11 ເອຟຣາອິມກຳລັງຖືກກົດຂີ່ ນາງຈຶ່ງເສຍດິນແດນທີ່ເປັນສິດຂອງຕົນ ເພາະນາງດື້ດັນໄປຂໍຄວາມຊ່ວຍເຫລືອນຳຜູ້ອື່ນ ທີ່ບໍ່ມີຫຍັງຊ່ວຍເຫລືອນາງໄດ້.
ໃນຄາວທີ່ເຈົ້າເປກາໄດ້ເປັນກະສັດແຫ່ງອິດສະຣາເອນນັ້ນ ຕີກະລາດປີເລເສ ກະສັດແຫ່ງອັດຊີເຣຍໄດ້ຢຶດເອົາເມືອງຕ່າງໆດັ່ງນີ້: ອີໂຢນ, ອາເບັນເບັດມາອາກາ, ຢາໂນອາ, ເກເດັດ, ຮາໂຊ, ເຂດແດນທັງໝົດຂອງກີເລອາດ, ຄາລີເລ ແລະເນັບທາລີ ແລະໄດ້ນຳເອົາປະຊາຊົນໄປເປັນຊະເລີຍທີ່ອັດຊີເຣຍ.
ປະຊາຊົນອິດສະຣາເອນເປັນດັ່ງຮາກຂອງພືດທີ່ຕາຍ ແລະບໍ່ເກີດໝາກ. ພວກເຂົາຈະບໍ່ມີລູກ, ແຕ່ຖ້າມີ ເຮົາກໍຈະຂ້າລູກທີ່ພວກເຂົາຮັກນັ້ນເສຍ.”
ເຫດການນີ້ຈະເກີດຂຶ້ນເພາະພວກເຈົ້າໄດ້ເຮັດຊົ່ວ ຕາມກະສັດອົມຣີ ແລະກະສັດອາຮາບລູກຊາຍຂອງເພິ່ນ. ພວກເຈົ້າໄດ້ສືບຕໍ່ເຮັດຕາມກົດເກນຕ່າງໆຂອງພວກເຂົາ; ເພາະສະນັ້ນ ເຮົາຈຶ່ງຈະນຳພວກເຈົ້າໄປສູ່ຄວາມຈິບຫາຍ ແລະທຸກຄົນຈະດູຖູກພວກເຈົ້າ. ປະຊາຊົນ ທຸກບ່ອນຈະເຮັດຕໍ່ພວກເຈົ້າດ້ວຍຄວາມຫຍໍ້ຫຍັນ.”
ຊົນຊາດຕ່າງດ້າວຈະມາຢຶດເອົາພືດຜົນ ທີ່ພວກເຈົ້າໄດ້ປູກຝັງໄວ້ດ້ວຍຄວາມຍາກລຳບາກ ໄປຈົນໝົດກ້ຽງ, ແຕ່ພວກເຈົ້າບໍ່ໄດ້ຫຍັງໝົດ ຊໍ້າບໍ່ໜຳຍັງຖືກກົດຂີ່ ແລະຖືກຂົ່ມເຫັງຢ່າງທາລຸນ.