Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 4:4 - ພຣະຄຳພີສັກສິ

4 “ຢ່າ​ໃຫ້​ຜູ້ໃດ​ກ່າວໂທດ ຫລື​ຕິຕຽນ​ປະຊາຊົນ ເພາະ​ຄຳຈົ່ມ​ຂອງເຮົາ​ແມ່ນ​ຕໍ່ສູ້​ພວກເຈົ້າ ຜູ້​ເປັນ​ປະໂຣຫິດ.

Uka jalj uñjjattʼäta Copia luraña




ໂຮເສອາ 4:4
8 Jak'a apnaqawi uñst'ayäwi  

ແລ້ວ​ປະຊາຊົນ​ກໍໄດ້​ເວົ້າ​ວ່າ, “ໃຫ້​ພວກເຮົາ​ກຳຈັດ​ເຢເຣມີຢາ​ສາ​ເທາະ ພວກເຮົາ​ມີ​ພວກ​ປະໂຣຫິດ​ໃຫ້​ຄຳແນະນຳ, ມີ​ພວກ​ນັກປາດ​ໃຫ້​ຄຳ​ປຶກສາ ແລະ​ມີ​ພວກ​ຜູ້ທຳນວາຍ ປະກາດ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢູ່​ສະເໝີ. ໃຫ້​ພວກເຮົາ​ຫາເລື່ອງ​ໃສ່​ລາວ ແລະ​ຢ່າ​ຟັງ​ສິ່ງ​ທີ່​ລາວ​ເວົ້າ​ນັ້ນ.”


ເຮົາ​ຈະ​ເຮັດ​ໃຫ້​ລີ້ນ​ຂອງ​ເຈົ້າ​ແຂງ ເພື່ອ​ວ່າ​ເຈົ້າ​ຈະ​ບໍ່​ສາມາດ​ຕັກເຕືອນ​ຄົນ​ກະບົດ​ເຫຼົ່ານີ້​ໄດ້.


ປະຊາຊົນ​ອິດສະຣາເອນ​ຢູ່​ໃຕ້​ອຳນາດ​ຂອງ​ຮູບເຄົາຣົບ​ທັງຫລາຍ. ຈົ່ງ​ປ່ອຍ​ໃຫ້​ພວກເຂົາ​ໄປ​ຕາມ​ທາງ​ຂອງ​ພວກເຂົາ​ເອງ.


ພວກເຈົ້າ​ກຽດຊັງ​ຜູ້​ທີ່​ກ່າວຕຳໜິ​ໃນ​ຄວາມ​ຍຸຕິທຳ ແລະ​ດູຖູກ​ລາວ​ຜູ້​ທີ່​ເວົ້າ​ຄວາມຈິງ.


ເພາະສະນັ້ນ ການ​ມິດງຽບ​ຢູ່​ໃນ​ຄາວ​ແຫ່ງ​ຄວາມ​ຊົ່ວຮ້າຍ​ນີ້ ຈຶ່ງ​ເປັນ​ການ​ສະຫລາດ​ທີ່​ຄວນ​ເຮັດ.


ເວລາ​ພີ່ນ້ອງ​ຂອງ​ຜູ້ຕາຍ ຄື​ຜູ້​ກຳກັບ​ການ​ສົ່ງສະການ​ຈະ​ນຳ​ເອົາ​ສົບ​ອອກ​ໄປ​ຈາກ​ເຮືອນ ລາວ​ຈະ​ເອີ້ນ​ໃສ່​ຜູ້​ທີ່​ເຫຼືອ​ຢູ່​ໃນ​ເຮືອນ​ນັ້ນ​ວ່າ, “ມີ​ຜູ້ໃດ​ຢູ່​ນຳ​ເຈົ້າ​ອີກ​ບໍ?” ສຽງ​ໜຶ່ງ​ຈະ​ຕອບ​ວ່າ, “ບໍ່ມີ.” ແລ້ວ​ພີ່ນ້ອງ​ຂອງ​ຄົນຕາຍ​ນັ້ນ​ກໍ​ຈະ​ເວົ້າ​ອີກ​ວ່າ, “ຢ່າສູ່ປາກ ພວກເຮົາ​ຕ້ອງ​ລະວັງ ຢ່າ​ສູ່​ໃຫ້​ຜູ້ໃດ​ເວົ້າ​ເຖິງ​ນາມ​ຂອງ​ພຣະເຈົ້າຢາເວ.”


ຜູ້ໃດ​ຜູ້ໜຶ່ງ​ທີ່​ບໍ່​ເຊື່ອຟັງ​ຜູ້​ຕັດສິນ​ຄວາມ ຫລື​ປະໂຣຫິດ​ຜູ້​ປະຕິບັດ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ກໍ​ໃຫ້​ປະຫານ​ຜູ້ນັ້ນ​ເສຍ ເພື່ອ​ພວກເຈົ້າ​ຈະ​ໄດ້​ກຳຈັດ​ຄວາມ​ຊົ່ວຮ້າຍ​ໃຫ້​ໝົດສິ້ນ​ໄປ​ຈາກ​ຊາດ​ອິດສະຣາເອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka