ໂຮເສອາ 4:9 - ພຣະຄຳພີສັກສິ9 ພວກເຈົ້າຈະໄດ້ຮັບໂທດຢ່າງທໍລະມານ ເໝືອນກັນກັບປະຊາຊົນ. ເຮົາຈະລົງໂທດພວກເຈົ້າ ແລະເຮັດໃຫ້ໃຊ້ໜີ້ກຳແຫ່ງການຊົ່ວທີ່ພວກເຈົ້າໄດ້ເຮັດນັ້ນ. Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວວ່າ, “ຄວາມຊົ່ວຊ້າທຸກຢ່າງຂອງພວກເຂົາເລີ່ມຕົ້ນທີ່ເມືອງກິນການ. ແມ່ນບ່ອນນັ້ນແຫຼະ ທີ່ເຮົາເລີ່ມຕົ້ນກຽດຊັງພວກເຂົາ. ຍ້ອນຄວາມບາບທີ່ພວກເຂົາເຮັດນັ້ນ ເຮົາຈະຂັບໄລ່ພວກເຂົາໃຫ້ອອກໄປຈາກດິນແດນຂອງເຮົາ. ເຮົາຈະບໍ່ຮັກພວກເຂົາອີກຕໍ່ໄປ; ຜູ້ນຳທັງໝົດຂອງພວກເຂົາໄດ້ກະບົດຕໍ່ສູ້ເຮົາ.
ແຕ່ໂດຍຜ່ານທາງພວກຜູ້ທຳນວາຍຄືຄົນຮັບໃຊ້ຂອງເຮົາ ເຮົາໄດ້ມອບຖ້ອຍຄຳແລະຄຳຕັກເຕືອນຕ່າງໆ ໃຫ້ປູ່ຍ່າຕາຍາຍຂອງພວກເຈົ້າ; ແຕ່ພວກເຂົາບໍ່ໄດ້ເອົາໃຈໃສ່ ຈຶ່ງໄດ້ຮັບໂທດກຳ ແລ້ວພວກເຂົາກໍໄດ້ກັບໃຈໃໝ່ແລະກ່າວວ່າ, ‘ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ໄດ້ລົງໂທດພວກເຮົາ ສົມກັບທີ່ພວກເຮົາສົມຄວນໄດ້ຮັບ ຕາມທີ່ພຣະອົງໄດ້ຕັດສິນໃຈເຮັດເຊັ່ນນັ້ນ.”’