ໂຮເສອາ 6:3 - ພຣະຄຳພີສັກສິ3 ຈົ່ງໃຫ້ພວກເຮົາພະຍາຍາມຮູ້ຈັກພຣະເຈົ້າຢາເວ. ພຣະອົງຈະມາຫາພວກເຮົາຢ່າງແນ່ນອນຕອນຮຸ່ງເຊົ້າ ແລະແນ່ແທ້ ດັ່ງຝົນລະດູໃບໄມ້ປົ່ງ ທີ່ຕົກລົງໃສ່ຜືນແຜ່ນດິນໂລກ.” Uka jalj uñjjattʼäta |
ປະຊາຊົນຫລາຍຊົນຊາດຈະພາກັນກ່າວວ່າ, “ໃຫ້ພວກເຮົາຂຶ້ນໄປເທິງພູເຂົາຂອງພຣະເຈົ້າຢາເວເດີ ສູ່ວິຫານຂອງພຣະເຈົ້າແຫ່ງຊາດອິດສະຣາເອນ ພຣະອົງຈະສັ່ງສອນພວກເຮົາເຖິງສິ່ງທີ່ພຣະອົງຢາກໃຫ້ເຮັດ. ພວກເຮົາຈະພາກັນຍ່າງຕາມຮ່ອມແຫ່ງຫົນທາງ ທີ່ພຣະອົງໄດ້ເລືອກສັນໄວ້ແລ້ວນັ້ນ. ຖ້ອຍຄຳຂອງພຣະເຈົ້າຢາເວມາແຕ່ນະຄອນເຢຣູຊາເລັມ ແຕ່ພູເຂົາຊີໂອນທີ່ພຣະອົງກ່າວແກ່ປະຊາຊົນນັ້ນ.”
ປະຊາຊົນຂອງພວກເຂົາເວົ້າວ່າ, “ໃຫ້ພວກເຮົາຂຶ້ນໄປເທິງພູເຂົາຂອງພຣະເຈົ້າຢາເວ ສູ່ວິຫານຂອງພຣະເຈົ້າແຫ່ງຊາດອິດສະຣາເອນນັ້ນ. ເພາະພຣະອົງຈະສັ່ງສອນສິ່ງທີ່ຢາກໃຫ້ພວກເຮົາເຮັດຕາມ ພວກເຮົາຈະຍ່າງຕາມທາງທີ່ພຣະອົງໄດ້ເລືອກໄວ້. ຖ້ອຍຄຳຂອງພຣະເຈົ້າຢາເວມາແຕ່ນະຄອນເຢຣູຊາເລັມ ຈາກພູເຂົາຊີໂອນທີ່ຊົງກ່າວຕໍ່ປະຊາຊົນຂອງພຣະເຈົ້າ.”