຶ້ນ.


ພັນທະມິດ​ຂອງ​ພວກເຈົ້າ​ໄດ້​ຫລອກລວງ​ພວກເຈົ້າ​ສາ​ແລ້ວ; ພວກເຂົາ​ໄດ້​ໄລ່​ໃຫ້​ໜີ​ຈາກ​ດິນແດນ​ຂອງ​ພວກເຈົ້າ​ເອງ​ແລ້ວ. ປະຊາຊົນ​ທີ່​ເຄີຍ​ຢູ່​ຢ່າງ​ສະຫງົບສຸກ​ກັບ​ພວກເຈົ້າ ມາບັດນີ້ ພວກເຂົາ​ກໍໄດ້​ຕີ​ຊະນະ​ພວກເຈົ້າ​ສາ​ແລ້ວ. ພວກ​ເພື່ອນ​ເຫຼົ່ານັ້ນ​ທີ່​ໄດ້​ກິນ​ເຂົ້າ​ຮ່ວມກັນ ຕ່າງ​ກໍໄດ້​ຫ້າງແຮ້ວ​ດັກຈັບ​ພວກເຈົ້າ; ພວກເຂົາ​ຕ່າງ​ກໍໄດ້​ເວົ້າ​ກ່ຽວກັບ​ເຈົ້າ​ວ່າ, ‘ຄວາມ​ຫລັກແຫລມ​ທີ່​ລາວ​ມີ​ນັ້ນ​ໄປ​ໃສ​ໝົດ?’


“ເບິ່ງແມ! ເຮົາ​ໃຊ້​ພວກເຈົ້າ​ອອກ​ໄປ​ເໝືອນ​ແກະ​ຢູ່​ໃນ​ທ່າມກາງ​ຝູງ​ໝາໄນ. ສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ​ອ່ອນສຸພາບ​ເໝືອນ​ນົກເຂົາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka