Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 4:10 - ພຣະຄຳພີສັກສິ

10 ພວກເຈົ້າ​ຈະ​ກິນ​ສ່ວນແບ່ງ​ເຄື່ອງ​ບູຊາ​ທີ່​ເປັນ​ຂອງ​ພວກເຈົ້າ; ແຕ່​ກໍ​ຍັງ​ຈະ​ຫິວ​ຢູ່. ພວກເຈົ້າ​ຈະ​ຂາບໄຫວ້​ບັນດາ​ພະ​ທີ່​ໃຫ້​ເກີດ​ຄວາມ​ອຸດົມ​ສົມບູນ; ແຕ່​ກໍ​ຍັງ​ບໍ່ມີ​ລູກ ເພາະ​ພວກເຈົ້າ​ໜີ​ຈາກ​ພຣະເຈົ້າຢາເວ​ໄປ​ບົວລະບັດ​ຮັບໃຊ້​ພະອື່ນ.”

Uka jalj uñjjattʼäta Copia luraña




ໂຮເສອາ 4:10
18 Jak'a apnaqawi uñst'ayäwi  

ແຕ່​ພໍ​ເມື່ອ​ເຢໂຮຍອາດາ​ໄດ້​ຕາຍໄປ​ແລ້ວ ບັນດາ​ຜູ້ນຳ​ຂອງ​ຢູດາ​ຈຶ່ງ​ຊັກຊວນ​ກະສັດ​ໂຢອາດ​ໃຫ້​ເຊື່ອຟັງ​ພວກເຂົາ.


ແຕ່​ບັນດາ​ຜູ້​ທີ່​ດຳເນີນ​ຕາມ​ທາງຄົດ​ຂອງ​ເຂົາ ພຣະເຈົ້າຢາເວ​ກໍ​ຈະ​ຊົງ​ລົງໂທດ​ເຂົາ ພ້ອມ​ກັບ​ການກະທຳ​ຊົ່ວ​ຂອງ​ເຂົາເອງ. ຂໍ​ໃຫ້​ຊົນຊາດ​ອິດສະຣາເອນ ຈົ່ງ​ມີ​ແຕ່​ຄວາມສຸກ​ເທີ້ນ.


ຄຳເວົ້າ​ຂອງ​ພວກເຂົາ​ຊົ່ວຊ້າ​ເຕັມ​ໄປ​ດ້ວຍ​ຄຳຕົວະ ບໍ່​ເຮັດ​ສິ່ງ​ທີ່​ສະຫລາດ ແລະ​ບໍ່​ເຮັດ​ສິ່ງ​ດີ​ຕໍ່ໄປ​ອີກ.


ຄົນ​ຊອບທຳ​ມີ​ກິນ​ຢູ່​ບໍ່​ຂາດ ແຕ່​ຄົນຊົ່ວຮ້າຍ​ພັດ​ຫິວ​ຢູ່​ເລື້ອຍໄປ.


ກ່ອນ​ນັ້ນ​ເມື່ອ​ບໍ່​ເທົ່າໃດ​ວັນ ພວກເຈົ້າ​ໄດ້​ປ່ຽນໃຈ​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ພໍໃຈ ຄື​ພວກເຈົ້າ​ທັງໝົດ​ໄດ້​ຕົກລົງ​ກັນ​ປົດປ່ອຍ​ພີ່ນ້ອງ​ຊາວ​ອິດສະຣາເອນ ແລະ​ເຮັດ​ພັນທະສັນຍາ​ຢ່າງໜຶ່ງ​ຊ້ອງໜ້າ​ເຮົາ ຢູ່​ໃນ​ວິຫານ​ທີ່​ຖຶກເອີ້ນ​ຕາມ​ນາມຊື່​ຂອງ​ເຮົາ.


ຂ້ານ້ອຍ​ໄດ້​ຖາມ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ເປັນຫຍັງ​ດິນແດນ​ນີ້​ຈຶ່ງ​ຖືກ​ທຳລາຍ ແລະ​ແຫ້ງແລ້ງ​ດັ່ງ​ຖິ່ນ​ທຸລະກັນດານ ຈົນ​ວ່າ​ບໍ່ມີ​ຜູ້ໃດ​ທ່ອງທ່ຽວ​ຜ່ານ​ໄປມາ​ເລີຍ? ຜູ້ໃດ​ແດ່​ສະຫລາດ​ພໍ​ທີ່​ຈະ​ເຂົ້າໃຈ​ເລື່ອງນີ້​ໄດ້? ພຣະອົງ​ໄດ້​ອະທິບາຍ​ໃຫ້​ຜູ້ໃດ​ຟັງ​ແດ່ ເພື່ອ​ລາວ​ຈະ​ບອກ​ຄົນອື່ນ​ໃຫ້​ຮູ້​ໄດ້?”


ແຕ່​ຖ້າ​ຄົນ​ຊອບທຳ​ຜູ້ໜຶ່ງ​ເຊົາ​ເຮັດ​ການ​ດີ ແລະ​ເລີ່ມ​ເຮັດ​ແຕ່​ການຊົ່ວ ຄື​ເຮັດ​ແຕ່​ສິ່ງ​ອັນ​ໜ້າກຽດຊັງ​ທີ່​ຄົນຊົ່ວ​ເຮັດ ລາວ​ຈະ​ມີ​ຊີວິດ​ຢູ່​ບໍ? ບໍ່ແມ່ນ​ດອກ ການດີ​ທີ່​ລາວ​ໄດ້​ເຮັດ​ມາ​ນັ້ນ ຈະ​ບໍ່ມີ​ຜູ້ໃດ​ລະນຶກເຖິງ​ເລີຍ. ລາວ​ຈະ​ຕາຍ ເພາະ​ຄວາມ​ບໍ່​ສັດຊື່​ແລະ​ການບາບ​ທີ່​ລາວ​ໄດ້​ເຮັດ.


ບາງຄົນ​ໃສ່​ຮ້າຍ​ຄົນອື່ນ​ເພື່ອ​ໃຫ້​ຖືກ​ປະຫານ. ບາງຄົນ​ກິນ​ເຄື່ອງ​ທີ່​ໄດ້​ຖວາຍບູຊາ​ໃຫ້​ບັນດາ​ຮູບເຄົາຣົບ​ແລ້ວ. ບາງຄົນ​ກໍ​ມີ​ແຕ່​ພໍໃຈ​ຢູ່​ກັບ​ຣາຄະ​ຕັນຫາ.


ແຕ່​ເຖິງ​ຢ່າງ​ໃດ​ກໍຕາມ ເຮົາ​ຈະ​ບໍ່​ລົງໂທດ​ພວກເຂົາ​ເພາະ​ເຮັດ​ດັ່ງນັ້ນ ຍ້ອນ​ພວກເຈົ້າ​ເອງ​ກໍ​ໄປ​ກັບ​ໂສເພນີ​ປະຈຳ​ວິຫານ ແລະ​ເຜົາ​ເຄື່ອງ​ບູຊາ​ຖວາຍ​ແກ່​ພະ​ຕ່າງຊາດ​ຮ່ວມ​ກັບ​ພວກເຂົາ. ດັ່ງ​ສຸພາສິດ​ກ່າວ​ວ່າ ຄົນ​ທີ່​ຂາດ​ປັນຍາ​ກໍ​ຈະ​ເຖິງ​ແກ່​ຄວາມພິນາດ.


ພວກເຂົາ​ທັງໝົດ​ເປັນ​ຄົນ​ທໍລະຍົດ​ແລະ​ບໍ່​ສັດຊື່. ຄວາມ​ກຽດຊັງ​ຂອງ​ພວກເຂົາ​ຄ່ອຍ​ລຸກ​ໄໝ້​ດັ່ງ​ໄຟ​ຢູ່​ໃນ​ເຕົາອົບ ຊຶ່ງ​ຄົນ​ເຮັດ​ເຂົ້າຈີ່​ບໍ່​ຕ້ອງ​ຈຸ​ໄຟ​ຕື່ມ ຈົນ​ແປ້ງນວດ​ພ້ອມແລ້ວ​ທີ່​ຈະ​ຖືກ​ນຳ​ໄປ​ອົບ.


ເມື່ອ​ເຮົາ​ທຳລາຍ​ອາຫານ​ຫລັກ​ຂອງ​ພວກເຈົ້າ, ແມ່ຍິງ​ສິບ​ຄົນ​ຈະ​ໃຊ້​ເຕົາ​ໜ່ວຍ​ດຽວ​ອົບ​ເຂົ້າຈີ່. ພວກເຂົາ​ຈະ​ກຳນົດ​ອັດຕາ​ອາຫານ​ໃຫ້ ແລະ​ເມື່ອ​ພວກເຈົ້າ​ກິນ​ແລ້ວ, ແຕ່​ຍັງ​ຈະ​ຫິວ​ຢູ່.


ພວກເຈົ້າ​ຈະ​ກິນ​ແຕ່​ຈະ​ບໍ່​ຮູ້​ອີ່ມ ຕາມ​ຄວາມຈິງ​ແລ້ວ​ພວກເຈົ້າ​ຍັງ​ຈະ​ຫິວ​ຢູ່​ເລື້ອຍໆ. ພວກເຈົ້າ​ຈະ​ໄດ້​ສິ່ງຂອງ​ຫລາຍ​ຢ່າງ​ມາ ແຕ່​ພວກເຈົ້າ​ຈະ​ທ້ອນໂຮມ​ໄວ້​ບໍ່ໄດ້; ທຸກສິ່ງ​ທີ່​ພວກເຈົ້າ​ຈະ​ສະສົມ​ໄວ້ ເຮົາ​ຈະ​ທຳລາຍ​ສິ່ງນັ້ນ​ດ້ວຍ​ໄພ​ສົງຄາມ.


ເຮົາ​ຈະ​ທຳລາຍ​ພວກ​ທີ່​ໄດ້​ຫັນ​ໜີໄປ​ຈາກ​ເຮົາ ແລະ​ບໍ່​ຕິດຕາມ​ພຣະເຈົ້າຢາເວ​ອີກ​ຕໍ່ໄປ ຄື​ພວກ​ທີ່​ບໍ່​ມາ​ຫາ​ພຣະເຈົ້າຢາເວ ຫລື​ບໍ່​ມາ​ຂໍ​ໃຫ້​ເຮົາ​ນຳພາ​ພວກເຂົາ.”


ພວກເຈົ້າ​ຫວ່ານ​ເມັດພືດ​ຢ່າງ​ຫລວງຫລາຍ ແຕ່​ເກັບກ່ຽວ​ໄດ້​ໜ້ອຍດຽວ. ພວກເຈົ້າ​ມີ​ອາຫານ ແຕ່​ກໍ​ກິນ​ບໍ່​ພໍ​ອີ່ມ. ພວກເຈົ້າ​ມີ​ເຫຼົ້າ​ອະງຸ່ນ ແຕ່​ກໍ​ດື່ມ​ບໍ່​ພໍ​ເມົາ ພວກເຈົ້າ​ມີ​ເຄື່ອງນຸ່ງຫົ່ມ ແຕ່​ກໍ​ອົບອຸ່ນ​ບໍ່​ພຽງພໍ. ຄົນ​ເຮັດ​ວຽກ​ໜັກ​ກໍ​ລ້ຽງ​ຊີບ​ຕົນ​ບໍ່​ພໍ​ກຸ້ມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka