Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 2:9 - ພຣະຄຳພີສັກສິ

9 ດັ່ງນັ້ນ ໃນ​ເວລາ​ເກັບກ່ຽວ ເຮົາ​ຈຶ່ງ​ຈະ​ເອົາ ເຂົ້າ​ສາລີ​ແລະ​ເຫຼົ້າ​ອະງຸ່ນ​ທີ່​ເຮົາ​ໃຫ້​ແກ່​ນາງ​ນັ້ນ​ຄືນ​ມາ ທັງ​ຈະ​ເອົາ​ຂົນແກະ​ແລະ​ຜ້າເນື້ອລະອຽດ ທີ່​ເຮົາ​ໃຫ້​ນາງ​ນຸ່ງ​ນັ້ນ​ຄືນ​ມາ​ດ້ວຍ.

Uka jalj uñjjattʼäta Copia luraña




ໂຮເສອາ 2:9
15 Jak'a apnaqawi uñst'ayäwi  

ບັດນີ້ ເຮົາ​ໄດ້​ຍົກ​ມື​ຂຶ້ນ​ເພື່ອ​ຈະ​ລົງໂທດ​ເຈົ້າ ແລະ​ນຳ​ຄວາມພອນ​ຂອງເຮົາ​ທີ່​ເປັນ​ສ່ວນແບ່ງ​ຂອງ​ເຈົ້າ​ນັ້ນ​ໜີໄປ. ເຮົາ​ໄດ້​ມອບ​ເຈົ້າ​ໃຫ້​ພວກ​ຟີລິດສະຕິນ​ຜູ້​ທີ່​ກຽດຊັງ​ເຈົ້າ ແລະ​ຜູ້​ທີ່​ເບື່ອໜ່າຍ​ການກະທຳ​ອັນ​ບໍ່ມີ​ສິນທຳ​ຂອງເຈົ້າ.


ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ຢູ່​ໃຕ້​ອຳນາດ​ຂອງ​ພວກເຂົາ ແລະ​ພວກເຂົາ​ຈະ​ຮື້​ລົງ​ໝົດ ສະຖານທີ່​ຊຶ່ງ​ເຈົ້າ​ໄດ້​ເຮັດ​ເປັນ​ບ່ອນ​ຫລີ້ນຊູ້ ແລະ​ຂາບໄຫວ້​ບັນດາ​ຮູບເຄົາຣົບ. ພວກເຂົາ​ຈະ​ເອົາ​ເຄື່ອງນຸ່ງ​ແລະ​ເຄື່ອງເອ້​ຂອງເຈົ້າ​ໄປ​ໝົດ ແລະ​ປ່ອຍ​ໃຫ້​ເຈົ້າ​ເປືອຍກາຍ.


ພວກເຂົາ​ຈະ​ຈີກ​ເຄື່ອງນຸ່ງ ແລະ​ຢຶດ​ເຄື່ອງ​ເພັດພອຍ​ຂອງ​ເຈົ້າ​ໄປ.


ຝ່າຍ​ກະສັດ​ແຫ່ງ​ຊີເຣຍ​ຈະ​ກັບຄືນ​ໄປ ເພື່ອ​ລວບລວມ​ພົນຮົບ​ໃຫ້​ໄດ້​ຫລາຍກວ່າ​ແຕ່​ກ່ອນ. ເມື່ອ​ເວລາ​ອັນ​ເໝາະສົມ​ມາ​ເຖິງ​ແລ້ວ ລາວ​ພ້ອມ​ທັງ​ກອງທັບ​ອັນ​ໃຫຍ່ໂຕ​ທີ່​ມີ​ອາວຸດ​ຢ່າງດີ​ຈະ​ກັບຄືນ​ມາ​ອີກ.


ຖ້າ​ນາງ​ບໍ່​ເຊົາ ເຮົາ​ຈະ​ເປືອຍກາຍ​ນາງ​ໃຫ້​ເປັນ​ດັ່ງ​ມື້​ທີ່​ນາງ​ໄດ້​ເກີດ​ມາ. ເຮົາ​ຈະ​ເຮັດ​ໃຫ້​ນາງ​ເປັນ​ດັ່ງ​ດິນ​ທີ່​ແຫ້ງແລ້ງ​ແລະ​ທຸລະກັນດານ ນາງ​ຈະ​ຕາຍ​ເພາະ​ຫິວນໍ້າ.


ເມື່ອ​ພວກເຂົາ​ຫວ່ານ​ລົມ ພວກເຂົາ​ກໍ​ຈະ​ໄດ້​ເກັບກ່ຽວ​ລົມພະຍຸ ກົກ​ເຂົ້າ​ທີ່​ບໍ່​ເກີດ​ຮວງ ໃຫ້​ແປ້ງ​ຫລື​ເຂົ້າຈີ່​ກໍ​ບໍ່​ຫ່ອນ​ເປັນ, ແຕ່​ຖ້າ​ວ່າ​ມັນ​ສຸກ ຊາວ​ຕ່າງ​ປະເທດ​ກໍ​ຈະ​ກິນ​ໝົດ​ເສຍ.


ແຕ່​ອີກ​ບໍ່​ດົນ ພວກເຈົ້າ​ຈະ​ບໍ່ມີ​ເຂົ້າ​ສາລີ​ກັບ​ນໍ້າມັນ​ໝາກກອກເທດ ກິນ​ພຽງພໍ​ແລະ​ຈະ​ບໍ່ມີ​ເຫຼົ້າ​ອະງຸ່ນ​ດື່ມ.


ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ເຈົ້າ​ອາດ​ປ່ຽນໃຈ ແລະ​ອວຍພອນ​ໃຫ້​ມີ​ພືດຜົນ​ຢ່າງ​ສົມບູນ​ກໍໄດ້. ແລ້ວ​ເຈົ້າ​ກໍ​ຈະ​ໄດ້​ຖວາຍບູຊາ​ແກ່​ພຣະອົງ ຄື​ຖວາຍ​ເຂົ້າ​ແລະ​ເຫຼົ້າ​ອະງຸ່ນ​ດ້ວຍ.


ຊັບສົມບັດ​ຂອງ​ພວກເຂົາ​ຈະ​ຖືກ​ປຸ້ນ ແລະ​ເຮືອນ​ຂອງ​ພວກເຂົາ​ຈະ​ຖືກ​ທຳລາຍ. ພວກເຂົາ​ຈະ​ບໍ່ໄດ້​ຢູ່​ໃນ​ເຮືອນ​ທີ່​ພວກເຂົາ​ກໍ່ສ້າງ​ເອງ ຫລື​ດື່ມ​ເຫຼົ້າ​ອະງຸ່ນ​ຈາກ​ສວນ​ທີ່​ພວກເຂົາ​ປູກ​ເອງ.”


ຖ້າ​ເຊື້ອສາຍ​ຂອງ​ເອຊາວ ຊາວ​ເອໂດມ ເວົ້າ​ວ່າ, “ຕົວເມືອງ​ຕ່າງໆ​ຂອງ​ພວກເຮົາ​ໄດ້​ຖືກ​ທຳລາຍ ແຕ່​ພວກເຮົາ​ຈະ​ສ້າງ​ເມືອງ​ເຫຼົ່ານັ້ນ​ຂຶ້ນ​ໃໝ່.” ແລ້ວ​ພຣະເຈົ້າຢາເວ​ອົງ​ຊົງ​ຣິດອຳນາດ​ຍິ່ງໃຫຍ່​ກໍ​ຈະ​ຕອບ​ຄືນ​ວ່າ, “ປ່ອຍ​ໃຫ້​ພວກເຂົາ​ສ້າງ​ຂຶ້ນ​ໃໝ່ ແລະ​ເຮົາ​ຈະ​ທຳລາຍ​ລົງ​ອີກ. ປະຊາຊົນ​ຈະ​ເອີ້ນ​ມັນ​ວ່າ, ‘ເມືອງ​ເຄາະຮ້າຍ’ ແລະ ‘ຊົນຊາດ​ທີ່​ພຣະເຈົ້າຢາເວ​ໂກດຮ້າຍ​ຕະຫລອດໄປ.”’


ອີກເທື່ອໜຶ່ງ ປະຊາຊົນ​ຂອງເຮົາ​ຈະ​ເຫັນ​ຄວາມ​ແຕກຕ່າງ​ລະຫວ່າງ​ສິ່ງ​ທີ່​ເກີດຂຶ້ນ​ຕໍ່​ຄົນ​ຊອບທຳ​ແລະ​ຄົນ​ອະທຳ ແລະ​ລະຫວ່າງ​ສິ່ງ​ທີ່​ເກີດຂຶ້ນ​ຕໍ່​ຜູ້​ທີ່​ຮັບໃຊ້​ພຣະເຈົ້າ ແລະ​ຕໍ່​ຜູ້​ທີ່​ບໍ່​ຮັບໃຊ້​ພຣະອົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka