Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 2:6 - ພຣະຄຳພີສັກສິ

6 ສະນັ້ນ ເຮົາ​ຈຶ່ງ​ຈະ​ກີດກັ້ນ​ນາງ​ດ້ວຍ​ພຸ່ມໜາມ ແລະ​ຈະ​ສ້າງ​ກຳແພງ​ຕັນ​ທາງ​ຂອງ​ນາງ​ໄວ້.

Uka jalj uñjjattʼäta Copia luraña




ໂຮເສອາ 2:6
10 Jak'a apnaqawi uñst'ayäwi  

ພຣະເຈົ້າ​ກີດກັ້ນ​ຫົນທາງ​ຂ້ອຍ​ຈຶ່ງ​ຜ່ານ​ໄປ​ບໍ່​ໄດ້ ພຣະອົງ​ອັດ​ຫົນທາງ​ຂອງຂ້ອຍ​ໃນ​ຄວາມມືດ.


ພຣະເຈົ້າ​ເຊື່ອງ​ຊ້ອນ​ອະນາຄົດ​ຂອງ​ພວກເຂົາ ແລະ​ໄດ້​ປິດລ້ອມ​ພວກເຂົາ​ໄວ້​ທຸກໆ​ດ້ານ.


ພວກ​ຄົນບາບ​ເອີຍ ຈົ່ງ​ມາ​ນີ້ ຮັບ​ເອົາ​ການ​ພິພາກສາ ພວກເຈົ້າ​ບໍ່​ດີ​ໄປ​ກວ່າ​ພວກ​ໝໍ​ວິຊາ​ອາຄົມ, ຄົນຜິດ​ປະເວນີ ແລະ​ພວກ​ແມ່ຈ້າງນາງເລງ.


ແຕ່​ປະຊາຊົນ​ຂອງເຮົາ​ກັບ​ໄດ້​ລືມໄລ​ເຮົາ​ໄປ ພວກເຂົາ​ໄດ້​ເຜົາ​ເຄື່ອງຫອມ​ບູຊາ​ແກ່​ຮູບເຄົາຣົບ. ພວກເຂົາ​ຕ່າງ​ກໍໄດ້​ພາກັນ​ເຕະ​ສະດຸດ ຕາມ​ວິທີ​ທາງ​ທີ່​ພວກເຂົາ​ເດີນ​ໄປ​ນັ້ນ. ພວກເຂົາ​ບໍ່ໄດ້​ເຮັດ​ຕາມ​ທາງ​ເດີມ​ອີກ​ຕໍ່ໄປ ພວກເຂົາ​ແວ່​ໄປ​ຕາມ​ທາງ​ຊອຍ​ທີ່​ບໍ່ໄດ້​ຂີດໝາຍ​ໄວ້​ໃຫ້.


ຮ້ານ​ເທວະຮູບ​ຢູ່​ເທິງ​ພູ​ອາເວນ ບ່ອນ​ທີ່​ພວກ​ອິດສະຣາເອນ​ຂາບໄຫວ້​ຮູບເຄົາຣົບ​ຈະ​ຖືກ​ທຳລາຍ​ຖິ້ມ. ກໍ​ໜາມ​ແລະ​ຕົ້ນຫຍ້າ​ຈະ​ປົ່ງ​ຂຶ້ນ​ປົກ​ຫຸ້ມ​ແທ່ນບູຊາ​ຂອງ​ພວກເຂົາ. ປະຊາຊົນ​ຈະ​ຮ້ອງ​ໃສ່​ພູເຂົາ​ທັງຫລາຍ​ວ່າ, “ຈົ່ງ​ບັງ​ພວກເຮົາ​ໄວ້​ແດ່” ແລະ​ເວົ້າ​ຕໍ່​ພູນ້ອຍ​ວ່າ, “ຈົ່ງ​ກວມ​ພວກເຮົາ​ໄວ້​ສາ.”


ເມື່ອ​ໄພພິບັດ​ມາເຖິງ ແລະ​ປະຊາຊົນ​ຖືກ​ກະຈັດ​ກະຈາຍ​ໄປ ຊາວ​ເອຢິບ​ຈະ​ທ້ອນໂຮມ​ເອົາ​ພວກເຂົາ ຄື​ໂຮມ​ເອົາ​ໄປ​ຝັງ​ໄວ້​ຢູ່​ໃນ​ເມືອງ​ມຳຟິດ ຊັບສົມບັດ​ທີ່​ເປັນ​ເຄື່ອງ​ເງິນ ແລະ​ບ່ອນ​ທີ່​ຕັ້ງ​ບ້ານເຮືອນ​ຂອງ​ພວກເຂົາ ກໍ​ຈະ​ມີ​ຫຍ້າ​ແລະ​ພຸ່ມໜາມ​ເກີດຂຶ້ນ.


ດ້ວຍວ່າ, ເວລາ​ຈະ​ມາ​ເຖິງ ເມື່ອ​ສັດຕູ​ຂອງ​ເຈົ້າ​ຈະ​ຂຸດ​ຄູ​ອ້ອມ​ເຈົ້າ ແລະ​ຕັນ​ເຈົ້າ​ໄວ້​ທຸກ​ດ້ານ.


ແລະ​ເພື່ອ​ບໍ່​ໃຫ້​ເຮົາ​ຍົກຍ້ອງ​ຕົວ​ຈົນ​ເກີນ​ໄປ ເນື່ອງ​ຈາກ​ການ​ຊົງ​ສຳແດງ​ອັນ​ຫລວງຫລາຍ ຊຶ່ງ​ມາ​ຈາກ​ພຣະເຈົ້າ. ພຣະເຈົ້າ​ໄດ້​ຊົງ​ບັນດານ​ໃຫ້​ມີ​ສ້ຽນໜາມ​ໃນ​ເນື້ອກາຍ​ຂອງເຮົາ ເປັນ​ບໍລິວານ​ຂອງ​ມານຊາຕານ​ທີ່​ທຸບຕີ​ເຮົາ ເພື່ອ​ບໍ່​ໃຫ້​ເຮົາ​ຍົກຍ້ອງ​ຕົວ​ຈົນ​ເກີນໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka