3 ສະນັ້ນ ດິນແດນຈະແຫ້ງແລ້ງ ທຸກສິ່ງທີ່ມີຊີວິດຢູ່ໃນນັ້ນຈະຕາຍໄປໝົດ. ສັດແລະນົກທັງປວງແມ່ນແຕ່ປາກໍຈະຕາຍດ້ວຍ.”
ດິນແດນຖືກປະຖິ້ມໃຫ້ຮົກຮ້າງຫວ່າງເປົ່າ. ປ່າໄມ້ຂອງນະຄອນເລບານອນຫ່ຽວແຫ້ງໄປ ຮ່ອມພູທີ່ອຸດົມສົມບູນດີໃນຊາໂຣນກໍເປັນດັ່ງຖິ່ນແຫ້ງແລ້ງກັນດານ ແລະໃນຖິ່ນບາຊານ ແລະເທິງພູກາເມນ ໃບໄມ້ກໍຫລົ່ນລົງຈາກຕົ້ນໝົດ.
ດິນແດນນັ້ນຈະແຫ້ງແລ້ງຢູ່ຢ່າງນີ້ບໍ? ຫຍ້າຕາມທົ່ງນາຈະແຫ້ງຢູ່ຢ່າງນີ້ດົນປານໃດ? ຝູງສັດ ຝູງນົກລົ້ມຕາຍຍ້ອນປະຊາຊົນຊົ່ວຊາມ ຄືຜູ້ທີ່ເວົ້າວ່າ, ‘ພຣະເຈົ້າບໍ່ເຫັນພວກເຮົາເຮັດດອກ.”’
ຄົນທີ່ບໍ່ສັດຊື່ເຕັມຢູ່ໃນດິນແດນ ໃຊ້ຊີວິດອັນຊົ່ວຊາມ ແລະໃຊ້ອຳນາດຜິດໆດ້ວຍ. ເພາະຄຳສາບແຊ່ງມາຖືກ ດິນແດນຈຶ່ງໄວ້ທຸກ ແລະທົ່ງຫຍ້າກໍຫ່ຽວແຫ້ງໝົດ.
ຂ້ານ້ອຍເຫັນວ່າໃນທີ່ນັ້ນບໍ່ມີຈັກຄົນເລີຍ ແມ່ນແຕ່ຝູງນົກກໍໄດ້ເຈີດບິນໜີໄປຈົນສິ້ນ.
ຂ້ານ້ອຍກ່າວວ່າ, “ຂ້ານ້ອຍຈະໄວ້ທຸກໃຫ້ໜ່ວຍພູເຂົາ ແລະຮ້ອງໄຫ້ຮໍ່າໄຮໃຫ້ທົ່ງຫຍ້າດ້ວຍ ເພາະມັນໄດ້ຫ່ຽວແຫ້ງ ແລະຕາຍໄປໝົດ ບໍ່ມີຜູ້ໃດທ່ອງທ່ຽວໄປຕາມບ່ອນທີ່ກ່າວນັ້ນ. ບໍ່ໄດ້ຍິນສຽງຝູງສັດລ້ຽງຮ້ອງຕໍ່ໄປອີກເລີຍ ຝູງນົກແລະສັດປ່າປົບໜີໄປໝົດສາແລ້ວ.”
ຈະບໍ່ໃຫ້ເຮົາລົງໂທດພວກເຂົາເພາະສິ່ງນີ້ບໍ? ຈະບໍ່ໃຫ້ເຮົາແກ້ແຄ້ນບໍ ຊົນຊາດທີ່ເປັນຢ່າງນີ້?” ພຣະເຈົ້າຢາເວກ່າວດັ່ງນີ້ແຫລະ.
ປາແລະນົກທຸກໂຕຕະຫລອດທັງສັດໃຫຍ່ນ້ອຍ ແລະມະນຸດທຸກຄົນທີ່ຢູ່ເທິງແຜ່ນດິນໂລກນີ້ຈະຢ້ານເຮົາຈົນຕົວສັ່ນເຊັນ. ພູເຂົາທັງຫລາຍຈະເຈື່ອນລົງ, ໜ້າຜາຈະແຕກເປັນເສດເລັກເສດນ້ອຍ ແລະກຳແພງທຸກໆແຫ່ງຈະພັງທະລາຍລົງ.
ຍ້ອນບໍ່ມີຫຍ້າ ຝູງສັດລ້ຽງກໍສັບສົນວຸ້ນວາຍ ຝູງແກະທັງຫລາຍຕ່າງກໍທົນທຸກດ້ວຍ.
ອາໂມດໄດ້ກ່າວວ່າ, “ພຣະເຈົ້າຢາເວສົ່ງສຽງກຶກກ້ອງມາຈາກພູເຂົາຊີໂອນ ຈາກນະຄອນເຢຣູຊາເລັມສຽງພຣະອົງດັງກ້ອງສະໜັ່ນ ສະນັ້ນ ທົ່ງຫຍ້າຈຶ່ງຫ່ຽວແຫ້ງໄປໝົດ ຫຍ້າຂຽວເທິງຈອມພູກາເມນລ່າເຫລືອງໄປສິ້ນ.”
ເພາະສະນັ້ນ ພຣະເຈົ້າຢາເວ ພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່ ອົງພຣະຜູ້ເປັນເຈົ້າຈຶ່ງກ່າວວ່າ, “ຕາມຖະໜົນຫົນທາງໃນເມືອງຈະມີແຕ່ການຮ້ອງໄຫ້ ແລະການຄວນຄາງດ້ວຍຄວາມທຸກລຳບາກ. ພວກເຂົາຈະເອີ້ນພວກຊາວນາມາຮ່ວມຮ້ອງໄຫ້ໄວ້ທຸກ ແລະຜູ້ທີ່ຖືກຈ້າງມາໃຫ້ໄວ້ທຸກນັ້ນ.
ສະນັ້ນ ແຜ່ນດິນໂລກຈະຫວັ່ນໄຫວ ທຸກຄົນໃນດິນແດນນີ້ຈະຕ້ອງໂສກເສົ້າເສຍໃຈ. ທົ່ວທັງປະເທດຈະສັ່ນສະເທືອນຟົ້ງຂຶ້ນ ແລະເຈື່ອນລົງເໝືອນກັນກັບແມ່ນໍ້ານິນ.
ພຣະອົງສັ່ງທະເລກວ້າງ ແລະກໍເຫືອດແຫ້ງລົງ ທັງເຮັດໃຫ້ແມ່ນໍ້າທັງຫລາຍບົກແຫ້ງໝົດສິ້ນ. ທົ່ງບາຊານກໍແຫ້ງແລ້ງ ພູກາເມນກໍເຫລືອງຫລ່າ ມວນມາລາໃນເລບານອນກໍຫ່ຽວແຫ້ງຕາຍໄປ.
ຄືມະນຸດທຸກຄົນແລະສັດທຸກໂຕ, ຝູງນົກ ແລະຝູງປາ. ເຮົາຈະນຳຄວາມຈິບຫາຍມາສູ່ຄົນຊົ່ວຮ້າຍ. ເຮົາຈະທຳລາຍມະນຸດສະໂລກທັງໝົດ ແລະຈະບໍ່ມີຜູ້ໃດລອດຊີວິດເຫຼືອຢູ່ເລີຍ. ພຣະເຈົ້າຢາເວໄດ້ກ່າວດັ່ງນີ້ແຫຼະ.
ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ກ່າວວ່າ ພຣະອົງຈະສົ່ງຄຳສາບແຊ່ງນີ້ອອກໄປ ແລະມັນຈະເຂົ້າໄປໃນເຮືອນຂອງຄົນຂີ້ລັກທຸກຄົນ ຕະຫລອດທັງເຮືອນຂອງຜູ້ເວົ້າຕົວະພາຍໃຕ້ຄຳສາບານທຸກຄົນ. ມັນຈະຢູ່ໃນເຮືອນຂອງພວກເຂົາຈົນກວ່າບ້ານເຮືອນຖືກຮົກຮ້າງເພພັງ.”