ໂຮເສອາ 2:2 - ພຣະຄຳພີສັກສິ2 ລູກເອີຍ ຈົ່ງຮ້ອງຂໍຕໍ່ແມ່ຂອງເຈົ້າ ເຖິງແມ່ນວ່ານາງບໍ່ແມ່ນເມຍຂອງເຮົາອີກຕໍ່ໄປກໍຕາມ ແລະເຮົາກໍບໍ່ແມ່ນຜົວຂອງນາງອີກກໍດີ. ຈົ່ງຮ້ອງຂໍໃຫ້ນາງເຊົາຫລີ້ນຊູ້ແລະເຊົາເປັນໂສເພນີ. Uka jalj uñjjattʼäta |
ພຣະເຈົ້າຢາເວກ່າວວ່າ, “ເຮົາໄດ້ສົ່ງຄົນຂອງເຮົາໜີໄປແທ້ບໍ? ດັ່ງຊາຍຮ້າງເມຍແລະປະນາງຫລືນີ້? ຖ້າດັ່ງນັ້ນ ໜັງສືປະຮ້າງນັ້ນຢູ່ໃສ? ເຮົາໄດ້ຂາຍເຈົ້າໄປເປັນທາດຮັບໃຊ້ແທ້ຫລືນີ້? ດັ່ງຄົນຂາຍລູກໄປເປັນທາດຮັບໃຊ້ຊັ້ນບໍ? ບໍ່ແມ່ນດອກ ທີ່ຖືກຈັບໄປຍ້ອນການບາບຂອງເຈົ້າ; ການບາບນັ້ນເປັນເຫດໃຫ້ເຈົ້າຖືກສົ່ງໜີໄປ ທັງນີ້ກໍຍ້ອນໂທດກຳຂອງເຈົ້າ.