Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 2:4 - ພຣະຄຳພີສັກສິ

4 ເຮົາ​ຈະ​ບໍ່​ສົງສານ​ລູກ​ຂອງ​ນາງ; ເພາະ​ພວກເຂົາ​ເປັນ​ລູກ​ຂອງ​ໂສເພນີ.

Uka jalj uñjjattʼäta Copia luraña




ໂຮເສອາ 2:4
17 Jak'a apnaqawi uñst'ayäwi  

ກະສັດ​ໂຢຣາມ​ຖາມ​ລາວ​ວ່າ, “ທ່ານ​ມາ​ຢ່າງ​ສັນຕິ​ຫລື​ບໍ່?” ເຢຮູ​ຕອບ​ວ່າ, “ຈະ​ມີ​ສັນຕິ​ໄດ້​ຢ່າງໃດ ເມື່ອ​ຍັງ​ມີ​ການ​ຝຶກ​ເວດມົນ​ກົນຄາຖາ ແລະ​ການຂາບໄຫວ້​ຮູບ​ພະ​ທີ່​ເຢເຊເບນ​ແມ່​ຂອງທ່ານ​ໄດ້​ເລີ່ມ​ຂຶ້ນ?”


ງ່າໄມ້​ກໍ​ຫ່ຽວແຫ້ງ​ແລະ​ຫັກ​ລົງ ແລະ​ພວກຜູ້ຍິງ​ກໍ​ໄປ​ເກັບ​ເອົາ​ມາ​ເຮັດ​ຟືນ. ຍ້ອນ​ປະຊາຊົນ​ບໍ່ໄດ້​ເຂົ້າໃຈ​ຫຍັງ ພຣະເຈົ້າ​ອົງ​ເປັນ​ພຣະຜູ້​ສ້າງ​ຂອງ​ພວກເຂົາ​ຈຶ່ງ​ຈະ​ບໍ່​ໃຫ້​ຄວາມ​ເມດຕາປານີ ຫລື​ສະແດງ​ຄວາມ​ອີດູຕົນ​ໃດໆ​ແກ່​ພວກເຂົາ​ເລີຍ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ໄດ້​ສົ່ງ​ຄົນ​ຂອງເຮົາ​ໜີໄປ​ແທ້​ບໍ? ດັ່ງ​ຊາຍ​ຮ້າງ​ເມຍ​ແລະ​ປະ​ນາງ​ຫລື​ນີ້? ຖ້າດັ່ງນັ້ນ ໜັງສື​ປະຮ້າງ​ນັ້ນ​ຢູ່​ໃສ? ເຮົາ​ໄດ້​ຂາຍ​ເຈົ້າ​ໄປ​ເປັນ​ທາດຮັບໃຊ້​ແທ້​ຫລື​ນີ້? ດັ່ງ​ຄົນ​ຂາຍ​ລູກ​ໄປ​ເປັນ​ທາດຮັບໃຊ້​ຊັ້ນບໍ? ບໍ່ແມ່ນ​ດອກ ທີ່​ຖືກ​ຈັບ​ໄປ​ຍ້ອນ​ການບາບ​ຂອງເຈົ້າ; ການບາບ​ນັ້ນ​ເປັນ​ເຫດ​ໃຫ້​ເຈົ້າ​ຖືກ​ສົ່ງ​ໜີໄປ ທັງນີ້​ກໍ​ຍ້ອນ​ໂທດກຳ​ຂອງເຈົ້າ.


ພວກ​ຄົນບາບ​ເອີຍ ຈົ່ງ​ມາ​ນີ້ ຮັບ​ເອົາ​ການ​ພິພາກສາ ພວກເຈົ້າ​ບໍ່​ດີ​ໄປ​ກວ່າ​ພວກ​ໝໍ​ວິຊາ​ອາຄົມ, ຄົນຜິດ​ປະເວນີ ແລະ​ພວກ​ແມ່ຈ້າງນາງເລງ.


ແລ້ວ​ເຮົາ​ຈະ​ທຸບ​ພວກເຂົາ​ດັ່ງ​ໄຫ​ເຫຼົ້າ​ທຸບກັນ ບໍ່​ວ່າ​ເຖົ້າ​ຫລື​ໜຸ່ມ​ກໍຕາມ. ພຣະເຈົ້າຢາເວ​ກ່າວ​ວ່າ, ເຮົາ​ຈະ​ບໍ່ມີ​ຄວາມ​ເມດຕາ, ຄວາມ​ປານີ ຫລື​ຄວາມ​ສົງສານ​ໃດໆ ເມື່ອ​ເຮົາ​ທຳລາຍ​ພວກເຂົາ.”


ເພາະ​ພຣະເຈົ້າຢາເວ​ກ່າວ​ວ່າ​ດັ່ງນີ້: “ເຈົ້າ​ບໍ່​ຕ້ອງ​ເຂົ້າ​ໄປ​ໃນ​ເຮືອນ​ທີ່​ກຳລັງ​ໄວ້ທຸກ. ຢ່າ​ໂສກເສົ້າ​ໃຫ້​ຜູ້ໃດ​ຜູ້ໜຶ່ງ. ເຮົາ​ຈະ​ບໍ່​ອວຍພອນ​ປະຊາຊົນ​ຂອງເຮົາ​ໃຫ້​ມີ​ສັນຕິສຸກ ຫລື​ສະແດງ​ຄວາມຮັກ​ແລະ​ເມດຕາ​ແກ່​ພວກເຂົາ​ຕໍ່ໄປ​ອີກ​ແລ້ວ. ພຣະເຈົ້າຢາເວ​ກ່າວ​ດັ່ງນັ້ນ.


ຍ້ອນ​ເຮົາ​ໂກດຮ້າຍ​ເຈົ້າ ເຮົາ​ຈະ​ປ່ອຍ​ໃຫ້​ພວກເຂົາ​ຈັດການ​ກັບ​ເຈົ້າ​ຕາມ​ຄວາມ​ໂກດຮ້າຍ​ຂອງ​ພວກເຂົາ. ພວກເຂົາ​ຈະ​ຕັດ​ດັງ​ແລະ​ຫູ​ເຈົ້າ​ຖິ້ມ ແລະ​ສັງຫານ​ພວກ​ລູກ​ຂອງເຈົ້າ. ແມ່ນແລ້ວ ພວກເຂົາ​ຈະ​ເອົາ​ບັນດາ​ລູກ​ຊາຍ​ຍິງ​ຂອງ​ເຈົ້າ​ໄປ​ຈາກ​ເຈົ້າ ແລະ​ເຜົາ​ພວກເຂົາ​ທັງເປັນ.


ພວກເຂົາ​ຈະ​ໄດ້​ຊີມ​ຣິດ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງເຮົາ. ເຮົາ​ຈະ​ບໍ່​ໄວ້​ຊີວິດ ຫລື​ສະແດງ​ຄວາມ​ເມດຕາ​ໃດໆ​ຕໍ່​ພວກເຂົາ. ເຖິງ​ແມ່ນ​ພວກເຂົາ​ຈະ​ຮ້ອງ​ພາວັນນາ​ອະທິຖານ​ຕໍ່​ເຮົາ ຈົນ​ສຸດ​ສຽງ​ກໍຕາມ ແຕ່​ເຮົາ​ຈະ​ບໍ່​ຟັງ​ພວກເຂົາ.”


ແຕ່​ເຮົາ​ຈະ​ບໍ່​ເມດຕາ​ພວກເຂົາ; ເຮົາ​ຈະ​ເຮັດ​ຕໍ່​ພວກເຂົາ​ຕາມ​ທີ່​ພວກເຂົາ​ໄດ້​ເຮັດ​ຕໍ່​ຄົນອື່ນໆ.”


ເມື່ອ​ພຣະເຈົ້າຢາເວ​ກ່າວ​ຕໍ່​ຊາດ​ອິດສະຣາເອນ ຄັ້ງ​ທຳອິດ​ຜ່ານ​ທາງ​ໂຮເສອາ​ນັ້ນ. ພຣະເຈົ້າຢາເວ​ໄດ້​ກ່າວ​ແກ່​ເພິ່ນ​ວ່າ, “ຈົ່ງ​ໄປ​ແຕ່ງງານ ແຕ່​ເມຍ​ຂອງ​ເຈົ້າ​ຈະ​ບໍ່​ສັດຊື່ ແລະ​ລູກໆ​ຂອງ​ເຈົ້າ​ກໍ​ຈະ​ເປັນ​ດັ່ງ​ແມ່. ລັກສະນະ​ດຽວກັນ​ນີ້​ແຫຼະ ປະຊາຊົນ​ຂອງເຮົາ​ໄດ້​ໜີປະ​ເຮົາ​ແລະ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ.”


ຕໍ່ມາ ນາງ​ໂກເມ​ໄດ້​ຖືພາ​ອີກ; ຄາວ​ນີ້​ນາງ​ໄດ້​ລູກ​ເປັນ​ແມ່ຍິງ. ພຣະເຈົ້າຢາເວ​ຈຶ່ງ​ໄດ້​ກ່າວ​ແກ່​ໂຮເສອາ​ວ່າ, “ຈົ່ງ​ຕັ້ງຊື່​ໃຫ້​ນາງ​ວ່າ, ‘ຂາດ​ຮັກ’ ເພາະ​ເຮົາ​ຈະ​ບໍ່​ສະແດງ​ຄວາມຮັກ ຫລື​ອະໄພ​ໃຫ້​ປະຊາຊົນ​ອິດສະຣາເອນ​ອີກ​ຕໍ່ໄປ.


ພວກເຂົາ​ບໍ່​ສັດຊື່​ຕໍ່​ພຣະເຈົ້າຢາເວ; ລູກ​ຂອງ​ພວກເຂົາ​ກໍ​ບໍ່​ເປັນ​ຂອງ​ພຣະອົງ. ດັ່ງນັ້ນ ພວກເຂົາ​ພ້ອມ​ທັງ​ດິນແດນ​ຈຶ່ງ​ຈະ​ຖືກ​ທຳລາຍ​ໃນ​ໄວໆ​ນີ້.


ແລ້ວ​ເທວະດາ​ຂອງ​ພຣະເຈົ້າຢາເວ​ກໍ​ກ່າວ​ວ່າ, “ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ເອີຍ ພຣະອົງ​ໄດ້​ໂກດຮ້າຍ​ນະຄອນ​ເຢຣູຊາເລັມ ແລະ​ເມືອງ​ຂອງ​ຢູດາຍ​ເຖິງ​ເຈັດສິບ​ປີ​ແລ້ວ. ຈະ​ຍັງ​ອີກ​ດົນນານ​ປານໃດ ກ່ອນ​ທີ່​ພຣະອົງ​ຈະ​ໂຜດ​ເມດຕາ​ພວກເຂົາ?”


ພວກເຈົ້າ​ເຮັດ​ໃນ​ສິ່ງ​ທີ່​ພໍ່​ຂອງ​ພວກເຈົ້າ​ໄດ້​ເຮັດ.” ພວກເຂົາ​ຕອບ​ວ່າ, “ເຮົາ​ມີ​ພຣະບິດາ​ພຽງ​ອົງ​ດຽວ​ຄື​ພຣະເຈົ້າ ແລະ​ພວກເຮົາ​ເປັນ​ລູກ​ແທ້ໆ​ຂອງ​ພຣະອົງ.”


ຈົ່ງ​ພິຈາລະນາ​ເບິ່ງ​ພຣະ​ເມດຕາ ແລະ​ຄວາມ​ເຄັ່ງຄັດ​ຂອງ​ພຣະເຈົ້າ ຄື​ພຣະອົງ​ສຳແດງ​ຄວາມ​ເຄັ່ງຄັດ​ຕໍ່​ພວກ​ທີ່​ຫລົງຜິດ​ໄປ ແຕ່​ພຣະອົງ​ເມດຕາ​ເຈົ້າ ຖ້າ​ເຈົ້າ​ຕັ້ງໝັ້ນ​ຢູ່​ໃນ​ພຣະ​ເມດຕາ​ນັ້ນ​ຕໍ່ໄປ, ຖ້າບໍ່​ດັ່ງນັ້ນ ເຈົ້າ​ກໍ​ຈະ​ຖືກ​ຫັກອອກ​ເໝືອນກັນ.


ດ້ວຍເຫດນັ້ນ ຖ້າ​ພຣະເຈົ້າ​ຊົງ​ກະລຸນາ​ຜູ້ໃດ ກໍ​ຈະ​ຊົງ​ກະລຸນາ​ແກ່​ຜູ້ນັ້ນ ແລະ​ພຣະອົງ​ຢາກ​ໃຫ້​ຜູ້ໃດ​ມີ​ໃຈ​ແຂງ​ກະດ້າງ ກໍ​ຈະ​ຊົງ​ໃຫ້​ຜູ້​ນັ້ນ​ມີ​ໃຈ​ແຂງ​ກະດ້າງ.


ເພາະວ່າ ໃນ​ການ​ພິພາກສາ ພຣະເຈົ້າ​ຈະ​ບໍ່​ຊົງ​ສຳແດງ​ຄວາມ​ເມດຕາ ຕໍ່​ຜູ້​ທີ່​ບໍ່ໄດ້​ສະແດງ​ຄວາມ​ເມດຕາ ສ່ວນ​ຄວາມ​ເມດຕາ ຍ່ອມ​ມີ​ໄຊຊະນະ​ເໜືອ​ການ​ພິພາກສາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka