Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 6:2 - ພຣະຄຳພີສັກສິ

2 ພາຍ​ໃນ​ສອງ​ຫາ​ສາມ​ວັນ ພຣະອົງ​ຈະ​ໃຫ້​ພວກເຮົາ​ຄ່ອຍໆ​ດີ​ຂຶ້ນ ແລ້ວ​ພວກເຮົາ​ກໍ​ຈະ​ມີ​ຊີວິດ​ຢູ່​ຊ້ອງໜ້າ​ພຣະອົງ.

Uka jalj uñjjattʼäta Copia luraña




ໂຮເສອາ 6:2
14 Jak'a apnaqawi uñst'ayäwi  

ອັບຣາຮາມ​ໄດ້ກ່າວ​ຕໍ່​ພຣະເຈົ້າ​ວ່າ, “ຂໍໃຫ້​ອິດຊະມາເອນ​ມີ​ຊີວິດ​ຢູ່​ຕໍ່​ພຣະພັກ​ຂອງ​ພຣະອົງ!”


“ຈົ່ງ​ກັບຄືນ​ໄປ​ຫາ​ກະສັດ​ເຮເຊກີຢາ ຜູ້ປົກຄອງ​ປະຊາຊົນ​ຂອງ​ເຮົາ​ວ່າ, ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ດາວິດ​ບັນພະບຸລຸດ​ຂອງ​ເຈົ້າ​ໄດ້ບອກ​ດັ່ງນີ້​ວ່າ, ‘ເຮົາ​ໄດ້ຍິນ​ຄຳພາວັນນາ​ອະທິຖານ​ຂອງ​ເຈົ້າ ແລະ​ເຫັນ​ນໍ້າຕາ​ຂອງ​ເຈົ້າ. ເຮົາ​ຈະ​ໃຫ້​ເຈົ້າ​ຫາຍ​ປ່ວຍ ແລະ​ໃນ​ວັນ​ທີ​ສາມ ເຈົ້າ​ຕ້ອງ​ໄປ​ທີ່​ວິຫານ​ຂອງ​ພຣະເຈົ້າຢາເວ.


ຂ້າແດ່​ພຣະເຈົ້າ ຂໍ​ຊົງ​ໂຜດ​ໃຫ້​ເພິ່ນ​ໄດ້​ປົກຄອງ​ສືບໄປ ຢູ່​ຊ້ອງໜ້າ​ພຣະອົງ ໂຜດ​ຄຸ້ມຄອງ​ເພິ່ນ ດ້ວຍ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ ແລະ​ໃນ​ຄວາມສັດຊື່​ຂອງ​ພຣະອົງ​ດ້ວຍ.


ພຣະອົງ​ໄດ້​ໃຫ້​ຂ້ານ້ອຍ​ລຳບາກ​ແລະ​ທົນທຸກ ແຕ່​ພຣະອົງ​ຈະ​ເສີມສ້າງ​ເຫື່ອແຮງ​ຂຶ້ນ​ໃໝ່. ພຣະອົງ​ຈະ​ຮັກສາ​ຂ້ານ້ອຍ​ໄວ້​ແລະ​ໃຫ້​ພົ້ນໄພ ຈາກ​ບ່ອນ​ເລິກ​ແຫ່ງ​ຂຸມຝັງສົບ​ນັ້ນ.


ເວລາ​ສຳລັບ​ຂ້າ ແລະ​ເວລາ​ສຳລັບ​ປິ່ນປົວ​ໃຫ້​ດີ ເວລາ​ສຳລັບ​ມ້າງລົງ ແລະ​ເວລາ​ສຳລັບ​ກໍ່ສ້າງ​ຂຶ້ນ.


ຄົນ​ພວກ​ຂ້ານ້ອຍ​ທີ່​ຕາຍໄປ​ແລ້ວ ກໍ​ຈະ​ມີ​ຊີວິດ​ຢູ່​ ຮ່າງກາຍ​ເຂົາເຈົ້າ​ຈະ​ກັບຄືນ​ມີ​ຊີວິດ​ອີກ​ຄັ້ງ. ທຸກຄົນ​ທີ່​ນອນ​ຫລັບ​ຢູ່​ໃນ​ຂຸມຝັງສົບ ຈະ​ຕື່ນ​ຂຶ້ນ​ຮ້ອງເພງ​ຢ່າງ​ຊົມຊື່ນ​ຍິນດີ​ໃຫຍ່. ນໍ້າ​ຄ້າງ​ໃສເຫລື້ອມ​ເຮັດ​ໃຫ້​ໂລກນີ້​ສົດຊື່ນ​ສັນໃດ ພຣະອົງ​ຈະ​ເຮັດ​ໃຫ້​ຜູ້​ຕາຍໄປ​ແຕ່​ດົນນານ​ຟື້ນ​ຄືນ​ສັນນັ້ນ.


