ໂຮເສອາ 3:1 - ພຣະຄຳພີສັກສິ1 ພຣະເຈົ້າຢາເວໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຈົ່ງໄປ ແລະສະແດງຄວາມຮັກກັບຍິງຄົນໜຶ່ງອີກ ທີ່ມີຄົນຮັກແລ້ວ ແຕ່ໄປຫລີ້ນຊູ້. ໃຫ້ເຈົ້າຮັກນາງດັ່ງພຣະເຈົ້າຢາເວຮັກປະຊາຊົນອິດສະຣາເອນ ເຖິງແມ່ນວ່າພວກເຂົາຫັນໄປຫາພະອື່ນ ແລະນິຍົມກັນຖວາຍໝາກອະງຸ່ນແຫ້ງ ແກ່ຮູບເຄົາຣົບທັງຫລາຍກໍຕາມ.” Uka jalj uñjjattʼäta |
ອິດສະຣາເອນເອີຍ ເຈົ້າຄືລູກທີ່ຮັກຂອງເຮົາ ເປັນເດັກນ້ອຍທີ່ເຮົາຮັກແພງຫລາຍແທ້ໆ. ເມື່ອເຮົາເອີ່ຍເຖິງເຈົ້າຄືເອີ່ຍເຖິງຊື່ເຈົ້າຍາມໃດ ເຮົາກໍມີຄວາມຮັກແລະຄິດເຖິງເຈົ້າຍາມນັ້ນ; ຈິດໃຈເຮົາຄິດເຖິງແຕ່ເຈົ້າຢູ່ສະເໝີມາ ເຮົາບັງຄັບເຮົາເອງບໍ່ໃຫ້ເມດຕາເຈົ້າບໍ່ໄດ້.” ພຣະເຈົ້າຢາເວກ່າວດັ່ງນີ້ແຫຼະ.
ເອຟຣາອິມເອີຍ ເຮົາຈະເຊົາກ່ຽວຂ້ອງກັບເຈົ້າໄດ້ຢ່າງໃດ? ຊາດອິດສະຣາເອນເອີຍ ເຮົາຈະປະຖິ້ມເຈົ້າໄປໄດ້ຢ່າງໃດ? ເຮົາຈະທຳລາຍເຈົ້າດັ່ງທຳລາຍອັດມາກໍບໍ່ໄດ້ ຫລືເຮັດຕໍ່ເຈົ້າດັ່ງທີ່ເຮັດຕໍ່ເຊບົວອິມນັ້ນ? ຈິດໃຈເຮົາບໍ່ຍອມໃຫ້ເຮົາເຮັດດັ່ງນັ້ນເລີຍ ຄວາມຮັກທີ່ເຮົາມີກໍແຮງທີ່ສຸດສຳລັບເຈົ້າ.