ໂຮເສອາ 4:13 - ພຣະຄຳພີສັກສິ13 ພວກເຂົາຖວາຍເຄື່ອງເຜົາບູຊາທີ່ສະຖານສັກສິດຢູ່ເທິງຈອມພູ ແລະເຜົາເຄື່ອງຫອມບູຊາຢູ່ເທິງເນີນພູແລະຢູ່ໃຕ້ຕົ້ນໄມ້ສູງ ຄືຕົ້ນໄມ້ທີ່ແຜ່ງ່າອອກເພາະມັນມີຮົ່ມເຢັນດີ. ຜົນທີ່ຕາມມາກໍຄືວ່າ ພວກລູກສາວຂອງພວກເຈົ້າພາກັນເປັນໂສເພນີ ແລະພວກລູກໃພ້ຂອງພວກເຈົ້າກໍພາກັນຫລີ້ນຊູ້. Uka jalj uñjjattʼäta |
ເປັນຫຍັງພວກເຈົ້າຈຶ່ງເຮັດໃຫ້ເຮົາໂກດຮ້າຍ ໂດຍຂາບໄຫວ້ຮູບເຄົາຣົບ ແລະຖວາຍບູຊາແກ່ບັນດາພະອື່ນໃນປະເທດເອຢິບ ຄືບ່ອນທີ່ພວກເຈົ້າໄດ້ມາພັກອາໄສຢູ່ນີ້? ພວກເຈົ້າຢາກເຮັດສິ່ງນີ້ເພື່ອທຳລາຍພວກເຈົ້າເອງບໍ? ເພື່ອທຸກຊົນຊາດໃນໂລກຈະຫົວເຍາະເຍີ້ຍພວກເຈົ້າ ແລະໃຊ້ຊື່ຂອງພວກເຈົ້າເປັນຄຳສາບແຊ່ງບໍ?
ຊາກສົບທັງຫລາຍຈະກະຈັດກະຈາຍ ປະປົນຢູ່ກັບຮູບເຄົາຣົບຕ່າງໆອ້ອມແທ່ນບູຊາ ມັນຈະຖືກກະຈັດກະຈາຍໄປທົ່ວເນີນພູສູງ, ຢູ່ເທິງຈອມພູທຸກໆໜ່ວຍ, ຢູ່ກ້ອງຕົ້ນໄມ້ໃບຂຽວ ແລະຕົ້ນໂອກທຸກຕົ້ນ ຄືຢູ່ໃນທຸກບ່ອນທີ່ພວກເຂົາໄດ້ເຜົາເຄື່ອງບູຊາຖວາຍແກ່ຮູບເຄົາຣົບຂອງພວກເຂົາ. ແລ້ວທຸກຄົນກໍຈະຮູ້ວ່າເຮົາແມ່ນພຣະເຈົ້າຢາເວ.
ເພາະສະນັ້ນ ອາມາຊີຢາເອີຍ ພຣະເຈົ້າຢາເວຈຶ່ງກ່າວຕໍ່ເຈົ້າວ່າ, ‘ເມຍຂອງເຈົ້າຈະກາຍເປັນໂສເພນີຢູ່ໃນເມືອງນີ້ ລູກຊາຍຍິງຂອງເຈົ້າຈະຖືກຂ້າໃນສົງຄາມ. ດິນແດນຂອງເຈົ້າຈະຖືກແບ່ງໃຫ້ຄົນອື່ນ ແລ້ວເຈົ້າເອງກໍຈະຕາຍຢູ່ໃນດິນແດນຂອງຄົນບໍ່ນັບຖືພຣະເຈົ້າ. ສ່ວນປະຊາຊົນອິດສະຣາເອນນັ້ນຈະຖືກຈັບໄປເປັນຊະເລີຍໃນຕ່າງຖິ່ນ.”’