ດວງຈັນ​ຈະ​ສ່ອງແສງ​ເຫລືອງເຫລື້ອມ​ດັ່ງ​ຕາເວັນ ແລະ​ຕາເວັນ​ກໍ​ຈະ​ສ່ອງແສງ​ເຫລືອງເຫລື້ອມ​ກວ່າ​ປົກກະຕິ​ເຖິງ​ເຈັດ​ເທົ່າ ດັ່ງ​ແສງແຈ້ງ​ຂອງ​ເຈັດ​ວັນ​ສ່ອງ​ໃສ່​ວັນ​ດຽວ. ເຫດການ​ນີ້​ຈະ​ເກີດຂຶ້ນ ເມື່ອ​ພຣະເຈົ້າຢາເວ​ໃຊ້​ຜ້າ​ພັນບາດ ແລະ​ປິ່ນປົວ​ແຜ ຊຶ່ງ​ພຣະອົງ​ໄດ້​ເຮັດ​ໃຫ້​ເກີດຂຶ້ນ​ແກ່​ປະຊາຊົນ​ຂອງ​ພຣະອົງ.


ເຮົາ​ຈະ​ບໍ່​ຊ່ວຍ​ປະຊາຊົນ​ນີ້​ໃຫ້​ພົ້ນ​ຈາກ​ພິພົບ​ຄົນຕາຍ ຫລື​ຊ່ວຍກູ້​ເອົາ​ພວກເຂົາ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ຄວາມຕາຍ. ໂອ ຄວາມຕາຍ​ເອີຍ ຈົ່ງ​ມາ​ພ້ອມ ກັບ​ໄພພິບັດ​ຂອງ​ເຈົ້າ. ເຮົາ​ຈະ​ບໍ່​ສົງສານ​ປະຊາຊົນ​ນີ້​ຕໍ່ໄປ​ອີກ​ແລ້ວ.


ພວກເຂົາ​ບໍ່ເຄີຍ​ຄິດ​ວ່າ ເຮົາ​ຈະ​ຈົດຈຳ​ກິດຈະການ​ຊົ່ວ​ທັງໝົດ​ຂອງ​ພວກເຂົາ; ແຕ່​ການບາບ​ຂອງ​ພວກເຂົາ​ໄດ້​ອ້ອມ​ພວກເຂົາ​ໄວ້ ແລະ​ເຮົາ​ຈະ​ບໍ່​ລະເວັ້ນ​ເບິ່ງ​ການບາບ​ນັ້ນ.”


ອີກ​ໜ້ອຍ​ໜຶ່ງ​ໂລກ​ຈະ​ບໍ່​ເຫັນ​ເຮົາ ແຕ່​ພວກເຈົ້າ​ຈະ​ເຫັນ​ເຮົາ ເພາະ​ເຮົາ​ມີ​ຊີວິດ​ຢູ່ ພວກເຈົ້າ​ກໍ​ຈະ​ມີ​ຊີວິດ​ຢູ່​ເໝືອນກັນ.


ແຕ່​ຖ້າ​ພວກເຮົາ​ມີ​ຊີວິດ​ຢູ່ ກໍ​ມີ​ຊີວິດ​ຢູ່​ເພື່ອ​ອົງພຣະ​ຜູ້​ເປັນເຈົ້າ ແລະ​ຖ້າ​ພວກເຮົາ​ຕາຍ ກໍ​ຕາຍ​ເພື່ອ​ອົງພຣະ​ຜູ້​ເປັນເຈົ້າ. ສະນັ້ນ ຖ້າ​ພວກເຮົາ​ມີ​ຊີວິດ​ຢູ່ ຫລື​ຕາຍ​ກໍດີ ພວກເຮົາ​ກໍ​ເປັນ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ.


ແລະ​ພຣະອົງ​ໄດ້​ຖືກ​ຝັງ​ໄວ້ ແລະ​ໃນ​ວັນ​ຖ້ວນ​ສາມ ໄດ້​ຖືກ​ຊົງ​ບັນດານ​ໃຫ້​ເປັນ​ຄືນ​ມາ​ສູ່​ຊີວິດ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ໃນ​ພຣະຄຳພີ;


Jiwasaru arktasipxañani:

Anuncios ukanaka


Anuncios ukanaka