Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 6:10 - ພຣະຄຳພີສັກສິ

10 ເຮົາ​ໄດ້​ເຫັນ​ສິ່ງ​ອັນ​ໜ້າຢ້ານ​ຫລາຍ​ໃນ​ຊາດ​ອິດສະຣາເອນ ຄື​ປະຊາຊົນ​ຂອງເຮົາ​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນ​ມົນທິນ ໂດຍ​ການ​ຂາບໄຫວ້​ຮູບເຄົາຣົບ.

Uka jalj uñjjattʼäta Copia luraña




ໂຮເສອາ 6:10
14 Jak'a apnaqawi uñst'ayäwi  

ແຕ່​ກະສັດ​ບໍ່ໄດ້​ເອົາໃຈໃສ່​ຕໍ່​ຄຳແນະນຳ​ຂອງ​ພວກ​ຜູ້​ອາວຸໂສ​ເຫຼົ່ານັ້ນ. ເພິ່ນ​ໄດ້​ໄປ​ຫາ​ພວກ​ຄົນໜຸ່ມ​ທີ່​ເຕີບໃຫຍ່​ຂຶ້ນ​ມາ​ພ້ອມ​ກັບ​ຕົນ ແລະ​ເວລາ​ນີ້​ເປັນ​ທີ່ປຶກສາ​ຂອງເພິ່ນ.


ເຫດການ​ເປັນ​ເຊັ່ນນີ້ ເພາະ​ກະສັດ​ເຢໂຣໂບອາມ​ເຮັດ​ໃຫ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໂກດຮ້າຍ​ໂດຍ​ເຮັດ​ບາບ ແລະ​ນຳພາ​ຊາວ​ອິດສະຣາເອນ​ເຮັດ​ບາບ.


ການ​ທີ່​ນະຄອນ​ຊາມາເຣຍ​ແຕກ​ກໍ​ຍ້ອນ​ຊາວ​ອິດສະຣາເອນ ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ອົງ​ທີ່​ຊ່ວຍກູ້​ເອົາ​ພວກເຂົາ​ອອກ​ຈາກ​ອຳນາດ​ຂອງ​ກະສັດ​ແຫ່ງ​ເອຢິບ ແລະ​ໄດ້​ນຳພາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພວກເຂົາ​ໄດ້​ຂາບໄຫວ້​ບັນດາ​ພະອື່ນ


ພຣະເຈົ້າຢາເວ​ກ່າວ​ວ່າ, “ຈົ່ງ​ຖາມ​ທຸກ​ຊົນຊາດ ວ່າ​ເຫດການ​ເຊັ່ນນີ້​ເຄີຍ​ເກີດຂຶ້ນ​ກັບ​ພວກເຂົາ​ຫລື​ບໍ່? ສິ່ງ​ທີ່​ປະຊາຊົນ​ອິດສະຣາເອນ​ໄດ້​ພາກັນ​ກະທຳ ເປັນ​ສິ່ງ​ໜ້າຢ້ານກົວ​ຫລາຍ ແລະ​ພີລຶກ​ແທ້ໆ


ແຕ່​ຜູ້ທຳນວາຍ​ຊາວ​ເຢຣູຊາເລັມ​ເຮັດ​ຊົ່ວ ໂດຍ​ມົວ​ຫລິ້ນຊູ້​ເວົ້າ​ຕົວະຍົວະ​ຜິດ​ຊາຍຍິງ; ພວກເຂົາ​ສົ່ງເສີມ​ປະຊາຊົນ​ໃຫ້​ເຮັດ​ໄປ​ໃນ​ທາງ​ຜິດ ເພື່ອ​ຈະ​ບໍ່​ໃຫ້​ມີ​ຜູ້ໃດ​ຜູ້ໜຶ່ງ​ເຊົາ​ເຮັດ​ຊົ່ວ​ໄດ້. ສຳລັບ​ເຮົາ​ແລ້ວ​ພວກເຂົາ​ຊົ່ວຊ້າ​ກັນ​ທັງໝົດ ເທົ່າ​ກັບ​ຊາວ​ເມືອງ​ໂຊໂດມ​ແລະ​ໂກໂມຣາ​ພຸ້ນ.


ເມື່ອ​ໂຢສີຢາ​ຂຶ້ນ​ເປັນ​ກະສັດ ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ເຈົ້າ​ບໍ່​ເຫັນ​ຫລື​ວ່າ​ອິດສະຣາເອນ ຍິງ​ທີ່​ບໍ່​ສັດຊື່​ໄດ້​ເຮັດ​ແນວໃດ? ອິດສະຣາເອນ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ ແລະ​ຕາມ​ເນີນ​ທີ່ສູງ​ກັບ​ຢູ່​ກ້ອງ​ກົກໄມ້​ໃບຂຽວ​ທຸກໆ​ກົກ ນາງ​ໄດ້​ເຮັດ​ດັ່ງ​ຍິງ​ແມ່ຈ້າງ.


ເຖິງ​ແມ່ນ​ວ່າ ໂອໂຮລາ​ເປັນ​ຂອງເຮົາ​ກໍຕາມ ແຕ່​ນາງ​ຍັງ​ໄດ້​ສືບຕໍ່​ເປັນ​ຍິງໂສເພນີ ບ້າ​ຕັນຫາ ໄຝ່​ຫາ​ແຕ່​ບັນດາ​ຄູ່ຮັກ​ຂອງ​ນາງ​ທີ່​ມາ​ຈາກ​ປະເທດ​ອັດຊີເຣຍ.


ນາງ​ຫຼິ້ນຊູ້​ກັບ​ຄົນ​ເຫຼົ່ານີ້ ຊຶ່ງ​ເປັນ​ບຸກຄົນ​ທີ່​ຄັດເລືອກ​ແລ້ວ​ຂອງ​ອັດຊີເຣຍ​ທຸກຄົນ ແລະ​ນາງ​ກໍໄດ້​ເຮັດ​ໃຫ້​ນາງ​ເປັນ​ມົນທິນ ໂດຍ​ຂາບໄຫວ້​ບັນດາ​ຮູບເຄົາຣົບ​ຂອງ​ຊາວ​ອັດຊີເຣຍ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຫຼົ້າ​ອະງຸ່ນ​ທັງ​ເກົ່າ​ແລະ​ໃໝ່ ກຳລັງ​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ເສຍ​ຄົນ.


ພວກເຂົາ​ຂໍຮ້ອງ​ໃຫ້​ສິ່ງ​ທີ່​ເຮັດ​ດ້ວຍ​ໄມ້ ເປີດເຜີຍ​ເລື່ອງ​ຕ່າງໆ​ໃຫ້​ພວກຕົນ​ຮູ້ ທ່ອນ​ໄມ້​ບອກ​ພວກເຂົາ ຕາມ​ທີ່​ພວກເຂົາ​ຢາກ​ຮູ້ ພວກເຂົາ​ໄດ້​ປະຖິ້ມ​ເຮົາ. ດັ່ງ​ຍິງ​ຜູ້ໜຶ່ງ​ທີ່​ກາຍເປັນ​ໂສເພນີ ພວກເຂົາ​ຖວາຍ​ຕົນເອງ​ແກ່​ພະອື່ນ.


ປະຊາຊົນ​ອິດສະຣາເອນ​ຢູ່​ໃຕ້​ອຳນາດ​ຂອງ​ຮູບເຄົາຣົບ​ທັງຫລາຍ. ຈົ່ງ​ປ່ອຍ​ໃຫ້​ພວກເຂົາ​ໄປ​ຕາມ​ທາງ​ຂອງ​ພວກເຂົາ​ເອງ.


ເຮົາ​ຮູ້ວ່າ​ອິດສະຣາເອນ​ເປັນ​ຢ່າງໃດ ນາງ​ຈະ​ຫລົບລີ້​ຈາກ​ເຮົາ​ບໍ່ໄດ້. ນາງ​ບໍ່​ສັດຊື່​ຕໍ່​ເຮົາ ແລະ​ປະຊາຊົນ​ຂອງ​ນາງ​ກໍ​ບໍ່​ຄູ່ຄວນ​ທີ່​ຈະ​ນະມັດສະການ​ເຮົາ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka