Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 3:2 - ພຣະຄຳພີສັກສິ

2 ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຈ່າຍ​ເງິນ​ສິບຫ້າ​ຫລຽນ​ກັບ​ເຂົ້າເດືອຍ 150 ກິໂລກຼາມ ເພື່ອ​ຊື້​ເອົາ​ນາງ​ຄືນ​ມາ.

Uka jalj uñjjattʼäta Copia luraña




ໂຮເສອາ 3:2
9 Jak'a apnaqawi uñst'ayäwi  

ແມ່ນ​ແບບ​ນີ້​ແຫຼະ ທີ່​ຂ້ອຍ​ໄດ້​ອາໄສ​ຢູ່​ນຳ​ເຈົ້າ​ເປັນ​ເວລາ​ສິບສີ່​ປີ ເພື່ອ​ຈະ​ໄດ້​ລູກສາວ​ຂອງ​ເຈົ້າ​ສອງ​ຄົນ​ມາ​ເປັນ​ເມຍ ແລະ​ອີກ​ຫົກ​ປີ​ເພື່ອ​ມີ​ຝູງສັດ​ເປັນ​ຂອງ​ຕົນເອງ, ແຕ່​ເຖິງ​ປານ​ນັ້ນ ເຈົ້າ​ຍັງ​ປ່ຽນ​ຄ່າຈ້າງ​ຂອງຂ້ອຍ​ເຖິງ​ສິບ​ເທື່ອ.


ພວກເຈົ້າ​ຕ້ອງການ​ສິ່ງໃດ​ໃຫ້​ບອກ​ມາ ຈະ​ຄິດຄ່າ​ດອງ​ສູງ​ເທົ່າ​ໃດ ຕາມ​ທີ່​ພວກເຈົ້າ​ຕ້ອງການ​ກໍໄດ້; ຂ້ອຍ​ຈະ​ໃຫ້​ທຸກສິ່ງ​ທີ່​ພວກເຈົ້າ​ຂໍ​ມາ. ຂໍ​ພຽງແຕ່​ໃຫ້​ຂ້ອຍ​ໄດ້​ນາງ​ມາ​ເປັນ​ເມຍ​ກໍ​ພໍ.”


ແຕ່​ຖ້າ​ພໍ່​ຂອງ​ຍິງ​ນັ້ນ​ບໍ່​ຍິນ​ຍອມ​ໃຫ້​ນາງ​ແຕ່ງງານ​ກັບ​ຊາຍ​ນັ້ນ ລາວ​ຕ້ອງ​ເສຍ​ເງິນ​ເທົ່າ​ກັບ​ຄ່າ​ດອງ ຕາມ​ທຳນຽມ​ສູ່​ຂໍ​ຍິງ​ສາວ​ບໍຣິສຸດ.


ເບ້ຍ​ອະງຸ່ນ​ທີ່​ປູກ​ຢູ່​ໃນ​ທີ່ດິນ​ສິບສອງ​ໄຮ່​ຈະ​ກັ່ນ​ເຫຼົ້າ​ອະງຸ່ນ​ໄດ້ ພຽງ​ແປດ​ລິດ​ເທົ່ານັ້ນ. ຫວ່ານ​ແນວປູກ​ໄປ​ແປດສິບ​ລິດ ຈະ​ເກັບກ່ຽວ​ພືດຜົນ​ເປັນເມັດ​ໄດ້​ພຽງແຕ່​ແປດ​ລິດ​ເທົ່ານັ້ນ.”


ເອຟາ​ທີ່​ໃຊ້​ຕວງ​ຂອງ​ແຫ້ງ​ໃຫ້​ເທົ່າ​ກັບ​ບາດ​ສຳລັບ​ຕວງ​ຂອງ​ເປັນ​ນໍ້າ. ໜ່ວຍ​ທີ່​ເປັນ​ມາດຕະຖານ​ຄື: ໂຮເມ. ຜົນ​ຂອງ​ໜ່ວຍ​ວັດແທກ​ມີ​ດັ່ງນີ້: ໂຮເມ ເທົ່າກັບ 10 ເອຟາ ເທົ່າກັບ 10 ບາດ.


ຂ້າພະເຈົ້າ​ບອກ​ນາງ​ວ່າ ນາງ​ຕ້ອງ​ຄອຍຖ້າ​ຂ້າພະເຈົ້າ​ເປັນ​ເວລາ​ນານ ໂດຍ​ບໍ່​ຕ້ອງ​ເປັນ​ໂສເພນີ​ຫລື​ຫລີ້ນຊູ້ ແລະ​ໃນ​ລະຫວ່າງ​ນີ້​ຂ້າພະເຈົ້າ​ຈະ​ຄອຍຖ້າ​ນາງ.


ຖ້າ​ຜູ້ໜຶ່ງ​ມອບ​ທີ່ດິນ​ຂອງຕົນ​ສ່ວນໃດ​ສ່ວນໜຶ່ງ​ຖວາຍ​ແກ່​ພຣະເຈົ້າຢາເວ ໃຫ້​ຕີ​ລາຄາ​ທີ່ດິນ​ນັ້ນ​ຕາມ​ຈຳນວນ​ພືດ​ທີ່​ໄດ້​ຫວ່ານ​ລົງ​ໄປ​ຄື: ອັດຕາ​ເງິນ​ຫ້າສິບ​ແທ່ງ​ຕໍ່​ເຂົ້າເດືອຍ​ຊາວ​ກິໂລກຼາມ.


ນອກຈາກນີ້​ອີກ ນາງຣຸດ​ຊາວ​ໂມອາບ​ເມຍ​ໝ້າຍ​ຂອງ​ມາໂລນ ກໍໄດ້​ກາຍເປັນ​ເມຍ​ຂອງ​ຂ້າພະເຈົ້າ​ດ້ວຍ. ອັນນີ້​ຈະ​ເປັນ​ການ​ຮັກສາ​ຊັບສິນ​ໄວ້​ໃນ​ຄອບຄົວ​ຂອງ​ຜູ້ຕາຍ ແລະ​ສາຍ​ຄອບຄົວ​ຂອງ​ລາວ​ຈະ​ຍັງ​ມີ​ຢູ່​ໃນ​ທ່າມກາງ​ຍາດຕິພີ່ນ້ອງ ແລະ​ຢູ່​ໃນ​ບ້ານ​ເມືອງ​ຂອງ​ລາວ. ມື້ນີ້ ພວກທ່ານ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ນີ້.”


ແລ້ວ​ກະສັດ​ໂຊນ​ກໍໄດ້​ສັ່ງ​ພວກເຂົາ​ໃຫ້​ໄປ​ບອກ​ດາວິດ​ວ່າ, “ກະສັດ​ຕ້ອງການ​ຄ່າ​ດອງ​ຈາກ​ເຈົ້າ​ພຽງແຕ່​ໜັງ​ຫຸ້ມປາຍ​ອະໄວຍະວະ​ລັບ​ຂອງ​ຊາວ​ຟີລິດສະຕິນ​ໜຶ່ງຮ້ອຍ​ຄົນ​ເທົ່ານັ້ນ ເພື່ອ​ເປັນ​ການ​ລ້າງແຄ້ນ​ສັດຕູ​ຂອງ​ເພິ່ນ.” (ອັນນີ້​ຄື​ແຜນການ​ທີ່​ກະສັດ​ໂຊນ​ຢາກ​ໃຫ້​ດາວິດ​ຖືກ​ຂ້າ​ໂດຍ​ພວກ​ຟີລິດສະຕິນ.)


Jiwasaru arktasipxañani:

Anuncios ukanaka


Anuncios ukanaka