Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 5:8 - ພຣະຄຳພີສັກສິ

8 ຊາວ​ເບັນຢາມິນ​ເອີຍ ຈົ່ງ​ອອກ​ສູ່​ສະໜາມຮົບ​ເທີ້ນ ຈົ່ງ​ເປົ່າແກ​ເຕືອນ​ເພື່ອ​ເຮັດ​ເສິກ​ທີ່​ເມືອງ​ກີເບອາ ຈົ່ງ​ສົ່ງ​ສຽງ​ສັນຍານ​ໄພ​ທີ່​ເມືອງ​ຣາມາ ຈົ່ງ​ສົ່ງ​ສຽງ​ໂຮຮ້ອງ​ສູ້ຮົບ​ທີ່​ເບັດອາເວນ. ຊາວ​ເບັນຢາມິນ​ເອີຍ ຈົ່ງ​ເຂົ້າ​ສູ່​ສະໜາມຮົບ​ເຖີດ

Uka jalj uñjjattʼäta Copia luraña




ໂຮເສອາ 5:8
20 Jak'a apnaqawi uñst'ayäwi  

ສະນັ້ນ ຈົ່ງ​ມອບ​ຊາຍ​ເຈັດ​ຄົນ​ຈາກ​ເຊື້ອສາຍ​ຂອງ​ເພິ່ນ ແລະ​ພວກ​ຂ້ານ້ອຍ​ຈະ​ແຂວນ​ຄໍ​ພວກເຂົາ​ຊ້ອງໜ້າ​ພຣະເຈົ້າຢາເວ​ຢູ່​ໃນ​ເມືອງ​ກີເບອາ ບ້ານເກີດ​ເມືອງນອນ​ຂອງ​ໂຊນ ກະສັດ​ທີ່​ພຣະເຈົ້າຢາເວ​ໄດ້​ເລືອກເອົາ​ນັ້ນ.” ກະສັດ​ຕອບ​ວ່າ, “ເຮົາ​ຈະ​ມອບ​ພວກເຂົາ​ໃຫ້​ພວກເຈົ້າ.”


ແລ້ວ​ເພິ່ນ​ກໍ​ເອົາ​ຮູບ​ງົວຄຳ​ໂຕໜຶ່ງ​ຕັ້ງ​ໄວ້​ທີ່​ເມືອງ​ເບັດເອນ ແລະ​ອີກ​ໂຕໜຶ່ງ​ຕັ້ງ​ໄວ້​ທີ່​ເມືອງ​ດານ.


ພວກເຂົາ​ໄດ້​ຂ້າມ​ຊ່ອງແຄບ ແລະ​ກຳລັງ​ຄ້າງຄືນ​ຢູ່​ທີ່​ເກບາ ຊາວ​ເມືອງ​ຣາມາ​ຢ້ານກົວ​ໃຫຍ່ ແລະ​ປະຊາຊົນ​ທີ່​ເມືອງ​ກີເບອາ ບ້ານເກີດ​ເມືອງນອນ​ຂອງ​ກະສັດ​ໂຊນ​ກໍ​ປົບໜີໄປ.


ຈົ່ງ​ເປົ່າແກ​ສັນຍານ​ໄພ​ໄປ​ທົ່ວ​ດິນແດນ​ຢູດາຍ ຈົ່ງ​ຮ້ອງ​ສຽງ​ດັງໆ ອອກ​ມາ​ໃຫ້​ຊັດແຈ້ງ ຈົ່ງ​ບອກ​ຊາວ​ຢູດາ ແລະ​ຊາວ​ນະຄອນ​ເຢຣູຊາເລັມ ໃຫ້​ແລ່ນ​ໄປ​ສູ່​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ​ໄວ້.


ປະຊາຊົນ​ເບັນຢາມິນ​ເອີຍ ຈົ່ງ​ແລ່ນ​ປົບໜີ​ເອົາ​ຕົວ​ລອດ​ສາ​ເຖີດ ຈົ່ງ​ປົບໜີ​ຈາກ​ນະຄອນ​ເຢຣູຊາເລັມ​ສາ ຈົ່ງ​ເປົ່າແກ​ຂຶ້ນ​ໃນ​ເມືອງ​ເຕກົວ ແລະ​ຈົ່ງ​ດັງ​ໄຟ​ຂຶ້ນ​ເປັນ​ສັນຍານ​ຢູ່​ໃນ​ເມືອງ​ເບັດ​ຮັກເກເຣັມ. ໄພພິບັດ ແລະ​ການທຳລາຍ​ຈາກ​ທາງ​ເໜືອ​ເກືອບ​ຈະ​ມາຮອດ​ແລ້ວ.


ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ນະຄອນ​ຊາມາເຣຍ ຈະ​ຢ້ານກົວ​ແລະ​ເປັນທຸກ ຍ້ອນ​ສູນເສຍ​ຮູບ​ງົວເຖິກ​ຄຳ ທີ່​ເມືອງ​ເບັດອາເວນ. ພວກເຂົາ​ກັບ​ປະໂຣຫິດ​ຄື​ຜູ້ຮັບໃຊ້​ຮູບເຄົາຣົບ​ນັ້ນ ຈະ​ຮ້ອງໄຫ້​ໄວ້ທຸກ​ນຳ​ຮູບເຄົາຣົບ​ນີ້. ພວກເຂົາ​ຈະ​ຄວນຄາງ ຍ້ອນ​ມີ​ຜູ້​ລອກ​ເອົາ​ຄຳ​ອັນ​ສວຍງາມ​ທີ່​ໂອບ​ຮູບ​ນັ້ນ​ໄປ.


ເຖິງ​ແມ່ນ​ວ່າ ປະຊາຊົນ​ອິດສະຣາເອນ​ຂອງເຮົາ​ບໍ່​ສັດຊື່​ຕໍ່​ເຮົາ​ກໍຕາມ ກໍ​ຢ່າ​ໃຫ້​ປະຊາຊົນ​ຢູດາ​ເຮັດ​ຜິດ​ໃນ​ລັກສະນະ​ດຽວກັນ. ຢ່າ​ໄປ​ຂາບໄຫວ້​ໃນ​ເມືອງ​ກິນການ ຫລື​ເບັດອາເວນ ຫລື​ສັນຍາ​ຢູ່​ທີ່​ນັ້ນ​ວ່າ ‘ພຣະເຈົ້າຢາເວ​ອົງ​ຊົງ​ພຣະຊົນຢູ່.’


“ຈົ່ງ​ເປົ່າແກ​ສັນຍານ​ເຕືອນໄພ ພວກ​ສັດຕູ​ເໝືອນ​ນົກອິນຊີ​ກຳລັງ​ຢູ່​ເໜືອ​ວິຫານ​ຂອງ​ພຣະເຈົ້າຢາເວ; ປະຊາຊົນ​ຂອງເຮົາ​ໄດ້​ລະເມີດ​ພັນທະສັນຍາ​ທີ່​ເຮົາ​ໄດ້​ໃຫ້​ໄວ້​ກັບ​ພວກເຂົາ ແລະ​ທັງ​ໄດ້​ກະບົດ​ຕໍ່ສູ້​ກົດບັນຍັດ​ຂອງເຮົາ.


ພວກເຂົາ​ເຮັດ​ຊົ່ວຮ້າຍ​ຫລາຍ​ຈົນ​ບໍ່ມີ​ທາງ​ຊ່ວຍ ດັ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ທີ່​ກີເບອາ. ພຣະເຈົ້າ​ຈະ​ຈົດຈຳ​ບາບ​ຂອງ​ພວກເຂົາ ແລະ​ລົງໂທດ​ພວກເຂົາ​ໃຫ້​ສົມໃຈ.


ຈົ່ງ​ເປົ່າແກ​ຂຶ້ນ​ເຕືອນໄພ ທີ່​ເທິງ​ພູເຂົາ​ຊີໂອນ​ສາ ພູເຂົາ​ສັກສິດ​ຂອງ​ພຣະເຈົ້າ​ເອີຍ ຈົ່ງ​ສັ່ນ​ສະທ້ານ​ເຖີດ ປະຊາຊົນ​ຢູດາ​ເອີຍ ເຖິງ​ວັນ​ຂອງ​ພຣະເຈົ້າຢາເວ​ແລ້ວ ວັນນັ້ນ​ກຳລັງ​ຫຍັບ​ເຂົ້າມາ​ໃກ້​ແລ້ວ.


ຈົ່ງ​ເປົ່າແກ​ຂຶ້ນ​ຢູ່​ທີ່​ເທິງ​ພູເຂົາ​ຊີໂອນ ຈົ່ງ​ສັ່ງ​ໃຫ້​ອົດອາຫານ​ແລະ​ເອີ້ນ​ປະຊຸມກັນ​ເຖີດ


ສຽງ​ແກ​ບຸກໂຈມຕີ​ດັງ​ຂຶ້ນ ໂດຍ​ບໍ່​ໃຫ້​ຊາວ​ເມືອງ​ແຕກຕື່ນ​ໄດ້​ຊັ້ນບໍ? ເປັນ​ໄດ້​ບໍ​ທີ່​ເມືອງ​ໜຶ່ງ​ຖືກ​ໄພພິບັດ ໂດຍ​ທີ່​ພຣະເຈົ້າຢາເວ​ບໍ່​ໃຫ້​ເກີດຂຶ້ນ?


ໂຢຊວຍ​ໄດ້​ສົ່ງ​ບາງຄົນ​ຈາກ​ເມືອງ​ເຢຣິໂກ​ໄປ​ທີ່​ເມືອງ​ອາອີ ຊຶ່ງ​ຢູ່​ທາງທິດ​ຕາເວັນອອກ​ຂອງ​ເບັດເອນ​ໃກ້​ກັບ​ເມືອງ​ເບັດ​ອາເວນ. ໂຢຊວຍ​ໄດ້​ສັ່ງ​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ດິນແດນ. ເມື່ອ​ພວກເຂົາ​ໄປ​ສຳຫລວດ​ເບິ່ງ​ແລ້ວ


ພວກເຂົາ​ມາ​ຈາກ ເຜົ່າ​ເອຟຣາອິມ​ທີ່​ຢູ່​ໃນ​ຮ່ອມພູ ນຳ​ຫລັງ​ເຜົ່າ​ເບັນຢາມິນ​ແລະ​ປະຊາຊົນ​ດ້ວຍ. ສ່ວນ​ພວກ​ຜູ້​ບັນຊາການ​ນັ້ນ​ມາ​ຈາກ​ຕະກຸນ​ມາກີ ແລະ​ນາຍ​ທະຫານ​ມາ​ຈາກ​ເຜົ່າ​ເຊບູໂລນ​ທັງ​ນັ້ນ.


ແລ້ວ​ຊາມູເອນ​ກໍ​ໄດ້ໄປ​ທີ່​ເມືອງ​ຣາມາ ສ່ວນ​ກະສັດ​ໂຊນ​ນັ້ນ​ໄດ້​ຄືນ​ເມືອ​ວັງ​ຂອງ​ເພິ່ນ​ທີ່​ເມືອງ​ກີເບອາ.


ແລ້ວ​ເພິ່ນ​ກໍໄດ້​ກັບຄືນ​ເມືອ​ເຮືອນ​ຂອງ​ເພິ່ນ​ທີ່​ເມືອງ​ຣາມາ ບ່ອນ​ທີ່​ເພິ່ນ​ຮັບໃຊ້​ເປັນ​ຜູ້​ຕັດສິນ​ຄວາມ​ຄືກັນ. ຢູ່​ໃນ​ເມືອງ​ຣາມາ​ນີ້ ເພິ່ນ​ສ້າງ​ແທ່ນບູຊາ​ແທ່ນ​ໜຶ່ງ​ຂຶ້ນ​ເພື່ອ​ຖວາຍ​ແກ່​ພຣະເຈົ້າຢາເວ.


ແລ້ວ​ພວກ​ຜູ້ນຳ​ຂອງ​ຊາດ​ອິດສະຣາເອນ​ກໍ​ມາ​ປະຊຸມກັນ ແລະ​ພາກັນ​ໄປ​ຫາ​ຊາມູເອນ​ທີ່​ເມືອງ​ຣາມາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka