Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 6:1 - ພຣະຄຳພີສັກສິ

1 ປະຊາຊົນ​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກັບຄືນ​ໄປ​ຫາ​ພຣະເຈົ້າຢາເວ​ເທາະ ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ເຈັບປວດ ແຕ່​ພຣະອົງ​ຈະ​ຮັກສາ​ພວກເຮົາ​ໃຫ້​ດີ​ຢ່າງ​ແນ່ນອນ; ພຣະອົງ​ໄດ້​ເຮັດ​ໃຫ້​ພວກເຮົາ​ມີ​ບາດແຜ ແຕ່​ພຣະອົງ​ຈະ​ພັນ​ບາດແຜ​ໃຫ້.

Uka jalj uñjjattʼäta Copia luraña




ໂຮເສອາ 6:1
36 Jak'a apnaqawi uñst'ayäwi  

ພວກ​ຜູ້​ສົ່ງຂ່າວ​ກໍໄດ້​ອອກ​ໄປ​ທົ່ວ​ທັງ​ອານາຈັກ​ຢູດາຍ​ແລະ​ອິດສະຣາເອນ ຕາມ​ຄຳສັ່ງ​ຂອງ​ກະສັດ​ແລະ​ບັນດາ​ຂ້າຣາຊການ​ຂອງ​ເພິ່ນ, ໃນ​ບັດ​ເຊີນ​ນັ້ນ​ມີ​ຖ້ອຍຄຳ​ດັ່ງນີ້: “ປະຊາຊົນ​ອິດສະຣາເອນ​ເອີຍ ພວກທ່ານ​ຜູ້​ທີ່​ໄດ້​ລອດ​ຈາກ​ການ​ຮຸກຮານ​ຂອງ​ກອງທັບ​ອັດຊີເຣຍ; ບັດນີ້ ຈົ່ງ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ອັບຣາຮາມ, ອີຊາກ ແລະ​ຢາໂຄບ ແລະ​ພຣະອົງ​ກໍ​ຈະ​ກັບຄືນ​ມາ​ຫາ​ພວກທ່ານ.


ໂດຍ​ຄວາມ​ໂກດຮ້າຍ ພຣະເຈົ້າ​ໄດ້​ຈີກ​ຂ້ອຍ​ທັງເປັນ ພຣະອົງ​ເບິ່ງ​ເຫັນແຕ່​ຄວາມ​ກຽດຊັງ​ສຳລັບ​ຂ້ອຍ.


ຈົ່ງ​ກັບ​ມາ​ຫາ​ພຣະເຈົ້າ​ດ້ວຍ​ຄວາມ​ຖ່ອມໃຈ ໃຫ້​ທຸກ​ຄວາມຊົ່ວ​ສິ້ນສູນ​ໄປ​ຈາກ​ເຮືອນ​ຂອງເຈົ້າ.


ຖ້າ​ພຣະເຈົ້າ​ຕັດສິນໃຈ​ບໍ່​ເຮັດ​ສິ່ງໜຶ່ງ​ສິ່ງໃດ ກໍ​ບໍ່ມີ​ຜູ້ໃດ​ຕິຕຽນ​ວ່າ​ກ່າວ​ພຣະອົງ​ໄດ້. ຖ້າ​ພຣະອົງ​ເຊື່ອງ​ໜ້າ ມະນຸດ​ກໍ​ຂາດ​ທີ່​ເພິ່ງພາ​ອາໄສ ແຕ່​ພຣະອົງ​ບັງຄັບ​ທຸກ​ຊາດ ແລະ​ທຸກ​ພາສາ​ໄດ້.


ພຣະອົງ​ພັນ​ບາດແຜ​ໃຫ້ ເພາະ​ຊົງ​ໃຫ້​ເກີດ​ບາດເຈັບ; ມື​ພຣະອົງ​ຂ້ຽນຕີ ແລະ​ມື​ພຣະອົງ​ປິ່ນປົວ​ໃຫ້​ດີ​ໄດ້.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ດີ​ຕໍ່​ຂ້ານ້ອຍ​ແທ້ໆ ພຣະອົງ​ເປັນ​ດັ່ງ​ປ້ອມ​ເທິງ​ພູ​ປ້ອງກັນ​ຂ້ານ້ອຍ​ໄວ້. ແຕ່​ຖ້າ​ພຣະອົງ​ລີ້ໜ້າ​ຈາກ​ຂ້ານ້ອຍ​ໄປ ຂ້ານ້ອຍ​ກໍໄດ້​ແຕ່​ຢ້ານກົວ​ເທົ່ານັ້ນ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ອິດອ່ອນ​ຊຸດໂຊມ​ລົງ ຂໍ​ຊົງ​ໂຜດ​ຮັກສາ​ຂ້ານ້ອຍ​ແດ່ທ້ອນ ຂ້າແດ່​ພຣະເຈົ້າຢາເວ ໂຜດ​ໃຫ້​ກຳລັງ​ດ້ວຍ ເພາະ​ອິດເມື່ອຍ​ທີ່ສຸດ ແລະ​ຈິດໃຈ​ພາຍ​ໃນ​ຂອງ​ຂ້ານ້ອຍ​ກໍ​ເປັນ​ທຸກຢ່າງ​ໜັກໜ່ວງ


ພຣະອົງ​ໄດ້​ໃຫ້​ຂ້ານ້ອຍ​ລຳບາກ​ແລະ​ທົນທຸກ ແຕ່​ພຣະອົງ​ຈະ​ເສີມສ້າງ​ເຫື່ອແຮງ​ຂຶ້ນ​ໃໝ່. ພຣະອົງ​ຈະ​ຮັກສາ​ຂ້ານ້ອຍ​ໄວ້​ແລະ​ໃຫ້​ພົ້ນໄພ ຈາກ​ບ່ອນ​ເລິກ​ແຫ່ງ​ຂຸມຝັງສົບ​ນັ້ນ.


ເວລາ​ສຳລັບ​ຂ້າ ແລະ​ເວລາ​ສຳລັບ​ປິ່ນປົວ​ໃຫ້​ດີ ເວລາ​ສຳລັບ​ມ້າງລົງ ແລະ​ເວລາ​ສຳລັບ​ກໍ່ສ້າງ​ຂຶ້ນ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ປະຊາຊົນ​ຈະ​ຫັນໜ້າ​ມາ ຂໍ​ໃຫ້​ພຣະຜູ້​ສ້າງ​ຂອງ​ພວກເຂົາ​ຊ່ວຍເຫລືອ ຄື​ຂໍ​ຕໍ່​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ.


ປະຊາຊົນ​ຫລາຍ​ຊົນຊາດ​ຈະ​ພາກັນ​ກ່າວ​ວ່າ, “ໃຫ້​ພວກເຮົາ​ຂຶ້ນ​ໄປ​ເທິງ​ພູເຂົາ​ຂອງ​ພຣະເຈົ້າຢາເວ​ເດີ ສູ່​ວິຫານ​ຂອງ​ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ ພຣະອົງ​ຈະ​ສັ່ງສອນ​ພວກເຮົາ​ເຖິງ​ສິ່ງ​ທີ່​ພຣະອົງ​ຢາກ​ໃຫ້​ເຮັດ. ພວກເຮົາ​ຈະ​ພາກັນ​ຍ່າງ​ຕາມ​ຮ່ອມ​ແຫ່ງ​ຫົນທາງ ທີ່​ພຣະອົງ​ໄດ້​ເລືອກສັນ​ໄວ້​ແລ້ວ​ນັ້ນ. ຖ້ອຍຄຳ​ຂອງ​ພຣະເຈົ້າຢາເວ​ມາ​ແຕ່​ນະຄອນ​ເຢຣູຊາເລັມ ແຕ່​ພູເຂົາ​ຊີໂອນ​ທີ່​ພຣະອົງ​ກ່າວ​ແກ່​ປະຊາຊົນ​ນັ້ນ.”


ພວກເຈົ້າ​ຈະ​ເອົາ​ຮູບເຄົາຣົບ​ທີ່​ໂອບ​ດ້ວຍ​ເງິນ ແລະ​ຄຳ ໂຍນ​ຖິ້ມ​ອອກ​ໄປ​ດັ່ງ​ຂອງ​ເປິເປື້ອນ​ໂດຍ​ຮ້ອງ​ວ່າ, “ໜີໄປ​ໃຫ້​ພົ້ນ!”


ດວງຈັນ​ຈະ​ສ່ອງແສງ​ເຫລືອງເຫລື້ອມ​ດັ່ງ​ຕາເວັນ ແລະ​ຕາເວັນ​ກໍ​ຈະ​ສ່ອງແສງ​ເຫລືອງເຫລື້ອມ​ກວ່າ​ປົກກະຕິ​ເຖິງ​ເຈັດ​ເທົ່າ ດັ່ງ​ແສງແຈ້ງ​ຂອງ​ເຈັດ​ວັນ​ສ່ອງ​ໃສ່​ວັນ​ດຽວ. ເຫດການ​ນີ້​ຈະ​ເກີດຂຶ້ນ ເມື່ອ​ພຣະເຈົ້າຢາເວ​ໃຊ້​ຜ້າ​ພັນບາດ ແລະ​ປິ່ນປົວ​ແຜ ຊຶ່ງ​ພຣະອົງ​ໄດ້​ເຮັດ​ໃຫ້​ເກີດຂຶ້ນ​ແກ່​ປະຊາຊົນ​ຂອງ​ພຣະອົງ.


ຈົ່ງ​ໃຫ້​ຄົນຊົ່ວຮ້າຍ​ປະ​ວິທີ​ດຳເນີນ​ຊີວິດ​ເດີມ​ຂອງ​ພວກເຂົາ ແລະ​ປ່ຽນ​ແນວທາງ​ທີ່​ພວກເຂົາ​ເຄີຍ​ຄິດ​ນັ້ນ. ຈົ່ງ​ໃຫ້​ພວກເຂົາ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຮົາ ພຣະອົງ​ເຕັມ​ດ້ວຍ​ຄວາມ​ເມດຕາ​ແລະ​ອະໄພ​ໃຫ້.


ພວກ​ປະຊາຊົນ​ທີ່​ບໍ່​ສັດຊື່​ເອີຍ ຈົ່ງ​ກັບຄືນ​ມາ ເຮົາ​ຈະ​ປິ່ນປົວ​ພວກເຈົ້າ​ໃຫ້​ດີ​ຈາກ​ການ​ບໍ່​ສັດຊື່. ພວກເຈົ້າ​ກ່າວ​ວ່າ, “ແມ່ນແລ້ວ ພວກ​ຂ້ານ້ອຍ​ກຳລັງ​ມາ​ຫາ​ພຣະອົງ ເພາະ​ພຣະອົງ​ເປັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ບາດແຜ​ຂອງ​ພວກເຈົ້າ​ຈະ​ປົວ​ບໍ່​ດີ ບ່ອນ​ເຈັບປວດ​ຂອງ​ພວກເຈົ້າ​ກໍ​ເຮັດ​ໃຫ້​ຫາຍດີ​ບໍ່ໄດ້.


ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ໃຫ້​ພວກເຈົ້າ​ຫາຍ​ດີ ແລະ​ປິ່ນປົວ​ບາດແຜ ເຖິງ​ແມ່ນ​ເຫຼົ່າ​ສັດຕູ​ເວົ້າ​ກໍຕາມ​ວ່າ, ‘ພູເຂົາ​ຊີໂອນ​ຖືກ​ປະຖິ້ມ ແລະ​ບໍ່ມີ​ຜູ້ໃດ​ສົນໃຈ.”’


ບາງຄົນ​ຈະ​ຕໍ່ສູ້​ພວກ​ບາບີໂລນ ຄື​ພວກ​ທີ່​ຈະ​ປະ​ຊາກສົບ​ໄວ້​ເຕັມ​ເຮືອນ​ທັງຫລາຍ ເປັນ​ຊາກສົບ​ຂອງ​ພວກ​ທີ່​ເຮົາ​ກຳລັງ​ຈະ​ທຳລາຍ​ດ້ວຍ​ຄວາມ​ໂກດຮ້າຍ ແລະ​ໂມໂຫ​ຂອງເຮົາ. ເຮົາ​ໄດ້​ຫັນໜ້າ​ໜີ​ຈາກ​ເມືອງ​ນີ້​ເພາະ​ຄວາມ​ຊົ່ວຊ້າ ຊຶ່ງ​ຊາວ​ເມືອງ​ນີ້​ໄດ້​ກະທຳ.


ແຕ່​ເຮົາ​ຈະ​ປິ່ນປົວ​ເມືອງ​ນີ້ ແລະ​ປະຊາຊົນ​ຂອງເຮົາ ແລະ​ປົວແປງ​ສຸຂະພາບ​ຂອງ​ພວກເຂົາ​ຂຶ້ນໃໝ່. ເຮົາ​ຈະ​ໃຫ້​ພວກເຂົາ​ສະຫງົບສຸກ​ແລະ​ປອດໄພ​ຢ່າງ​ຫລວງຫລາຍ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເມື່ອ​ເວລາ​ນັ້ນ​ມາ​ເຖິງ ທັງ​ອິດສະຣາເອນ ແລະ​ຢູດາ​ຈະ​ຮ້ອງໄຫ້ ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ.


ພວກເຂົາ​ຈະ​ຖາມ​ຫາ​ຫົນທາງ​ໄປ​ສູ່​ພູເຂົາ​ຊີໂອນ ແລະ​ຈະ​ເດີນ​ໄປ​ຕາມ​ຫົນທາງ​ນັ້ນ. ພວກເຂົາ​ຈະ​ເຮັດ​ພັນທະສັນຍາ​ອັນ​ຕະຫລອດໄປ​ກັບ​ພຣະເຈົ້າຢາເວ ແລະ​ພວກເຂົາ​ຈະ​ບໍ່​ຝ່າຝືນ​ພັນທະສັນຍາ​ນັ້ນ​ຈັກເທື່ອ.


ພຣະອົງ​ຕາມໄລ່​ຂ້ອຍ​ໃຫ້​ອອກ​ຈາກ​ຫົນທາງ ຈີກ​ເນື້ອ​ເປັນ​ຕ່ອນໆ​ແລ້ວ​ກໍ​ປະຖິ້ມ​ຂ້ອຍ​ໄວ້.


ພວກເຂົາ​ຈະ​ຕິດຕາມ​ພຣະເຈົ້າຢາເວ​ໄປ ເມື່ອ​ເຮົາ​ຮ້ອງ​ຄຳຣາມ​ເໝືອນ​ສິງ ໃສ່​ສັດຕູ​ຂອງ​ພວກເຂົາ. ພວກເຂົາ​ຈະ​ຟ້າວ​ມາ​ຫາ​ເຮົາ​ຈາກ​ທິດ​ຕາເວັນຕົກ.


ດ້ວຍເຫດນີ້ ເຊື້ອສາຍ​ຂອງ​ຢາໂຄບ​ເອີຍ ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າ​ຂອງ​ພວກເຈົ້າ ແລະ​ກັບຄືນ​ໄປ​ຫາ​ພຣະອົງ​ເທີ້ນ. ຈົ່ງ​ສັດຊື່​ແລະ​ທ່ຽງທຳ ແລະ​ຈົ່ງ​ຄອຍຖ້າ​ພຣະເຈົ້າ​ຂອງ​ພວກເຈົ້າ ດຳເນີນການ​ດ້ວຍ​ຄວາມ​ອົດທົນ.


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສາ. ບາບ​ຂອງ​ພວກເຈົ້າ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຊູນ​ສະດຸດ​ແລະ​ລົ້ມລົງ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ຈະ​ນຳ​ປະຊາຊົນ​ຂອງເຮົາ​ຄືນ​ມາ ເຮົາ​ຈະ​ຮັກ​ພວກເຂົາ​ດ້ວຍ​ສຸດໃຈ​ແລະ​ເຊົາ​ໂກດຮ້າຍ.


ແຕ່​ຫລັງຈາກ​ນັ້ນ ປະຊາຊົນ​ອິດສະຣາເອນ​ຈະ​ກັບຄືນ​ມາ ແລະ​ສະແຫວງຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ​ອີກເທື່ອໜຶ່ງ ແລະ​ຈະ​ກັບຄືນ​ໄປ​ຫາ​ເຊື້ອສາຍ​ຂອງ​ດາວິດ​ກະສັດ​ຂອງ​ພວກເຂົາ. ໃນ​ເວລາ​ນັ້ນ ພວກເຂົາ​ຈະ​ຢຳເກງ​ພຣະເຈົ້າຢາເວ ແລະ​ຈະ​ໄດ້​ຮັບ​ສິ່ງ​ດີ​ທີ່​ພຣະອົງ​ຈະ​ໂຜດ​ໃຫ້.


ເມື່ອ​ປະໂຣຫິດ​ເຂົ້າ​ໄປ​ກວດເບິ່ງ​ແລ້ວ ຖ້າ​ຂີ້ເຮື້ອນ​ບໍ່​ປາກົດ​ເຫັນ​ອີກ ຫລັງຈາກ​ທີ່​ໄດ້​ໂບກ​ປູນ​ເຮືອນ​ໃໝ່​ແລ້ວ; ປະໂຣຫິດ​ຈະ​ຕ້ອງ​ປະກາດ​ວ່າ ເຮືອນ​ຫລັງ​ນັ້ນ​ບໍ່​ເປັນມົນທິນ​ຕາມ​ກົດບັນຍັດ ເພາະວ່າ​ຂີ້ເຮື້ອນ​ໄດ້​ຫາຍ​ໄປ​ໝົດ​ແລ້ວ.


ຊົນຊາດ​ທີ່​ບໍ່ມີ​ຢ່າງອາຍ​ເອີຍ ຈົ່ງ​ຮູ້ສຶກ​ຕື່ນຕົວ​ສາ​ເຖີດ ກ່ອນ​ພວກເຈົ້າ​ຈະ​ຖືກ​ພັດ​ໃຫ້​ປິວ​ໄປ ເໝືອນ​ດັ່ງ​ແກບ​ຖືກ​ລົມ​ພັດ


ເຮົາ​ແລະ​ເຮົາ​ເທົ່ານັ້ນ ທີ່​ເປັນ​ພຣະເຈົ້າ​ແທ້​ໃດ ນອກຈາກ​ເຮົາ​ນີ້​ໄປ​ບໍ່ມີ​ພະອື່ນ​ໃດ​ອີກ​ແລ້ວ; ມີ​ຜູ້ໃດ​ແດ່​ກ້າ​ຕໍ່ຕ້ານ​ແຜນການ​ຂອງເຮົາ ເຮົາ​ຂ້າ​ແລະ​ໃຫ້​ຊີວິດ ເຮັດ​ໃຫ້​ບາດເຈັບ​ແລະ​ປິ່ນປົວ​ດ້ວຍ.


ພຣະເຈົ້າຢາເວ​ຂ້າ ແລະ​ໃຫ້​ຊີວິດ​ອີກ​ໃໝ່ ຄື​ສົ່ງ​ຄົນ​ສູ່​ແດນ​ມໍຣະນາ​ແລະ​ໃຫ້​ເປັນ​ຄືນ​ມາ.


ຊາມູເອນ​ໄດ້​ກ່າວ​ແກ່​ປະຊາຊົນ​ອິດສະຣາເອນ​ວ່າ, “ຖ້າ​ພວກເຈົ້າ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ຂອງ​ພວກເຈົ້າ ພວກເຈົ້າ​ຈະ​ຕ້ອງ​ກຳຈັດ​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ ແລະ​ຮູບ​ຂອງ​ເຈົ້າແມ່​ອັດສະຕາກ. ຈົ່ງ​ອຸທິດ​ພວກເຈົ້າ​ເອງ​ແກ່​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ແລະ​ຮັບໃຊ້​ແຕ່​ພຣະອົງ​ເທົ່ານັ້ນ ແລະ​ພຣະອົງ​ກໍ​ຈະ​ຊ່ວຍ​ເອົາ​ພວກເຈົ້າ​ໃຫ້​ພົ້ນ​ຈາກ​ອຳນາດ​ຂອງ​ພວກ​ຟີລິດສະຕິນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka