Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 5:9 - ພຣະຄຳພີສັກສິ

9 ວັນ​ແຫ່ງ​ການ​ພິພາກສາ​ເອຟຣາອິມ​ຈະ​ມາເຖິງ ແລະ​ຊາດ​ອິດສະຣາເອນ​ກໍ​ຈະ​ຖືກ​ທຳລາຍ; ປະຊາຊົນ​ອິດສະຣາເອນ​ເອີຍ ເຫດການ​ນີ້​ຈະ​ເກີດຂຶ້ນ​ຢ່າງ​ແນ່ນອນ.

Uka jalj uñjjattʼäta Copia luraña




ໂຮເສອາ 5:9
23 Jak'a apnaqawi uñst'ayäwi  

ເມື່ອ​ພຣະອົງ​ມ້າງລົງ​ແລ້ວ ມີ​ຜູ້ໃດ​ເດ​ຈະ​ກໍ່​ຂຶ້ນ​ໃໝ່​ໄດ້​ແດ່? ແລະ​ຜູ້​ທີ່​ພຣະອົງ​ຄຸມຂັງ ໃຜ​ຈະ​ປົດປ່ອຍ​ໄດ້?


ພວກເຂົາ​ໄດ້​ນຳ​ຖ້ອຍຄຳ​ໄປ​ບອກ​ເອຊາຢາ​ດັ່ງນີ້: “ມື້ນີ້​ແມ່ນ​ມື້​ທີ່​ພວກເຮົາ​ເປັນທຸກໃຈ​ຫລາຍ; ພວກເຮົາ​ໄດ້​ຮັບ​ໂທດ​ໜັກ ແລະ​ໄດ້​ຮັບ​ຄວາມ​ອັບອາຍ​ຂາຍໜ້າ. ພວກເຮົາ​ເປັນ​ຄື​ແມ່ຍິງ​ທີ່​ກຳລັງ​ຈະ​ອອກລູກ, ແຕ່​ອ່ອນເພຍ​ເກີນກວ່າ​ທີ່​ຈະ​ເບັ່ງ​ລູກ​ອອກ​ໄດ້.


ຕັ້ງແຕ່ຕົ້ນ​ເຮົາ​ກ່າວ​ໄວ້​ກ່ອນ​ເຖິງ​ສິ່ງ​ທີ່​ຈະ​ມີ​ມາ ເຮົາ​ໄດ້​ບອກ​ໄວ້​ແຕ່​ດົນນານ​ໃນ​ສິ່ງ​ທີ່​ຈະ​ເກີດຂຶ້ນ. ເຮົາ​ບອກ​ວ່າ, ແຜນການ​ຂອງເຮົາ​ບໍ່ເຄີຍ​ຫລົ້ມເຫລວ ເຮົາ​ເຮັດ​ທຸກໆສິ່ງ​ຕາມ​ທີ່​ເຮົາ​ຢາກ​ເຮັດ.


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ແກ່​ຊາດ​ອິດສະຣາເອນ​ວ່າ, “ດົນ​ແລ້ວ​ເດ ທີ່​ເຮົາ​ໄດ້​ກ່າວ​ລ່ວງໜ້າ​ໄວ້ ຄື​ບອກ​ໄວ້​ກ່ອນ​ເຖິງ​ເຫດການ​ທີ່​ຈະ​ເກີດ​ມາ ແລ້ວ​ທັນໃດນັ້ນ​ເອງ ເຮົາ​ກໍ​ໃຫ້​ເກີດຂຶ້ນ​ແທ້.


ເຮົາ​ຈຶ່ງ​ກ່າວ​ເຖິງ​ອະນາຄົດ​ພວກເຈົ້າ​ໄວ້​ແຕ່​ດົນ ໂດຍ​ປະກາດ​ເຖິງ​ເຫດການ​ກ່ອນ​ຈະ​ເກີດຂຶ້ນ. ເພື່ອ​ບໍ່​ໃຫ້​ພວກເຈົ້າ​ອວດອ້າງ​ໄດ້​ເລີຍ​ວ່າ​ແມ່ນ ຮູບເຄົາຣົບ​ແລະ​ຮູບພະ​ຂອງ​ພວກເຈົ້າ​ໃຫ້​ເກີດຂຶ້ນ.


ແມ່ນແຕ່​ກ່ອນ​ເວລາ​ນັ້ນ​ມາ​ເຖິງ ດິນແດນ​ຂອງ​ກະສັດ​ທັງສອງ​ທີ່​ເຈົ້າ​ຢ້ານກົວ​ນັ້ນ​ກໍ​ຈະ​ຮົກຮ້າງ​ເພພັງ.


ເພາະສະນັ້ນ ເຮົາ​ຈຶ່ງ​ຈະ​ນຳ​ເອົາ​ການ​ທຳລາຍ​ມາ​ສູ່​ເອຟຣາອິມ ແລະ​ໄພພິບັດ​ມາ​ສູ່​ຢູດາຍ.


ເຮົາ​ຈະ​ໂດດ​ໃສ່​ປະຊາຊົນ​ເອຟຣາອິມ ແລະ​ຢູດາ​ເໝືອນ​ສິງ​ຄຸບ​ກິນ​ພວກເຂົາ. ເຮົາ​ຈະ​ຈີກ​ພວກເຂົາ​ອອກ​ເປັນ​ຕ່ອນໆ ແລະ​ປະຖິ້ມ​ໄວ້. ເມື່ອ​ເຮົາ​ລາກ​ພວກເຂົາ​ໄປ​ແລ້ວ ຈະ​ບໍ່ມີ​ຜູ້ໃດ​ສາມາດ​ຊ່ວຍເຫລືອ​ພວກເຂົາ​ໄດ້.


ແຕ່​ເຮົາ​ຈະ​ກາງ​ຕາໜ່າງ​ອອກ​ເພື່ອ​ຄຸບ​ເອົາ​ພວກເຂົາ ດັ່ງ​ຄຸບ​ເອົາ​ນົກ​ທີ່​ບິນ​ໃນ​ອາກາດ. ເຮົາ​ຈະ​ລົງໂທດ​ພວກເຂົາ​ຍ້ອນ​ການ​ຊົ່ວຮ້າຍ​ທີ່​ພວກເຂົາ​ໄດ້​ເຮັດ​ນັ້ນ.


ຊາວ​ອິດສະຣາເອນ​ເປັນ​ດັ່ງ​ຊົນຊາດ​ອື່ນໆ ແລະ​ບໍ່ມີ​ປະໂຫຍດ​ດັ່ງ​ໄຫ​ແຕກ.


ເວລາ​ແຫ່ງ​ການລົງໂທດ​ໄດ້​ມາ​ເຖິງ​ແລ້ວ ຄື​ເວລາ​ທີ່​ປະຊາຊົນ​ຈະ​ໄດ້​ຮັບ​ໃນ​ສິ່ງ​ທີ່​ສົມຄວນ​ໄດ້​ຮັບ. ເມື່ອ​ສິ່ງ​ນັ້ນ​ເກີດຂຶ້ນ ຊາດ​ອິດສະຣາເອນ​ຈຶ່ງ​ຈະ​ຮູ້ຈັກ. ພວກເຈົ້າ​ເວົ້າ​ວ່າ, “ຜູ້ທຳນວາຍ​ຄົນ​ນີ້​ໂງ່. ຄົນ​ທີ່​ມີ​ພຣະເຈົ້າ​ດົນໃຈ​ກໍ​ເປັນ​ຄົນ​ບໍ່​ເຕັມ.” ພວກເຈົ້າ​ກຽດຊັງ​ເຮົາ​ຫລາຍ​ທີ່ສຸດ ເພາະ​ບາບ​ຂອງ​ພວກເຈົ້າ​ໜາ​ຫລາຍ.


ຕາມຈິງ​ແລ້ວ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ບໍ່ໄດ້​ເຮັດ​ສິ່ງໃດ ໂດຍ​ບໍ່​ບອກ​ແຈ້ງ​ໃຫ້​ຮູ້​ລ່ວງໜ້າ ເຖິງ​ແຜນການ​ຂອງ​ພຣະອົງ​ແກ່​ຜູ້ທຳນວາຍ​ຄື​ຜູ້ຮັບໃຊ້​ຂອງ​ພຣະອົງ.


ເພາະສະນັ້ນ ອາມາຊີຢາ​ເອີຍ ພຣະເຈົ້າຢາເວ​ຈຶ່ງ​ກ່າວ​ຕໍ່​ເຈົ້າ​ວ່າ, ‘ເມຍ​ຂອງເຈົ້າ​ຈະ​ກາຍເປັນ​ໂສເພນີ​ຢູ່​ໃນ​ເມືອງ​ນີ້ ລູກ​ຊາຍ​ຍິງ​ຂອງ​ເຈົ້າ​ຈະ​ຖືກ​ຂ້າ​ໃນ​ສົງຄາມ. ດິນແດນ​ຂອງເຈົ້າ​ຈະ​ຖືກ​ແບ່ງ​ໃຫ້​ຄົນອື່ນ ແລ້ວ​ເຈົ້າເອງ​ກໍ​ຈະ​ຕາຍ​ຢູ່​ໃນ​ດິນແດນ​ຂອງ​ຄົນ​ບໍ່​ນັບຖື​ພຣະເຈົ້າ. ສ່ວນ​ປະຊາຊົນ​ອິດສະຣາເອນ​ນັ້ນ​ຈະ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ຕ່າງຖິ່ນ.”’


ບ່ອນ​ສູງ​ທັງຫລາຍ​ຂອງ​ອີຊາກ​ຈະ​ຖືກ​ທຳລາຍ​ລົງ. ບ່ອນ​ສັກສິດ​ຂອງ​ຊາວ​ອິດສະຣາເອນ​ຈະ​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ. ເຮົາ​ຈະ​ໃຫ້​ເຊື້ອວົງ​ຂອງ​ກະສັດ​ເຢໂຣໂບອາມ​ດັບ​ສິ້ນ​ໄປ.”


ສະນັ້ນ ເຮົາ​ຈຶ່ງ​ໄດ້​ລົງມື ເຮັດ​ໃຫ້​ພວກເຈົ້າ​ເຖິງ​ຄວາມພິນາດ​ແລະ​ຄວາມ​ຈິບຫາຍ ຍ້ອນ​ພວກເຈົ້າ​ເຮັດ​ບາບ.


ແຕ່​ໂດຍ​ຜ່ານ​ທາງ​ພວກ​ຜູ້ທຳນວາຍ​ຄື​ຄົນ​ຮັບໃຊ້​ຂອງເຮົາ ເຮົາ​ໄດ້​ມອບ​ຖ້ອຍຄຳ​ແລະ​ຄຳ​ຕັກເຕືອນ​ຕ່າງໆ ໃຫ້​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ; ແຕ່​ພວກເຂົາ​ບໍ່ໄດ້​ເອົາໃຈໃສ່ ຈຶ່ງ​ໄດ້​ຮັບ​ໂທດກຳ ແລ້ວ​ພວກເຂົາ​ກໍໄດ້​ກັບໃຈໃໝ່​ແລະ​ກ່າວ​ວ່າ, ‘ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ໄດ້​ລົງໂທດ​ພວກເຮົາ ສົມກັບ​ທີ່​ພວກເຮົາ​ສົມຄວນ​ໄດ້​ຮັບ ຕາມ​ທີ່​ພຣະອົງ​ໄດ້​ຕັດສິນໃຈ​ເຮັດ​ເຊັ່ນນັ້ນ.”’


ແຕ່​ເຮົາ​ໄດ້​ບອກ​ສິ່ງ​ເຫຼົ່ານີ້​ແກ່​ພວກເຈົ້າ ເພື່ອ​ວ່າ​ເມື່ອ​ເວລາ​ນັ້ນ​ມາ​ເຖິງ ພວກເຂົາ​ຈະ​ເຮັດ​ສິ່ງ​ເຫຼົ່ານີ້ ພວກເຈົ້າ​ຈະ​ສຳນຶກ​ໄດ້​ວ່າ ເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ແລ້ວ.” “ເຮົາ​ບໍ່ໄດ້​ບອກ​ສິ່ງ​ເຫຼົ່ານີ້​ແກ່​ພວກເຈົ້າ​ຕັ້ງແຕ່​ຕົ້ນ ເພາະວ່າ​ເຮົາ​ຍັງ​ຢູ່​ກັບ​ພວກເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka