Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 4:11 - ພຣະຄຳພີສັກສິ

11 ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຫຼົ້າ​ອະງຸ່ນ​ທັງ​ເກົ່າ​ແລະ​ໃໝ່ ກຳລັງ​ເຮັດ​ໃຫ້​ປະຊາຊົນ​ຂອງເຮົາ​ເສຍ​ຄົນ.

Uka jalj uñjjattʼäta Copia luraña




ໂຮເສອາ 4:11
15 Jak'a apnaqawi uñst'ayäwi  

ດື່ມ​ເຫຼົ້າ​ເກີນສ່ວນ​ພາ​ໃຫ້​ເກເລ ມີ​ແຕ່​ຄົນ​ໂງ່ຈ້າ​ອັບ​ປັນຍາ​ທີ່​ປ່ອຍ​ຕົນ​ໃຫ້​ເມົາ​ເຫຼົ້າ.


ເລມູເອນ​ເອີຍ ຈົ່ງ​ຟັງ​ເທີ້ນ ກະສັດ​ບາງຄົນ​ນັ້ນ ບໍ່ຄວນ​ດື່ມ​ເຫຼົ້າ​ອະງຸ່ນ ຫລື​ຕິດ​ເຫຼົ້າ​ເລີຍ.


ແຕ່​ຊາຍ​ທີ່​ຫລິ້ນຊູ້​ເປັນ​ຜູ້​ໄຮ້​ຄວາມ​ຮູ້ສຶກ ລາວ​ມີ​ແຕ່​ທຳລາຍ​ຕົນເອງ.


ເມື່ອ​ຄົນມີ​ປັນຍາ​ສໍ້ໂກງ​ຜູ້ໃດ​ຜູ້ໜຶ່ງ ລາວ​ກໍ​ເຮັດ​ດັ່ງ​ຄົນໂງ່ຈ້າ​ໄດ້​ເຮັດ. ຖ້າ​ເຈົ້າ​ຮັບ​ສິນຈ້າງ​ລາງວັນ ເຈົ້າ​ກໍ​ທຳລາຍ​ອຸປະນິໄສ​ຂອງເຈົ້າ​ເສຍ​ແລ້ວ.


ແມ່ນແຕ່​ພວກ​ຜູ້ທຳນວາຍ ແລະ​ພວກ​ປະໂຣຫິດ​ກໍ​ມືນເມົາ​ເໝືອນກັນ ຈົນ​ຍ່າງ​ໂຊເຊ ພວກເຂົາ​ດື່ມ​ເຫຼົ້າ​ອະງຸ່ນ ແລະ​ດື່ມ​ເຫຼົ້າ​ຫລາຍ ຈົນ​ມືນເມົາ​ເຕະ​ສະດຸດ. ພວກ​ຜູ້ທຳນວາຍ​ເມົາຫຼາຍ ຈົນ​ບໍ່​ເຂົ້າໃຈ​ນິມິດ​ຕ່າງໆ​ທີ່​ພຣະເຈົ້າ​ສົ່ງ​ມາ; ແລະ​ພວກ​ປະໂຣຫິດ​ກໍ​ເມົາໂພດ ຈົນ​ຕັດສິນ​ຄະດີ​ທີ່​ຄົນ​ນຳ​ມາ​ຫາ​ພວກເຂົາ​ບໍ່ໄດ້.


ໃນ​ງານກິນລ້ຽງ ພວກເຈົ້າ​ມີ​ພິນ​ແລະ​ມີ​ກອງ ແລະ​ມີ​ຂຸ່ຍ​ພ້ອມ​ທັງ​ເຫຼົ້າ​ອະງຸ່ນ. ແຕ່​ພວກເຈົ້າ​ບໍ່​ເຂົ້າໃຈ​ສິ່ງ​ທີ່​ພຣະເຈົ້າຢາເວ​ກຳລັງ​ຈະ​ເຮັດ


ເຮົາ​ໄດ້​ເຫັນ​ບາບ​ຂອງ​ພວກ​ຜູ້ທຳນວາຍ ຄື​ຜູ້ທຳນວາຍ​ທີ່​ຊາມາເຣຍ​ໄດ້​ເຮັດ​ດັ່ງນີ້: ພວກເຂົາ​ກ່າວ​ໃນ​ນາມ​ຂອງ​ພະບາອານ ແລະ​ນຳ​ຄົນ​ຂອງເຮົາ​ໃຫ້​ຫລົງ​ຜິດ​ຍ້ອນ.


ພວກເຂົາ​ຂໍຮ້ອງ​ໃຫ້​ສິ່ງ​ທີ່​ເຮັດ​ດ້ວຍ​ໄມ້ ເປີດເຜີຍ​ເລື່ອງ​ຕ່າງໆ​ໃຫ້​ພວກຕົນ​ຮູ້ ທ່ອນ​ໄມ້​ບອກ​ພວກເຂົາ ຕາມ​ທີ່​ພວກເຂົາ​ຢາກ​ຮູ້ ພວກເຂົາ​ໄດ້​ປະຖິ້ມ​ເຮົາ. ດັ່ງ​ຍິງ​ຜູ້ໜຶ່ງ​ທີ່​ກາຍເປັນ​ໂສເພນີ ພວກເຂົາ​ຖວາຍ​ຕົນເອງ​ແກ່​ພະອື່ນ.


ຄວາມຊົ່ວ​ທີ່​ປະຊາຊົນ​ປະພຶດ​ນັ້ນ​ໄດ້​ກີດກັ້ນ​ພວກເຂົາ ບໍ່​ໃຫ້​ກັບຄືນ​ມາ​ຫາ​ພຣະເຈົ້າ​ຂອງຕົນ. ການ​ຂາບໄຫວ້​ຮູບເຄົາຣົບ​ມີ​ອຳນາດ​ຈ່ອງດຶງ​ພວກເຂົາ​ໄວ້ ແລະ​ພວກເຂົາ​ກໍ​ບໍ່​ຍອມ​ຮັບຮູ້​ພຣະເຈົ້າຢາເວ.


ຊາດ​ອິດສະຣາເອນ​ວົນວຽນ​ໄປມາ​ດັ່ງ​ນົກ​ກາງແກ​ທີ່​ໂງ່ງ່າວ; ປະຊາຊົນ​ຂອງຕົນ​ຮ້ອງຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ປະເທດ​ເອຢິບ​ກ່ອນ ແລ້ວ​ກໍ​ແລ່ນ​ໄປ​ຫາ​ອັດຊີເຣຍ


“ເຈົ້າ​ແລະ​ພວກ​ລູກຊາຍ​ຂອງ​ເຈົ້າ​ບໍ່​ຕ້ອງ​ເຂົ້າ​ມາ​ທີ່​ຫໍເຕັນ​ບ່ອນ​ຊຸມນຸມ ເມື່ອ​ພວກເຈົ້າ​ດື່ມ​ເຫຼົ້າ​ອະງຸ່ນ ຫລື​ເຫລົ້າປຸກ; ຖ້າ​ພວກເຈົ້າ​ຂືນ​ເຮັດ ພວກເຈົ້າ​ຈະ​ຕາຍ. ອັນ​ນີ້​ແມ່ນ​ລະບຽບ​ການ​ທີ່​ຈະ​ຕ້ອງ​ປະຕິບັດ​ກັນ ທຸກ​ຊົ່ວ​ເຊັ່ນ​ເຊື້ອສາຍ​ຂອງ​ພວກເຈົ້າ.


“ຈົ່ງ​ຄອຍ​ລະວັງຕົວ​ໃຫ້​ດີ ຢ່າ​ສູ່​ໃຫ້​ຈິດໃຈ​ຂອງ​ເຈົ້າ​ທັງຫລາຍ​ໜັກ​ໄປ​ໃນ​ການ​ກິນລ້ຽງ ແລະ​ດື່ມ​ເຫຼົ້າ​ເມົາ​ສຸຣາ ແລະ​ໃນ​ການ​ວິຕົກ​ກັງວົນ​ເຖິງ​ຊີວິດ​ນີ້ ບໍ່​ດັ່ງນັ້ນ​ແລ້ວ ວັນ​ນັ້ນ​ກໍ​ຈະ​ຫລອນ​ມາ​ຕົກ​ຖືກ​ພວກເຈົ້າ​ຢ່າງ​ບໍ່​ຄາດຄິດ


ນາງ​ອາບີກາຍ​ກັບຄືນ​ເມືອ​ຫາ​ນາບານ​ທີ່​ກຳລັງ​ກິນລ້ຽງ​ຢ່າງ​ໃຫຍ່ໂຕ ດັ່ງ​ກະສັດ​ຢູ່​ໃນ​ເຮືອນ​ຂອງຕົນ. ລາວ​ກຳລັງ​ມືນເມົາ​ແລະ​ມ່ວນຊື່ນ​ຢູ່. ສະນັ້ນ ນາງ​ອາບີກາຍ​ຈຶ່ງ​ບໍ່ໄດ້​ເວົ້າ​ຫຍັງ​ສູ່​ລາວ​ຟັງ​ຈົນເຖິງ​ມື້ອື່ນ​ເຊົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka