Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 7:1 - ພຣະຄຳພີສັກສິ

1 “ເມື່ອໃດ​ເຮົາ​ຢາກ​ປິ່ນປົວ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງເຮົາ​ໃຫ້​ດີ ແລະ​ເຮັດ​ໃຫ້​ພວກເຂົາ​ມັ່ງຄັ່ງ​ສົມບູນ​ອີກ; ເມື່ອນັ້ນ​ເຮົາ​ກໍ​ເຫັນ​ແຕ່​ການ​ໂຫດຮ້າຍ ແລະ​ກິດຈະການ​ຊົ່ວ​ຂອງ​ພວກເຂົາ. ພວກເຂົາ​ສໍ້ໂກງ​ກັນແລະກັນ; ງັດແງະ​ເຂົ້າ​ໄປ​ໃນ​ເຮືອນ​ລັກ​ເອົາ​ສິ່ງຂອງ ແລະ​ປຸ້ນຈີ້​ຄົນ​ຕາມ​ຖະໜົນ​ຫົນທາງ.

Uka jalj uñjjattʼäta Copia luraña




ໂຮເສອາ 7:1
30 Jak'a apnaqawi uñst'ayäwi  

ເຄາະກຳ​ເປັນ​ຂອງ​ອານາຈັກ​ອິດສະຣາເອນ​ສາ​ແລ້ວ ຄວາມ​ຮຸ່ງເຮືອງ​ຂອງ​ອານາຈັກ​ກຳລັງ​ຫ່ຽວແຫ້ງ​ລົງ ດັ່ງ​ມົງກຸດ​ດອກໄມ້​ທີ່​ຢູ່​ເທິງ​ຫົວ​ຂອງ​ຜູ້ນຳ​ຂີ້ເມົາ​ທັງຫລາຍ. ຫົວ​ອັນ​ອວດອົ່ງ​ຂອງ​ພວກເຂົາ​ມີ​ກິ່ນ​ຫອມຫວນ​ດີ ແຕ່​ພວກເຂົາ​ພັດ​ນອນ​ເມົາ​ບໍ່ໄດ້​ສະຕິ​ດັ່ງ​ຄົນຕາຍ.


ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ການຊົ່ວ​ທີ່​ພວກ​ຂ້ານ້ອຍ​ທັງຫລາຍ​ໄດ້​ເຮັດ​ຕໍ່ສູ້​ພຣະອົງ​ນັ້ນ​ມີ​ຫລາຍ​ແທ້. ການບາບ​ຂອງ​ພວກ​ຂ້ານ້ອຍ​ກ່າວໂທດ​ຕໍ່ສູ້​ພວກ​ຂ້ານ້ອຍ​ແລ້ວ ແລະ​ພວກ​ຂ້ານ້ອຍ​ກໍ​ຮູ້​ດີ.


ພວກ​ຂ້ານ້ອຍ​ທັງຫລາຍ​ໄດ້​ກະບົດ​ຕໍ່ສູ້​ພຣະເຈົ້າຢາເວ, ປະຖິ້ມ​ພຣະອົງ ແລະ​ບໍ່​ຍອມ​ຕິດຕາມ​ພຣະອົງ. ພວກ​ຂ້ານ້ອຍ​ໄດ້​ກົດຂີ່​ຄົນອື່ນ ແລະ​ຫັນໜີ​ໄປ​ຈາກ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ. ຄວາມຄິດ​ຂອງ​ພວກ​ຂ້ານ້ອຍ​ຜິດພາດ ແລະ​ຄຳເວົ້າ​ຂອງ​ພວກ​ຂ້ານ້ອຍ​ກໍ​ລ້ວນແຕ່​ເປັນ​ຄຳຕົວະ.


ຄວາມ​ຍຸດຕິທຳ​ຖືກ​ຂັບໄລ່​ໃຫ້​ໜີໄປ ແລະ​ຄວາມ​ຖືກຕ້ອງ​ກໍ​ເຂົ້າ​ມາ​ໃກ້​ບໍ່ໄດ້. ຄວາມຈິງ​ເຕະ​ສະດຸດ​ລົ້ມລົງ​ທີ່​ສີ່​ແຍກ​ກາງ​ເມືອງ ແລະ​ຄວາມສັດຊື່​ກໍ​ບໍ່ມີ​ຢູ່​ໃນ​ທີ່ນັ້ນ.


ຊາວ​ຕ່າງດ້າວ​ທັງຫລາຍ​ທີ່​ອາໄສ​ຢູ່​ໃນ​ທີ່ນັ້ນ​ໄດ້​ເວົ້າ​ວ່າ, ‘ພວກເຮົາ​ພະຍາຍາມ​ຊ່ວຍ​ບາບີໂລນ ແຕ່​ຊ້າ​ເກີນ​ໄປ​ສາ​ແລ້ວ. ບັດນີ້ ປ່ອຍ​ສາເທາະ ແລະ​ກັບຄືນ​ເມືອ​ບ້ານເກີດ​ເມືອງນອນ​ສາ. ພຣະເຈົ້າ​ລົງໂທດ​ບາບີໂລນ​ດ້ວຍ​ຣິດທານຸພາບ​ທັງໝົດ​ຂອງ​ພຣະອົງ ແລະ​ທຳລາຍ​ປະເທດ​ຢ່າງ​ໝົດສິ້ນ.”’


ເອື້ອຍ​ກົກ​ຂອງ​ເຈົ້າ​ແມ່ນ​ຊາມາເຣຍ​ຄື​ຢູ່​ທາງ​ທິດເໜືອ ໄດ້​ມີ​ໝູ່ບ້ານ​ຂອງ​ຕົນເອງ. ສ່ວນ​ນ້ອງສາວ​ຂອງເຈົ້າ​ແມ່ນ​ໂຊໂດມ​ຄື​ຢູ່​ທາງ​ທິດໃຕ້ ກໍ​ມີ​ໝູ່ບ້ານ​ຂອງຕົນເອງ.


ເອື້ອຍ​ກົກ​ຊື່​ວ່າ ໂອໂຮລາ (ນາງ​ເປັນ​ຕົວແທນ​ໃຫ້​ຊາມາເຣຍ) ແລະ​ນ້ອງສາວ​ຊື່​ວ່າ​ໂອໂຮລີບາ (ນາງ​ເປັນ​ຕົວແທນ​ໃຫ້​ນະຄອນ​ເຢຣູຊາເລັມ). ເຮົາ​ໄດ້​ແຕ່ງງານ​ກັບ​ພວກເຂົາ​ທັງສອງ ແລະ​ພວກເຂົາ​ກໍໄດ້​ເກີດ​ລູກ​ໃຫ້​ແກ່​ເຮົາ.


ນະຄອນ​ເຢຣູຊາເລັມ​ເອີຍ ການກະທຳ​ອັນ​ຜິດ​ສິນທຳ​ຕ່າງໆ​ຂອງເຈົ້າ​ນັ້ນ ໄດ້​ເຮັດ​ໃຫ້​ເຈົ້າ​ເປັນ​ມົນທິນ. ແມ່ນ​ວ່າ​ເຮົາ​ພະຍາຍາມ​ຊຳລະ​ເຈົ້າ​ໃຫ້​ບໍຣິສຸດ​ກໍດີ ເຈົ້າ​ກໍ​ຍັງ​ມີ​ມົນທິນ​ຢູ່. ເຈົ້າ​ຈະ​ບໍ່​ສະອາດ​ແທ້ ຈົນກວ່າ​ເຈົ້າ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ອັນ​ເຕັມ​ຂະໜາດ​ຂອງເຮົາ.


ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ຊາມາເຣຍ ຈະ​ຢ້ານກົວ​ແລະ​ເປັນທຸກ ຍ້ອນ​ສູນເສຍ​ຮູບ​ງົວເຖິກ​ຄຳ ທີ່​ເມືອງ​ເບັດອາເວນ. ພວກເຂົາ​ກັບ​ປະໂຣຫິດ​ຄື​ຜູ້ຮັບໃຊ້​ຮູບເຄົາຣົບ​ນັ້ນ ຈະ​ຮ້ອງໄຫ້​ໄວ້ທຸກ​ນຳ​ຮູບເຄົາຣົບ​ນີ້. ພວກເຂົາ​ຈະ​ຄວນຄາງ ຍ້ອນ​ມີ​ຜູ້​ລອກ​ເອົາ​ຄຳ​ອັນ​ສວຍງາມ​ທີ່​ໂອບ​ຮູບ​ນັ້ນ​ໄປ.


ປະຊາຊົນ​ເອຟຣາອິມ​ອ້ອມຮອບ​ເຮົາ​ໄວ້ ດ້ວຍ​ການຕົວະ​ແລະ​ການ​ຫລອກລວງ ແລະ​ປະຊາຊົນ​ຢູດາ​ກໍ​ຍັງ​ເປັນ​ກະບົດ​ຕໍ່ສູ້​ເຮົາ​ຢູ່ ຄື​ຕໍ່ສູ້​ພຣະເຈົ້າ​ອົງ​ສັດຊື່​ແລະ​ບໍຣິສຸດ.


ເອຟຣາອິມ​ເອີຍ ເຮົາ​ຈະ​ເຊົາ​ກ່ຽວຂ້ອງ​ກັບ​ເຈົ້າ​ໄດ້​ຢ່າງໃດ? ຊາດ​ອິດສະຣາເອນ​ເອີຍ ເຮົາ​ຈະ​ປະຖິ້ມ​ເຈົ້າ​ໄປ​ໄດ້​ຢ່າງໃດ? ເຮົາ​ຈະ​ທຳລາຍ​ເຈົ້າ​ດັ່ງ​ທຳລາຍ​ອັດມາ​ກໍ​ບໍ່ໄດ້ ຫລື​ເຮັດ​ຕໍ່​ເຈົ້າ​ດັ່ງ​ທີ່​ເຮັດ​ຕໍ່​ເຊບົວອິມ​ນັ້ນ? ຈິດໃຈ​ເຮົາ​ບໍ່​ຍອມ​ໃຫ້​ເຮົາ​ເຮັດ​ດັ່ງນັ້ນ​ເລີຍ ຄວາມຮັກ​ທີ່​ເຮົາ​ມີ​ກໍ​ແຮງ​ທີ່ສຸດ​ສຳລັບ​ເຈົ້າ.


ທຸກສິ່ງ​ທີ່​ປະຊາຊົນ​ເອຟຣາອິມ​ໄດ້​ປະພຶດ ຕັ້ງແຕ່​ເຊົ້າ​ຈົນ​ຄໍ່າ​ນັ້ນ ລ້ວນແຕ່​ບໍ່ມີ​ປະໂຫຍດ ແລະ​ສູນເສຍ​ໄປ​ທັງນັ້ນ. ການ​ຫັກຫລັງ​ແລະ​ການກະທຳ​ອັນ​ຮຸນແຮງ ມີ​ເພີ່ມຂຶ້ນ​ໃນ​ທ່າມກາງ​ພວກເຂົາ. ພວກເຂົາ​ເຮັດ​ຂໍ້​ຕົກລົງ​ກັບ​ອັດຊີເຣຍ ແລະ​ເຮັດ​ທຸລະກິດ​ກັບ​ປະເທດ​ເອຢິບ.


ພຣະເຈົ້າຢາເວ​ມີ​ຄຳ​ກ່າວ​ຟ້ອງ​ປະຊາຊົນ​ຢູດາ; ພຣະອົງ​ຍັງ​ຈະ​ລົງໂທດ​ຊາດ​ອິດສະຣາເອນ ຍ້ອນ​ວິທີ​ປະພຶດ​ຂອງ​ປະຊາຊົນ. ພຣະອົງ​ຈະ​ໃຫ້​ຜົນ​ກຳ​ນຳ​ສະໜອງ​ພວກເຂົາ.


ປະຊາຊົນ​ອິດສະຣາເອນ​ຢູ່​ໃຕ້​ອຳນາດ​ຂອງ​ຮູບເຄົາຣົບ​ທັງຫລາຍ. ຈົ່ງ​ປ່ອຍ​ໃຫ້​ພວກເຂົາ​ໄປ​ຕາມ​ທາງ​ຂອງ​ພວກເຂົາ​ເອງ.


ພວກເຂົາ​ເຮັດ​ຄຳສັນຍາ​ແລະ​ລະເມີດ​ຄຳສັນຍາ​ນັ້ນ. ພວກເຂົາ​ຂີ້ຕົວະ, ເປັນ​ຄາດຕະກອນ, ຂີ້ລັກ ແລະ​ຫລີ້ນຊູ້​ສູ່ຜົວເມຍ​ຄົນອື່ນ. ອາຊະຍາກຳ​ມີ​ເພີ່ມ​ຂຶ້ນ ແລະ​ການ​ຂ້າຟັນກັນ​ກໍ​ມີ​ຢູ່​ທຸກ​ມື້​ທຸກ​ເວັນ.


“ພວກເຈົ້າ​ຜູ້​ເປັນ​ປະໂຣຫິດ ຈົ່ງ​ຟັງ​ເລື່ອງ​ນີ້ ປະຊາຊົນ​ອິດສະຣາເອນ ຈົ່ງ​ລະມັດ​ລະວັງ​ເດີ ພວກເຈົ້າ​ຜູ້​ເປັນ​ເຊື້ອວົງ​ຂອງ​ກະສັດ ຈົ່ງ​ຟັງ​ເທີ້ນ ພວກເຈົ້າ​ຄວນ​ຈະ​ຕັດສິນ​ຢ່າງ​ຍຸດຕິທຳ ບໍ່​ດັ່ງນັ້ນ​ແລ້ວ ການຕັດສິນ​ກໍ​ຈະ​ຕົກ​ຖືກ​ພວກເຈົ້າ. ພວກເຈົ້າ​ໄດ້​ກາຍເປັນ​ດັ່ງ​ແຮ້ວ​ທີ່​ເມືອງ​ມີຊະປາ ເປັນ​ດັ່ງ​ຕະຂ່າຍ​ທີ່​ກາງ​ຢູ່​ເທິງ​ພູ​ຕາໂບ


“ເອຟຣາອິມ ແລະ​ຢູດາ​ເອີຍ ເຮົາ​ຈະ​ເຮັດ​ແນວໃດ​ກັບ​ພວກເຈົ້າ? ຄວາມຮັກ​ທີ່​ພວກເຈົ້າ​ມີ​ຕໍ່​ເຮົາ​ນັ້ນ ກໍ​ຈືດຈາງ​ເຫືອດຫາຍ​ໄປ​ຢ່າງ​ໄວວາ ເໝືອນ​ນໍ້າໝອກ​ໃນ​ຕອນເຊົ້າ.


ເຄາະກຳ​ມາ​ເຖິງ​ພວກເຂົາ​ແລ້ວ ພວກເຂົາ​ໄດ້​ປະຖິ້ມ​ເຮົາ​ໄປ ແລະ​ກະບົດ​ຕໍ່ສູ້​ເຮົາ. ພວກເຂົາ​ຈະ​ຖືກ​ທຳລາຍ. ເຮົາ​ຢາກ​ໄຖ່​ພວກເຂົາ​ໃຫ້​ພົ້ນ ແຕ່​ພວກເຂົາ​ກ່າວ​ຄຳຕົວະ​ຕໍ່ສູ້​ເຮົາ​.


ເຮົາ​ກຽດຊັງ​ຮູບ​ງົວ​ຄຳ​ທີ່​ຊາວ​ເມືອງ​ຊາມາເຣຍ​ຂາບໄຫວ້. ເຮົາ​ຄຽດແຄ້ນ​ພວກເຂົາ. ຍັງ​ເຫິງ​ປານໃດ​ນໍ ພວກເຂົາ​ຈຶ່ງ​ຈະ​ປະຖິ້ມ​ການ​ຂາບໄຫວ້​ຮູບເຄົາຣົບ​ນີ້?


ດື້ດ້ານ​ດັ່ງ​ລໍປ່າ ປະຊາຊົນ​ອິດສະຣາເອນ​ປະພຶດ​ຕາມ​ທາງ​ຂອງ​ຕົນເອງ. ພວກເຂົາ​ໄປ​ຂໍຄວາມ​ຊ່ວຍເຫລືອ​ຈາກ​ອັດຊີເຣຍ ແລະ​ຈ້າງ​ໃຫ້​ຊາດ​ອື່ນ​ມາ​ຄຸ້ມຄອງ​ພວກຕົນ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ປະຊາຊົນ​ເຫຼົ່ານີ້​ມີ​ເຄື່ອງຂອງ​ເຕັມ​ຫໍໂຮງ​ທີ່​ໄດ້​ມາ​ຈາກ​ອາຊະຍາກຳ ແລະ​ການ​ປຸ້ນຈີ້. ພວກເຂົາ​ບໍ່​ຮູ້ຈັກ​ປະພຶດ​ຕົນ​ຢ່າງ​ສັດຊື່.


ຈົ່ງ​ແຈ້ງ​ໃຫ້​ພວກ​ທີ່​ຢູ່​ໃນ​ວັງ​ແຫ່ງ​ເອຢິບ ແລະ​ແຫ່ງ​ອາຊະໂດດ​ວ່າ, “ຈົ່ງ​ທ້ອນໂຮມກັນ​ຢູ່​ເທິງ​ພູເຂົາ​ຕ່າງໆ​ອ້ອມແອ້ມ​ຊາມາເຣຍ ແລະ​ເບິ່ງ​ເຫດການ​ວຸ້ນວາຍ​ໃຫຍ່​ແລະ​ອາຊະຍາກຳ​ທີ່​ໄດ້​ຖືກ​ກໍ່​ຂຶ້ນ​ຢູ່​ໃນ​ທີ່ນັ້ນ.”


ສ່ວນ​ຜູ້​ທີ່​ສາບານ​ໂດຍ​ຮູບເຄົາຣົບ​ແຫ່ງ​ຊາມາເຣຍ ທີ່​ວ່າ ‘ໃນນາມ​ພະ​ຂອງ​ເມືອງ​ດານ’ ຫລື ‘ໃນນາມ​ພະ​ຂອງ​ເມືອງ​ເບເອນເຊບາ’ ພວກເຂົາ​ກໍ​ຈະ​ລົ້ມລົງ​ແລະ​ຈະ​ລຸກຂຶ້ນ​ບໍ່ໄດ້​ອີກ​ຈັກເທື່ອ.”


ເຫດການ​ນີ້​ຈະ​ເກີດຂຶ້ນ​ເພາະ​ພວກເຈົ້າ​ໄດ້​ເຮັດ​ຊົ່ວ ຕາມ​ກະສັດ​ອົມຣີ ແລະ​ກະສັດ​ອາຮາບ​ລູກຊາຍ​ຂອງ​ເພິ່ນ. ພວກເຈົ້າ​ໄດ້​ສືບຕໍ່​ເຮັດ​ຕາມ​ກົດເກນ​ຕ່າງໆ​ຂອງ​ພວກເຂົາ; ເພາະສະນັ້ນ ເຮົາ​ຈຶ່ງ​ຈະ​ນຳ​ພວກເຈົ້າ​ໄປສູ່​ຄວາມ​ຈິບຫາຍ ແລະ​ທຸກຄົນ​ຈະ​ດູຖູກ​ພວກເຈົ້າ. ປະຊາຊົນ ທຸກ​ບ່ອນ​ຈະ​ເຮັດ​ຕໍ່​ພວກເຈົ້າ​ດ້ວຍ​ຄວາມ​ຫຍໍ້ຫຍັນ.”


“ໂອ ເຢຣູຊາເລັມ ເຢຣູຊາເລັມ​ເອີຍ ເຈົ້າ​ຂ້າ​ບັນດາ​ຜູ້ທຳນວາຍ ເອົາ​ຫີນ​ແກວ່ງ​ໃສ່​ພວກ​ຜູ້ທຳນວາຍ​ທີ່​ໃຊ້​ມາ​ຫາ​ເຈົ້າ ຫລາຍ​ເທື່ອ​ແລ້ວ​ເຮົາ​ຢາກ​ຈະ​ຮວບຮວມ​ເອົາ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ໄວ້ ເໝືອນ​ດັ່ງ​ແມ່​ໄກ່​ຮວບຮວມ​ລູກ​ຂອງຕົນ​ໄວ້​ໃຕ້​ປີກ ແຕ່​ເຈົ້າ​ບໍ່​ຍິນຍອມ.


“ໂອ ເຢຣູຊາເລັມ ເຢຣູຊາເລັມ​ເອີຍ ເຈົ້າ​ໄດ້​ຂ້າ​ບັນດາ​ຜູ້​ປະກາດ​ພຣະທຳ ເຈົ້າ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ພວກ​ທີ່​ຮັບໃຊ້​ມາ​ຫາ​ເຈົ້າ ຫລາຍ​ເທື່ອ​ແລ້ວ ທີ່​ເຮົາ​ປາຖະໜາ ອ້າ​ແຂນ​ໂອບກອດ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ໄວ້ ເໝືອນ​ແມ່​ໄກ່​ຮວບຮວມ​ລູກ​ໄວ້​ໃຕ້​ປີກ​ຂອງ​ມັນ ແຕ່​ພວກເຈົ້າ​ຊໍ້າພັດ​ບໍ່​ຍິນຍອມ


ໂດຍ​ຊົງ​ກ່າວ​ວ່າ, “ໃນວັນນີ້ ຖ້າ​ເຈົ້າ​ໄດ້​ຮູ້​ເຖິງ​ສິ່ງ​ທີ່​ເຮັດ​ໃຫ້​ເຈົ້າ​ມີ​ສັນຕິສຸກ​ກໍ​ເປັນ​ການ​ດີ, ແຕ່​ບັດນີ້ ສິ່ງ​ເຫຼົ່ານັ້ນ​ໄດ້​ຖືກ​ປິດບັງ​ໄວ້​ຈາກ​ຕາ​ຂອງ​ເຈົ້າ​ແລ້ວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka