7 ພວກເຂົາບໍ່ສັດຊື່ຕໍ່ພຣະເຈົ້າຢາເວ; ລູກຂອງພວກເຂົາກໍບໍ່ເປັນຂອງພຣະອົງ. ດັ່ງນັ້ນ ພວກເຂົາພ້ອມທັງດິນແດນຈຶ່ງຈະຖືກທຳລາຍໃນໄວໆນີ້.
ຂໍຊົງໂຜດຊ່ວຍໃຫ້ຂ້ານ້ອຍພົ້ນຈາກສັດຕູຜູ້ໂຫດຮ້າຍ ແລະຈາກອຳນາດຂອງຊາວຕ່າງດ້າວ ຄືຜູ້ທີ່ບໍ່ເຄີຍເວົ້າຄວາມຈິງແຕ່ປະການໃດ ເວົ້າຕົວະຢູ່ເລື້ອຍແມ່ນແຕ່ຄຳສາບານກໍຕາມ.
ໂຜດຍື່ນມືຂອງພຣະອົງລົງມາຈາກເບື້ອງເທິງ ແລະດຶງຂ້ານ້ອຍຂຶ້ນຈາກນໍ້າເລິກດ້ວຍ. ໂຜດຊ່ວຍກູ້ຂ້ານ້ອຍໃຫ້ພົ້ນຈາກອຳນາດຂອງສັດຕູ ຄືຈາກອຳນາດຂອງຊົນຊາດຕ່າງດ້າວ.
ເຮົາກຽດຊັງການສະຫລອງວັນເດືອນອອກໃໝ່ແລະວັນເທດສະການຕາມກຳນົດຕ່າງໆຂອງພວກເຈົ້າ; ມັນເປັນພາລະອັນໜັກໜ່ວງສຳລັບເຮົາ.
ເຮົາຮູ້ວ່າພວກເຈົ້າບໍ່ເປັນທີ່ໄວ້ວາງໃຈໄດ້ເລີຍ ເປັນຄົນກະບົດຕະຫລອດມາເລື້ອຍໆ. ສະນັ້ນ ພວກເຈົ້າຈຶ່ງບໍ່ໄດ້ຍິນສິ່ງເຫຼົ່ານີ້ເລີຍ ເປັນຫຍັງຖ້ອຍຄຳຈຶ່ງບໍ່ຊອດຫູພວກເຈົ້າ.
ພວກຂ້ານ້ອຍທັງຫລາຍໄດ້ກະບົດຕໍ່ສູ້ພຣະເຈົ້າຢາເວ, ປະຖິ້ມພຣະອົງ ແລະບໍ່ຍອມຕິດຕາມພຣະອົງ. ພວກຂ້ານ້ອຍໄດ້ກົດຂີ່ຄົນອື່ນ ແລະຫັນໜີໄປຈາກພຣະເຈົ້າຂອງພວກຂ້ານ້ອຍ. ຄວາມຄິດຂອງພວກຂ້ານ້ອຍຜິດພາດ ແລະຄຳເວົ້າຂອງພວກຂ້ານ້ອຍກໍລ້ວນແຕ່ເປັນຄຳຕົວະ.
ແຕ່ເຈົ້າຍັງເປັນດັ່ງເມຍທີ່ຫລິ້ນຊູ້ແລະບໍ່ສັດຊື່.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ຊາວອິດສະຣາເອນທັງຢູດາໄດ້ທໍລະຍົດຕໍ່ເຮົາໝົດ.” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ສະນັ້ນ ຈົ່ງບອກພວກເຂົາວ່າ, ‘ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວວ່າ ມັນຈະບໍ່ຊັກຊ້າອີກຕໍ່ໄປ. ຖ້ອຍຄຳທີ່ເຮົາໄດ້ເວົ້ານັ້ນຈະເກີດຂຶ້ນ.’ ອົງພຣະຜູ້ເປັນເຈົ້າ ພຣະເຈົ້າກ່າວດັ່ງນີ້ແຫຼະ.”
ເຮົາຈະເຮັດໃຫ້ຄວາມມ່ວນຊື່ນທັງໝົດສິ້ນສຸດລົງ ເຊັ່ນ: ບຸນປະຈຳເດືອນ, ປະຈຳອາທິດ ແລະການຊຸມນຸມໃນເທດສະການຕ່າງໆ.
ເຮົາຈະບໍ່ສົງສານລູກຂອງນາງ; ເພາະພວກເຂົາເປັນລູກຂອງໂສເພນີ.
ແຕ່ພໍເມື່ອພວກເຂົາໄດ້ເຂົ້າໄປໃນດິນແດນທີ່ອາດາມ ພວກເຂົາກໍໄດ້ລະເມີດພັນທະສັນຍາ ທີ່ເຮົາໄດ້ມີໄວ້ກັບພວກເຂົານັ້ນ.
ເຄາະກຳມາເຖິງພວກເຂົາແລ້ວ ພວກເຂົາໄດ້ປະຖິ້ມເຮົາໄປ ແລະກະບົດຕໍ່ສູ້ເຮົາ. ພວກເຂົາຈະຖືກທຳລາຍ. ເຮົາຢາກໄຖ່ພວກເຂົາໃຫ້ພົ້ນ ແຕ່ພວກເຂົາກ່າວຄຳຕົວະຕໍ່ສູ້ເຮົາ.
ຂ້າພະເຈົ້າໝົດຄວາມອົດທົນກັບຄົນລ້ຽງແກະອື່ນສາມຄົນ ທີ່ກຽດຊັງຂ້າພະເຈົ້າ; ພຽງເດືອນດຽວເທົ່ານັ້ນ ຂ້າພະເຈົ້າກໍໄດ້ກຳຈັດພວກເຂົາທັງໝົດ.