ໂຮເສອາ 3:4 - ພຣະຄຳພີສັກສິ4 ໃນລັກສະນະດຽວນີ້ແຫຼະ ປະຊາຊົນອິດສະຣາເອນຈະຢູ່ຢ່າງບໍ່ມີກະສັດ ຫລືຜູ້ນຳເປັນເວລານານ ແລະຈະບໍ່ມີເຄື່ອງເຜົາບູຊາ ຫລືຫີນສັກສິດ ບໍ່ມີຮູບເຄົາຣົບຫລືເທວະຮູບ ເພື່ອບອກເຖິງເລື່ອງອະນາຄົດ. Uka jalj uñjjattʼäta |
ເພື່ອບັງຄັບປະຊາຊົນໃຫ້ປະຕິບັດຕາມກົດບັນຍັດທີ່ມີຂຽນໄວ້ໃນປື້ມ ຊຶ່ງມະຫາປະໂຣຫິດຮິນກີຢາໄດ້ພົບຢູ່ໃນວິຫານຂອງພຣະເຈົ້າຢາເວນັ້ນ; ກະສັດໂຢສີຢາໄດ້ກຳຈັດພະຕ່າງໆ ແລະສິ່ງທີ່ໃຊ້ຂາບໄຫວ້ ໃຫ້ສິ້ນຈາກນະຄອນເຢຣູຊາເລັມ ແລະສ່ວນອື່ນໆຂອງຢູດາຍ ເຊັ່ນ: ໝໍຜີ, ໝໍມໍ, ພະປະຈຳເຮືອນ, ຮູບເຄົາຣົບ ແລະທຸກສິ່ງທີ່ໃຊ້ໃນການຂາບໄຫວ້ພະຕ່າງຊາດ.
ແລະລາວໄດ້ເຂົ້າໄປພົບກະສັດອາສາ. ລາວຮ້ອງຂຶ້ນວ່າ, “ຂ້າແດ່ພະຣາຊາ ແລະພວກທ່ານທີ່ເປັນຊາວຢູດາແລະຊາວເບັນຢາມິນເອີຍ ຈົ່ງຟັງຂ້ານ້ອຍເຖີດ ພຣະເຈົ້າຢາເວຈະສະຖິດຢູ່ນຳພວກທ່ານ ຕາບໃດທີ່ພວກທ່ານຢູ່ກັບພຣະອົງ. ຖ້າພວກທ່ານຊອກຫາພຣະອົງ ພຣະອົງກໍຈະໃຫ້ພວກທ່ານໄດ້ພົບພຣະອົງ; ແຕ່ຖ້າພວກທ່ານຫັນໜີຈາກພຣະອົງ ພຣະອົງກໍຈະປະຖິ້ມພວກທ່ານ.
ຜູ້ປົກຄອງຄົນນັ້ນຈະມີຂໍ້ຕົກລົງຢ່າງໜັກແໜ້ນ ກັບຄົນຈຳນວນຫລາຍເປັນເວລາເຈັດປີ; ພໍເມື່ອສາມປີເຄິ່ງຜ່ານໄປ ລາວຈະສັ່ງເລີກບໍ່ໃຫ້ມີເຄື່ອງເຜົາບູຊາ ແລະເຄື່ອງບູຊາ. ເທິງທີ່ສູງສຸດຂອງພຣະວິຫານນັ້ນ ຈະມີສິ່ງແປກປະຫລາດອັນໜ້າຢ້ານ ຕັ້ງຢູ່ ແລະມັນຈະຕັ້ງຢູ່ທີ່ນັ້ນຈົນເຖິງເວລາທີ່ພຣະເຈົ້າ ເຮັດໃຫ້ຜູ້ທີ່ຕັ້ງມັນໄວ້ນັ້ນໄດ້ພົບຈຸດຈົບ.”
ປະຊາຊົນປຶກສາກັບບັນດາຮູບເຄົາຣົບ ແລະໝໍດູໝໍມໍ ແຕ່ພວກມັນໃຫ້ຄຳຕອບທີ່ຕົວະ ແລະຫລອກລວງ. ບາງຄົນກໍແກ້ຄວາມຝັນ ແຕ່ເປັນຄຳຫລອກລວງພວກເຈົ້າເທົ່ານັ້ນ; ຄຳເລົ້າໂລມທີ່ພວກມັນໃຫ້ພວກເຈົ້ານັ້ນບໍ່ມີປະໂຫຍດ. ເພາະສະນັ້ນ ປະຊາຊົນຈຶ່ງຊັດເຊພະເນຈອນໄປດັ່ງຝູງແກະ. ພວກເຂົາຕົກຢູ່ໃນຄວາມເດືອດຮ້ອນຍ້ອນບໍ່ມີຜູ້ນຳພາ.
ອາຮີເມເຫຼັກຕອບວ່າ, “ມີ ແມ່ນດາບຂອງໂກລີອາດຄົນຟີລິດສະຕິນ ຜູ້ທີ່ທ່ານໄດ້ຂ້າໃນຮ່ອມພູເອລານັ້ນ. ມັນຢູ່ທາງຫລັງຂອງເອໂຟດ ແລະມີຜ້າພັນໄວ້. ມັນເປັນອາວຸດຢ່າງດຽວເທົ່ານັ້ນທີ່ມີຢູ່ໃນທີ່ນີ້ ຖ້າທ່ານຢາກໄດ້ກໍເຊີນເອົາໄປໂລດ.” ດາວິດເວົ້າວ່າ, “ຈົ່ງເອົາໃຫ້ຂ້າພະເຈົ້າເຖີດ ບໍ່ມີດາບດວງໃດຈະດີໄປກວ່າດາບດວງນີ້.”