Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 5:10 - ພຣະຄຳພີສັກສິ

10 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ໂກດຮ້າຍ​ເພາະ​ພວກ​ຜູ້ນຳ​ຊາວ​ຢູດາ​ໄດ້​ບຸກຮຸກ​ອິດສະຣາເອນ ແລະ​ລັກ​ເອົາ​ດິນແດນ​ໄປ​ຈາກ​ນາງ. ສະນັ້ນ ເຮົາ​ຈຶ່ງ​ຈະ​ລົງໂທດ​ພວກເຂົາ​ເໝືອນ​ນໍ້າ​ທີ່​ໄຫລ​ຖ້ວມ.

Uka jalj uñjjattʼäta Copia luraña




ໂຮເສອາ 5:10
15 Jak'a apnaqawi uñst'ayäwi  

ສະນັ້ນ ປະຊາຊົນ​ທຸກ​ທົ່ວ​ໜ້າ ທີ່​ຈົງຮັກ​ພັກດີ​ຕໍ່​ພຣະອົງ ຄວນ​ພາວັນນາ​ອະທິຖານ​ຫາ​ພຣະອົງ​ເມື່ອ​ຄາວ​ຈຳເປັນ ເມື່ອ​ຄວາມ​ທົນທຸກ​ລຳບາກ​ດັ່ງ​ນໍ້າ​ມາກ​ໄຫລຫລັ່ງ​ເຂົ້າ​ມາ ກໍ​ຈະ​ບໍ່​ໄຫລ​ຖ້ວມ​ເຖິງ​ພວກເຂົາ​ຢ່າງ​ເດັດຂາດ.


ຈົ່ງ​ຖອກເທ​ຄວາມ​ໂກດຮ້າຍ​ຂອງ​ພຣະອົງ​ໃສ່​ພວກເຂົາ ຈົ່ງ​ປ່ອຍ​ຄວາມ​ໂກດແຄ້ນ​ໄລ່​ຄຸບ​ພວກເຂົາ​ເຖີດ.


ຂ້ານ້ອຍ​ຖືກ​ອ້ອມຮອບ​ດັ່ງ​ນໍ້າ​ຖ້ວມ​ຕະຫລອດ​ວັນ ມັນ​ອ້ອມຮອບ​ຂ້ານ້ອຍ​ໄວ້​ທຸກ​ດ້ານ.


ເລີ່ມ​ຜິດຖຽງກັນ​ກໍ​ສໍ່າກັບ​ເຂື່ອນ​ເລີ່ມ​ແຕກ ຢຸດຕິ​ເລື່ອງລາວ​ກ່ອນ​ເກີດ​ການ​ຜິດຖຽງກັນ.


ຢ່າ​ຍົກຍ້າຍ​ຫລັກ​ເຂດແດນ ທີ່​ພວກ​ບັນພະບຸລຸດ​ຂອງ​ເຈົ້າ​ໄດ້​ປັກ​ຕັ້ງ​ໄວ້.


ບັນດາ​ຜູ້ນຳ​ຂອງ​ພວກເຈົ້າ​ເປັນ​ກະບົດ ແລະ​ເປັນ​ເພື່ອນ​ຂອງ​ບັນດາ​ນັກປຸ້ນ; ພວກເຂົາ​ຮັບ​ເອົາ​ຂອງຂວັນ​ແລະ​ສິນຈ້າງ​ລາງວັນ​ເປັນ​ປະຈຳ. ພວກເຂົາ​ບໍ່ເຄີຍ​ເວົ້າ​ຕາງ​ເດັກ​ກຳພ້າ​ໃນ​ສານ ຫລື​ຟັງ​ຄຳ​ໃຫ້​ການ​ຂອງ​ແມ່ໝ້າຍ ເມື່ອ​ພວກເຂົາ​ມີ​ຄະດີ.


ພວກເຂົາ​ຈະ​ຖືກ​ຫລອມ​ຢູ່​ໃນ​ນະຄອນ​ເຢຣູຊາເລັມ ຕາມ​ວິທີ​ທີ່​ເງິນ​ຖືກ​ຫລອມ​ໃນ​ເຕົາໄຟ; ແລ້ວ​ພວກເຂົາ​ກໍ​ຈະ​ຮູ້ວ່າ ພວກເຂົາ​ກຳລັງ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ຄື​ພຣະເຈົ້າຢາເວ.”


ແຕ່​ໃນ​ໄວໆ​ນີ້ ເຈົ້າ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ທັງໝົດ​ຂອງເຮົາ. ເຮົາ​ຈະ​ຕັດສິນ​ລົງໂທດ​ສິ່ງ​ທີ່​ເຈົ້າ​ໄດ້​ເຮັດ ແລະ​ເຮົາ​ຈະ​ຕອບແທນ​ສິ່ງ​ອັນ​ໜ້າກຽດຊັງ​ທັງໝົດ​ທີ່​ເຈົ້າ​ໄດ້​ເຮັດ​ນັ້ນ.


ຝົນ​ທັ່ງ​ເທ​ລົງ​ມາ ນໍ້າ​ນອງ​ຖ້ວມ​ລົ້ນ​ຫ້ວຍ​ຮ່ອງ ແລະ​ລົມ​ກໍ​ພັດ​ປະ​ທະ​ເຮືອນ​ຢ່າງ​ແຮງ ແລະ​ເຮືອນ​ນັ້ນ​ກໍໄດ້​ເຈື່ອນ​ເພພັງ​ລົງ ແລະ​ການ​ເພພັງ​ຂອງ​ມັນ​ກໍ​ເປັນ​ການ​ໃຫຍ່​ຫລວງ.”


ສ່ວນ​ຄົນ​ທີ່​ໄດ້ຍິນ​ຖ້ອຍຄຳ​ຂອງເຮົາ ແລະ​ບໍ່​ປະຕິບັດ​ຕາມ ລາວ​ກໍ​ປຽບ​ເໝືອນ​ຄົນ​ຜູ້ໜຶ່ງ ທີ່​ກໍ່ສ້າງ​ຕຶກ​ຂອງຕົນ​ເທິງ​ດິນ ໂດຍ​ບໍ່​ກໍ່​ຮາກຖານ ເມື່ອ​ແປວ​ນໍ້າ​ໄຫລ​ທັ່ງ​ໃສ່​ຕຶກ​ນັ້ນ ມັນ​ກໍ​ເຈື່ອນ​ລົງ​ທັນທີ ແລະ​ຄວາມ​ພິນາດ​ຈິບຫາຍ​ຂອງ​ຕຶກ​ນັ້ນ​ກໍ​ໃຫຍ່ຫລວງ.”


“ຢ່າ​ຍົກຍ້າຍ​ຫລັກ​ໝາຍ​ເຂດແດນ​ຂອງ​ເພື່ອນບ້ານ ທີ່​ໄດ້​ປັກ​ໄວ້​ເປັນ​ເວລາ​ດົນນານ​ມາ​ແລ້ວ​ຢູ່​ໃນ​ດິນແດນ ທີ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກຳລັງ​ຈະ​ມອບ​ໃຫ້​ພວກເຈົ້າ.”


‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ຍົກຍ້າຍ​ຫລັກປັກ​ເອົາ​ເຂດແດນ​ຂອງ​ເພື່ອນບ້ານ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka