Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 6:4 - ພຣະຄຳພີສັກສິ

4 “ເອຟຣາອິມ ແລະ​ຢູດາ​ເອີຍ ເຮົາ​ຈະ​ເຮັດ​ແນວໃດ​ກັບ​ພວກເຈົ້າ? ຄວາມຮັກ​ທີ່​ພວກເຈົ້າ​ມີ​ຕໍ່​ເຮົາ​ນັ້ນ ກໍ​ຈືດຈາງ​ເຫືອດຫາຍ​ໄປ​ຢ່າງ​ໄວວາ ເໝືອນ​ນໍ້າໝອກ​ໃນ​ຕອນເຊົ້າ.

Uka jalj uñjjattʼäta Copia luraña




ໂຮເສອາ 6:4
19 Jak'a apnaqawi uñst'ayäwi  

ເຖິງ​ແມ່ນ​ນາງ​ໄດ້​ເຮັດ​ສິ່ງ​ທັງໝົດ​ນັ້ນ​ແລ້ວ​ກໍດີ; ຢູດາ ນ້ອງສາວ​ຜູ້​ທີ່​ບໍ່​ສັດຊື່​ຂອງ​ອິດສະຣາເອນ​ກໍ​ແກ້ງ​ກັບຄືນ​ມາ​ຫາ​ເຮົາ ພຽງແຕ່​ປາກ​ເທົ່ານັ້ນ; ແຕ່​ນາງ​ບໍ່ໄດ້​ມີ​ຄວາມ​ຈິງໃຈ​ເລີຍ.” ພຣະເຈົ້າຢາເວ​ໄດ້​ກ່າວ​ດັ່ງນີ້ແຫລະ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ອິດສະຣາເອນ​ເອີຍ ເຮົາ​ຢາກ​ຮັບ​ເຈົ້າ​ເປັນ​ລູກຊາຍ​ຂອງເຮົາ​ແທ້ໆ ແລະ​ມອບ​ດິນແດນ​ໃຫ້​ເປັນ​ບ່ອນ​ທີ່​ມີ​ຄວາມ​ຍິນດີ ຄື​ດິນແດນ​ທີ່​ສວຍງາມ​ທີ່ສຸດ​ໃນ​ທົ່ວ​ທັງ​ໂລກນີ້. ເຮົາ​ຢາກ​ໃຫ້​ເຈົ້າ​ເອີ້ນ​ເຮົາ​ວ່າ ບິດາ ແລະ ບໍ່​ຫັນໜີ​ຈາກ​ເຮົາ​ໄປ​ອີກ​ຈັກເທື່ອ.


ກ່ອນ​ນັ້ນ​ເມື່ອ​ບໍ່​ເທົ່າໃດ​ວັນ ພວກເຈົ້າ​ໄດ້​ປ່ຽນໃຈ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ພໍໃຈ ຄື​ພວກເຈົ້າ​ທັງໝົດ​ໄດ້​ຕົກລົງ​ກັນ​ປົດປ່ອຍ​ພີ່ນ້ອງ​ຊາວ​ອິດສະຣາເອນ ແລະ​ເຮັດ​ພັນທະສັນຍາ​ຢ່າງໜຶ່ງ​ຊ້ອງໜ້າ​ເຮົາ ຢູ່​ໃນ​ວິຫານ​ທີ່​ຖຶກເອີ້ນ​ຕາມ​ນາມຊື່​ຂອງ​ເຮົາ.


ແຕ່​ສຳລັບ​ປະຊາຊົນ​ດັ່ງ​ພວກເຈົ້າ​ແລ້ວ ພວກເຈົ້າ​ດື້ດຶງ ແລະ​ເປັນ​ກະບົດ ໂດຍ​ຫັນໜີ ແລະ​ປະຖິ້ມ​ເຮົາ​ໄປ.


ພຣະເຈົ້າຢາເວ​ຖາມ​ວ່າ, “ເປັນຫຍັງ​ເຮົາ​ຈຶ່ງ​ຍົກໂທດ​ໃຫ້​ປະຊາຊົນ​ຂອງ​ເຮົາ​ນໍ? ພວກເຂົາ​ປະຖິ້ມ​ເຮົາ​ໄປ​ຂາບໄຫວ້​ພະ​ທີ່​ບໍ່ແມ່ນ​ພຣະເຈົ້າ. ເຮົາ​ລ້ຽງ​ພວກເຂົາ​ຈົນ​ອີ່ມ ແຕ່​ກໍ​ນອກ​ໃຈ​ເຮົາ ແລະ​ມົ້ວສຸມ​ຢູ່​ກັບ​ພວກ​ຍິງ​ແມ່ຈ້າງ.


ເພາະ​ເລື່ອງ​ນີ້ ເຮົາ​ຈະ​ບໍ່ຄວນ​ລົງໂທດ​ພວກເຂົາ​ບໍ? ຊົນຊາດ​ບາບ​ດັ່ງນີ້ ຄວນ​ຈະ​ຖືກ​ແກ້ແຄ້ນ​ຫລື​ບໍ່?


ເພາະ​ເຫດ​ນີ້​ແຫຼະ ພຣະເຈົ້າຢາເວ ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ຈຶ່ງ​ກ່າວ​ວ່າ, “ເຮົາ​ຈະ​ຫລອມ​ປະຊາຊົນ​ຂອງເຮົາ ດັ່ງ​ທີ່​ເຮົາ​ຫລອມ​ໂລຫະ ແລະ​ໃຫ້​ພວກເຂົາ​ປະເຊີນ​ກັບ​ການ​ທົດລອງ ມີ​ຫຍັງ​ແດ່​ທີ່​ຊ່ວຍເຫລືອ ເມື່ອ​ພວກເຂົາ​ມັກ​ເຮັດ​ຊົ່ວ?


ເອຟຣາອິມ​ເອີຍ ເຮົາ​ຈະ​ເຊົາ​ກ່ຽວຂ້ອງ​ກັບ​ເຈົ້າ​ໄດ້​ຢ່າງໃດ? ຊາດ​ອິດສະຣາເອນ​ເອີຍ ເຮົາ​ຈະ​ປະຖິ້ມ​ເຈົ້າ​ໄປ​ໄດ້​ຢ່າງໃດ? ເຮົາ​ຈະ​ທຳລາຍ​ເຈົ້າ​ດັ່ງ​ທຳລາຍ​ອັດມາ​ກໍ​ບໍ່ໄດ້ ຫລື​ເຮັດ​ຕໍ່​ເຈົ້າ​ດັ່ງ​ທີ່​ເຮັດ​ຕໍ່​ເຊບົວອິມ​ນັ້ນ? ຈິດໃຈ​ເຮົາ​ບໍ່​ຍອມ​ໃຫ້​ເຮົາ​ເຮັດ​ດັ່ງນັ້ນ​ເລີຍ ຄວາມຮັກ​ທີ່​ເຮົາ​ມີ​ກໍ​ແຮງ​ທີ່ສຸດ​ສຳລັບ​ເຈົ້າ.


ເພາະສະນັ້ນ ປະຊາຊົນ​ເຫຼົ່ານີ້​ຈຶ່ງ​ຈະ​ດັບສູນ​ໄປ ດັ່ງ​ນໍ້າໝອກ​ແລະ​ນໍ້າ​ຄ້າງ​ໃນ​ຕອນເຊົ້າ ພວກເຂົາ​ຈະ​ເປັນ​ດັ່ງ​ແກບ​ທີ່​ລົມ​ພັດ​ຈາກ​ລານ​ຟາດເຂົ້າ ແລະ​ດັ່ງ​ຄວັນໄຟ​ຈາກ​ທໍ່​ເຕົາໄຟ.


“ເມື່ອໃດ​ເຮົາ​ຢາກ​ປິ່ນປົວ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງເຮົາ​ໃຫ້​ດີ ແລະ​ເຮັດ​ໃຫ້​ພວກເຂົາ​ມັ່ງຄັ່ງ​ສົມບູນ​ອີກ; ເມື່ອນັ້ນ​ເຮົາ​ກໍ​ເຫັນ​ແຕ່​ການ​ໂຫດຮ້າຍ ແລະ​ກິດຈະການ​ຊົ່ວ​ຂອງ​ພວກເຂົາ. ພວກເຂົາ​ສໍ້ໂກງ​ກັນແລະກັນ; ງັດແງະ​ເຂົ້າ​ໄປ​ໃນ​ເຮືອນ​ລັກ​ເອົາ​ສິ່ງຂອງ ແລະ​ປຸ້ນຈີ້​ຄົນ​ຕາມ​ຖະໜົນ​ຫົນທາງ.


ແຕ່​ບໍ່​ໃຫ້​ພຣະທຳ​ນັ້ນ​ໄດ້​ຝັງ​ຮາກ​ເລິກ​ລົງ​ໃນ​ຈິດໃຈ​ຂອງ​ພວກ​ຕົນ ກໍ​ທົນ​ຢູ່​ບໍ່ໄດ້​ດົນ, ເມື່ອ​ເກີດ​ຄວາມ​ຍາກ​ລຳບາກ ຫລື​ຖືກ​ການ​ຂົ່ມເຫັງ​ເພາະ​ພຣະທຳ​ນັ້ນ ຕົນ​ຈຶ່ງ​ເຊົາ​ເຊື່ອ​ພຣະທຳ​ນັ້ນ​ທັນທີ.


ຕໍ່ມາ ປະຊາຊົນ​ອິດສະຣາເອນ​ໄດ້​ພາກັນ​ເຮັດ​ບາບ​ຕໍ່​ສາຍຕາ​ພຣະເຈົ້າຢາເວ​ອີກ. ດ້ວຍເຫດນີ້​ພຣະເຈົ້າຢາເວ​ຈຶ່ງ​ໃຫ້​ເຈົ້າ​ເອກໂລນ​ກະສັດ​ແຫ່ງ​ໂມອາບ ມີ​ກຳລັງ​ເຂັ້ມແຂງ​ກວ່າ​ມາ​ຕໍ່ສູ້​ຊາດ​ອິດສະຣາເອນ, ຍ້ອນວ່າ ພວກເຂົາ​ໄດ້​ພາກັນ​ເຮັດ​ບາບ​ຕໍ່​ສາຍຕາ​ພຣະເຈົ້າຢາເວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka