Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 2:7 - ພຣະຄຳພີສັກສິ

7 ນາງ​ຈະ​ແລ່ນ​ຕິດຕາມ​ຄົນຮັກ​ໄປ ແຕ່​ກໍ​ຈະ​ບໍ່ທັນ​ພວກເຂົາ; ນາງ​ຈະ​ຊອກ​ຫາ​ພວກເຂົາ ແຕ່​ຈະ​ບໍ່​ພົບ. ແລ້ວ​ນາງ​ກໍ​ຈະ​ເວົ້າ​ວ່າ, “ຂ້ອຍ​ຈະ​ກັບຄືນ​ໄປ​ຫາ​ຜົວ​ເກົ່າ​ຂອງຂ້ອຍ ເພາະ​ແຕ່​ກ່ອນ​ຂ້ອຍ​ເຄີຍ​ສະໜຸກ​ສະບາຍ​ກວ່າ​ດຽວນີ້.”

Uka jalj uñjjattʼäta Copia luraña




ໂຮເສອາ 2:7
41 Jak'a apnaqawi uñst'ayäwi  

ເພິ່ນ​ໄດ້​ຖວາຍບູຊາ​ແກ່​ບັນດາ​ພະ​ຂອງ​ຊາວ​ຊີເຣຍ​ຜູ້​ຊະນະ​ຕົນ. ເພິ່ນ​ເວົ້າ​ວ່າ, “ພະ​ຂອງ​ຊາວ​ຊີເຣຍ​ຊ່ວຍ​ກະສັດ​ຊີເຣຍ​ໄດ້; ສະນັ້ນ ຖ້າ​ເຮົາ​ຖວາຍບູຊາ​ແກ່​ພະ​ເຫຼົ່ານັ້ນ ພະ​ເຫຼົ່ານັ້ນ​ກໍ​ຈະ​ຊ່ວຍ​ເຮົາ​ເໝືອນກັນ.” ການ​ກະທຳ​ເຊັ່ນນີ້​ແມ່ນ​ນຳ​ເອົາ​ຄວາມ​ຈິບຫາຍ ມາ​ສູ່​ເພິ່ນ​ເອງ ແລະ​ອານາຈັກ​ຂອງ​ເພິ່ນ​ດ້ວຍ.


ຈິດໃຈ​ຂອງ​ຂ້ານ້ອຍ​ເອີຍ ຈົ່ງ​ເຊື່ອໝັ້ນ​ເຖີດ ເພາະ​ພຣະເຈົ້າຢາເວ​ຊົງ​ປະທານ​ຄວາມດີ​ແກ່​ເຈົ້າ​ແລ້ວ.


ພວກເຈົ້າ​ຊໍ້າພັດ​ວາງແຜນ​ປົບໜີ​ຈາກ​ເຫຼົ່າ​ສັດຕູ​ຂອງ​ພວກເຈົ້າ​ໂດຍ​ຂີ່​ມ້າ​ໜີໄປ. ພວກເຈົ້າ​ເຮັດ​ຖືກຕ້ອງ​ແລ້ວ ການແລ່ນ​ເປີດໜີ​ແມ່ນ​ສິ່ງ​ທີ່​ພວກເຈົ້າ​ຕ້ອງ​ເຮັດ ພວກເຈົ້າ​ຄິດວ່າ​ມ້າ​ທີ່​ພວກເຈົ້າ​ຂີ່​ນັ້ນ​ແລ່ນ​ໄວ​ພໍ ແຕ່​ຄົນ​ທີ່​ໄລ່ຕາມ​ນັ້ນ​ຈະ​ໄປ​ໄວກວ່າ


ບໍ່ມີ​ຮູບເຄົາຣົບ​ຂອງ​ຊົນຊາດ​ໃດ​ເຮັດ​ໃຫ້​ຝົນ​ຕົກ​ມາ ຟ້າ​ສະຫວັນ​ກໍ​ເຮັດ​ໃຫ້​ຝົນ​ຫລັ່ງລິນ​ລົງ​ມາ​ບໍ່ໄດ້; ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ​ເອີຍ ເພາະ​ແມ່ນ​ພຣະອົງ​ທີ່​ໄດ້​ກະທຳ​ທຸກສິ່ງ​ເຫຼົ່ານີ້.


ໃຫ້​ໄປ​ປະກາດ​ຂ່າວ​ນີ້​ແກ່​ທຸກໆຄົນ​ໃນ​ນະຄອນ​ເຢຣູຊາເລັມ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້: “ເຮົາ​ຈື່ຈຳ​ຄວາມສັດຊື່​ຂອງເຈົ້າ​ຄາວ​ເປັນ​ສາວ ເຈົ້າ​ຮັກ​ເຮົາ​ຫລາຍ​ສໍ່າໃດ​ເມື່ອ​ແຕ່ງງານ​ກັນ​ໃໝ່ໆ; ເຈົ້າ​ໄດ້​ຕາມ​ເຮົາ​ໄປ​ທົ່ວ​ຖິ່ນ​ແຫ້ງແລ້ງ​ກັນດານ ໂດຍ​ຜ່ານ​ດິນແດນ​ໜຶ່ງ​ທີ່​ບໍ່ມີ​ການ​ເພາະປູກ.


ພະ​ຕ່າງໆ​ທີ່​ພວກເຈົ້າ​ໄດ້​ສ້າງ​ຂຶ້ນ​ສຳລັບ​ພວກ​ເຈົ້າເອງ​ນັ້ນ​ໄປ​ໃສ​ໝົດ? ເມື່ອ​ພວກເຈົ້າ​ມີ​ຄວາມ​ເດືອດຮ້ອນ​ນັ້ນ ໃຫ້​ພວກເຂົາ​ມາ​ຊ່ວຍຊູ​ພວກເຈົ້າ​ແມ ຖ້າ​ພວກເຂົາ​ຊ່ວຍ​ໄດ້ ຢູດາ​ເອີຍ ພວກເຈົ້າ​ມີ​ພະ​ຕັ້ງ​ຫລວງຫລາຍ​ເທົ່າກັບ​ມີ​ເມືອງ​ຕ່າງໆ.


ເຈົ້າ​ໄດ້​ຕີ​ລາຄາ​ເຈົ້າເອງ​ຢ່າງ​ຕໍ່າໆ ໂດຍ​ຫັນໄປ​ຫາ​ບັນດາ​ພະ​ຂອງ​ຊົນຊາດ​ອື່ນໆ. ເອຢິບ​ຈະ​ເຮັດ​ໃຫ້​ເຈົ້າ​ຜິດຫວັງ ດັ່ງ​ອັດຊີເຣຍ​ໄດ້​ເຮັດ​ໃຫ້​ເຈົ້າ​ຜິດຫວັງ​ມາ​ແລ້ວ.


“ຖ້າ​ຊາຍ​ຜູ້ໜຶ່ງ​ປະ​ເມຍ​ຂອງຕົນ ແລະ​ນາງ​ໜີ​ຈາກ​ລາວ​ໄປ​ເປັນ​ເມຍ​ຂອງ​ຊາຍ​ອື່ນ ລາວ​ກໍ​ເອົາ​ນາງ​ກັບຄືນ​ມາ​ບໍ່ໄດ້​ອີກ. ເລື່ອງ​ແບບ​ນີ້​ເຮັດ​ໃຫ້​ດິນແດນ​ເປັນ​ມົນທິນ​ຢ່າງ​ໝົດສິ້ນ. ແຕ່​ຊາດ​ອິດສະຣາເອນ​ເອີຍ ເຈົ້າ​ມີ​ຄູ່ຮັກ​ຫລາຍ​ຄົນ ແລະ​ບັດນີ້ ພັດ​ຢາກ​ກັບຄືນ​ມາ​ຫາ​ເຮົາ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


“ເຮົາ​ໄດ້ຍິນ​ປະຊາຊົນ​ອິດສະຣາເອນ​ເວົ້າ ດ້ວຍ​ຄວາມ​ໂສກເສົ້າ​ເສຍໃຈ​ດັ່ງນີ້: ‘ພວກ​ຂ້ານ້ອຍ​ດື້ດ້ານ ແລະ​ຈອງຫອງ ດັ່ງ​ສັດ​ໂຕໜຶ່ງ ແຕ່​ຂໍໂຜດ​ໄດ້​ສັ່ງສອນ​ໃຫ້​ເຊື່ອຟັງ​ພຣະອົງ​ແດ່ ຂໍໂຜດ​ໃຫ້​ໄດ້​ກັບຄືນ​ມາ​ຫາ​ພຣະອົງ​ແດ່ທ້ອນ; ພວກ​ຂ້ານ້ອຍ​ພ້ອມ​ແລ້ວ​ຈະ​ກັບຄືນ​ມາ​ຫາ​ພຣະອົງ ເພາະ​ພຣະອົງ​ເປັນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ.


ພັນທະສັນຍາ​ນີ້​ຈະ​ບໍ່​ຄື​ພັນທະສັນຍາ​ເກົ່າ ທີ່​ເຮົາ​ໄດ້​ເຮັດ​ກັບ​ບັນພະບຸລຸດ​ຂອງ​ພວກເຂົາ ເມື່ອ​ເຮົາ​ໄດ້​ຈູງ​ແຂນ​ພວກເຂົາ​ອອກ​ມາ​ຈາກ​ປະເທດ​ເອຢິບ​ນັ້ນ. ເຖິງ​ແມ່ນ​ວ່າ​ເຮົາ​ເປັນ​ດັ່ງ​ຜົວ​ຂອງ​ພວກເຂົາ​ກໍຕາມ ພວກເຂົາ​ກໍ​ບໍ່ໄດ້​ຮັກສາ​ພັນທະສັນຍາ​ນັ້ນ​ເລີຍ. ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ພວກເຮົາ​ຈະ​ເຮັດ​ທຸກສິ່ງ​ຕາມ​ທີ່​ພວກເຮົາ​ເວົ້າ​ວ່າ​ຈະ​ເຮັດ. ພວກເຮົາ​ຈະ​ຖວາຍບູຊາ​ແກ່​ເຈົ້າແມ່​ແຫ່ງ​ສະຫວັນ​ຂອງ​ພວກເຮົາ ແລະ​ພວກເຮົາ​ຈະ​ຖອກ​ເຫຼົ້າ​ອະງຸ່ນ​ຖວາຍ​ແກ່​ນາງ ດັ່ງ​ທີ່​ພວກເຮົາ​ແລະ​ບັນພະບຸລຸດ​ຂອງ​ພວກເຮົາ, ບັນດາ​ກະສັດ​ແລະ​ພວກ​ເຈົ້ານາຍ​ຂອງ​ພວກເຮົາ, ເຄີຍ​ໄດ້​ເຮັດ​ໃນ​ເມືອງ​ຕ່າງໆ​ຂອງ​ຢູດາຍ ແລະ​ຕາມ​ທ້ອງ​ຖະໜົນ​ຫົນທາງ​ທີ່​ນະຄອນ​ເຢຣູຊາເລັມ​ນັ້ນ. ແລ້ວ​ພວກເຮົາ​ກໍ​ເຄີຍ​ມີ​ອາຫານ​ການກິນ​ຢ່າງ​ຫລວງຫລາຍ ພວກເຮົາ​ເຄີຍ​ຈະເລີນ​ຮຸ່ງເຮືອງ ແລະ​ທັງ​ບໍ່ໄດ້​ມີ​ຄວາມ​ເດືອດຮ້ອນ​ຫຍັງ​ເລີຍ.


ເຈົ້າ​ຍັງ​ໄດ້​ເອົາ​ເຄື່ອງ​ປັກແສ່ວ​ທີ່​ເຮົາ​ໄດ້​ມອບ​ໃຫ້​ເຈົ້າ​ໄປ​ວາງ​ໄວ້​ເທິງ​ຮູບ​ນັ້ນ ແລະ​ຖວາຍ​ນໍ້າມັນ​ໝາກກອກເທດ​ກັບ​ເຄື່ອງຫອມ​ທີ່​ເຮົາ​ມອບ​ໃຫ້​ເຈົ້າ​ແກ່​ມັນ.


ແລ້ວ​ເຮົາ​ກໍໄດ້​ຍ່າງ​ກາຍໄປ​ອີກ ເຮົາ​ໄດ້​ເຫັນ​ວ່າ​ເຖິງ​ເວລາ​ແລ້ວ​ທີ່​ເຈົ້າ​ຈະ​ມີ​ຄວາມຮັກ. ເຮົາ​ໄດ້​ເອົາ​ເສື້ອຄຸມ​ຂອງເຮົາ​ປົກ​ຮ່າງ​ທີ່​ເປືອຍກາຍ​ນັ້ນ ແລະ​ສັນຍາ​ວ່າ​ຈະ​ຮັກ​ເຈົ້າ. ແມ່ນແທ້ ເຮົາ​ໄດ້​ເຮັດ​ພັນທະສັນຍາ​ແຕ່ງງານ​ກັບ​ເຈົ້າ ແລະ​ເຈົ້າ​ກໍ​ເປັນ​ຂອງເຮົາ. ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້ແຫຼະ.


ພວກເຈົ້າ​ຕັ້ງໃຈ​ໂດຍ​ຕົນເອງ​ທີ່​ຢາກ​ຈະ​ເປັນ​ດັ່ງ​ຊົນຊາດ​ອື່ນໆ ຄື​ດັ່ງ​ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ປະເທດ​ອື່ນ​ທີ່​ຂາບໄຫວ້​ຕົ້ນໄມ້ ແລະ​ໂງ່ນຫີນ, ແຕ່​ຈະ​ເປັນ​ເຊັ່ນນັ້ນ​ບໍ່ໄດ້​ຈັກເທື່ອ.”


ນາງ​ກໍ​ເໝືອນກັນ ນາງ​ເປັນ​ບ້າ​ຕັນຫາ​ນຳ​ພວກ​ເຈົ້ານາຍ​ຂຸນນາງ​ຊາວ​ອັດຊີເຣຍ ແລະ​ພວກ​ນາຍ​ທະຫານ ຄື​ພວກ​ທີ່​ໃສ່​ເຄື່ອງແບບ​ອັນ​ສະຫງ່າງາມ ແລະ​ນຳ​ບັນດາ​ນາຍ​ທະຫານ​ມ້າ ຕະຫລອດ​ທັງ​ຊາຍໜຸ່ມ​ທີ່​ມີ​ຮູບຮ່າງ​ສະຫງ່າ​ງາມ​ທຸກຄົນ.


ບັດນີ້​ໂອໂຮລີບາ​ເອີຍ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ວ່າ, “ເຈົ້າ​ໄດ້​ເບື່ອໜ່າຍ​ຕໍ່​ຄູ່ຮັກ​ເຫຼົ່ານີ້​ຂອງ​ເຈົ້າ ແຕ່​ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ໂກດຮ້າຍ​ເຈົ້າ ແລະ​ນຳ​ພວກເຂົາ​ໄປ​ປິດລ້ອມ​ເຈົ້າ​ໄວ້.


ເອື້ອຍ​ກົກ​ຊື່​ວ່າ ໂອໂຮລາ (ນາງ​ເປັນ​ຕົວແທນ​ໃຫ້​ຊາມາເຣຍ) ແລະ​ນ້ອງສາວ​ຊື່​ວ່າ​ໂອໂຮລີບາ (ນາງ​ເປັນ​ຕົວແທນ​ໃຫ້​ນະຄອນ​ເຢຣູຊາເລັມ). ເຮົາ​ໄດ້​ແຕ່ງງານ​ກັບ​ພວກເຂົາ​ທັງສອງ ແລະ​ພວກເຂົາ​ກໍໄດ້​ເກີດ​ລູກ​ໃຫ້​ແກ່​ເຮົາ.


ນີ້​ແຫຼະ​ຄື​ຄຳ​ຕັດສິນ​ຂອງ​ຝູງ​ເທວະດາ​ຜູ້​ອາລັກຂາ​ນັ້ນ. ສະນັ້ນ ຈົ່ງ​ໃຫ້​ຄົນ​ທັງປວງ​ທຸກທີ່​ທຸກບ່ອນ​ຮູ້​ວ່າ ພຣະເຈົ້າ​ອົງ​ສູງສຸດ​ມີ​ອຳນາດ​ເໜືອ​ອານາຈັກ​ຂອງ​ມະນຸດ ແລະ​ໃຫ້​ຮູ້ວ່າ​ພຣະອົງ​ສາມາດ​ມອບ​ອານາຈັກ​ເຫຼົ່ານີ້​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ຕາມ​ທີ່​ພຣະອົງ​ເລືອກ​ເອົາ​ກໍໄດ້ ເຖິງແມ່ນ​ວ່າ​ເປັນ​ຜູ້​ຕໍ່າຕ້ອຍ​ທີ່ສຸດ​ກໍຕາມ.”’


ທ່ານ​ຈະ​ຖືກ​ຂັບໄລ່​ອອກ​ຈາກ​ສັງຄົມ​ມະນຸດ ແລະ​ຈະ​ອາໄສ​ຢູ່​ກັບ​ພວກ​ສັດປ່າ. ທ່ານ​ຈະ​ກິນ​ຫຍ້າ​ເໝືອນ​ງົວ ແລະ​ນອນ​ຢູ່​ໃນ​ກາງແຈ້ງ ບ່ອນ​ທີ່​ມີ​ໝອກ​ຕົກລົງ​ໃສ່​ທ່ານ​ເປັນ​ເວລາ​ເຈັດ​ປີ. ຈົນກວ່າ​ທ່ານ​ກໍ​ຈະ​ຍອມຮັບ​ວ່າ ພຣະເຈົ້າ​ອົງ​ສູງສຸດ​ຄວບຄຸມ​ອານາຈັກ​ຕ່າງໆ​ຂອງ​ມະນຸດ; ແລະ​ພຣະອົງ​ເອົາ​ອານາຈັກ​ເຫຼົ່ານີ້​ໃຫ້​ແກ່​ຜູ້ໃດ​ຜູ້ໜຶ່ງ​ກໍໄດ້ ຕາມ​ທີ່​ພຣະອົງ​ເລືອກເອົາ.


ເຈົ້າ​ຈະ​ຖືກ​ຂັບໄລ່​ອອກ​ໄປ​ຈາກ​ສັງຄົມ​ມະນຸດ ແລະ​ຈະ​ອາໄສ​ຢູ່​ກັບ​ພວກ​ສັດປ່າ ເຈົ້າ​ຈະ​ກິນ​ຫຍ້າ​ເໝືອນ​ງົວ​ເປັນ​ເວລາ​ເຈັດ​ປີ. ຈົນກວ່າ​ເຈົ້າ​ຈະ​ຍອມຮັບ​ວ່າ​ພຣະເຈົ້າ​ອົງ​ສູງສຸດ​ມີ​ອຳນາດ​ເໜືອ​ອານາຈັກ​ທັງຫລາຍ​ຂອງ​ມະນຸດ ແລະ​ຮູ້​ວ່າ​ພຣະອົງ​ມອບ​ອານາຈັກ​ເຫຼົ່ານີ້​ໃຫ້​ຜູ້ໃດ​ຜູ້ໜຶ່ງ​ກໍໄດ້ ຕາມ​ທີ່​ພຣະອົງ​ເລືອກ​ເອົາ.”


ເພິ່ນ​ຖືກ​ຂັບໄລ່​ອອກ​ຈາກ​ສັງຄົມ​ມະນຸດ ແລະ​ມີ​ຈິດໃຈ​ເໝືອນ​ສັດ. ເພິ່ນ​ອາໄສ​ຢູ່​ທ່າມກາງ​ຝູງ​ລໍປ່າ, ກິນ​ຫຍ້າ​ເໝືອນ​ງົວ ແລະ​ນອນ​ຢູ່​ກາງແຈ້ງ ໂດຍ​ບໍ່ມີ​ຫຍັງ​ກັ້ນກາງ​ເພິ່ນ​ຈາກ​ນໍ້າໝອກ, ແຕ່​ໃນທີ່ສຸດ ເພິ່ນ​ກໍ​ຍອມ​ຮັບ​ວ່າ ພຣະເຈົ້າ​ອົງ​ສູງສຸດ​ຄວບຄຸມ​ອານາຈັກ​ຕ່າງໆ​ຂອງ​ມະນຸດ ແລະ​ເອົາ​ອານາຈັກ​ເຫຼົ່ານີ້​ໃຫ້​ແກ່​ຜູ້ໃດ​ຜູ້ໜຶ່ງ​ກໍໄດ້ ຕາມ​ທີ່​ພຣະອົງ​ເລືອກເອົາ.


ເມື່ອ​ພຣະເຈົ້າຢາເວ​ກ່າວ​ຕໍ່​ຊາດ​ອິດສະຣາເອນ ຄັ້ງ​ທຳອິດ​ຜ່ານ​ທາງ​ໂຮເສອາ​ນັ້ນ. ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, “ຈົ່ງ​ໄປ​ແຕ່ງງານ ແຕ່​ເມຍ​ຂອງ​ເຈົ້າ​ຈະ​ບໍ່​ສັດຊື່ ແລະ​ລູກໆ​ຂອງ​ເຈົ້າ​ກໍ​ຈະ​ເປັນ​ດັ່ງ​ແມ່. ລັກສະນະ​ດຽວກັນ​ນີ້​ແຫຼະ ປະຊາຊົນ​ຂອງເຮົາ​ໄດ້​ໜີປະ​ເຮົາ​ແລະ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ.”


ແຕ່​ເມື່ອ​ພວກເຈົ້າ​ໄດ້​ເຂົ້າ​ໄປ​ຢູ່​ໃນ​ດິນແດນ​ອັນ​ອຸດົມສົມບູນ​ແລະ​ຮັ່ງມີ ພວກເຈົ້າ​ໄດ້​ກິນ​ອີ່ມໜຳ​ສຳລານ ແລ້ວ​ພວກເຈົ້າ​ກໍ​ຈອງຫອງ ແລະ​ລືມໄລ​ເຮົາ.


ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ສາ. ບາບ​ຂອງ​ພວກເຈົ້າ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ຊູນ​ສະດຸດ​ແລະ​ລົ້ມລົງ.


ແລ້ວ​ນາງ​ກໍ​ຈະ​ເອີ້ນ​ເຮົາ​ອີກ​ຄັ້ງ​ໜຶ່ງ​ວ່າ​ເປັນ​ຜົວ​ຂອງ​ນາງ ນາງ​ຈະ​ບໍ່​ເອີ້ນ​ເຮົາ​ຕໍ່ໄປ​ວ່າ​ພະບາອານ​ຂອງ​ນາງ.


ເມື່ອໃດ​ເອຟຣາອິມ​ເຫັນ​ວ່າ​ຕົນ​ເຈັບໄຂ້ ແລະ​ຢູດາຍ​ເຫັນ​ວ່າ​ຕົນ​ມີ​ບາດແຜ ເມື່ອນັ້ນ​ເອຟຣາອິມ​ກໍ​ໄປ​ຫາ​ອັດຊີເຣຍ ເພື່ອ​ຂໍ​ໃຫ້​ກະສັດ​ຜູ້​ຍິ່ງໃຫຍ່​ຊ່ວຍເຫລືອ, ແຕ່​ລາວ​ບໍ່​ສາມາດ​ຮັກສາ​ພວກເຂົາ ຫລື​ປິ່ນປົວ​ບາດແຜ​ຂອງ​ພວກເຂົາ​ໃຫ້​ດີ​ໄດ້.


ເຮົາ​ຈະ​ປະຖິ້ມ​ປະຊາຊົນ​ຂອງເຮົາ​ຍ້ອນ​ການບາບ​ຂອງ​ພວກເຂົາ ຈົນກວ່າ​ພວກເຂົາ​ໄດ້​ທົນທຸກ​ທໍລະມານ​ພຽງພໍ ແລະ​ມາ​ຊອກ​ສະແຫວງ​ຫາ​ເຮົາ. ແລ້ວ​ບາງທີ​ຍ້ອນ​ຄວາມທຸກ​ທໍລະມານ​ນັ້ນ ພວກເຂົາ​ຈະ​ພະຍາຍາມ​ຊອກ​ຫາ​ເຮົາ​ກໍໄດ້.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka