Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 5:1 - ພຣະຄຳພີສັກສິ

1 “ພວກເຈົ້າ​ຜູ້​ເປັນ​ປະໂຣຫິດ ຈົ່ງ​ຟັງ​ເລື່ອງ​ນີ້ ປະຊາຊົນ​ອິດສະຣາເອນ ຈົ່ງ​ລະມັດ​ລະວັງ​ເດີ ພວກເຈົ້າ​ຜູ້​ເປັນ​ເຊື້ອວົງ​ຂອງ​ກະສັດ ຈົ່ງ​ຟັງ​ເທີ້ນ ພວກເຈົ້າ​ຄວນ​ຈະ​ຕັດສິນ​ຢ່າງ​ຍຸດຕິທຳ ບໍ່​ດັ່ງນັ້ນ​ແລ້ວ ການຕັດສິນ​ກໍ​ຈະ​ຕົກ​ຖືກ​ພວກເຈົ້າ. ພວກເຈົ້າ​ໄດ້​ກາຍເປັນ​ດັ່ງ​ແຮ້ວ​ທີ່​ເມືອງ​ມີຊະປາ ເປັນ​ດັ່ງ​ຕະຂ່າຍ​ທີ່​ກາງ​ຢູ່​ເທິງ​ພູ​ຕາໂບ

Uka jalj uñjjattʼäta Copia luraña




ໂຮເສອາ 5:1
29 Jak'a apnaqawi uñst'ayäwi  

ເມື່ອ​ເຮົາ​ໄດ້​ນຳ​ບັນພະບຸລຸດ​ຂອງ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ ເຮົາ​ໄດ້​ເຕືອນ​ພວກເຂົາ​ຢ່າງ​ເດັດຂາດ​ໃຫ້​ເຊື່ອຟັງ​ເຮົາ ແລະ​ເຮົາ​ໄດ້​ສືບຕໍ່​ເຕືອນ​ພວກເຂົາ​ຈົນເຖິງ​ທຸກ​ວັນນີ້.


ພຣະເຈົ້າຢາເວ​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ຈົ່ງ​ບອກ​ກະສັດ​ແລະ​ແມ່​ຂອງ​ລາວ​ໃຫ້​ລົງ​ຈາກ​ບັນລັງ​ສາ ເພາະ​ມົງກຸດ​ອັນ​ງົດງາມ​ນັ້ນ​ໄດ້​ຕົກລົງ​ຈາກ​ຫົວ​ຂອງ​ລາວ​ແລ້ວ.


ອົງ​ຜູ້​ມີ​ນາມ​ວ່າ​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ເປັນ​ອົງ​ກະສັດ​ແລະ​ເປັນ​ອົງ​ຊົງ​ພຮະຊົນຢູ່​ແທ້ຈິງ. ຫໍ​ທີ່​ພູ​ຕາໂບ​ສູງ​ກວ່າ​ພູ​ທັງຫລາຍ​ສັນໃດ ພູ​ກາເມນ​ກໍ​ຕັ້ງ​ຢູ່​ສູງ​ເໜືອ​ນໍ້າ​ທະເລ​ສັນນັ້ນ; ຜູ້​ທີ່​ຈະ​ໂຈມຕີ​ພວກເຈົ້າ​ກໍ​ຢ່າງນັ້ນ​ແຫລະ ຄື​ຊົງ​ມີ​ພະລັງ​ອັນ​ເຂັ້ມແຂງ.


ຊາວ​ເບັດເອນ​ເອີຍ ສິ່ງ​ນີ້​ແຫຼະ ຈະ​ເກີດຂຶ້ນ​ກັບ​ພວກເຈົ້າ ກໍ​ຍ້ອນ​ການ​ຊົ່ວ​ຮ້າຍແຮງ​ທີ່​ພວກເຈົ້າ​ໄດ້​ເຮັດ. ພໍ​ສົງຄາມ​ເລີ່ມຂຶ້ນ ກະສັດ​ແຫ່ງ​ອິດສະຣາເອນ​ກໍ​ຈະ​ຕາຍໄປ.”


ເຮົາ​ຈະ​ຄຸບ​ກັດ​ພວກເຈົ້າ​ເໝືອນ​ໝີ​ທີ່​ສູນເສຍ​ລູກ​ຂອງ​ມັນ; ເຮົາ​ຈະ​ຈີກ​ພວກເຈົ້າ​ອອກ. ເຮົາ​ຈະ​ເປັນ​ດັ່ງ​ສິງ​ທີ່​ຈີກ​ພວກເຈົ້າ​ກິນ​ຄາ​ບ່ອນ ແລະ​ຈະ​ເປັນ​ດັ່ງ​ສັດປ່າ​ທີ່​ຈີກ​ພວກເຈົ້າ​ອອກ​ເປັນ​ຕ່ອນໆ.


ພຣະເຈົ້າຢາເວ​ມີ​ຄະດີ​ກ່າວ​ຟ້ອງ​ຕໍ່ສູ້​ປະຊາຊົນ ທີ່​ອາໄສ​ຢູ່​ໃນ​ດິນແດນ​ນີ້. ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ກ່າວ: “ຄວາມ​ສັດຊື່​ຫລື​ຄວາມຮັກ​ບໍ່ມີ​ຢູ່​ໃນ​ດິນແດນ​ນີ້ ແລະ​ບໍ່​ມີ​ຄວາມ​ຮັບຮູ້​ພຣະເຈົ້າ.


ພວກ​ປະໂຣຫິດ​ເປັນ​ດັ່ງ​ກຸ່ມ​ໂຈນ​ທີ່​ຄອຍ​ດັກ​ທຳຮ້າຍ​ຄົນ. ແມ່ນແຕ່​ຕາມ​ຖະໜົນ​ຫົນທາງ​ໄປ​ສູ່​ສະຖານທີ່​ຊີເຄມ ກໍ​ມີ​ການ​ຂ້າຟັນ​ລັນແທງ​ກັນ. ພວກເຂົາ​ໄດ້​ເຮັດ​ຊົ່ວ​ໂດຍ​ເຈດຕະນາ​ແທ້ໆ


ພຣະເຈົ້າ​ໄດ້​ສົ່ງ​ຂ້າພະເຈົ້າ​ມາ​ໃນ​ຖານະ​ເປັນ​ຜູ້ທຳນວາຍ ເພື່ອ​ເຕືອນ​ຊາວ​ອິດສະຣາເອນ​ປະຊາຊົນ​ຂອງ​ພຣະອົງ. ແຕ່​ບ່ອນໃດ​ກໍດີ​ທີ່​ຂ້າພະເຈົ້າ​ໄປ ພວກເຈົ້າ​ຊອກຫາ​ດັກຈັບ​ຂ້າພະເຈົ້າ​ດັ່ງ​ດັກຈັບ​ນົກ. ແມ່ນແຕ່​ຢູ່​ໃນ​ດິນແດນ​ຂອງ​ພຣະເຈົ້າ​ເອງ ປະຊາຊົນ​ກໍ​ເປັນ​ສັດຕູ​ກັບ​ຜູ້ທຳນວາຍ.


ຈົ່ງ​ຕັ້ງໃຈ​ຟັງ​ເຖີດ ພວກເຈົ້າ​ຜູ້​ເຖົ້າແກ່​ທັງຫລາຍ ທຸກໆຄົນ​ໃນ​ຢູດາຍ​ເອີຍ ຈົ່ງ​ຟັງ​ເທີ້ນ ສິ່ງ​ເຊັ່ນນີ້ ເຄີຍ​ເກີດຂຶ້ນ​ໃນ​ສະໄໝ​ພວກເຈົ້າ​ຫລື​ບໍ່? ຫລື​ໃນ​ສະໄໝ​ບັນພະບຸລຸດ​ຂອງ​ພວກເຈົ້າ​ບໍ່?


ປະຊາຊົນ​ຊາວ​ອິດສະຣາເອນ​ເອີຍ ຈົ່ງ​ຟັງ​ຖ້ອຍຄຳ​ທີ່​ພຣະເຈົ້າຢາເວ​ໄດ້​ກ່າວ​ເຖິງ​ພວກເຈົ້າ ຄື​ຄົນ​ທັງ​ຊາດ​ທີ່​ພຣະອົງ​ໄດ້​ນຳ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ​ວ່າ,


ບ່ອນ​ສູງ​ທັງຫລາຍ​ຂອງ​ອີຊາກ​ຈະ​ຖືກ​ທຳລາຍ​ລົງ. ບ່ອນ​ສັກສິດ​ຂອງ​ຊາວ​ອິດສະຣາເອນ​ຈະ​ຖືກ​ປະ​ໃຫ້​ຮົກຮ້າງ​ເພພັງ. ເຮົາ​ຈະ​ໃຫ້​ເຊື້ອວົງ​ຂອງ​ກະສັດ​ເຢໂຣໂບອາມ​ດັບ​ສິ້ນ​ໄປ.”


ຈົ່ງ​ຟັງ​ເດີ ບັນດາ​ຜູ້ປົກຄອງ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ຄວນ​ຈະ​ຫ່ວງໃຍ​ເຖິງ​ຄວາມ​ຍຸດຕິທຳ


ຈົ່ງ​ຟັງ​ຂ້າພະເຈົ້າ​ເທີ້ນ ບັນດາ​ຜູ້ນຳ​ຊາດ​ອິດສະຣາເອນ​ເອີຍ ພວກເຈົ້າ​ທີ່​ກຽດຊັງ​ຄວາມ​ຍຸດຕິທຳ​ແລະ​ປ່ຽນ​ຖືກ​ໃຫ້​ເປັນ​ຜິດ.


ຢູ່​ໃນ​ດິນແດນ​ບໍ່ມີ​ຄົນ​ສຸດຈະຣິດ​ເຫຼືອ​ຢູ່​ເລີຍ ບໍ່ມີ​ຈັກ​ຄົນດຽວ ທີ່​ສັດຊື່​ຕໍ່​ພຣະເຈົ້າ. ທຸກຄົນ​ຕ່າງ​ກໍ​ຫາ​ໂອກາດ ເພື່ອ​ຂ້າຟັນ​ລັນແທງ​ຊຶ່ງກັນແລະກັນ ທຸກຄົນ​ຕ່າງ​ກໍ​ຕາມລ່າ​ພີ່ນ້ອງ​ຮ່ວມຊາດ​ຂອງ​ຕົນເອງ.


ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ຕໍ່​ພວກ​ປະໂຣຫິດ​ວ່າ, “ລູກ​ຍ່ອມ​ໃຫ້ກຽດ​ພໍ່​ແມ່​ຂອງຕົນ ແລະ​ຄົນ​ຮັບໃຊ້​ຍ່ອມ​ນັບຖື​ນາຍ​ຂອງຕົນ. ເຮົາ​ເປັນ​ພໍ່​ຂອງ​ພວກເຈົ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ໃຫ້ກຽດ​ເຮົາ? ເຮົາ​ເປັນ​ເຈົ້ານາຍ​ຂອງ​ພວກເຈົ້າ ເປັນຫຍັງ​ພວກເຈົ້າ​ຈຶ່ງ​ບໍ່​ນັບຖື​ເຮົາ? ພວກເຈົ້າ​ດູຖູກ​ເຮົາ ແລະ​ຍິ່ງ​ໄປ​ກວ່າ​ນີ້​ອີກ ພວກເຈົ້າ​ຍັງ​ຖາມ​ວ່າ, ‘ພວກ​ຂ້ານ້ອຍ​ໝິ່ນປະໝາດ​ພຣະນາມ​ຂອງ​ພຣະອົງ​ຢ່າງໃດ?’


ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ຕໍ່​ບັນດາ​ປະໂຣຫິດ​ວ່າ, “ຄຳສັ່ງ​ນີ້​ແມ່ນ​ສຳລັບ​ພວກເຈົ້າ:


ເມື່ອ​ສີເສຣາ​ຮູ້​ວ່າ​ບາຣັກ​ລູກຊາຍ​ຂອງ​ອາບີໂນອາມ ໄປ​ເຖິງ​ພູເຂົາ​ຕາໂບ​ແລ້ວ;


ຢູ່ມາ​ມື້ໜຶ່ງ ນາງ​ເດໂບຣາ​ໄດ້​ໃຊ້​ຄົນ​ໄປ​ຫາ​ບາຣັກ​ລູກຊາຍ​ຂອງ​ອາບີໂນອາມ ທີ່​ເມືອງ​ເກເດັດ​ໃນ​ເຂດແດນ​ເນັບທາລີ ແລະ​ກ່າວ​ຕໍ່​ລາວ​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ໃຫ້​ຄຳສັ່ງ​ແກ່​ເຈົ້າ​ດັ່ງນີ້: ‘ຈົ່ງ​ເກນ​ຜູ້ຊາຍ​ສິບພັນ​ຄົນ​ຈາກ​ເຜົ່າ​ເນັບທາລີ​ແລະ​ເຜົ່າ​ເຊບູໂລນ ແລະ​ນຳພາ​ພວກເຂົາ​ໄປ​ທີ່​ພູເຂົາ​ຕາໂບ.


ທຸກໆ​ປີ​ໃດ ເພິ່ນ​ຕ້ອງ​ໄປ​ຕັດສິນ​ຕາມ​ເມືອງ​ຕ່າງໆ​ດັ່ງນີ້: ເບັດເອນ, ກິນການ, ມີຊະປາ;


ຕໍ່ມາ ຊາມູເອນ​ໄດ້​ເອີ້ນ​ເອົາ​ຊາວ​ອິດສະຣາເອນ​ທຸກຄົນ ໃຫ້​ໄປ​ໂຮມກັນ​ຢູ່​ທີ່​ເມືອງ​ມີຊະປາ ໂດຍ​ບອກ​ວ່າ, “ຂ້ອຍ​ຈະ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າຢາເວ​ເພື່ອ​ພວກເຈົ້າ​ຢູ່​ໃນ​ທີ່ນັ້ນ.”


ດັ່ງນັ້ນ ພວກເຂົາ​ທຸກຄົນ​ຈຶ່ງ​ໄປ​ເຕົ້າໂຮມ​ກັນ​ທີ່​ເມືອງ​ມີຊະປາ. ພວກເຂົາ​ຕັກ​ເອົາ​ນໍ້າ​ແລະ​ຖອກ​ລົງ​ຕໍ່ໜ້າ​ພຣະເຈົ້າຢາເວ ແລະ​ໃນ​ວັນນັ້ນ ພວກເຂົາ​ໄດ້ຖືສິນ​ອົດ​ອາຫານ​ຕະຫລອດ. ພວກເຂົາ​ເວົ້າ​ວ່າ, “ພວກ​ຂ້ານ້ອຍ​ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ.” (ແມ່ນ​ໃນ​ເມືອງ​ມີຊະປາ​ນີ້​ເອງ ທີ່​ຊາມູເອນ​ໄດ້​ຕັດສິນ​ປະຊາຊົນ​ອິດສະຣາເອນ).


Jiwasaru arktasipxañani:

Anuncios ukanaka


Anuncios ukanaka