10 ຄວາມຈອງຫອງຂອງປະຊາຊົນອິດສະຣາເອນຟ້ອງຮ້ອງພວກເຂົາ. ເຖິງແມ່ນວ່າມີເຫດຫລາຍປະການໄດ້ເກີດຂຶ້ນກໍຕາມ ພວກເຂົາກໍບໍ່ໄດ້ກັບຄືນມາຫາພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ ຫລືສະແຫວງຫາພຣະອົງ.
ຄົນຊົ່ວຮ້າຍບໍ່ສະແຫວງຫາພຣະອົງເລີຍ ດ້ວຍຄວາມຈອງຫອງ ພວກເຂົາຄິດວ່າ, “ບໍ່ມີພຣະເຈົ້າ.”
ພຣະເຈົ້າຢາເວຫລຽວເບິ່ງມະນຸດຈາກສະຫວັນ ວ່າມີໃຜແດ່ທີ່ສະຫລາດ ມີໃຜແດ່ທີ່ຊອກສະແຫວງຫາພຣະອົງ.
ພຣະເຈົ້າຫລຽວລົງຈາກສະຫວັນ ເພື່ອເບິ່ງມວນມະນຸດຊາດ ແລະເພື່ອຢາກຮູ້ວ່າມີຜູ້ໃດແດ່ສະຫລາດພໍ ທີ່ສະແຫວງຫາພຣະເຈົ້າ.
ເຖິງແມ່ນເຈົ້າຕີຄົນໂງ່ຈ້າຈົນລາວເກືອບຕາຍ, ແຕ່ເຈົ້າກໍຕີຄວາມໂງ່ງ່າວອອກຈາກລາວບໍ່ໄດ້.
ພວກຊີເຣຍຢູ່ທາງທິດຕາເວັນອອກ ແລະພວກຟີລິດສະຕິນຢູ່ທາງທິດຕາເວັນຕົກ ຕ່າງກໍອ້າປາກເພື່ອຈະກືນກິນອິດສະຣາເອນ. ເຖິງປານນັ້ນກໍຕາມ ຄວາມໂກດຮ້າຍຂອງພຣະອົງກໍຍັງບໍ່ສິ້ນສຸດ; ແຕ່ມືພຣະອົງຍັງຢຽດອອກຢູ່ເພື່ອລົງໂທດພວກເຂົາ.
ເຖິງແມ່ນວ່າພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ ໄດ້ລົງໂທດອິດສະຣາເອນແລ້ວກໍຕາມ; ແຕ່ພວກເຂົາກໍຍັງບໍ່ໄດ້ປ່ຽນໃຈກັບຄືນມາຫາພຣະອົງ.
ດ້ວຍເຫດນີ້, ຝົນຈຶ່ງບໍ່ຕົກຕາມລະດູການ ແລະ ຝົນຍາມລະດູໃບໄມ້ປົ່ງຈຶ່ງຍັງບໍ່ມາ. ເບິ່ງເຈົ້າຄືຍິງແມ່ຈ້າງແທ້ໆ; ເຈົ້າຜູ້ບໍ່ມີຢ່າງອາຍເອີຍ.
ເຮົາຈະບໍ່ຊ່ວຍປະຊາຊົນນີ້ໃຫ້ພົ້ນຈາກພິພົບຄົນຕາຍ ຫລືຊ່ວຍກູ້ເອົາພວກເຂົາໃຫ້ພົ້ນຈາກອຳນາດຂອງຄວາມຕາຍ. ໂອ ຄວາມຕາຍເອີຍ ຈົ່ງມາພ້ອມ ກັບໄພພິບັດຂອງເຈົ້າ. ເຮົາຈະບໍ່ສົງສານປະຊາຊົນນີ້ຕໍ່ໄປອີກແລ້ວ.
ຄວາມຈອງຫອງຂອງປະຊາຊົນອິດສະຣາເອນກໍຮ້ອງຟ້ອງຕໍ່ສູ້ພວກເຂົາ. ພວກເຂົາຕຳສະດຸດລົ້ມຍ້ອນການບາບຂອງພວກເຂົາເອງ ແລະຝ່າຍປະຊາຊົນຢູດາກໍລົ້ມລົງຄືກັນ.
ປະຊາຊົນເວົ້າວ່າ, “ໃຫ້ພວກເຮົາກັບຄືນໄປຫາພຣະເຈົ້າຢາເວເທາະ ພຣະອົງໄດ້ເຮັດໃຫ້ພວກເຮົາເຈັບປວດ ແຕ່ພຣະອົງຈະຮັກສາພວກເຮົາໃຫ້ດີຢ່າງແນ່ນອນ; ພຣະອົງໄດ້ເຮັດໃຫ້ພວກເຮົາມີບາດແຜ ແຕ່ພຣະອົງຈະພັນບາດແຜໃຫ້.
ພວກເຂົາໄດ້ຂ້າພວກຜູ້ປົກຄອງຂອງຕົນ ດ້ວຍຄວາມຮ້ອນຈັດແຫ່ງການໂກດຮ້າຍ. ບັນດາກະສັດຂອງພວກເຂົາຖືກລອບສັງຫານຕໍ່ເນື່ອງກັນ; ແຕ່ບໍ່ມີຜູ້ໃດພາວັນນາອະທິຖານຂໍໃຫ້ເຮົາຊ່ວຍເຫລືອ.”
ເຮົາຈະທຳລາຍພວກທີ່ໄດ້ຫັນໜີໄປຈາກເຮົາ ແລະບໍ່ຕິດຕາມພຣະເຈົ້າຢາເວອີກຕໍ່ໄປ ຄືພວກທີ່ບໍ່ມາຫາພຣະເຈົ້າຢາເວ ຫລືບໍ່ມາຂໍໃຫ້ເຮົານຳພາພວກເຂົາ.”
‘ຢ່າສູ່ເປັນດັ່ງປູ່ຍ່າຕາຍາຍຂອງພວກເຈົ້າ ນານມາແລ້ວບັນດາຜູ້ທຳນວາຍໄດ້ບອກວ່າ ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ບອກພວກເຈົ້າບໍ່ໃຫ້ດຳເນີນຊີວິດໃນທາງຊົ່ວຊ້າແລະໃນທາງບາບຕໍ່ໄປ.’ ແຕ່ພວກເຂົາບໍ່ໄດ້ເຊື່ອຟັງຫລືເຮັດຕາມສິ່ງທີ່ເຮົາໄດ້ບອກ. ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ບໍ່ມີຄົນທີ່ເຂົ້າໃຈ ບໍ່ມີຄົນທີ່ສະແຫວງຫາພຣະເຈົ້າ.