Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 4:8 - ພຣະຄຳພີສັກສິ

8 ພວກເຈົ້າ​ຮັ່ງມີ​ຂຶ້ນ ຍ້ອນ​ປະຊາຊົນ​ຂອງເຮົາ​ເຮັດ​ບາບ; ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ຢາກ​ໃຫ້​ປະຊາຊົນ​ຂອງເຮົາ ເຮັດ​ບາບ​ຫລາຍ​ຂຶ້ນ​ຕື່ມ.

Uka jalj uñjjattʼäta Copia luraña




ໂຮເສອາ 4:8
18 Jak'a apnaqawi uñst'ayäwi  

ເງິນ​ທີ່​ໄດ້​ມາ​ຈາກ​ເຄື່ອງ​ຖວາຍ​ໃນ​ການ​ຊຳລະຄືນ ແລະ​ໄດ້​ຈາກ​ເຄື່ອງ​ຖວາຍ​ໃນ​ການ​ລຶບລ້າງ​ບາບ​ນັ້ນ ບໍ່ແມ່ນ​ເງິນ​ທີ່​ນຳມາ​ຖວາຍ​ໃນ​ວິຫານ​ຂອງ​ພຣະເຈົ້າຢາເວ; ເງິນ​ສ່ວນ​ນີ້​ເປັນ​ຂອງ​ພວກ​ປະໂຣຫິດ.


ຄື​ພວກ​ທີ່​ມື​ສະອາດ​ແລະ​ໃຈ​ບໍຣິສຸດ ຄື​ຜູ້​ທີ່​ບໍ່​ຍອມ​ຂາບໄຫວ້​ຮູບເຄົາຣົບ ຫລື​ບໍ່​ໃຫ້​ຄຳສັນຍາ​ຢ່າງ​ຫລອກລວງ.


ຂ້າແດ່​ພຣະເຈົ້າຢາເວ ຂ້ານ້ອຍ​ນົບນ້ອມ​ຖວາຍ ຄຳພາວັນນາ​ອະທິຖານ​ດ້ວຍ​ຈິດວິນຍານ​ຫາ​ພຣະອົງ.


ພວກເຂົາ​ເປັນ​ຄື​ໝາ​ທີ່​ກິນ​ແລ້ວ​ບໍ່​ຮູ້ຈັກ​ອີ່ມ. ພວກ​ຜູ້ນຳ​ເຫຼົ່ານີ້​ບໍ່ມີ​ຄວາມ​ເຂົ້າໃຈ. ພວກເຂົາ​ແຕ່ລະຄົນ​ເຮັດ​ໄປ​ຕາມ​ໃຈ​ບັນຊາ ແລະ​ຊອກຫາ​ຜົນປະໂຫຍດ​ສ່ວນຕົວ.


“ມະນຸດ​ເອີຍ ຄົນ​ເຫຼົ່ານີ້​ໄດ້​ມອບ​ຈິດໃຈ​ຂອງ​ພວກເຂົາ​ໃຫ້​ແກ່​ຮູບເຄົາຣົບ ແລະ​ປ່ອຍ​ຮູບເຄົາຣົບ​ໃຫ້​ນຳ​ພວກເຂົາ​ໄປ​ສູ່​ການກະທຳ​ບາບ. ເຈົ້າ​ຄິດ​ວ່າ​ເຮົາ​ຈະ​ຕອບ​ພວກເຂົາ​ບໍ?


ເມື່ອ​ຊາວ​ອິດສະຣາເອນ ຫລື​ຊາວ​ຕ່າງດ້າວ​ຄົນໜຶ່ງ​ຄົນໃດ​ທີ່​ອາໄສ​ຢູ່​ໃນ​ຊຸມນຸມ​ປະຊາຊົນ​ອິດສະຣາເອນ ຫັນໜີ​ຈາກ​ເຮົາ​ໄປ​ຂາບໄຫວ້​ຮູບເຄົາຣົບ; ແລະ​ຕໍ່ມາ​ໄປ​ປຶກສາ​ຫາລື​ນຳ​ຜູ້ທຳນວາຍ​ຜູ້ໜຶ່ງ ເມື່ອນັ້ນ​ເຮົາ​ຄື​ພຣະເຈົ້າຢາເວ​ຈະ​ໃຫ້​ຄຳຕອບ​ຂອງເຮົາ​ແກ່​ພວກເຂົາ​ເອງ.


ແຕ່​ແທນທີ່​ຈະ​ເປັນ​ດັ່ງນັ້ນ ພວກເຈົ້າ​ພັດ​ໄດ້​ປູກ​ຄວາມຊົ່ວ ແລະ​ເກັບກ່ຽວ​ຜົນ​ກຳ​ຊົ່ວ. ພວກເຈົ້າ​ໄດ້​ກິນ​ຜົນ​ແຫ່ງ​ການຕົວະ​ຂອງ​ພວກເຈົ້າ. ເພາະ​ພວກເຈົ້າ​ໄດ້​ໄວ້ວາງໃຈ​ໃນ​ລົດຮົບ ແລະ​ໃນ​ທະຫານ​ຈຳນວນ​ຫລວງຫລາຍ​ຂອງ​ພວກເຈົ້າ​ນັ້ນ


ພວກເຂົາ​ເວົ້າ​ວ່າ, ‘ພວກເຮົາ​ຮັ່ງມີ ພວກເຮົາ​ມີ​ຊັບສົມບັດ​ຫລາຍ. ບໍ່ມີ​ຜູ້ໃດ​ຟ້ອງຮ້ອງ​ພວກເຮົາ​ວ່າ ຮັ່ງມີ​ຍ້ອນ​ຄວາມ​ບໍ່​ສັດຊື່​ໄດ້​ດອກ.’


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສາ. ບາບ​ຂອງ​ພວກເຈົ້າ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຊູນ​ສະດຸດ​ແລະ​ລົ້ມລົງ.


ທຸກຍຸກ​ທຸກສະໄໝ​ສືບ​ໄປ ການ​ຖວາຍ​ນີ້​ໃຫ້​ເປັນ​ທີ່​ຢຶດຖື​ໂດຍ​ໃຫ້​ທຸກໆ​ຄົນ​ໃນ​ເຊື້ອສາຍ​ຂອງ​ອາໂຣນ ຜູ້​ທີ່​ຖືກ​ເຈີມ​ເປັນ​ມະຫາ​ປະໂຣຫິດ. ໃຫ້​ເຜົາ​ພືດຜົນ​ເປັນເມັດ​ທັງໝົດ ຖວາຍ​ເປັນ​ເຄື່ອງ​ບູຊາ​ແກ່​ພຣະເຈົ້າຢາເວ.


ປະໂຣຫິດ​ຜູ້​ເຮັດ​ພິທີ​ຖວາຍບູຊາ ຈະ​ກິນ​ຊີ້ນ​ສັດ​ນັ້ນ​ໄດ້​ໃນ​ບ່ອນ​ສັກສິດ ຄື​ໃນ​ເດີ່ນ​ຂອງ​ຫໍເຕັນ​ບ່ອນ​ຊຸມນຸມ.


ພວກ​ຜູ້ປົກຄອງ​ເມືອງ ກໍ​ປົກຄອງ​ດ້ວຍ​ເຫັນ​ແກ່​ສິນບົນ ພວກ​ປະໂຣຫິດ​ກໍ​ແປ​ກົດບັນຍັດ​ດ້ວຍ​ເຫັນ​ແກ່​ຄ່າຈ້າງ​ລາງວັນ ພວກ​ຜູ້ທຳນວາຍ​ກໍ​ບອກ​ນິມິດ​ຂອງຕົນ​ດ້ວຍ​ເຫັນ​ແກ່​ເງິນ ແລະ​ພວກເຂົາ​ທຸກຄົນ​ຕ່າງ​ກໍ​ອ້າງ​ວ່າ ພຣະເຈົ້າຢາເວ​ຢູ່​ກັບ​ພວກຕົນ ພວກເຂົາ​ເວົ້າ​ວ່າ, “ເຫດຮ້າຍ​ໃດໆ​ຈະ​ບໍ່​ມາ​ຖືກ​ພວກເຮົາ​ດອກ ເພາະ​ພຣະເຈົ້າຢາເວ​ສະຖິດ​ຢູ່​ນຳ​ພວກເຮົາ.”


“ເຮົາ​ຢາກ​ໃຫ້​ມີ​ຜູ້ໜຶ່ງ​ໃນ​ພວກເຈົ້າ​ອັດ​ປະຕູ​ພຣະວິຫານ​ໄວ້ ເພື່ອ​ປ້ອງກັນ​ບໍ່​ໃຫ້​ພວກເຈົ້າ​ເຂົ້າ​ໄປ​ໄຕ້​ໄຟ​ຢ່າງ​ບໍ່ມີ​ປະໂຫຍດ ທີ່​ເທິງ​ແທ່ນບູຊາ​ຂອງເຮົາ. ເຮົາ​ບໍ່​ພໍໃຈ​ນຳ​ພວກເຈົ້າ,” ພຣະເຈົ້າຢາເວ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ກ່າວ​ວ່າ, “ແລະ​ເຮົາ​ຈະ​ບໍ່​ຮັບ​ເຄື່ອງບູຊາ​ຂອງ​ພວກເຈົ້າ​ທີ່​ນຳ​ມາ​ຖວາຍ​ແກ່​ເຮົາ.


ດ້ວຍວ່າ, ຄົນ​ທີ່​ເຮັດ​ດັ່ງນັ້ນ ພວກເຂົາ​ບໍ່ໄດ້​ບົວລະບັດ​ຮັບໃຊ້​ອົງ​ພຣະຄຣິດເຈົ້າ​ຂອງ​ພວກເຮົາ, ແຕ່​ພວກເຂົາ​ເຫັນ​ແກ່​ປາກ​ແກ່​ທ້ອງ​ຂອງ​ຕົນເອງ, ພວກເຂົາ​ໄດ້​ລໍ້ລວງ​ຄົນ​ຊື່​ໃຫ້​ຫລົງ ດ້ວຍ​ຄຳ​ເວົ້າ​ອັນ​ອ່ອນຫວານ ແລະ​ຄຳ​ຫລອກລວງ.


ຈຳເປັນ​ຕ້ອງ​ໃຫ້​ພວກເຂົາ​ງັບ​ປາກ​ເສຍ ເພາະ​ພວກເຂົາ​ໄດ້​ເຮັດ​ໃຫ້​ບັນດາ​ຄອບຄົວ​ທັງໝົດ​ປັ່ນປ່ວນ​ວຸ້ນວາຍ​ໄປ ໂດຍ​ສອນ​ສິ່ງ​ທີ່​ບໍ່ຄວນ​ສອນ​ເພື່ອ​ຫາ​ລາຍໄດ້​ໃນ​ທາງ​ບໍ່​ສັດຊື່.


ແລະ​ດ້ວຍ​ໃຈ​ໂລບ ພວກເຂົາ​ຈະ​ໄດ້​ກຳໄລ​ຈາກ​ພວກເຈົ້າ​ດ້ວຍ​ກ່າວ​ຄຳ​ຕົວະ ການ​ລົງໂທດ​ຄົນ​ເຫຼົ່ານັ້ນ ທີ່​ໄດ້​ຖືກ​ພິພາກສາ​ດົນນານ​ມາ​ແລ້ວ ກໍ​ບໍ່​ເສີຍຊ້າ​ຢູ່. ຄວາມ​ຈິບຫາຍ​ທີ່​ຈະ​ເກີດຂຶ້ນ​ກັບ​ພວກເຂົາ ກໍ​ບໍ່ໄດ້​ລືມ​ພວກເຂົາ.


ແລ້ວ​ເປັນຫຍັງ​ເຈົ້າ​ຈຶ່ງ​ເບິ່ງ​ເຄື່ອງບູຊາ​ແລະ​ເຄື່ອງຖວາຍ ທີ່​ເຮົາ​ຮຽກຮ້ອງ​ເອົາ​ນຳ​ປະຊາຊົນ​ນັ້ນ​ດ້ວຍ​ໃຈ​ໂລບມາກ. ເອລີ ເປັນຫຍັງ​ເຈົ້າ​ຈຶ່ງ​ໃຫ້ກຽດ​ພວກ​ລູກຊາຍ​ຂອງ​ເຈົ້າ​ຫລາຍກວ່າ​ເຮົາ? ໂດຍ​ປ່ອຍ​ໃຫ້​ພວກເຂົາ​ຕຸ້ຍພີ​ຂຶ້ນ ຍ້ອນ​ສ່ວນ​ດີທີ່ສຸດ​ຂອງ​ເຄື່ອງບູຊາ​ທັງໝົດ ຊຶ່ງ​ປະຊາຊົນ​ນຳ​ມາ​ຖວາຍ​ນັ້ນ?’


Jiwasaru arktasipxañani:

Anuncios ukanaka


Anuncios ukanaka