Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂຮເສອາ 2:16 - ພຣະຄຳພີສັກສິ

16 ແລ້ວ​ນາງ​ກໍ​ຈະ​ເອີ້ນ​ເຮົາ​ອີກ​ຄັ້ງ​ໜຶ່ງ​ວ່າ​ເປັນ​ຜົວ​ຂອງ​ນາງ ນາງ​ຈະ​ບໍ່​ເອີ້ນ​ເຮົາ​ຕໍ່ໄປ​ວ່າ​ພະບາອານ​ຂອງ​ນາງ.

Uka jalj uñjjattʼäta Copia luraña




ໂຮເສອາ 2:16
12 Jak'a apnaqawi uñst'ayäwi  

ແຕ່​ເມື່ອ​ເຫັນ​ນາງ​ງາມ​ດືງດູດ​ໃຈ​ຫລາຍ ລາວ​ຈຶ່ງ​ຫລົງ​ຮັກ​ນາງ ແລະ​ພະຍາຍາມ​ໃຫ້​ນາງ​ຮັກ​ຕົນ​ຄືນ.


ຈົ່ງ​ຊູໃຈ​ປະຊາຊົນ​ຊາວ​ນະຄອນ​ເຢຣູຊາເລັມ ຈົ່ງ​ບອກ​ວ່າ, ພວກເຂົາ​ທົນທຸກ​ດົນນານ​ພໍ​ແລ້ວ ບັດນີ້​ການບາບ​ຂອງ​ພວກເຂົາ​ທັງຫລາຍ ກໍໄດ້​ຮັບ​ອະໄພ ເສຍ​ແລ້ວ. ພຣະເຈົ້າຢາເວ​ໄດ້​ລົງໂທດ​ລົງທັນ​ພວກເຂົາ ໃຫ້​ສົມ​ກັບ​ບາບກຳ​ທີ່​ພວກເຂົາ​ໄດ້​ກະທຳ​ແລ້ວ.”


ພຣະຜູ້​ສ້າງ​ຂອງເຈົ້າ​ຈະ​ເປັນ​ຄື​ຜົວ​ຂອງເຈົ້າ​ເດີ ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່​ແມ່ນ​ພຣະນາມ​ຂອງ​ພຣະອົງ. ແລະ​ພຣະຜູ້ໄຖ່​ໃຫ້​ພົ້ນ​ຂອງເຈົ້າ​ຄື​ພຣະເຈົ້າ​ອົງ​ບໍຣິສຸດ​ຂອງ​ຊາດ​ອິດສະຣາເອນ ພຣະອົງ​ຊົງ​ປົກຄອງ​ທົ່ວ​ທັງ​ໂລກນີ້.


“ປະຊາຊົນ​ຜູ້​ທີ່​ບໍ່​ສັດຊື່​ເອີຍ ຈົ່ງ​ກັບຄືນ​ມາ​ຫາ​ເຮົາ​ເຖີດ, ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ ເພາະ​ພວກເຈົ້າ​ເປັນ​ຂອງເຮົາ. ເຮົາ​ຈະ​ເອົາ​ຄົນ​ໜຶ່ງ​ໃນ​ພວກເຈົ້າ​ຈາກ​ແຕ່ລະ​ເມືອງ ແລະ​ສອງ​ຄົນ​ຈາກ​ແຕ່ລະ​ຕະກຸນ ແລະ​ເຮົາ​ຈະ​ນຳ​ພວກເຈົ້າ​ກັບຄືນ​ມາ​ສູ່​ພູເຂົາ​ຊີໂອນ.


ເຮົາ​ຈະ​ນຳ​ພວກເຈົ້າ​ໄປ​ໃນ ຖິ່ນ​ແຫ້ງແລ້ງ​ກັນດານ​ຂອງ​ຊົນຊາດ​ທັງຫລາຍ ແລະ​ໃນ​ບ່ອນ​ນັ້ນ​ເຮົາ​ຈະ​ກ່າວໂທດ​ພວກເຈົ້າ​ຕໍ່ໜ້າຕໍ່ຕາ.


ນາງ​ຈະ​ແລ່ນ​ຕິດຕາມ​ຄົນຮັກ​ໄປ ແຕ່​ກໍ​ຈະ​ບໍ່ທັນ​ພວກເຂົາ; ນາງ​ຈະ​ຊອກ​ຫາ​ພວກເຂົາ ແຕ່​ຈະ​ບໍ່​ພົບ. ແລ້ວ​ນາງ​ກໍ​ຈະ​ເວົ້າ​ວ່າ, “ຂ້ອຍ​ຈະ​ກັບຄືນ​ໄປ​ຫາ​ຜົວ​ເກົ່າ​ຂອງຂ້ອຍ ເພາະ​ແຕ່​ກ່ອນ​ຂ້ອຍ​ເຄີຍ​ສະໜຸກ​ສະບາຍ​ກວ່າ​ດຽວນີ້.”


ເຈົ້າສາວ​ຍ່ອມ​ເປັນ​ຂອງ​ເຈົ້າບ່າວ, ແຕ່​ພໍ​ໄດ້ຍິນ​ສຽງ​ເຈົ້າບ່າວ ເພື່ອນ​ຂອງ​ເຈົ້າບ່າວ​ທີ່​ຢືນ​ຟັງ​ຢູ່ ກໍ​ດີໃຈ​ຢ່າງ​ເຕັມປ່ຽມ ຢ່າງ​ນັ້ນ​ແຫຼະ ຄວາມ​ຍິນດີ​ຂອງເຮົາ​ກໍ​ຄົບຖ້ວນ​ແລ້ວ.


ເຮົາ​ຫວງແຫນ​ພວກເຈົ້າ ຕາມ​ຢ່າງ​ທີ່​ພຣະເຈົ້າ​ຫວງແຫນ ເພາະ​ພວກເຈົ້າ​ເປັນ​ດັ່ງ​ເຈົ້າສາວ​ບໍຣິສຸດ ທີ່​ເຮົາ​ສັນຍາ​ໝັ້ນໝາຍ​ໄວ້​ໃຫ້​ແຕ່ງງານ​ກັບ​ຊາຍ​ຄົນ​ດຽວ​ເທົ່ານັ້ນ ຄື​ແກ່​ພຣະຄຣິດ.


ໃຫ້​ເຮົາ​ທັງຫລາຍ​ຊົມຊື່ນ​ແລະ​ປິຕິຍິນດີ ພາກັນ​ຖວາຍ​ພຣະກຽດ​ແດ່​ພຣະອົງ ເພາະ​ເຖິງ​ເວລາ​ແຫ່ງ​ການ​ສົມຣົດ​ຂອງ​ພຣະ​ເມສານ້ອຍ​ແລ້ວ ແລະ​ເຈົ້າສາວ​ຂອງ​ພຣະອົງ​ໄດ້​ຕຽມພ້ອມ​ແລ້ວ.


ຕໍ່ມາ​ຄົນເລວີ​ຜູ້​ນີ້​ກໍ​ຕັດສິນໃຈ​ຕາມ​ນາງ​ໄປ ແລະ​ພະຍາຍາມ​ຊັກຊວນ​ນາງ​ໃຫ້​ຄືນ​ເມືອ​ຢູ່​ກັບ​ຕົນ. ລາວ​ພາ​ຄົນ​ຮັບໃຊ້​ກັບ​ລໍ​ສອງ​ໂຕ​ຂອງຕົນ​ໄປ​ນຳ. ນາງ​ໄດ້​ພາ​ຜົວ​ທີ່​ເປັນ​ຄົນເລວີ​ເຂົ້າ​ໄປ​ໃນ​ເຮືອນ. ເມື່ອ​ພໍ່​ຂອງ​ນາງ​ເຫັນ​ຄົນເລວີ​ຜູ້​ນີ້ ເພິ່ນ​ກໍ​ຮັບ​ຕ້ອນ​ລາວ​ດ້ວຍ​ຄວາມ​ຈິງໃຈ.


ນາງຣຸດ​ຕອບ​ວ່າ, “ທ່ານເອີຍ ທ່ານ​ດີ​ຕໍ່​ຂ້ານ້ອຍ​ຢ່າງ​ເຫລືອຫລາຍ. ທ່ານ​ເວົ້າຈາ​ອ່ອນຫວານ​ກັບ​ຂ້ານ້ອຍ ຊຶ່ງ​ເຮັດ​ໃຫ້​ຂ້ານ້ອຍ​ມີ​ກຳລັງໃຈ​ຂຶ້ນ ເຖິງ​ແມ່ນ​ວ່າ​ຂ້ານ້ອຍ​ເອງ​ບໍ່ມີ​ຄຸນຄ່າ​ເທົ່າທຽມ​ກັບ​ຄົນ​ຮັບໃຊ້​ຜູ້ໜຶ່ງ​ຂອງທ່ານ​ກໍຕາມ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka