Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 4:12 - ພຣະຄຳພີສັກສິ

12 ພວກເຂົາ​ຂໍຮ້ອງ​ໃຫ້​ສິ່ງ​ທີ່​ເຮັດ​ດ້ວຍ​ໄມ້ ເປີດເຜີຍ​ເລື່ອງ​ຕ່າງໆ​ໃຫ້​ພວກຕົນ​ຮູ້ ທ່ອນ​ໄມ້​ບອກ​ພວກເຂົາ ຕາມ​ທີ່​ພວກເຂົາ​ຢາກ​ຮູ້ ພວກເຂົາ​ໄດ້​ປະຖິ້ມ​ເຮົາ. ດັ່ງ​ຍິງ​ຜູ້ໜຶ່ງ​ທີ່​ກາຍເປັນ​ໂສເພນີ ພວກເຂົາ​ຖວາຍ​ຕົນເອງ​ແກ່​ພະອື່ນ.

Uka jalj uñjjattʼäta Copia luraña




ໂຮເສອາ 4:12
25 Jak'a apnaqawi uñst'ayäwi  

ການ​ທີ່​ນະຄອນ​ຊາມາເຣຍ​ແຕກ​ກໍ​ຍ້ອນ​ຊາວ​ອິດສະຣາເອນ ໄດ້​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຂົາ ອົງ​ທີ່​ຊ່ວຍກູ້​ເອົາ​ພວກເຂົາ​ອອກ​ຈາກ​ອຳນາດ​ຂອງ​ກະສັດ​ແຫ່ງ​ເອຢິບ ແລະ​ໄດ້​ນຳພາ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ. ພວກເຂົາ​ໄດ້​ຂາບໄຫວ້​ບັນດາ​ພະອື່ນ


ແຕ່​ທ່ານ​ກັບ​ໄປ​ເຮັດ​ຕາມ​ແບບຢ່າງ​ຂອງ​ກະສັດ​ແຫ່ງ​ອິດສະຣາເອນ ແລະ​ໄດ້​ນຳພາ​ປະຊາຊົນ​ຢູດາ​ແລະ​ນະຄອນ​ເຢຣູຊາເລັມ​ບໍ່​ໃຫ້​ສັດຊື່​ຕໍ່​ພຣະເຈົ້າ ເໝືອນກັນ​ກັບ​ອາຮາບ​ແລະ​ຜູ້​ສືບຕໍ່​ແທນ​ລາວ​ໄດ້​ນຳພາ​ຊາດ​ອິດສະຣາເອນ​ໄປ​ໃນ​ທາງ​ບໍ່​ສັດຊື່. ທ່ານ​ຂ້າ​ແມ່ນແຕ່​ພວກ​ນ້ອງຊາຍ​ທ່ານ​ເອງ ຜູ້​ທີ່​ດີ​ລື່ນ​ທ່ານ.


ພວກເຂົາ​ເປັນ​ມົນທິນ​ຍ້ອນ​ພວກເຂົາ​ກະທຳ​ຜິດ ແລະ​ເປັນ​ຄົນ​ທີ່​ບໍ່​ສັດຊື່​ຕໍ່​ພຣະເຈົ້າ.


ແມ່ນແທ້ ຜູ້​ທີ່​ປະຖິ້ມ​ພຣະອົງ​ຈະ​ຕ້ອງ​ພິນາດໄປ ພຣະອົງ​ຈະ​ທຳລາຍ​ຄົນ​ບໍ່​ສັດຊື່​ຕໍ່​ພຣະອົງ​ນັ້ນ.


ພວກເຂົາ​ທັງໝົດ​ນັ້ນ​ໂງ່ຈ້າ ແລະ​ງົມງາຍ ພວກເຂົາ​ຮຽນຮູ້​ຫຍັງ​ແດ່​ຈາກ​ຮູບເຄົາຣົບ​ທີ່​ເປັນ​ໄມ້?


ພວກເຈົ້າ​ທຸກຄົນ​ຈະ​ໄດ້​ຮັບ​ຄວາມ​ອັບອາຍ ຍ້ອນ​ພວກເຈົ້າ​ໄດ້​ເວົ້າ​ວ່າ, ‘ກົກໄມ້​ແມ່ນ​ພໍ່​ຂອງ​ພວກເຈົ້າ ແລະ​ໂງ່ນຫີນ​ແມ່ນ​ແມ່​ຂອງ​ພວກເຈົ້າ.’ ເຫດການ​ນີ້​ຈະ​ເກີດຂຶ້ນ ເພາະ​ພວກເຈົ້າ​ໄດ້​ຫັນໜີ​ໄປ​ຈາກ​ເຮົາ ແທນ​ທີ່​ຈະ​ກັບຄືນ​ມາ​ຫາ​ເຮົາ. ແຕ່​ເມື່ອ​ພວກເຈົ້າ​ມີ​ຄວາມ​ເດືອດຮ້ອນ ພວກເຈົ້າ​ຊໍ້າພັດ​ຮ້ອງຂໍ​ເຮົາ​ໃຫ້​ຊ່ວຍເຫລືອ.


ເຮົາ​ໄດ້​ເຫັນ​ບາບ​ຂອງ​ພວກ​ຜູ້ທຳນວາຍ ຄື​ຜູ້ທຳນວາຍ​ທີ່​ຊາມາເຣຍ​ໄດ້​ເຮັດ​ດັ່ງນີ້: ພວກເຂົາ​ກ່າວ​ໃນ​ນາມ​ຂອງ​ພະບາອານ ແລະ​ນຳ​ຄົນ​ຂອງເຮົາ​ໃຫ້​ຫລົງ​ຜິດ​ຍ້ອນ.


ພວກເຈົ້າ​ຕັ້ງໃຈ​ໂດຍ​ຕົນເອງ​ທີ່​ຢາກ​ຈະ​ເປັນ​ດັ່ງ​ຊົນຊາດ​ອື່ນໆ ຄື​ດັ່ງ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ປະເທດ​ອື່ນ​ທີ່​ຂາບໄຫວ້​ຕົ້ນໄມ້ ແລະ​ໂງ່ນຫີນ, ແຕ່​ຈະ​ເປັນ​ເຊັ່ນນັ້ນ​ບໍ່ໄດ້​ຈັກເທື່ອ.”


ກະສັດ​ແຫ່ງ​ບາບີໂລນ​ກໍ​ຢືນ​ຢູ່​ຂ້າງ​ປ້າຍ​ທີ່​ທາງ​ແຍກ​ນັ້ນ. ເພື່ອ​ຢາກ​ຮູ້​ວ່າ​ຈະ​ໄປ​ທາງ​ໃດ ເພິ່ນ​ຈຶ່ງ​ສັ່ນ​ລູກສອນ ແລະ​ປຶກສາ​ນຳ​ບັນດາ​ຮູບເຄົາຣົບ​ຂອງຕົນ; ເພິ່ນ​ກວດເບິ່ງ​ຕັບ​ຂອງ​ສັດ​ທີ່​ຂ້າ​ຖວາຍບູຊາ.


ອັດຊີເຣຍ​ບໍ່ເຄີຍ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ ມ້າ​ເສິກ​ໃຫ້​ຄວາມ​ຄຸ້ມຄອງ​ແກ່​ພວກ​ຂ້ານ້ອຍ​ກໍ​ບໍ່ໄດ້. ພວກ​ຂ້ານ້ອຍ​ຈະ​ບໍ່​ກ່າວ​ຕໍ່​ຮູບເຄົາຣົບ​ຂອງ​ພວກ​ຂ້ານ້ອຍ​ອີກ​ວ່າ ພວກມັນ​ເປັນ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ. ຂ້າແດ່​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ຂໍໂຜດ​ສຳແດງ​ຄວາມ​ເມດຕາ​ຕໍ່​ພວກ​ຂ້ານ້ອຍ ທີ່​ຂາດ​ຜູ້​ເພິ່ງພາ​ອາໄສ​ດ້ວຍ​ເຖີດ.”


ຄວາມຊົ່ວ​ທີ່​ປະຊາຊົນ​ປະພຶດ​ນັ້ນ​ໄດ້​ກີດກັ້ນ​ພວກເຂົາ ບໍ່​ໃຫ້​ກັບຄືນ​ມາ​ຫາ​ພຣະເຈົ້າ​ຂອງຕົນ. ການ​ຂາບໄຫວ້​ຮູບເຄົາຣົບ​ມີ​ອຳນາດ​ຈ່ອງດຶງ​ພວກເຂົາ​ໄວ້ ແລະ​ພວກເຂົາ​ກໍ​ບໍ່​ຍອມ​ຮັບຮູ້​ພຣະເຈົ້າຢາເວ.


ເຮົາ​ໄດ້​ເຫັນ​ສິ່ງ​ອັນ​ໜ້າຢ້ານ​ຫລາຍ​ໃນ​ຊາດ​ອິດສະຣາເອນ ຄື​ປະຊາຊົນ​ຂອງເຮົາ​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນ​ມົນທິນ ໂດຍ​ການ​ຂາບໄຫວ້​ຮູບເຄົາຣົບ.


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ເຊົາ​ສະເຫລີມ​ສະຫລອງ​ເທດສະການ​ຕ່າງໆ ດັ່ງ​ຄົນຕ່າງຊາດ​ນັ້ນ​ສາ. ພວກເຈົ້າ​ໄດ້​ໜີ​ຈາກ​ພຣະເຈົ້າ​ຂອງຕົນ ແລະ​ບໍ່​ສັດຊື່​ຕໍ່​ພຣະອົງ. ທົ່ວ​ທັງ​ປະເທດ ພວກເຈົ້າ​ໄດ້​ຂາຍ​ຕົວ​ເອງ​ໃຫ້​ພະບາອານ​ເໝືອນ​ຍິງໂສເພນີ ແລະ​ພວກເຈົ້າ​ກໍ​ມັກ​ເຂົ້າ​ສາລີ ທີ່​ພະບາອານ​ຈ່າຍ​ໃຫ້​ເປັນ​ຄ່າຈ້າງ.


ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍ​ຈະ​ບໍ່​ເຮັດ​ຜິດ​ອີກ​ຕໍ່ໄປ​ຄື: ຈະ​ບໍ່​ຂ້າ​ສັດ​ຂອງ​ພວກເຂົາ​ຖວາຍ​ແກ່​ຜີປີສາດ​ແບ້. ປະຊາຊົນ​ອິດສະຣາເອນ​ຕ້ອງ​ຢຶດຖື​ລະບຽບ​ການ​ນີ້​ໄວ້ ທຸກຍຸກ​ທຸກສະໄໝ​ສືບໄປ.


ເຮົາ​ເອງ​ຈະ​ຫັນ​ມາ​ຕໍ່ສູ້​ລາວ​ກັບ​ຄອບຄົວ​ຂອງ​ລາວ ແລະ​ຕໍ່ສູ້​ທຸກຄົນ​ທີ່​ສົມຮູ້​ຮ່ວມຄິດ​ກັນ​ບໍ່​ສັດຊື່​ຕໍ່​ເຮົາ ຍ້ອນ​ຫັນ​ໄປ​ຂາບໄຫວ້​ພະ​ໂມເລັກ. ເຮົາ​ຈະ​ບໍ່​ຖື​ພວກເຂົາ​ວ່າ​ເປັນ​ປະຊາຊົນ​ຂອງເຮົາ​ອີກ​ຕໍ່ໄປ.


ປະຊາຊົນ​ເຫຼົ່ານີ້ ຕ້ອງການ​ຜູ້ທຳນວາຍ​ທີ່​ທ່ຽວ​ໄປມາ​ເວົ້າ​ຕົວະ ແລະ​ຫລອກລວງ​ໂດຍ​ເວົ້າ​ວ່າ, ‘ຂ້ອຍ​ຂໍ​ທຳນວາຍ​ວ່າ ເຫຼົ້າ​ອະງຸ່ນ​ແລະ​ສຸຣາ​ຈະ​ຫລັ່ງໄຫລ​ມາ​ສຳລັບ​ພວກເຈົ້າ.’


ເຄາະກຳ​ເປັນ​ຂອງ​ພວກເຈົ້າ​ສາ​ແລ້ວ ພວກເຈົ້າ​ເວົ້າ​ກັບ​ຮູບ​ໄມ້​ວ່າ, “ລຸກ​ຂຶ້ນ​ແມ” ຫລື​ເວົ້າ​ຕໍ່​ກ້ອນຫີນ​ວ່າ, “ຢືນ​ຂຶ້ນ​ແມ” ຮູບເຄົາຣົບ​ສະແດງ​ນິມິດ​ຢ່າງໃດ​ຢ່າງໜຶ່ງ​ໃຫ້​ພວກເຈົ້າ​ຮູ້​ໄດ້​ບໍ? ມັນ​ອາດ​ຈະ​ໂອບ​ດ້ວຍ​ເງິນ​ແລະ​ຄຳ ແຕ່​ມັນ​ບໍ່ມີ​ຊີວິດ​ຈິດໃຈ​ເລີຍ.


ຍອຍ​ນັ້ນ​ຈະ​ເປັນ​ສິ່ງ​ເຕືອນໃຈ ແລະ​ທຸກໆ​ເທື່ອ​ທີ່​ພວກເຈົ້າ​ເຫັນ​ຍອຍ​ນັ້ນ ມັນ​ຈະ​ຊ່ວຍ​ໃຫ້​ພວກເຈົ້າ​ຄິດເຖິງ​ຂໍ້ຄຳສັ່ງ​ຂອງ​ພຣະເຈົ້າຢາເວ ແລະ​ປະຕິບັດ​ຕາມ ແລ້ວ​ພວກເຈົ້າ​ກໍ​ຈະ​ບໍ່​ລືມໄລ​ເຮົາ​ໄປ​ເຮັດ​ຕາມໃຈ​ມັກ.


ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ໂມເຊ​ວ່າ, “ເຈົ້າ​ຈະ​ຕາຍ​ໃນ​ໄວໆ​ນີ້ ແລະ​ຫລັງຈາກ​ເຈົ້າ​ຕາຍໄປ​ແລ້ວ​ປະຊາຊົນ​ກໍ​ຈະ​ບໍ່​ສັດຊື່​ຕໍ່​ເຮົາ ແລະ​ລະເມີດ​ພັນທະສັນຍາ​ທີ່​ເຮົາ​ໄດ້​ເຮັດ​ໄວ້​ກັບ​ພວກເຂົາ. ພວກເຂົາ​ຈະ​ປະຖິ້ມ​ເຮົາ ແລະ​ໄປ​ຂາບໄຫວ້​ບັນດາ​ພະ​ຂອງ​ຊາວ​ຕ່າງຊາດ​ໃນ​ດິນແດນ​ທີ່​ພວກເຂົາ​ກຳລັງ​ຈະ​ເຂົ້າ​ໄປ​ຢຶດຄອງ​ນັ້ນ.


ພວກເຂົາ​ຈຶ່ງ​ເວົ້າ​ກັບ​ຊາຍໜຸ່ມ​ຊາວ​ເລວີ​ວ່າ, “ກະລຸນາ​ຖາມ​ພຣະເຈົ້າ​ໃຫ້​ແດ່​ວ່າ ການ​ເດີນທາງ​ຂອງ​ພວກເຮົາ​ໃນຄັ້ງນີ້​ຈະ​ສຳເລັດຜົນ​ຫລື​ບໍ່?”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka